Memorial Day ຫລື ວັນໃຫ້ກຽດແລະລະນຶກເຖິງພວກທະ ຫານທີ່ສະລະຊີບເພື່ອຊາດຂອງສະຫະລັດ ໄດ້ລິເລີ້ມສະຫລອງ ກັນມາແຕ່ປີ 1866 ຫລັງຈາກ ສົງຄາມກາງເມືອງ ທີ່ຮ້ອງວ່າ Civil War ຈາກປີ 1861 ຫາ 1865. ເວລານັ້ນ ສະຫະລັດ ຢູ່ ພາຍໃຕ້ການປົກຄອງຂອງ ປະທານາທິບໍດີ Abraham Lincoln ປະທານາທິບໍດີຄົນທີ່ 16 ຂອງ ສະຫະລັດ ຊຶ່ງໄດ້ເກີດມີສົງຄາມ ຂັດແຍ້ງກັນລະຫວ່າງຝ່າຍເໜືອ ແລະຝ່າຍໃຕ້ ຍ້ອນຝ່າຍໃຕ້ບໍ່ ເຫັນດີໃຫ້ປົດປ່ອຍຄົນດໍາ ທີ່ເປັນຂ້າທາດນັ້ນ ເປັນອິດສະລະ ຍ້ອນສາເຫດດັ່ງກ່າວນີ້ ຢູ່ໃນສະຫະລັດ ຈຶ່ງໄດ້ເກີດມີການລົບ ເລວກັນເອງ ທີ່ພາໃຫ້ມີຄົນລົ້ມຫາຍຕາຍໄປເຖີງ 620,000 ຄົນ. ຫລັງຈາກສົງຄາມກາງເມືອງໄດ້ສີ້ນສຸດລົງ ໂດຍທີ່ຝ່າຍເໝືອໄດ້ ຮັບໄຊຊະນະ ແລະຂ້າທາດຄົນຜີວດຳ ໄດ້ຖືກປົດປ່ອຍໃຫ້ເປັນ ອິດສະລະ ຕັ້ງແຕ່ນັ້ນມາ. ເພື່ອລະນຶກເຖິງບັນດາທະຫານທີ່ເສຍຊີວິດຢູ່ໃນສົງຄາມດັ່ງກ່າວ ຈຶ່ງໄດ້ມີການຈັດຕັ້ງ ວັນໃຫ້ກຽດລະນຶກເຖິງຜູ້ສະລະຊີບເພື່ອຊາດຂື້ນມາ ຊຶ່ງໃນສະໄໝນັ້ນ ເອີ້ນວ່າ ວັນຕົກແຕ່ງເອ້ຢ້ອງ ຫລື Decoration Day ຊຶ່ງພວກແມ່ຍິງພາກັນເອົາດອກໄມ້ ໄປເອ້ໄວ້ຢູ່ຂຸມຝັງສົບຂອງສະມາຊິກຄອບຄົວ ທີ່ເສຍຊີວິດໄປໃນສົງຄາມກາງເມືອງ. ຫລັງຈາກສົງຄາມໂລກຄັ້ງທີ່ນຶ່ງ ວັນຕົກແຕ່ງຂຸມຝັງສົບທະຫານສົງຄາມກາງເມືອງ ຫລື Decoration Day ຈຶ່ງໄດ້ກາຍມາເປັນ Memorial Day ຫລື ວັນໃຫ້ກຽດແລະລະນຶກ ເຖິງທະຫານ ທີ່ເສຍຊີວິດໄປໃນທຸກໆສົງຄາມ ຊຶ່ງແມ່ນວັນຈັນ ອາທິດທີ 4 ຫລືອາທິດ ສຸດທ້າຍຂອງເດືອນພຶດສະພາ. ແຕ່ວ່າ ລັດຖະສະພາສະຫະລັດ ບໍ່ໄດ້ອອກກົດໝາຍ ຈົນເຖິງປີ 1971 ໃຫ້ເປັນວັນພັກລາດຊະການ ທີ່ຕິດຕໍ່ກັນເປັນວັນພັກທ້າຍສັບປະດາ ຍາວສາມມື້ ຄືວັນເສົາ ອາທິດ ແລະຈັນ ຂອງທ້າຍເດືອນພຶດສະພາທຸກໆປີ. ໃນໂອກາດ ນີ້ ປະຊາກອນອາເມຣິກັນຕ່າງກໍພາກັນຫ້າງຫາ ເດີນທາງໄປພັກຜ່ອນຢູ່ຕາມແຄມທະເລ ຊຸມແຊວປິກນິກຢູ່ຕາມສວນສາທາລະນະ ໄປນອນປ່າ ຢ້ຽມຢາມຍາດຕິພີ່ນ້ອງ ແລະຊຸມ ແຊວກັນຢູ່ຕາມບ້ານເຮືອນຂອງໃຜລາວ. ຕົກມາເຖິງປີ 1988 ວັນໃຫ້ກຽດລະນຶກເຖິງ ຜູ້ສະລະຊີບເພື່ອຊາດໄດ້ກາຍມາເປັນວັນຮຽກ ຮ້ອງໃຫ້ ລັດຖະບານ ສະຫະລັດ ຮັບຮູ້ ແລະຊ່ວຍເຫລືອນັກໂທດຢູ່ໃນສົງຄາມ ທີ່ຍັງຫາຍ ສາບສູນ ແລະຍັງຖືກກັກຂັງໄວ້ນັ້ນ. ສໍາລັບນັກຫລົບເກົ່າກຸ່ມນຶ່ງທີ່ຈັດຕັ້ງກັນຂື້ນແລະເອີ້ນ ວ່າ Rolling Thunder ແຕ່ລະປີມີ ບັນດາອະດີດທະຫານຜ່ານເສິກແລະປະຊົນອາເມຣິກັນ ພາກັນຂີ່ລົດຈັກ ໂມໂຕໄຊ ປະມານ 90,000 ຄັນຢ່າງມືດຟ້າມົວຝົນມາເຕົ້າໂຮມກັນຢູ່ລັດ Virginia ຊຶ່ງຢູ່ຟາກນຶ່ງຂອງ ແມ່ນໍ້າ Potomac ແລ້ວຂ້າມຂົວເຂົ້າມາຍັງ ຖະໜົນຫລວງ Constitution Ave ໃນນະຄອນຫລວງ ວໍຊິງຕັນ ດີ.ຊີ.
“ຂ້າພະເຈົ້າຊື່ Ron Nowell ມາຈາກ Cape Neddic, Maine ຂ້າພະເຈົ້າ ໄດ້ປະກອບສ່ວນໃນຂະບວນຟ້າຮ້ອງລັ່ນມາຕັ້ງແຕ່ ເລີ້ມຕົ້ນ 1988. ຂ້າພະເຈົ້າເປັນ ທະຫານຜ່ານເສິກ ຫວຽດນາມ ຈາກປີ 1967ຫາ 1968 ເປັນເວລາ 9 ເດືອນ ແລະ 5 ວັນ. ຫວຽດນາມ ເປັນບ່ອນທີ່ງາມທີ່ສຸດ ແລະກໍເປັນບ່ອນອັນຕະລາຍ ທີ່ສຸດ ເທົ່າທີ່ຂ້າພະເຈົ້າ ເຄີຍເຫັນມາ. ໃນຊ່ວງເວລາລົບ ທີ່ຮ້າຍ ແຮງທີ່ສຸດ ຮ້ອງວ່າ Tet Offensive ຫລືວ່າການໂຈມຕີໃນຍາມ ບຸນປີໃໝ່ ຫລື ບຸນ Tet ນັ້ນ ຂ້າພະເຈົ້າ ໄດ້ຖືກຍິງສອງຄັ້ງ ຫລັງ ຈາກນັ້ນ ຂ້າພະເຈົ້າ ໄດ້ກັບຄືນມາບ້ານ ແລະກັບຄືນໄປຮຽນຕໍ່. ເຖິງຢ່າງໃດກໍດີ ສົງຄາມໄດ້ຜ່ານພົ້ນໄປກວ່າສາມທົດສະວັດແລ້ວ ສະຫະລັດ ແລະ ຫວຽດນາມໄດ້ຟື້ນຜູກສໍາພັນທະໄມຕີກັນຄືນໃໝ່. ຄວາມຈິງແລ້ວ ປັດຈຸບັນນີ້ ລູກ ສາວຂອງຂ້າພະເຈົ້າ ກໍກໍາລັງເຮັດວຽກຢູ່ໃນອົງການສະຫງວນຮັກສາສັດປ່າຂອງ ໂລກ ຢູ່ທີ່ ລາວ ຫວຽດນາມ ແລະກໍາປູເຈຍ.”