ເຫດຜົນທີ່ ຂພຈ ຕັ້ງຫົວຂໍ້ກໍເພາະວ່າ ເມື່ອສັງເກີດປະເທດທີ່ເຂົາກຳລັງພັດທະນາ ແລະ ພັດທະນາແລ້ວ ນັກວິຊາການ ທີ່ອິດສະລະ ຫລື ສັງດັດ ນັກຮຽນຮູ້ ປັນຍາຊົນ ແມ່ນອົງປະກອບໜຶ່ງທີ່ສຳຄັນ
ເພື່ອຂັບເຂື່ອນ ຊີ້ທາງອອກໃຫ້ແກ່ສັງຄົມ ຕໍ່ກັບບັນຫາ ບໍ່ວ່າຈະເປັນເລຶ້ອງການເມືອງ ເສດຖະກິດ ສັງຄົມ ແລະ ອື່ນໆ ດ້ວຍຖະແຫລງຫານ ບົດຄວາມ ສຳມະນາ ຄຳເຫັນຜ່ານສື່...ເຫລົ່ານີ້ ແມ່ນໄດ້
ຫ່າງຫາຍໄປ ໂດຍສະເພາະຈາກສະຖາບັນການສຶກສາຫລັກຂອງປະເທດ ເຊັ່ນ ມຊ ສະຖາບັນການເມືອງການປົກຄອງແຫ່ງຊາດ ເປັນຕົ້ນ, ຫລາຍຄົນຈົບ ດຣ ມາ ທັງຈາກປະເທດຕາເວັນຕົກ ເສລີນິຍົມ
ແບະ ສັງຄົມນິຍົມ ຈາກສະບັນດັ່ງໆ ເມື່ອພົບພໍ້ ບັນຫາທີ່ເຫັນວ່າໜ້າຈະຂັດຕໍ່ ຫລັກທິດສະດີ ຫລັກການ ກໍຄວນຮວມຕົວກັນ ຄົ້ນຄວ້າ ມີຄຳເຫັນແດ່ບໍ, ສ່ວນຫລາຍຫລີກລ້ຽງ ທີ່ຈະມີຄຳເຫັນ ມິດງຽບໄປ
ເມື່ອດົນນານໄປ ສະໜອງທີ່ບໍ່ໄດ້ຝຶກແອບໃຊ້ດຸໆ ມັນກໍເປັນອຳມະພາດ ໃຊ້ການບໍ່ໄດ້.
ປັດໄຈທີ່ເຮັດໃຫ້ເປັນເຊັ່ນນີ້ ໜຶ່ງຍ້ອນວ່າ ຂາດສື່ທີ່ເປັນອິດສະຫລະ ເພາະສື່ກໍຖືກຄວບຄຸມ ສ່ວນເອັນຈີໂອກໍຖືກຄວຍຄຸມຕິດຕາມ ມີເສັ້ນແບ່ງໃຫ້ອັນໃດເຮັດໄດ້ເຮັດບໍ່ໄດ້, ແຕ່ຢ່າງໜ້ອຍ ນັກວິຊາການ
ປັນຍາຊົນ ກໍຄວນກ້າຫານທາງຈະລິຍະທຳ ຄືກ້າທີ່ຈະໃຊ້ຄວາມເຊື່ອ ຄວາມຮູ້ທີ່ຕົນມີ ຊ່ວຍກູ້ວິກິດໃຫ້ແກ່ສັງຄົມ ເພື່ອຊີ້ນຳສັງຄົມໄປໃນທາງທີ່ຖືກຕ້ອງ