ປັດຈຸບັນ, ການເຄ່ືອນຍ້າຍ ແຮງງານ ເປັນບັນຫາຫນ່ຶງ ທີ່ມີແນວໂນ້ມ ຈະສູງຂຶ້ນ ໂດຍສະເພາະ ການເຄ່ືອນຍ້າຍ ແຮງງານ ຈາກ ຊົນນະບົດ ສູ່ຕົວເມືອງ, ຈາກເມືອງ ສູ່ແຂວງ ແລະ ຈາກແຂວງ ໄປສູ່ຕ່າງປະເທດ, ມີທັງ ການເຄ່ືອນຍ້າຍ ແບບຖືກຕ້ອງ ແລະ ບໍ່ຖືກຕ້ອງ. ແມ່ຍິງເປັນກຸ່ມ ທີ່ມີຄວາມສ່ຽງສູງ ໃນຂະບວນ ການເຄ່ືອນຍ້າຍ ແຮງງານ ແລະ ຕົກເປັນເຫຍ່ືອ ຂອງ ຂະບວນການ ຄ້າມະນຸດ ກໍມີຫລາຍ.
ທ່ານ ປະສົງ ວົງຄໍາຈັນ, ຮອງຫົວຫນ້າ ກົມພັທນາສີມື ແຮງງານ ແລະ ຈັດຫາງານ ໄດ້ກ່າວວ່າ ປັດຈັຍ ທີ່ຊຸກຍູ້ໃຫ້ມີການ ເຄ່ືອນຍ້າຍ ແຮງງານ ສ່ວນຫລາຍ ແມ່ນຄວາມທຸກຍາກ, ບໍ່ມີວຽກເຮັດ ງານທຳ ແລະ ບໍ່ມີລາຍໄດ້. ສະພາບ ແວດລ້ອມ, ຄວາມຮຸນແຮງ ໃນ ຄອບຄົວ, ຄວາມຕ້ອງການ ຢາກປັບປຸງ ຄຸນນະພາບ ຊີວິດ ແລະ ອ່ືນໆ ກໍເປັນປັຈຈັຍ ເຊັ່ນກັນ.
ຈາກຜົນ ການສໍາຣວດ ກູ່ມຄົນທີ່ ເຄ່ືອນຍ້າຍ ຄັ້ງຫລ້າສຸດ ເມ່ືອບໍ່ດົນມານີ້ ເຫັນວ່າ ມີແຮງງານ ເຄ່ືອນຍ້າຍ ທີ່ເປັນເພດຍິງ ມີປະມານ 54% ໃນທ່ົວປະເທດ ຊ່ຶງໃນນີ້, ປະມານ 80-90% ເປັນແຮງງານ ປະຈໍາ ຢູ່ໂຮງງານ ຕັດຫຍິບ, ຮ້ານອາຫານ ແລະ ຮ້ານບັນເທີງ ຕ່າງໆ.
ແຫລ່ງຂ່າວ ຈາກກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ແຈ້ງໃຫ້ຊາບວ່າ ພ້ອມໆກັນນີ້, ສປປລາວ ພວມປະເຊີນກັບ ບັນຫາ ຄົນຕ່າງປະເທດ ເຂົ້າມາເຄ່ືອນໄຫວ ເຮັດວຽກ ຢ່າງຫລວງຫລາຍ. ໃນນັ້ນ ປະມານ 30% ເຂົ້າມາແບບ ບໍ່ຖືກຕ້ອງ ຕາມຣະບຽບ, ບໍ່ມີການຂຶ້ນ ທະບຽນ ຢ່າງ ຖືກຕ້ອງ ຕາມກົດຫມາຍ.
ຜ່ານການຮິບໂຮມ ບັນຊີແຮງງານ ຕ່າງປະເທດ, ເຫັນວ່າ ມີປະມານ 54.000 ກວ່າຄົນ ຊ່ຶງໃນນີ້, ໄດ້ຂຶ້ນທະບຽນ ຢ່າງຖືກຕ້ອງ ປະມານ 39.000 ກວ່າຄົນ ແລະ ບໍ່ໄດ້ຂຶ້ນ ທະບຽນ ປະມານ 14.000 ກວ່າຄົນ ຫລື ປະມານ 30%. ກະຊວງ ດັ່ງກ່າວ ຍັງໄດ້ແຈ້ງ ໃຫ້ຊາບອີກວ່າ ທີ່ຜ່ານມາ, ອົງການ ຄຸ້ມຄອງແຮງງານ ຮວມທັງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ພຍາຍາມ ແກ້ໄຂບັນຫາ ດ່ັງກ່າວ, ແຕ່ຍ້ອນກົນໄກ ການຄຸ້ມຄອງ ແຮງງານ ຍັງບໍ່ທັນ ເປັນຣະບົບ ຈ່ຶງເຮັດໃຫ້ມີ ຄວາມຫຍຸ້ງຍາກ ແລະ ບໍ່ມີ ປະສິດທິຜົນ ເທ່ົາທີ່ຄວນ. ສະນັ້ນ, ປາກົດການ ແບບນີ້ ຄົງຈະແກ່ຍາວ ຕໍ່ໄປອີກ.