ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວຖືກປິດບັງເຣື່ອງ ນັກໂທດການເມືອງ
Anonymous

Date:
ຊາວລາວຖືກປິດບັງເຣື່ອງ ນັກໂທດການເມືອງ
Permalink   
 


ຊາວລາວຖືກປິດບັງເຣື່ອງ ນັກໂທດການເມືອງ

ຄົນລາວ ຜູ້ນຶ່ງ ເວົ້າວ່າ ປະຊາຊົນ ລາວ ສ່ວນຫລາຍ ບໍ່ຮູ້ ຄັກແນ່ວ່າ ມີນັກໂທດ ການເມືອງ ຍັງຖືກ ກັກຂັງ ຢູ່ໃນ ສປປລາວ.

ຍ້ອນວ່າ ສື່ມວນຊົນ ຂອງລາວ ແມ່ນ ພັກ-ຣັດ ຄຸ້ມຄອງ ຈື່ງບໍ່ກ້າ ອອກຂ່າວ ກ່ຽວກັບ ບັນຫາ ດັ່ງກ່າວ. ດັ່ງຄົນລາວ ຜູ້ນັ້ນ ເວົ້າວ່າ:

“ມັນກໍອາດຈະມີ ແຕ່ວ່າມັນ ກໍບໍ່ຈະແຈ້ງ ເພາະວ່າ ຢູ່ເມືອງລາວ ມັນກໍບໍ່ຮູ້ ວ່າ ມັນຈະເປັນໄປ ແນວໃດ ແຕ່ວ່າມັນ ກໍອາດຈະມີ ເພາະວ່າ ໜັງສືພິມ ໜັງສື ຂ່າວ ວິທຍຸ ໂທຣະທັດ ສ່ວນຫລາຍ ກໍບໍ່ຢາກອອກ ປານໃດ ເຣື່ອງນີ້ ຢ່າງວ່າ ນະໂຍບາຍ ຂອງຣັຖບານ ເຮົາ ເຂົາບໍ່ຢາກໃຫ້ ເວົ້າເຖິງ ບັນຫານີ້ ເພາະວ່າ ເພິ່ນພະຍາຍາມ ໂຄສະນາ ວ່າ ປະເທດເຮົາ ເປັນປະເທດ ທີ່ມີ ຄວາມສງົບດີ ມີສະເຖັຍຣະພາບ ທາງດ້ານ ການເມືອງ”.

ຄົນລາວ ຜູ້ນີ້ເວົ້າອີກວ່າ ພວກທີ່ບໍ່ເຫັນດີ ເຫັນພ້ອມກັບ ຣັຖບານ ກໍມີຢູ່ໃນ ສັງຄົມລາວ ແຕ່ພວກເຂົາ ບໍ່ສາມາດຄັດຄ້ານ ຢ່າງເປີດແປນໄດ້ ພຽງເວົ້າຈົ່ມກັນ ໃນວົງແຄບໆ ເທົ່ານັ້ນ.

ກ່ອນຈະເປີດ ກອງປະຊຸມ ສຸດຍອດ ເອເຊັຍ-ຢູໂຣບ ຫລື ອາເຊັມ ທີ່ນະຄອນຫລວງ ວຽງຈັນ ອົງການ ສິດທິມະນຸດ ສາກົນ ໄດ້ອອກຖແລງການ ຮຽກຮ້ອງ ໃຫ້ ຣັຖບານລາວ ປ່ອຍຕົວ ນັກໂທດ ການເມືອງ ຕົວຢ່າງ ສະຫະພັນ ນານາຊາດ ເພື່ອ ສິດທິມະນຸດ ແລະ ປະຊາທິປະໄຕ ໄດ້ຮຽກຮ້ອງ ໃຫ້ ຣັຖບານລາວ ປ່ອຍຕົວ ນັກຮຽນ ນັກສຶກສາລາວ ທີ່ພະຍາຍາມ ປະທ້ວງ ຣັຖບານ ແລະ ຖືກຈັບເມື່ອປີ 1999 ແລະ 2009. ເຊັ່ນດຽວກັນ ອົງການ ນິຣະໂທດກັມ ສາກົນ ກໍຮຽກຮ້ອງ ໃຫ້ບັນດາ ຜູ້ນຳຢູໂຣບ ກົດດັນ ຣັຖບານລາວ ໃຫ້ປ່ອຍຕົວ ນັກໂທດ ຈິດສຳນຶກ ທີ່ຮຽກຮ້ອງ ໃຫ້ມີ ປະຊາທິປະໄຕ ແລະ ຖືກຈຳຄຸກ ເປັນເວລາ ຫລາຍປີມາແລ້ວ ຢູ່ລາວ.

ສ່ວນຜູ້ນໍາ ຢູໂຣບເອງ ຄື ທ່ານ Herman van Rompuy ກໍໄດ້ຍົກບັນຫາ ການຣະເມີດ ສິດທິມະນຸດ ຢູ່ລາວ ຂື້ນມາຫາລື ກັບ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ສປປລາວ ເມື່ອ ວັນອາທິດ ວັນທີ່ 4 ເດືອນ ພຶສຈິກາ 2012 ມື້ນຶ່ງກ່ອນ ເປີດກອງປະຊຸມ ອາເຊັມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard