ກົນໄກການປະຕິບັດນະໂຍບາຍ ຍົກເວັ້ນພາສີ-ອາກອນ ໃຫ້ບັນດາໂຄງການຕ່າງໆ ຍັງເປັນກົນໄກທີ່ບໍ່ສະເໝີພາບ ຍັງບໍ່ເຂັ້ມງວດ ຈຶ່ງເກີດມີຊ່ອງຫວ່າງໃຫ້ຜູ້ໄດ້ຮັບນະໂຍບາຍ ສວຍໃຊ້ໂອ ກາດຫາຜົນປະໂຫຍດອັນບໍ່ຊອບທຳ ຈາກນະໂຍບາຍດັ່ງກ່າວ.
ໂດຍສະເພາະໃນມາດຕາ 52 ທີ່ກຳນົດນະໂຍບາຍດ້ານພາສີ-ອາກອນວ່າ:
ນ້ຳມັນເຊື້ອໄຟທຸກປະເພດ ບໍ່ໄດ້ຮັບ ການຍົກເວັ້ນພາສີ-ອາກອນ; ສຳລັບພາຫະນະ ໃຫ້ຍົກເວັ້ນສະເພາະພາຫະນະຮັບໃຊ້ການຜະລິດໂດຍກົງເທົ່ານັ້ນ ສ່ວນພາຫະນະບໍລິຫານ ຕ້ອງເສຍພາສີ-ອາກອນຕາມລະບຽບ ກົດໝາຍ
ແຕ່ໃນຕົວຈິງລາຍການສິນຄ້າດັ່ງກ່າວ ໄດ້ມີການຍົກເວັ້ນຢ່າງຫລວງຫລາຍ ເຮັດໃຫ້ລາຍຮັບພາສີຈາກການນຳເຂົ້ານ້ຳມັນເຊື້ອໄຟ ມີທ່າອຽງຫລຸດລົງຢ່າງຕໍ່ເນື່ອງ ຍ້ອນ ເກີດມີບັນຫາປ້ຳນ້ຳມັນແຫ່ງຕ່າງໆ ບໍ່ຊື້ນ້ຳມັນຈາກບໍລິສັດທີ່ນຳເຂົ້າແບບຖືກຕ້ອງ ແລະ ເສຍພາສີຄົບຖ້ວນ ໂດຍຫັນໄປຊື້ນ້ຳມັນນຳໂຄງ ການລົງທຶນຕ່າງໆ ທີ່ບໍ່ໄດ້ເສຍພາສີ-ອາກອນ ເພາະມີລາຄາຖືກກວ່າ.
ຂະນະທີ່ການຄຸ້ມຄອງ ອະນຸມັດມູນຄ່າໂຄງການຍັງບໍ່ຮັດກຸມ, ປະລິມານວັດຖຸອຸປະກອນ ທີ່ນຳໃຊ້ໃນໂຄງການຍັງຄຸ້ມຄອງບໍ່ໄດ້ ເຊັ່ນ: ໂຄງການກໍ່ສ້າງເສັ້ນທາງ 10 ກິໂລແມັດ ຕ້ອງໃຊ້ນ້ຳມັນເທົ່າໃດ, ນ້ຳມັນປະເພດໃດ
ໃນຕົວຈິງຄວາມຕ້ອງການອາດມີພຽງ 100.000 ລິດ ແຕ່ພັດກຳນົດວ່າ 1 ລ້ານລິດ ຫລື ຫລາຍກວ່ານັ້ນ.