ການສຶກສາ ໃນເຂດ ຫ່າງໄກ ສອກຫລີກ ຍັງຕ້ອງການ ການຊ່ອຍເຫລືອ ຂັ້ນພື້ນຖານ ເປັນຕົ້ນແມ່ນ ຫ້ອງຮຽນ, ນາຍຄຣູ ແລະ ອຸປກອນ ການຮຽນ ຕ່າງໆ ຢ່າງຫລວງຫລາຍ. ຈະເຣີນສຸຂ ມີຣາຍງານ ມາສເນີທ່ານ.
ການພັທນາ ການສຶກສາ ຂອງ ສປປລາວ ຍັງມີຄວາມ ແຕກໂຕນ ກັນ ຢ່າງຫລວງຫລາຍ ຣະຫວ່າງ ຕົວເມືອງ ແລະ ຊົນນະບົດ ໃນຂະນະທີ່ ຢູ່ຕົວເມືອງນັ້ນ ມີໂຮງຮຽນ ຖືກສ້າງຂຶ້ນ ຫລາຍໆແຫ່ງ, ຊຶ່ງສ່ວນນຶ່ງ ມາຈາກການ ປະກອບສ່ວນ ຂອງ ພາກ ເອກຊົນ ແລະ ການຊ່ອຍເຫລືອ ຈາກນາງໆຊາຕ, ສ່ວນໃນເຂດ ຊົນນະບົດ ນັ້ນ, ຫລາຍໆເມືອງ ໃນເຂດ ຫ່າງໄກ ສອກຫລີກ ຍັງຂາດແຄນ ຫ້ອງຮຽນ, ຄຣູສອນ ແລະ ອຸປກອນ ການຮຽນ ຂັ້ນພື້ນຖານຢູ່.
ທາງກະຊວງ ສຶກສາທິການ ແລະ ກິລາ ກໍມີ ນະໂຍບາຍ ພັທນາ ແລະ ສົ່ງເສີມ ການສຶກສາ ໃນເຂດ ຊົນນະບົດ ເພື່ອໃຫ້ ເດັກນ້ອຍ ນັກຮຽນ ໃນເຂດ ຫ່າງໄກສອກຫລີກ ສາມາດ ອ່ານອອກຂຽນໄດ້ ແລະ ຢ່າງນ້ອຍ ໃຫ້ຈົບ ຊັ້ນປະຖົມ. ເຖິງຢ່າງໃດ ກໍຕາມ, ນະໂຍບາຍ ດັ່ງກ່າວ ຍັງປະສົບ ອຸປສັກ ຕ່າງໆນາໆ ເນື່ອງຈາກວ່າ ການປະຕິບັດ ນະໂຍບາຍ ຍັງຂາດ ປັດໃຈ ສຳຄັນ ຫລາຍໆຢ່າງ ເປັນຕົ້ນແມ່ນ ງົບປະມານ, ອຸປກອນ ການສຶກສາ, ບຸຄລາກອນ ແລະ ການເອົາໃຈໃສ່ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ.ນຶ່ງໃນຈຳນວນ ຫລາຍໆ ໂຮງຮຽນ ທີ່ຂາດແຄນ ສ່ວນປະກອບ ດ້ານການສຶກສາ ໃນເຂດ ຊົນນະບົດ ນັ້ນ ກໍແມ່ນ ໂຮງຮຽນ ມູນປະຖົມ, ບ້ານ ພຣະບາດມອນ, ເມືອງສິງ, ແຂວງ ຫລວງນ້ຳທາ. ໂຮງຮຽນ ດັ່ງກ່າວ ມີແຕ່ຊັ້ນ ອະນຸບານ ຮອດ ປ. 2 ເນື່ອງຈາກວ່າ ບໍ່ມີຫ້ອງຮຽນ ແລະ ຄຣູສອນ ພຽງພໍ, ຊຶ່ງ ປັຈຈຸບັນ ກໍມີຄຣູສອນ ພຽງຄົນດຽວ. ຖ້າຈະເວົ້າແລ້ວ ກໍບໍ່ເຖິງຂັ້ນ ທີ່ຈະເອີ້ນ ເປັນໂຮງຮຽນໄດ້ ເນື່ອງຈາກວ່າ ມີພຽງ ຫ້ອງຮຽນດຽວ ທີ່ມຸງ ແລະ ແອ້ມດ້ວຍໄມ້ໄຜ່ ແລະ ຫ້ອງຮຽນ ກໍບໍ່ໜາແໜ້ນ, ໃນເວລາ ທີ່ຟ້າລົມ ຝົນຕົກ ນັກຮຽນ ກໍບໍ່ສາມາດ ນັ່ງຮຽນ ໃນຫ້ອງຮຽນໄດ້. ທ່ານ ຍອດ ລໍວັນໄຊ, ທີ່ ເປັນຄຣູສອນ ພຽງຜູ້ດຽວ ໃນໂຮງຮຽນ ມູນປະຖົມ ກ່າວເຖິງ ຄວາມຕ້ອງການ ດ້ານການ ຊ່ອຍເຫລືອ ໃນຕອນນຶ່ງ ວ່າ:
“ຕ້ອງການ ໂຮງຮຽນໃໝ່ ອຸປກອນ ກໍຂາດເຂີນ ຫລາຍ. ຍາມຝົນນີ້ ຝົນຕົກໜ້ອຍ ກໍເຂົ້າໄດ້, ຄັນຝົນຕົກແຮງນີ້ ກະເຂົ້າບໍ່ໄດ້, ຄັນຕົກແຮງ ເຂົາກະແລ່ນ ເມື່ອເຮືອນ ໝົດແຫລ໋ະ.”
ນອກຈາກນັ້ນແລ້ວ, ການສິດສອນ ກໍຍິ່ງ ເປັນພາລະ ຫລາຍຂຶ້ນຕື່ມ ເນື່ອງຈາກວ່າ ນັກຮຽນ ສ່ວນຫລາຍ ກໍແມ່ນ ເດັກນ້ອຍ ຊົນເຜົ່າ, ຊຶ່ງການສອນ ກໍຕ້ອງໃຊ້ ພາສາ ຊົນເຜົ່າ ແລະ ພາສາລາວ ລຸ່ມ ຄຽງຄູ່ກັນໄປ.
“ສັພພາສາ ລາວ ນີ້ເນາະ ກ. ໄກ່ ກະຕ້ອງໄດ້ໃຊ້ ພາສາ ອາຄ່າ ນ໋າ ໄກ່ ເຂົາເອີ້ນ ‘ນາຈິ໋’ ໃຊ້ພາສາລາວ ໄປນຳໃຊ້ພາສາ ອາຄ່າ ໄປນຳ ປົນກັນ. ຄັນເຮົາໃຊ້ ແຕ່ພາສາລາວ ພາສາ ອາຄ່າ ບໍ່ໃຫ້ໃຊ້ນິ ຂະເຈົ້າ ກະບໍ່ຮູ້ເດ໋.”
ນອກຈາກ ໂຮງຮຽນ ມູນປະຖົມ ບ້ານ ພຣະບາດມອນ ແລ້ວ, ຍັງມີຫລາຍໆ ໂຮງຮຽນ ໃນເຂດ ຫ່າງໄກ ສອກຫລີກ ທີ່ຄອງຄອຍ ການຊ່ອຍເຫລືອ ຈາກພາກສ່ວນ ທີ່ກ່ຽວຂ້ອງ ທ້ອງຖິ່ນ, ຂັ້ນແຂວງ ແລະ ກະຊວງສຶກສາ ໄປສຳຣວດ ຕິດຕາມເບິ່ງ ຄວາມຕ້ອງການ ໃນສະພາບ ຄວາມເປັນຈິງ.
ກ່ຽວກັບ ການຂາດແຄນ ສ່ວນປະກອບ ດ້ານການສຶກສາ ໃນເຂດ ຊົນນະບົດ ຖືວ່າ ເປັນທີ່ຮັບຮູ້ ໃນສັງຄົມ ແລະ ເຄີຍຖືກ ນຳຂຶ້ນຫາລື ໃນກອງປະຊຸມ ສະພາ ແຫ່ງຊາຕ ສມັຍສາມັນ ເທື່ອ 2 ຊຸດທີ 7 ດັ່ງ ດຣ. ພັນຄຳ ວິພາວັນ, ຣັຖມົນຕຣີ ກະຊວງ ສຶກສາທິການ ແລະ ກິລາ ກ່າວໃນຕອນນຶ່ງ ວ່າ:
“ສະພາບຕົ້ນຕໍ ຂອງ ການສຶກສາ ແມ່ນການ ຂຍາຍຕານ່າງ ການສຶກສາ ໄປສູ່ເຂດ ຊົນນະບົດ ຫ່າງໄກສອກຫລີກ ຊັກຊ້າ. ອັນນີ້ ຜູ້ແທນ ຫລາຍທ່ານ ຊິຮູ້ ຫລາຍບ່ອນ ບໍ່ມີໂຮງຮຽນ, ບໍ່ທົ່ວເຖິງ, ມີຫລາຍບ່ອນ ບໍ່ມີໂຮງຮຽນ ຫລື ມີໂຮງຮຽນ ແຕ່ພັດ ບໍ່ມີ ຄຣູສອນ. ເຮັດໃຫ້ເດັກນ້ອຍ ໃນເກນອາຍຸ ເຂົ້າຮຽນ ບໍ່ໄດ້ຮຽນ ຍັງມີຫລາຍ.”
ນະໂຍບາຍ ພັທນາ ການສຶກສາ ໃນເຂດ ຊົນນະບົດ ຂອງ ກະຊວງ ສຶກສາທິການ ຮວມທັງ ການສ້າງ ໂຮງຮຽນ ຊົນເຜົ່າ ໃນບັນດາ ແຂວງຕ່າງໆ ເພື່ອໃຫ້ເດັກນ້ອຍ ຊົນເຜົ່າ ແລະ ຜູ້ທີ່ ດ້ອຍໂອກາດ ໄດ້ມີໂອກາດ ຮ່ຳຮຽນ. ພ້ອມກັນນັ້ນ ກໍມີແຜນການ ຝຶກອົບຮົມ ແລະ ສົ່ງເສີມ ຂະເຈົ້າ ກັບຄືນໄປພັທນາ ເຂດທ້ອງຖິ່ນ ຂອງພວກຕົນ.
ພວກເຮົາ ມີໂຮງຮຽນ ກິນນອນ ຊົນເຜົ່າ ຢູ່ບັນດາ ແຂວງ ນັກຮຽນ ທີ່ດ້ອຍໂອກາດ ນັກຮຽນຊົນເຜົ່າ ນັກຮຽນ ຜູ້ທຸກຍາກ ພວກເຮົາ ພະຍາຍາມ ເຕົ້າໂຮມ ມາຮຽນຢູ່ນີ້. ພາຍຫລັງ ຈົບການ ສຶກສາແລ້ວ ກະພຍາຍາມ ສົ່ງເສີມ ໃຫ້ຂະເຈົ້າ ໄດ້ຮຽນຕໍ່ຂຶ້ນ ແຕ່ວ່າ ມັນຍັງມີກົນໄກ ອັນນຶ່ງ ທີ່ມັນຍັງ ຄ້າງຄາ ດຽວນີ້ ລະແມ່ນ ຣະຫວ່າງ ການອຸດໜຸນ ເງິນເບັ້ຽລ້ຽງ ຂະເຈົ້າ ແຕ່ທາງ ກະຊວງສຶກສາ ໄດ້ຕົກລົງແລ້ວ ດຽວນີ້. ຈິດໃຈ ຂອງອັນນີ້ ແມ່ນວ່າ ເຮົາຢາກເອົາ ເດັກນ້ອຍ ດ້ອຍໂອກາດ ນັ້ນ ມາຮຽນ. ຮຽນລະກະ ໃນເບື້ອງຕົ້ນ ຫັ້ນ ຊຸກຍູ້ ໃຫ້ຂະເຈົ້າ ກັບຄືນໄປ ພັທນາ ທ້ອງຖິ່ນ ດິນນາ ຂອງຂະເຈົ້າ.”
ພ້ອມດຽວກັນນັ້ນ, ມະຫາວິທຍາລັຍ ຕ່າງໆ ກໍເປີດໂອກາດ ໃຫ້ນັກຮຽນ ຈາກ ເມືອງທຸກຍາກ ໄດ້ເຂົ້າຮຽນ ໂດຍທີ່ບໍ່ໄດ້ ຜ່ານຂັ້ນຕອນ ຄັດເລືອກ ທີ່ສັບສົນ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ ພວກຂະເຈົ້າ. ເຖິງປານນັ້ນ ກໍຕາມ, ສະພາບຄອບຄົວ ຂອງນັກຮຽນ ຊົນເຜົ່າ ບາງຄົນ ຍັງບໍ່ທັນ ເອື້ອອຳນວຍ ຄວາມສະດວກ ໃຫ້ຂະເຈົ້າ ເນື່ອງຈາກວ່າ ທາງຄອບຄົວ ຍັງຕ້ອງການ ແຮງງານ ຂອງລູກໆ ໃນການ ເຮັດໄຮ່ເຮັດນາ ແລະ ປູກຝັງຕ່າງໆ ຊ່ອຍເຫລືອ ຄອບຄົວ.
ໂຮງຮຽນ ຊົນເຜົ່າ ແຂວງຄຳມ່ວນ, ກໍແມ່ນນຶ່ງ ໃນຈຳນວນ ໂຮງຮຽນ ຊົນເຜົ່າ ໃນ ທົ່ວປະເທດ, ຊຶ່ງມີນັກຮຽນ ປະມານ 400 ກ່ວາຄົນ, ມີ 10 ຊັ້ນຮຽນ, ຄື ຊັ້ນປະຖົມ ຕັ້ງແຕ່ ປ. 3 ຮອດ ປ. 5 ແລະ ມັທຍົມ ຕັ້ງແຕ່ ມ. 1 ຮອດ ມ. 7. ເດັກນ້ອຍ ທີ່ມາຮຽນນັ້ນ ມີທັງ ເດັກນ້ອຍ ກໍາພ້າ, ກໍາພອຍ ແລະ ຜູ້ດ້ອຍໂອກາດ. ເຖິງຢ່າງໃດ ກໍຕາມ, ໂຮງຮຽນ ດັ່ງກ່າວ ຍັງຕ້ອງການ ການຊ່ອຍເຫລືອ ຫລາຍໆຢ່າງ ດັ່ງທ່ານ ອິນສອນ ລັດທະຈັກ, ຜູ້ອໍານວຍການ ໂຮງຮຽນ, ກ່າວວ່າ:
“ໂດຍສະເພາະ ອັນນຶ່ງ ລະແມ່ນ ອຸປກອນ ການຮຽນ, ອຸປກອນ ກິລາ, (ເປັນເຣື້ອງ ອາຫານນີ້ເດ ຄົບຢູ່ເບາະ ພໍຢູ່ເບາະ?) ດຽວນີ້ ມັນກະຄົບ ຢູ່ໃນ 5 ໝູ່ຫັ້ນລະ, ຖືວ່າ ຊ່ຳນີ້ ກະພໍ ພໍໄດ້ແກ້ ແຕ່ຊິໃຫ້ພໍ ຈົນວ່າ ເຫລືອ ກະບໍໍ່ເຫລືອດອກ ເພາະວ່າ ຄົນມັນຫລາຍ (ເຣື້ອງເຄື່ອງນຸ່ງ ຂອງຖືນີ້ເດ) ເຄື່ອງນຸ່ງ ຂອງຖືນີ໋ ແຕ່ລະປີ ເຮົາກໍໄດ້ ຂໍທຶນນຳ ຣັຖບານ ໄປຈັດຊື້ ໃຫ້ພວກ ນັກຮຽນ ເຂົາມາເຂົ້າໃໝ່. ນອກຈາກນັ້ນ ກະມີ ສັງຄົມ ມາຊ່ອຍ, ຢູ່ ນະຄອນ ດູບ໋າຍ ກະມາຊ່ອຍ, ຢູ່ຝຣັ່ງກະມີ, ຢູ່ສວິດເຊີແລນ ກະມາຊ່ອຍ ສ້າງ ສຸຂສາລາ. (ເຣື້ອງນາຍຄຣູນີ໋ເດ ມີຄົບຢູ່ເບາະ?) ນາຍຄຣູນີ໋ ຄົບກະຄື ບໍ່ຄົບ, ກະຂາດ ຄຣູສອນ ວິຊາເລກ. ດຽວນີ້ ເຮົາຂຍາຍ ມ. 7 ຄຣູ ເຮົາກະຍາກ.”
ນອກຈາກ ໂຮງຮຽນ ຊົນເຜົ່າ ທີ່ຣັຖບານ ໃຫ້ການ ສນັບສນູນ ແລ້ວ, ກໍຍັງມີ ໂຮງຮຽນ ໃນເຂດ ຊົນນະບົດ ຫລາຍໆແຫ່ງ ທີ່ຍັງບໍ່ທັນໄດ້ ຮັບການ ຊ່ອຍເຫລືອ ຢ່າງທົ່ວເຖິງ, ຊຶ່ງຜ່ານມາ ກໍມີສ່ວນ ບຸກຄົນ ແລະ ອົງການ ຈັດຕັ້ງ ຂອງຊາວລາວ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ ຈາກ ສະຫະຣັຖ ອາເມຣິກາ, ການາດາ, ຝຣັ່ງເສດ ແລະ ອັອສເຕຣເລັຍ, ແລະ ອົງການ ຈັດຕັ້ງ ນາໆຊາຕ ໄດ້ຍື່ນມື ເຂົ້າໄປຊ່ອຍເຫລືອ ເທົ່າທີ່ຊ່ອຍໄດ້ ເປັນຕົ້ນແມ່ນ ການຣະດົມທຶນ ເພື່ອສ້າງໂຮງຮຽນ ໃນເຂດຊົນບົດ ແລະ ການນຳເອົາ ອຸປກອນ ການສຶກສາ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງກິລາ ໄປແຈກຍາຍໃຫ້ນັກຮຽນ ເຫລົ່ານັ້ນ.