ນະໂຍບາຍຂອງແກວ ເພື່ອຍຶດຄອງລາວ ໃຫ້ສຳເຣັດ
ສັນຍາມິຕພາບແບບພິເສດ ລາວ ແລະ ວຽດນາມ , ລົງວັນທີ 18 ກໍຣະກົດ (07) 1977 ຢູ່ ວຽງຈັນ , ຣະ ຫວ່າງ ສະຫາຍ ຟາມ ວັນດົງ ແລະ ໄກສອນ ພົມ ວິຫານ , ເພື່ອມອບ ປະ ເທດຊາດແລະອຳນາດ ທຸກ ດ້ານ ຂອງລາວ
ໃຫ້ວຽດນາມ ຄອບ ຄອງ ເພື່ອຕອບແທນ ບຸນຄຸນ ທີ່ ວຽດ ນາມ ໄດ້ມາຍຶດອຳນາດໃຫ້ ເມື່ອວັນທີ 02 ທັນວາ (12) 1975, ນັບແຕ່ມື້ນັ້ນມາ ປະເທດຊາດອັນແສນຮັກ ຂອງ ພວກເຮົາ
ໄດ້ປົກຄອງ ແບບຜະເດັດການໂດຍ ມີພັກ ການ ເມືອງ ພັກດຽວ, ເຮັດໃຫ້ປະຊາຊົນຕົກທຸກໄດ້ຍາກ ຂາດສິດ ເສຣີພາບ , ປະເທດຊາດລ້າຫລັງ ໄດ້ຕົກຢູ່ໃນ ຈຳນວນ ປະເທດ ດ້ອຍພັທນາ ແລະ ທຸກ ຍາກທີ່ສຸດໃນໂລກ. ຈົນຮອດປະບັດນີ້
ສັນຍາວຽງຈັນ ລົງວັນທີ 21 ກຸມພາ (02) 1973 ກ່ຽວກັບການຟື້ນຟູສັນຕິພາບແລະປະຕິບັດ ຄວາມຖືກຕ້ອງ ປອງດອງຊາດທີ່ເຊັນກັນຣະຫວ່າງ “ຟ່າຍຣັຖບານວຽງຈັນ“ ແລະ “ຟ່າຍປະເທດລາວ“, ເປັນສັນຍາຢຸດຍິງ ແລະ ແລກ ປ່ຽນນັກໂທດ ເຮັດໃຫ້ລາວໂຮມກັນເປັນເອກພາບເຂົ້າຢູ່ໃນວົງ ສາຄນະຍາດດຽວກັນ, ເພື່ອຮ່ວມກັນ ສ້າງສາ ປະເທດແລະຕ້ານທານການຮຸກຮານຂອງປະເທດເພື່ອນບ້ານ, ຈັດໃຫ້ມີການເລືອກຕັ້ງແລະສ້າງຕັ້ງຣັຖບານແຫ່ງ ຊາດ ; ເປັນສັນຍາທີ່ເຮັດໃຫ້ ປະຊາຊົນທັງຊາດ ມີຄວາມຫວັງແລະຊື່ນຊົມດີໃຈ. ແຕ່ສັນຍານີ້ ໄດ້ຖືກທຳລາຍ ຢຽບ ຍ່ຳ ໂດຍ ການຣັຖປະຫານຂອງ “ຟ່າຍປະເທດລາວ“ ນຳພາໂດຍ “ພັກຄອມມຸນິດວຽດນາມ“ ເມື່ອວັນທີ 02 ທັນວາ (12) 1975 ເພື່ອນຳເອົາລະບອບຜະເດັດການ “ມາກ-ເລນິນ“ ມາປົກຄອງແລ້ວສະຖາປະນາລາວ ເປັນ “ສາທາ ລະນະລັດປະຊາທິປະໄຕປະຊາຊົນລາວ“ , ເພື່ອເຮັດໃຫ້ລາວ,ຂເມັນແລະແກວ ເຂົ້າເປັນສະຫະພັນອິນດູຈີນ, ທີ່ ຂື້ນກັບ ”ຮາໂນຍ” ຕາມພິໄນກັມຂອງ ໂຮຈິມິນ . ຕັ້ງແຕ່ມື້ນັ້ນມາ ຊາວລາວຈຳນວນແສນກວ່າຄົນໄດ້ຖືກສົ່ງໄປ ”ຄຸກ ສັມນາ ສັພທຸກ” ແລະອີກ 5 ແສນຄົນ ໄດ້ອົພຍົບອອກຈາກປະເທດ ຢ່າງ ຫນ້າສົມເພດເວທນາ , ມີການລົ້ມຫາຍ ຕາຍຈາກກັນເກືອບແສນ ຄົນ, ແລະໄດ້ປະລະ ລູກເມັຽ ນາງຫມ້າຍແລະລູກກຳພ້າໄວ້ຫລາຍຫມື່ນຄົນ