ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ວຸທິສະພາໄທສືບຕໍ່ ຕ້ານເຂື່ອນໄຊຍະບູຣີ
Anonymous

Date:
ວຸທິສະພາໄທສືບຕໍ່ ຕ້ານເຂື່ອນໄຊຍະບູຣີ
Permalink   
 
ວຸທິສະພາໄທສືບຕໍ່ ຕ້ານເຂື່ອນໄຊຍະບູຣີ

F-Neewat-Roykeo.jpg

ໃນວັນທີ 15 ພຶສຈິກາ 2012 ທີ່ ຣັຖສະພາໄທ ໃນບາງກອກ ສະມາຊິກ ວຸທິສະພາໄທ ຮວມທັງ ຊາວໄທ ລຸ່ມ ແມ່ນໍ້າຂອງ ແລະ ສະມາຊິກ ຈາກ ອົງການ ຮັກສາ ສີ່ງແວດລ້ອມ ໄດ້ເປີດ ກອງປະຊຸມ ເພື່ອສືບຕໍ່ ຄັດຄ້ານ ການສ້າງ ເຂື່ອນ ໄຊຍະບຸຣີ.

ທ່ານ ນິວັດ ຣ້ອຍແກ້ວ ຕົວແທນ ເຄື່ອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນ້ຳຂອງ ກ່າວກ່ຽວກັບ ກອງປະຊຸມ ນັ້ນວ່າ:

“ພວກເຮົາ ຢາກບອກວ່າ ເຣື່ອງແມ່ນ້ຳຂອງ ນີ່ແລະ ເຣື່ອງເຂື່ອນນີ່ ມັນຈະຕ້ອງ ເກີດຂໍ້ຂັດແຍ້ງ ກັນແນ່ນອນ ລໍຖ້າເບິ່ງ ຂ້າພະເຈົ້າຄິດ ວ່າ ໃນຂະນະນີ້ ແມ່ນ້ຳຂອງ ຖືກ ຣັຖປະຫານ ຕັ້ງແຕ່ວັນທີ່ 7 ເດືອນ ພຶສຈິກາ ດ້ວຍຣັຖບານລາວ ຣັຖບານໄທ ຮ່ວມມືກັບ ກຸ່ມນາຍທຶນ ຂອງໄທ.”

ທ່ານ ນິວັດ ອະທິບາຍວ່າ ເຂື່ອນ ໄຊຍະບຸຣີ ຈະພາໃຫ້ເກີດ ຂໍ້ຂັດແຍ້ງ ເພາະເຂື່ອນ ຈະມີຜົນກະທົບ ຂ້າມຊາດ ປະຊາຊົນ ໄທ ກຳພູຊາ ແລະ ວຽດນາມ ຈະໄດ້ຮັບ ຜົນກະທົບ ຈາກເຂື່ອນ ດັ່ງກ່າວ ຢ່າງບໍ່ຕ້ອງ ສົງສັຍ.

ໃນຂະນະດຽວກັນ ທ່ານ ສຸຣະຈິດ ຊິຣະເວດ ສະມາຊິກ ສະພາສູງ ຂອງໄທ ຊຶ່ງຢູ່ໃນ ຄະນະ ກັມມະການ ຊັພຍາກອນ ທັມມະຊາດ ກໍໄດ້ສະແດງ ຄວາມ ເປັນຫ່ວງ ຢ້ານເຂື່ອນ ໄຊຍະບຸຣີ ຈະທຳຣາຍ ແຫລ່ງອາຫານ ຂອງ ປະຊາຊົນ ຫລາຍສິບ ລ້ານຄົນ. ດັ່ງທ່ານໄດ້ກ່າວ ໃນຕອນນຶ່ງວ່າ:

“ເຂື່ອນ ຈະປ່ອຍນ້ຳລົງ ຕາມຄວາມ ຕ້ອງການ ຂອງມະນຸດ ຢູ່ ແຕ່ກຸ້ງຫອຍ ປູປາບໍ່ກ່ຽວ ຈະຕາຍ ຫາຍສາບສູນ ແນວໃດກໍຕາມ ເຫດການນັ້ນ ຈະທຳຣາຍ ຄວາມໝັ້ນຄົງ ທາງອາຫານ ຂອງຊາວໄທ ຊຶ່ງເຄີຍປະສົພ ມາແລ້ວ ຈາກເຂື່ອນ ສອງແຫ່ງຄື ເຂື່ອນເຈົ້າພຣະຍາ ແລະ ເຂື່ອນ ປາກມູນ”.

ຫລັງຈາກ ຣັຖບານລາວ ວາງສີລາລຶກ ເລີ້ມສ້າງເຂື່ອນ ໄຊຍະບຸຣີ ເມື່ອອາທິດ ທີ່ແລ້ວ ຣັຖບານໄທ ແລະ ວຽດນາມ ກໍປະກາດວ່າ ບໍ່ຄັດຄ້ານ ສ່ວນ ກຳພູຊາ ນັ້ນ ຍັງມິດຢູ່.

__________________
Anonymous

Date:
Permalink   
 
Anonymous wrote:

 ອັນນີ້ ຄວາມເຫັນ ຂອງ ຂ້ອຍເອງ, ໃນເມື່ອປະເທສໄທຍເອງ ກໍ່ເປັນປະເຫຕ ທີ່ ຮັ່ງມີ, ປະເທສລາວ ເປັນ ປະເທສ ທີ່ ທຸກຈົນ, ໃນເມ່ືອ ບໍ່ຫຢາກໄຫ້ ລາວ ສ້າງ ເຄ່ືອນ, ບໍຍາກ ວຽດນາມ, ຂະເມນ, ແລະ ໄທຍ; ກໍ່ ພາກັນ ອອກ ເງິນ ເສັຍຊ່ວຍ ໄຫ້ ລາວ ປີ ລະ 500.00 ລ້ານ ໂດລາ ຕໍ່ປີ ຕະຫລອດໄປ, ແລ້ວ ປັນຫາ ມັນ ກໍ່ຈະຈົບໄປດ້ວຍດີ ໃນເມື່ອ ຫມົດທົ່ວໂລກ ບໍ່ຫຢາກ ໄຫ້ ເກົາຫລີເຫນືອ ອົດຕາຍ ແລະບໍ່ ຫຢາກ ໄຫ້ ສ້າງ ໂຮງງານ ນິວຄະເລັຍ ທົ່ວໂລກ ກໍ່ໄດ້ ອອກເງິນ ແລະ ອາຫານ ໄຫ້ ເປັນຫັຍງ ວຽດນາມ ຂະເຫມັນ ແລະ ໄທຍ ຈຶ່ງ ຊີເຮັດຕາມທົ່ວໂລກ ບໍ່ໄດ້? ນອກຈາກ ວ່າ ເປັນປະເທສ ທີ່ ເຫັນແກ່ຕົວ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard