ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຢາກໄດ້ກົດໝາຍໃໝ່ ມາແກ້ໄຂທີ່ດິນ
Anonymous

Date:
ຢາກໄດ້ກົດໝາຍໃໝ່ ມາແກ້ໄຂທີ່ດິນ
Permalink   
 


ຢາກໄດ້ກົດໝາຍໃໝ່ ມາແກ້ໄຂທີ່ດິນ

f-land

ສະມາຊິກ ສະພາ ແຫ່ງຊາດ ສປປ ລາວ ສເນີໃຫ້ ຣັຖບານ ອອກຣະບຽບ ກົດໝາຍໃໝ່ ເພື່ອແກ້ໄຂ ຂໍ້ຂັດແຍ່ງ ທີ່ດິນ.

ໜັງສືພິມ ວຽງຈັນທາມສ໌ ເປັນພາສາ ອັງກິດ ຂອງທາງການ ສປປລາວ ຣາຍງານວ່າ ທ່ານ ກອງເພັດ ແກ້ວບົວພາ ສະມາຊິກ ສະພາ ແຫ່ງຊາດ ຈາກ ແຂວງຫລວງນ້ຳທາ ໄດ້ສເນີ ໃຫ້ມີການ ອອກນະໂຍບາຍ "ໃໝ່" ເພື່ອແກ້ໄຂ ບັນຫາ ການໃຫ້ເງິນ ຄ່າຊົດເຊີຍ ທີ່ດິນ ປະຊາຊົນ ຊຶ່ງເປັນ ບັນຫາໃຫຍ່ ທີ່ມີຂໍ້ ຂັດແຍ້ງ ທີ່ດິນກັນ ຢ່າງກວ້າງຂວາງ ໃນແຂວງ ຫລວງນ້ຳທາ ແລະ ໃນທົ່ວ ປະເທດ.

ເຣື່ອງຂໍ້ຂັດແຍ້ງ ທີ່ດິນ ເປັນບັນຫາໃຫຍ່ ແລະ ສັບສົນຢູ່ລາວ ປະຊາຊົນ ລາວ ໃນເຂດ ຊົນນະບົດ ບໍ່ມີ ໃບຕາດິນ ຄົບຖ້ວນ ຄັກແນ່ ເຖິງວ່າໄດ້ ຢູ່ອາສັຍ ແລະ ທຳມາຫາກິນ ຢູ່ໃນດິນ ຕອນນັ້ນ ມາເປັນເວລາ ດົນນານ ແລ້ວກໍຕາມ. ເມື່ອເວລາ ທີ່ທາງຣັຖບານ ຕ້ອງການ ທີ່ດິນ ເພື່ອ ການພັທນາ ຫລືເພື່ອໃຫ້ ສັມປະທານ ແກ່ນັກລົງທຶນ ຕ່າງປະເທດ ຣັຖບານ ກໍຈະຍຶດ ເອົາດິນ ຂອງ ປະຊາຊົນ ໄດ້ຢ່າງງ່າຍດາຍ ຖ້າໃຫ້ເງິນ ຄ່າຊົດເຊີຍ ກໍໃຫ້ພຽງ ເລັກນ້ອຍ.

ແນ່ນອນວ່າ ປະຊາຊົນ ກໍບໍ່ດີໃຈ ບາງຄອບຄົວ ບໍ່ຍອມໂຍກຍ້າຍ ແລະ ບໍ່ຍອມຮັບ ຄ່າຊົດເຊີຍ. ຕົວຢ່າງຢູ່ ແຂວງເຊກອງ ປະຊາຊົນ ບໍ່ຍອມຮັບ ຄ່າຊົດເຊີຍ ຈາກບໍຣິສັດ ປູກກາເຟ ຈາກ ສິງກະໂປ ແລະ ກໍຂໍທີ່ດິນ ຂອງ ພວກເຂົາເຈົ້າຄືນ.

ທີ່ຜ່ານມາ ຊາວບ້ານ ກໍໄດ້ປະທ້ວງ ຂື້ນໄປຫາ ສະພາແຫ່ງຊາດ ແລະ ຊາວບ້ານ ເຈັດຄົນ ກໍຖືກຈັບ ຈົນເຖິງ ປັດຈຸບັນ ກໍຍັງບໍ່ທັນ ສາມາດ ຕົກລົງ ແກ້ໄຂ ກັນໄດ້ ແນວໃດເທື່ອ.

ນັກຊ່ຽວຊານ ກ່ຽວກັບ ທີ່ດິນ ຕ່າງປະເທດ ໃຫ້ຂໍ້ສັງເກດວ່າ ອີກບໍ່ດົນ ປະຊາຊົນລາວ ຈະກາຍເປັນຄົນ ທີ່ບໍ່ມີ ທີ່ດິນ ບໍ່ມີບ່ອນຢູ່ ແລະ ບໍ່ມີບ່ອນ ເຮັດນາ ເພາະດິນ ສ່ວນຫລາຍ ຖືກຈັບຈອງ ໝົດແລ້ວ. ສ່ວນນຶ່ງ ແມ່ນ ຣັຖບານ ໃຫ້ສັມປະທານ ແກ່ນັກລົງທຶນ ຕ່າງປະເທດ ເພື່ອປູກ ຢາງພາຣາ ສ້າງເຂື່ອນ ໄຟຟ້າ ຂຸດຄົ້ນ ແຮ່ທາຕ ແລະ ອີກສ່ວນນຶ່ງ ເຈົ້າໜ້າທີ່ ຜູ້ມີ ອິດທິພົນ ກໍຈັບຈອງ ໄປເປັນຂອງ ສ່ວນຕົວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard