ການຈັດຕັ້ງປະຕິບັດນະໂຍບາຽ 3 ສ້າງ ຂອງກົມການເມືອງ ສູນກາງພັກ ປະຊາຊົນປະຕິວັດລາວ ພາຽໃຕ້ການນໍາພາຂອງ ທ່ານ ຈູມມະລີ ໄຊຍະສອນ ຍັງປະສົບກັບບັນຫາການຂາດປະສິດທິພາບ ໃນການປະຕິບັດຕົວຈິງໃນທຸກໆດ້ານ ເຖິງແມ່ນນະໂຍບາຍດັ່ງກ່າວ ຈະເປັນແນວ ທາງໃນການພັທນາ ທີ່ສອດຄ່ອງກັບສະພາບຕົວຈິງຂອງລາວ ຄືສຸມໃສ່ການພັທນາເຂດຊົນນະບົດໃຫ້ເຂັ້ມແຂງ ໂດຽສະເພາະແມ່ນການຜລິດ ສະບຽງອາຫານ ໃຫ້ພຽງພໍກັບຄວາມຕ້ອງການ ແລະ ເພີ່ມການຜລິດເປັນສິນຄ້າໃຫ້ຫຼາຍຂຶ້ນ ແຕ່ການຈັດຕັ້ງປະຕິບັດຕົວຈິງ ຊໍ້າພັດບໍ່ເປັນຄື ແນວນັ້ນ ຍ້ອນງົບປະມານມີຈໍາກັດຫຼາຍ ແລະທັງເປັນບັນຫາຄ້າງຄາຕົ້ນຕໍ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ສູນກາງພັກ ປະຊາຊົນ ປະຕິວັດລາວ ຜູ້ຂໍສງວນຊື່ທ່ານນຶ່ງ ຕໍ່ຜູ້ສື່ຂ່າວ ເອເຊັຍເສຣີ ເມື່ອທ້າຍສັປດາຜ່ານມາ. ທ່ານວ່າ:
"ຢາກໃຫ້ຂັ້ນເທິງນີ້ເບິ່ງຕື່ມ ງົບປະມານນີ້ລະ ບັນຫາຕົ້ນຕໍ ວ່າພວກເຮົາ ໄດ້ໄປກໍານົດ ໄດ້ໄປເຊື່ອມຊືມ ໄດ້ໄປວາງແຜນ ໄດ້ເປັນໂຄງການ ແລ້ວ ແຕ່ວ່າການສນອງທຶນ ໃຫ້ແກ່ການພັທນາ ທ້ອງຖິ່ນນີ້ມັນກໍຍັງຊ້າ ເສັ້ນທາງກໍຫຍຸ້ງຍາກ ຈໍາກັດ ຫລາຍ ໃນຊ່ວງນີ້ກໍບໍ່ສາມາດ ເຂົ້າ ໄປຫາ ບ້ານເປົ້າໝາຍ ໄດ້ ຝົນຕົກດິນ ເຊາະເຈື່ອນ ອັນນີ້ແມ່ນບັນຫາ ທີ່ວ່າຫຍຸ້ງຍາກ ພາຍໃນເມືອງ".
ກົມການເມືອງສູນກາງພັກ ໄດ້ມີມະຕິໃຫ້ປະຕິບັດແຜນການຕາມນະໂຍບາຍ 3 ສ້າງ ຄື: ສ້າງແຂວງໃຫ້ເປັນຫົວໜ່ວຽຍຸທສາດ, ສ້າງເມືອງ ເປັນຫົວໜ່ວຽເຂັ້ມແຂງຮອບດ້ານ ແລະສ້າງບ້ານເປັນຫົວໜ່ວຍພັທນາຂອງພັກ ຢູ່ໃນພື້ນທີ່ເປົ້າໝາຍ 109 ບ້ານ ໃນ 51 ເມືອງ ຂອງ 17 ແຂວງທົ່ວປະເທສ ນັບຕັ້ງແຕ່ເດືອນ ຕຸລາ ປີ 2012 ເປັນຕົ້ນມາ.
ໃນແຜນການສົກປີ 2012-2013 ທີ່ຫາກໍສິ້ນສຸດລົງ ໃນທ້າຍເດືອນກັນຍາ ຜ່ານມານີ້ໄດ້ປະຕິບັດ 381 ໂຄງການ ແຕ່ຣັຖບາລລາວສາມາດ ຕອບສນອງງົບປະມານໄດ້ພຽງ 85.3 ຕື້ກີບ ສເລັ່ຍໂຄງການນຶ່ງໄດ້ພຽງ 223 ລ້ານເທົ່ານັ້ນອັນເຮັດໃຫ້ບໍ່ສາມາດທີ່ຈະບັນລຸເປົ້າໝາຍໄດ້.
ບັນຫາ 3 ສ້າງບໍ່ແມ່ນບັນຫາໄໝ່ໃນ ໂລກ, ຫຼາຍປະເທດໄດ້ທຳການຈັດຕັ້ງປະຕິບັດມາກ່ອນແລ້ວ, ແຕ່ອາດຈະເປັນເລື້ອງໄໝ່ໃນ ສປປລາວ. ມີຫຼາຍປະເທດເຂົາໄດ້ດຳເນີນການມາກ່ອນແລ້ວ ເຊັ່ນ ປະເທດວຽດນາມ ໄດ້ດຳເນີນການ ກ່ຽວກັບ ອຸດສະຫະກຳໄໝ່ ທັນສະໄໝ່ ມາແຕ່ປີ 1997 ພາຍຫຼັງ ທີ່ເຂົາໄດ້ ເຂົ້າ ອາຊຽນໄດ້ 2 ປີ, ນື່ງບ້ານ ນື່ງຜະລິດຕະພັນ ຍີ່ປຸ່ນໄດ້ ດຳເນີນການ ພາຍຫຼັງ ທີ່ຜ່ານແພ້ ສົງຄາມໂລກຄັ້ງທີ 2, ສ່ວນລາວເຮົາດຳເນີນການ ພໍແຕ່ເປັນຄຳເວົ້າ ແຕ່ບໍ່ໄດ້ສົ່ງເສີມຢ່າງຈິງຈັງ, ວຽກງານ 3 ສ້າງກໍ່ເໜືອນ ກັນ ນັ້ນແມ່ນລະບົບການວາງແຜນ ແຕ່ລຸ່ມຫາ ເທິງ ເຊີ່ງເມື່ອກ່ອນ ແມ່ນ ແຕ່ເທິງຫາລຸ່ມ ມັນຈື່ງມີບັນຫາ, ແຕ່ກ່ອນຈະເຮັດວຽກນີ້ໄດ້ ມັນຕ້ອງໄດ້ ກັບຄື້ນໄປເບີ່ງແນວທາງ 4ບຸກທະລຸ ທີ່ຫຼາຍປະເທດເຂົາເຮັດມາແລະ ປະສົບຜົນສຳເລັດ, ຖ້າປ່ຽນ ຈິນຕະນາການບໍ່ໄດ້ ກໍ່ຢ່າຫັວງເລີຍຈະໄປປ່ຽນ ເລື້ອງການພັດທະນາຊັບພະຍາກອນມະນຸດໄດ້ ຖ້າປ່ຽນຊັບພະຍາກອນມະນຸດບໍ່ໄດ້ ກໍ່ຢ່າຫັວງເລີຍ ຈະໄປປ່ຽນຮູບແບບການບໍລິຫານຈັດການ, ແລະກໍ່ຢ່າຄິດເລີຍວ່າຄວາມທຸກຈົນຈະຫຼຸດຜ່ານໄດ້ ມີ ພຽງແຕ່ ທິດສະດີ ແຕ່ບໍ່ມີ ພາກປະຕິບັດ
ນີ້ແລະໃຊ້ຄົນບໍ່ຖືກເປົ້າ, ຜູ້ຮຽນບໍ່ໄດ້ເຮັດ ຜູ້ເຮັດບໍ່ໄດ້ຮຽນ, ຮຽນແຕ່ທິດສະດີ ມີແຕ່ເວົ້າ ເຮັດບໍ່ເປັນ ເສັ້ນສາຍໃຫ່ຍ ໄດ້ເປັນຫົວໜ້າ, ຄາແຕ່ຕີບູນ, ຊູນແຕ່ນົມສາວນ້ອຍ, ດ້ອຍແຕ່ວິສະກີ້, ຂີ່ແຕ່ລົດຄັນງາມ, ຖາມຫາແຕ່ພໍ່ຄ້າ, ບ້າແຕ່ອຳນາດ, ຄາດແຜນການບໍ່ເປັນ, ແນມເຫັນແຕ່ຜົນປະໂຫຍດສ່ວນຕົວ, ບໍ່ຫົວຊານໍາປະຊາຊົນ, ຊອກຂຸດຄົ້ນແຕ່ປ່າໄມ້, ໄລ່ຂໍເງິນນໍາແຕ່ນາຍທຶນ, ຜືນລະບຽບກົດໝາຍ, ຊອກຂາຍແຕ່ດິນດອນຕອນຫ້ຍາ, ບໍ່ຫົວຊານໍາຜົນກະທົບທີ່ຈະຕາມມາ, ພັດທະນາແຕ່ສໍ້ລາດ ຍົກຕົນເອງວ່າສະຫຼາດ, ວາງມາດວ່າຮັກຊາດ, ແຕ່ຂາດລະບຽບວິໃນ, ສວຍໃຊ້ແຕ່ອຳນາດ, ອາຄາດຄົນມີຄວາມຮູ້, ຢືນຢູ່ແຕ່ຜູ້ດຽວ ບໍ່ຫຼຽວເບີ່ງເພື່ອນບ້ານ, ຄ້ານແຕ່ແນວຖືກ ຊອກແຕ່ຄົນກຶກມາເຮັດການ (ເຫັນດີ, ບໍ່ມີຄຳເຫັນ) ໂກງກິນກັນສະນັ່ນເມືອງ, ຫາເລື້ອງເງິນບໍ່ເຂົ້າຄັງ ສັງການຫັກຄ່າຄອງຊີບ ໜີບເງີນເດືອນພະນັກງານ,