ເບື່ອເດະຫົນທາງບ້ານເຮົາ... 10 ປີກ່ອນແນວໃດ. ປະຈຸບັນກະຄືແນວນັ້ນ
ປັນຫາຄືສື່ມວນຊົນບໍ່ມີບົດບາດ
ໃຈຄວາມກະຄື ຜູ້ໃຫຍ່ບໍ່ເຫັນຄວາມສຳຄັນຂອງຄົນອື່ນເທົ່າທີ່ຄວນ ເຊັ່ນ: ນັກສື່ສານມວນຊົນ ນັກວິຊາການ
ຄັນຢູ່ປະເທດຈະເລີນ ຄື ຈີນ ໄທ ຍີ່ປຸ່ນ ເຂົາຈະຕ້ອງໃຫ້ສື່ມວນຊົນເຮັດວຽກ ໂດຍການເຊີນນັກວິຊາການ ຜັງເມືອງ ແລະ ຂົວທາງ ອອກມາໃຫ້ຄວາມຮູ້ ແລະຫຼັກການວິຊາການ
ເພື່ອເປັນການໃຫ້ກຽດແກ່ບຸກຄົນນັ້ນໆ ແລະ ເພື່ອເປັນການໃຫ້ຄວາມຮູ້ແກ່ສັງຄົມໄປພ້ອມໆກັນ ມີແຕ່ໄດ້ກັບໄດ້ ແຖມຍັງເປັນການປະຈານໜ້າຄົນເຮັດວຽກບໍ່ໄດ້ ຢ່າງແນບນຽນ
ວຽກງ່າຍໆສ່ຳນີ້ເພິ່ນກະບໍ່ຍອມເຮັດ
ປັນຫາໃດກະຄືກັນບ້ານເຮົາ ແພດໝໍ ກະຄືກັນ ເວົ້າກັນ ສິບເທື່ອ ຊາວເທື່ອ ກະຄືເກົ່າ
ເມື່ອຍ ເດ ປູ່ເຍີຍ່າເຍີ
ເປັນແນວໃດຜົນປະກົດອອກມາຂອງບຸກຄະລາກອນຂອງຊາດທີ່ບໍ່ໄດ້ຜ່ານການຮຽນ
ແບບສົມບູນແລະມີມາດຕະຖານການສຶກສາທີ່ໄດ້ມາເຊິ່ງການຮ່ຳຮຽນດ້ວຍຕົນເອງ.
ຜູ້ທີ່ມີໜ້າທີ່ການງານບໍ່ວ່າທາງດ້ານໃດໆທີ່ມີກຽດແລະໜ້າຕາ ພິເສດແມ່ນທຸກຊ່ອງ
ທາງທີ່ກອບໂກຍເງິນໄດ້ແມ່ນລ້ວນແລ້ວແຕ່ເປັນລູກຫລານ, ເຄືອຍາດຂອງຜູ້ມີອຳ
ນາດແລະອິດທິພົນທາງການເມືອງ ແລະການທະຫານທີ່ບໍ່ມີລະດັບການສຶກສາທີ່ສົມ
ຄວນກຳໜ້າທີ່ການງານນັ້ນໆ ຈຶ່ງເປັນຕົ້ນເຫດໃຫ້ທີ່ມາຂອງຄວາມຫຼົ້ມເຫຼວ ຂາດປະ
ສິດທິພາບ ແລະຂາດຄຸນນະພາບທາງດ້ານການກໍ່ສ້າງໃຫ້ຖືກຕ້ອງຕາມຫຼັກວິຊາການ
ທີ່ທາງມະຫາວິທະຍາໄລໄດ້ສິດສອນ, ເພາະລູກຫຼານ, ເຄືອຍາດຂອງຜູ່ມີອຳນາດແລະ
ອິດທິພົນທີ່ກຳໜ້າທີ່ການງານທີ່ຂຶ້ນຊື່ວ່າເປັນນັກວິຊາວະກອນນັ້ນບໍ່ໄດ້ຜ່ານຫ້ອງຮຽນ
ຂອງຂະແໜງການທີ່ຈະກ້າວເຂົ້າສູ່ຫຼັກສູດຂອງນັກວິຊາວະກອນໂຕຈິງ ພຽງແຕ່ອາໄສ
ບາລະມີຊື່ສຽງຂອງພໍ່ແມ່ແລະເຄືອຍາດເຂົ້າໄປດຳລົງຕຳແໜ່ງທີ່ຕົນເອງບໍ່ໄດ້ຮ່ຳຮຽນມາ.
ມີລູກຫຼານແລະເຄືອຍາດຂອງປະຊາຊົນຄົນທຳມະດາທີ່ບໍ່ມີມູນເຊື້ອເຮັດການປະຕິວັດ
ຊຶ່ງໄດ້ຮັບການສຶກສາວິຊາຊີບຂອງນັກວິຊາວະກອນຈາກມະຫາວິທະຍາໄລຕ່າງປະເທດ
ໃນການສ້າງທາງແລະຖໍ່ລະບາຍນ້ຳແລະຜັງເມືອງມາໂດຍກົງ ແຕ່ບໍ່ມີໂອກາດໄດ້ຮັບຕຳ
ແໜ່ງຫຼືວຽກງານທີ່ຕົນເອງໃຊ້ເວລາເຖິງ 5-6 ປີຮຽນເອົາວິຊານັ້ນມາ. ແຕ່ກົງກັນຂ້າມ
ກັບລູກຫຼານ ເຄືອຍາດຂອງຜູ້ມີອຳນາດທີ່ບໍໄດ້ຜ່ານການຮຽນວິຊາສະເພາະນັ້ນມາຈາກ
ມະຫາໄລຕ່າງປະທດແຕ, ໄດ້ຮັບໜ້າທີ່ການງານນັ້ນແບບປະຕິຫານ. ເບິ່ງການກໍ່ສ້າງ
ເສັ້ນທາງຫຼືຖະໜົນເສັ້ນຕ່າງໆໃນລາວບໍ່ວ່າຈະຢູ່ໃນເມືອງ ຊົນນະບົດ ແລະຖະໜົນສາຍ
ຂົນສົ່ງລະຫວ່າງແຂວງ ແລະອອກສູ່ຕ່າງປະເທດແມ່ນເຮັດທາງປີ້ນກັນໝົດ. ໂດຍສະ
ເພາະການສ້າງຖະໜົນໃນເມືອງ ນັກວິຊາວະກອນຫົນທາງຂອງລາວແມ່ນສ້າງຖະໜົນ
ກ່ອນການສ້າງຖໍ່ລະບາຍນ້ຳ (Sewer systems) ຕາມຂອບຂ້າງຂອງຖະໜົນ, ຢູ່ຕ່າງ
ປະເທດເຫັນແຕ່ເຂົາສ້າງຖໍ່ລະບາຍນ້ຳກ່ອນສ້າງຫົນທາງ. ການປູຢາງກໍບໍ່ເຮັດໄປຕາມ
ນັກວິຊາວະກອນວາງອອກມາ ຍ້ອນມີການ ຄໍຣັບຊັນ ຈາກຜູ່ຮັບເໝົາ ແລະຜູ້ກວດກາ
( Inspector ). ບໍຣິສັດກວດກາຢູ່ຕ່າງປະເທດເຂົາເອົາຈິງເອົາຈັງ ມີຮອດເຄື່ອງຈັກເຈາະ
ໜ້າຖະໜົນລົງຈົນເຖິງພື້ນດິນເພື່ອສັນລະສູດເບິ່ງຄວາມໜາແໜ້ນຂອງຢາງຫຼືເບຕົງ
ທີ່ປູລົງໄປນັ້ນໄດ້ມາດຕະການດັ່ງນັກວິຊາວະກອນວາງອອກມານັ້ນຫຼືບໍ່? ຖ້າສ້າງຖະໜົນ
ກ່ອນຖໍ່ລະບາຍນ້ຳ ບໍລິສັດກວດກາຈະສັ່ງມ້າງຖະໜົນຖີ້ມທັນທີເພາະເຮັດບໍ່ຖືກຫຼັກການ.
ຖະໜົນຢູ່ເມືອງລາວທຸກໆເສັ້ນສາຍແມ່ນບໍ່ໄດ້ມາດຕະຖານຂອງຄວາມໜາແໜ້ນແລະ
ຕ້ານທານກັບຄວາມໜັກຂອງລົດບັນທຸກຕ່າງໆ ເພາະຕົວຢ່າງ: ທາງໃຫ້ປູຢາງ 3 ຊັ້ນ ແລະ
ຊັ້ນລະ 12 ເຊັນ ແຕ່ບໍລິສັດຮັບເໝົາແລະ ກວດກາຕີຫົວເຂົ້າກັນເພື່ຶຍັກຍອກເງິນລັດ ຄື
ປູຢ່າງ 3 ຊັ້ນໆ ລະ 8 ເຊັນ, ພາກັນກິນໄປແລ້ວສະເພາະເງິນທີ່ລັດຈ່າຍໄປໃນລາຄາ 12 ເຊັນ.
ນີ້ລະຄືສ່ວນນຶ່ງທີ່ເປັນກໍລະນີຖະໜົນຫົນທາງຢູ່ເມືອງລາວສຳລຸດສຸດໂຊມລົງດ້ວຍສອງບັນຫາ
ຄື: ນັກວິຊາວະກອນບໍ່ມີລະດັບ ແລະ ຄໍຣັບຊັນ.
ບັນຫາລອງລົງມາກໍແມ່ນການ ຄໍຣັບຊັນ ທີ່ເຮັດໃຫ້ການກໍ່ສ້າງຖະໜົນຫົນທາງເກີດສຳ
ລຸດສຸດໂຊມລົງພາຍຫຼັງບໍ່ເທົ່າໃດເດືອນຫຼັງຈາກສຳເລັດການກໍ່ສ້າງ.
ເບິ່ງຊ່ອຍແດ່ ອັນນີ້ແມ່ນເສັ້ນທາງຈາກຜົ້ງສາລີບ້ານຂ້ອຍເຂົ້າໄປຈີນແມ່ນເປັນ
ແບບນີ້ໄປສຸດທາງຈົນຮອດເສັ້ນຊາຍແດນ ປານັ້ນເຈົ້າແຂວງປະກາດບອກປະຊາ
ຊົນວ່າ ຮາຍເວ ວ່າຊັ້ນ. ທາງເສັ້ນນີ້ສ້າງມາແຕ່ປີ 2003 ພຸ້ນ ບໍ່ເຫັນມາລາດຢາງ
ຈັກເທື່ອ ມີແຕ່ເຈົ້າແຂວງແລະໂຍທາແຂວງປ່ຽນຝຽນກັນລົງມາຕົວະປະຊາຊົນ
ວ່າຈະລາດຢ່າງມາຮອດ 10ປີ ແລ້ວ ບໍ່ເຫັນເກີດຈັກເທື່ອ ມີແຕ່ຕົວະກັບຕົວະ.
Anonymous wrote:ເບິ່ງຊ່ອຍແດ່ ອັນນີ້ແມ່ນເສັ້ນທາງຈາກຜົ້ງສາລີບ້ານຂ້ອຍເຂົ້າໄປຈີນແມ່ນເປັນແບບນີ້ໄປສຸດທາງຈົນຮອດເສັ້ນຊາຍແດນ ປານັ້ນເຈົ້າແຂວງປະກາດບອກປະຊາຊົນວ່າ ຮາຍເວ ວ່າຊັ້ນ. ທາງເສັ້ນນີ້ສ້າງມາແຕ່ປີ 2003 ພຸ້ນ ບໍ່ເຫັນມາລາດຢາງຈັກເທື່ອ ມີແຕ່ເຈົ້າແຂວງແລະໂຍທາແຂວງປ່ຽນຝຽນກັນລົງມາຕົວະປະຊາຊົນວ່າຈະລາດຢ່າງມາຮອດ 10ປີ ແລ້ວ ບໍ່ເຫັນເກີດຈັກເທື່ອ ມີແຕ່ຕົວະກັບຕົວະ.
ຄັນຈະປູຢາງແລະສ້າງຖນົນໃຫ້ແໜ້ນໜາຖາວອນແລະໄດ້ມາຕະຖານນັ້ນ
ຈະບໍ່ມືແນວໄປຕໍ່ຮອງຂໍທານສະແຕກແດກຫ່າເງິນນຳຕ່າງປະເທດອີກ, ດັ່ງ
ນັ້ນບໍ່ວ່າຖນົນຈະຢູ່ໃນຕົວເມືອງຫລວງແລະເມືອງໃຫຍ່ຕ່າງໆ ພ້ອມກັບຖນົນ
ຣະຫວ່າງແຂວງຕໍ່ແຂວງເມືອຕໍ່ເມືອງແລະເສັ້ນທາງອອກສູ່ຕ່າງປະເທດ ພວກ
ຣັຖະບານລາວຈະບໍ່ຫົວຊາວ່າຜູ້ຮັບເໝົາກໍ່ສ້າງນັ້ນຈະສ້າງໄດ້ມາຕະຖານຫລືບໍ່?
ຖ້າສ້າງໄດ້ມາຕະຖານກໍຈະໝົດສິ່ງອ້າງອິງໄປຂໍທານນຳຕ່າງປະເທດມນຂັ້ນຕໍ່ໄປ.