ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: working and living in Laos
Anonymous

Date:
working and living in Laos
Permalink   
 


 

 

ທາຄຸ ໂມລິ: ຈາກຫ້ອງຄົວຍີ່ປຸ່ນ ສູ່ ທຸລະກິດສື່ໂຄສະນາໃນລາວTaku-Mori-1.jpg

 

Taku Mori

 

ຄາທຸ ໂມລິ ເດີນທາງມາລາວຄັ້ງທໍາອິດໃນຖານະຂອງນັກທ່ອງທ່ຽວເມື່ອສິບສອງປີກ່ອນ ປະຈຸບັນແມ່ນໄດ້ຕັ້ງຖິ່ນຖານຢູ່ ລາວ ແລະ ປະກອບອາຊີບໃນຫຼາຍບົດບາດໃນວົງການສິ່ງພິມ ແລະ ນັກຈັດກິດຈະກໍາ ລ່າສຸດເພິ່ນຍັງຮັບໜ້າທີ່ເປັນຜູ້ ຈັດການຍີ່ຫໍ້ ຫຼືວ່າ brand manager ໃຫ້ກັບ Yamaha ທີ່ i-Music. ນອກນັ້ນ ຍັງເຮັດວຽກກັບ Japan-Lao Cycling Club ໃນເວລາຫວ່າງອີກດ້ວຍ.

 ຈາກມື້ທີ່ໄດ້ເດີນທາງມາທ່ຽວລາວ (ເຊິ່ງເປັນສ່ວນໜຶ່ງຂອງການເດີນທາງທ່ອງທ່ຽວຫຼາຍໆປະເທດເມື່ອສິບສອງປີກ່ອນ) ຈົນຮອດມື້ນີ້ ທາຄຸໄດ້ຜ່ານຜ່າອຸປະສັກຫຼາຍຢ່າງ ແລະ ປັບຕົວມາບໍ່ໜ້ອຍ ຈົນເຮັດໃຫ້ການປະກອບອາຊີບຢູ່ລາວຂອງ ເພິ່ນດໍາເນີນມາໄດ້ເປັນຢ່າງດີ. ແລະ ນັ້ນບໍ່ແມ່ນຄວາມລັບເລີຍ ທາຄຸພ້ອມແບ່ງປັນກັບທ່ານຜູ້ອ່ານທຸກຄົນ. ຜູ້ປະກອບ ການໜ້າໃໝ່ ຫຼືວ່າ ນັກສຶກສາ ໂດຍສະເພາະສາຍສື່ສານມວນຊົນທີ່ສົນໃຈ ໜ້າຈະຕິດຕາມອ່ານໃຫ້ຈົບ.

 WLL: ທ່ານໂມລິ ຄືວ່າທ່ານເລີ່ມຕົ້ນອາຊີບດ້ວຍການເປັນພໍ່ຄົວເນາະ ພາຍຫຼັງທີ່ຮຽນຢູ່ໂຮງຮຽນແຕ່ງກິນເປັນ ເວລາສີ່ປີຢູ່ແຂວງ ໂທຍະມະ (ໃກ້ກັບທະເລຍີ່ປຸ່ນ ທີ່ມີຊື່ສຽງທາງດ້ານອາຫານທະເລ) ຂອງປະເທດຍີ່ປຸ່ນ. ທ່ານໄດ້ຮຽນ ຮູ້ການປະກອບອາຫານຍີ່ປຸ່ນ ອາຫານຈີນ ແລະ ອາຫານຝຣັ່ງ. ແຕ່ຫຼັງຈາກນັ້ນ ມັນເກີດຫຍັງຂຶ້ນ ທ່ານຈຶ່ງໄດ້ມາລົງ ເອີຍກັບທຸລະກິດສື່ໂຄສະນາຢູ່ລາວໄດ້?

 ທາຄຸ:ພາຍຫຼັງຮຽນຈົບແລ້ວ ຂ້ອຍເຮັດວຽກກັບໂຮງແຮມແຫ່ງໜຶ່ງ ທີ່ມີທັງຮ້ານອາຫານຍີ່ປຸ່ນ ແລະ ຮ້ານກາເຟ ແລະ ຮ້ານອາຫານໄທ ເປັນເວລາສີ່ປີ ຈາກນັ້ນ ຂ້ອຍກໍ່ຢາກຍ້າຍໄປເຮັດວຽກຢູ່ໂຕກຽວ ເພື່ອພັດທະນາທັກສະຂອງຕົນເອງ ແຕ່ຂ້ອຍກໍ່ໄດ້ຕັດສິນໃຈວ່າຢາກພັກຜ່ອນດ້ວຍການເດີນທາງທ່ອງທ່ຽວໄປຕ່າງ ປະເທດ. ການເດີນທາງຄັ້ງນັ້ນໃນປີ 2001 ນັ້ນມ່ວນຫຼາຍ ຂ້ອຍໄດ້ວາງແຜນວ່າຈະທ່ຽວບາດດຽວໄປຫຼາຍປະເທດເລີຍ ຕັ້ງແຕ່ປະເທດຈີນ ທິເບດ ອິນເດຍ ໄທ ແລ້ວກໍ່ຕໍ່ໄປເອີຣົບ.

 WLL: ໝາຍຄວາມວ່າ ທ່ານມາລາວໃນຖານະນັກທ່ອງທ່ຽວແທ້ໆແມ່ນບໍ່?

 ທາຄຸ:ແມ່ນແລ້ວ ຂໍຮັບເລີຍວ່າຍາມນັ້ນຍັງບໍ່ຮູ້ຈັກປະເທດລາວປານໃດ. ຕອນນັ້ນ ຂ້ອຍໄດ້ເດີນທາງຜ່ານປະເທດ ລາວເພື່ອຜ່ານໄປປະເທດໄທ ແລ້ວກໍ່ຕໍ່ໄປທີ່ປະເທດອິນໂດເນເຊຍ ແລະ ສິງກະໂປ. ແຕ່ເມື່ອເດີນທາງໄປສຸດທາງຂ້ອຍ ກໍ່ຮູ້ສຶກຄິດຮອດປະເທດລາວ ຄົນລາວເປັນມິດ ແລະ ມີນໍ້າໃຈ ປະເທດລາວເປັນບ່ອນທີ່ວິເສດຫຼາຍ.

 WLL: ຫາກເປັນແນວນັ້ນ ແຜນການເດີນທາງຂອງເຈົ້າທີ່ວ່າຈະໄປຮອດ ອິນເດຍ ແລະ ທິເບດ ກໍ່ໄປບໍ່ຮອດແມ່ນບໍ່?

 ທາຄຸ:ບໍ່ ໄປບໍ່ຮອດ ມາຢຸດຢູ່ລາວນີ້ແຫຼະ (ຫົວ)

 WLL: ທ່ານເລີ່ມຕົ້ນເສັ້ນທາງອາຊີບຢູ່ໃນລາວຈັ່ງໃດ?

 ທາຄຸ:ວຽກທໍາອິດຂອງຂ້ອຍແມ່ນເລີ່ມຕົ້ນກັບບໍລິສັດທ່ອງທ່ຽວ Jumping Tours. ກາງເວັນຂ້ອຍເຮັດວຽກຢູ່ໃນບໍລິສັດ ທ່ອງທ່ຽວ ແລະ ຕອນກາງຄືນຂ້ອຍບໍລິຫານຮ້ານອາຫານຍີ່ປຸ່ນ ຊື່ວ່າ Tokyo Kitchen. ຕໍ່ມາຂ້ອຍໄດ້ຍ້າຍໄປເຮັດວຽກ ກັບລັດວິສາຫະກິດທ່ອງທ່ຽວຊາວໜຸ່ມເປັນເວລາສອງປີ.

 WLL: ຈາກນັ້ນເດ່ ກ້າວເຂົ້າສູ່ວຽກງານສື່ສິ່ງພິມໄດ້ແນວໃດ?

 ທາຄຸ:ຕອນທີ່ເຮັດວຽກຢູ່ບໍລິສັດທ່ອງທ່ຽວ ຂ້ອຍສັງເກດວ່າຕະຫຼາດນັກທ່ອງທ່ຽວຍີ່ປຸ່ນຍັງນ້ອຍຫຼາຍ. ສ່ວນໜຶ່ງອາດ ຈະແມ່ນຍ້ອນບໍ່ມີຂໍ້ມູນກ່ຽວກັບລາວໃຫ້ຄົນຍີ່ປຸ່ນໄດ້ຮູ້ ດັ່ງນັ້ນ ຂ້ອຍຈຶ່ງຢາກແນະນໍາປະເທດລາວໃຫ້ຄົນຍີ່ປຸ່ນໄດ້ ຮູ້ຈັກຫຼາຍຂຶ້ນ. ຕໍ່ມາເມື່ອຂ້ອຍໄດ້ຮັບວຽກໃນສໍານັກພິມແຫ່ງໜຶ່ງທີ່ຮັບຜິດຊອບຕີພິມວາລະສານໃນສາຍການບິນໃຫ້ ແກ່ການບິນລາວ (ວາລະສານຊື່ວ່າ Discovery Laos). ຂ້ອຍໄດ້ຮຽນຮູ້ວຽກງານ ແລະ ທຸລະກິດການພິມຕັ້ງແຕ່ນັ້ນ ເປັນຕົ້ນມາ.

WLL: ຈາກນັ້ນເດ່?

 ທາຄຸ: ໃນລະຫວ່າງທີ່ເຮັດວຽກກັບສໍານັກພິມນັ້ນຂ້ອຍໄດ້ເລີ່ມທົດລອງພິມວາລະສານ Taste of Laos. ຕັ້ງແຕ່ນັ້ນມາ ວາລະສານນີ້ກໍ່ໄດ້ກ້າວເຂົ້າສູ່ປີທີ່ເກົ້າແລ້ວ.

 WLL: ໂອ ມັນຍາວນານສົມຄວນນໍ້! ແລະ ນີ້ກໍ່ຄົງຈະເປັນວາລະສານທີ່ຕີພິມເປັນພາສາຍີ່ປຸ່ນສະບັບທໍາອິດ ແມ່ນບໍ່?

 ທາຄຸ: ຖືກຕ້ອງແລ້ວ. ເບື້ອງຕົ້ນຂ້ອຍເຮັດວຽກເກືອບທຸກຢ່າງດ້ວຍຕົນເອງ. ຂ້ອຍອອກແບບ ຂາຍໂຄສະນາ ຂຽນບົດ ຈັດສົ່ງ ແລະ ເຮັດບັນຊີ. ທຸກຢ່າງເລີຍ!

 WLL: ຮູບແບບທຸລະກິດແມ່ນເປັນການສ້າງລາຍຮັບຈາກໂຄສະນາແມ່ນບໍ່ ກຸ່ມຜູ້ລົງໂຄສະນາຫຼັກໃນວາລະ ສານນີ້ແມ່ນໃຜ?

 ທາຄຸ: ເຮົາເປັນວາລະສານທີ່ເລັງໃສ່ອຸດສາຫະກໍາທ່ອງທ່ຽວ ດັ່ງນັ້ນ ຜູ້ລົງໂຄສະນາຕົ້ນຕໍແມ່ນບັນດາຮ້ານອາຫານ ໂຮງແຮມ ແລະ ບໍລິສັດທ່ອງທ່ຽວ.

 WLL: ເປັນຫຍັງຈຶ່ງມີແຕ່ພາສາຍີ່ປຸ່ນ ບໍ່ທົດລອງເຮັດເປັນພາສາອັງກິດ ຫຼືວ່າ ພາສາອື່ນໆເບິ່ງບໍ່?

 ທາຄຸ: ການເຮັດເປັນຫຼາຍໆພາສາມັນຫຍຸ້ງຍາກເກີນໄປ ແລະ ທີ່ສໍາຄັນເຮົາກໍ່ເນັ້ນໄປທີ່ຕະຫຼາດສະເພາະເຊິ່ງກໍ່ແມ່ນ ນັກທ່ອງທ່ຽວຍີ່ປຸ່ນເປັນຫຼັກຢູ່ແລ້ວ.

 WLL: ແຕ່ລະຄັ້ງ ພິມຫຼາຍປານໃດ ແລະ ແຈກຢາຍຢູ່ໃສແດ່?

 ທາຄຸ: ແຕ່ລະສະບັບເຮົາແຈກຢາຍ 8,000 ເຫຼັ້ມ, ປະມານ 32,000 ເຫຼັ້ມຕໍ່ປີ. ຈຸດແຈກຢາຍຕົ້ນຕໍແມ່ນຢູ່ສະໜາມບິນ ຫ້ອງການຂອງຜູ້ລົງໂຄສະນາ ຫ້ອງການ JICA ແລະ ສະຖານທູດຍີ່ປຸ່ນເປັນຕົ້ນ.

 WLL: ຊື່ຜູ້ພິມວາລະສານສະບັບນີ້ແມ່ນ Studio IKKYU ບໍ່?

 ທາຄຸ: ແມ່ນແລ້ວ ມັນມາຈາກພາສາຍີ່ປຸ່ນ Ikkyu-san (ອິກຄິວຊັງ) ເຊິ່ງເປັນໂຕກາຕູນຂອງຍີ່ປຸ່ນ !

 WLL: ໜ້າສົນໃຈດີນໍ້. ແລະ ຂ້ອຍເຂົ້າໃຈວ່າທ່ານຍັງຊ່ວຍປະສານງານໃຫ້ລາຍການໂທລະພາບ ອີກແມ່ນບໍ່?

 ທາຄຸ: ແມ່ນແລ້ວ ຂ້ອຍໄດ້ເຮັດໜ້າທີ່ປະສານງານໃຫ້ກັບສະຖານີໂທລະພາບຍີ່ປຸ່ນມາໄດ້ຫຼາຍປີແລ້ວ ສ່ວນຫຼາຍແມ່ນ ໃນເວລາທີ່ເຂົາເຈົ້າມາຖ່າຍທໍາລາຍການຢູ່ປະເທດລາວ.

 WLL: ຕໍ່ໄປ ຂໍຖາມກ່ຽວກັບຄວາມແຕກຕ່າງໃນວັດທະນະທໍາການເຮັດວຽກຂອງລາວ ແລະ ຍີ່ປຸ່ນ ທ່ານຄິດວ່າ ມັນແຕກຕ່າງກັນແນວໃດ?

 ທາຄຸ: ໃນທັດສະນະຂອງຂ້ອຍ ສິ່ງທີ່ແຕກຕ່າງກັນຫຼາຍທີ່ສຸດແມ່ນວ່າ ຄົນຍີ່ປຸ່ນໃຫ້ຄວາມສໍາຄັນກັບວຽກຫຼາຍ ສ່ວນຄົນ ລາວໃຫ້ຄວາມສໍາຄັນກັບຄອບຄົວກ່ອນ! ຂ້ອຍບໍ່ຄິດວ່າມີໃຜຖືກຫຼືຜິດ ທັງສອງທັດສະນະຄະຕິມີທັງດ້ານບວກ ແລະ ດ້ານລົບ. ຄົນລາວມີຄວາມສຸກ ແລະ ມ່ວນຊື່ນກັບການໃຊ້ເວລາກັບຄອບຄົວ ເຊິ່ງກໍ່ເປັນສິ່ງທີ່ຂ້ອຍເຄົາລົບ ດັ່ງນັ້ນ ຂ້ອຍກໍ່ຈຶ່ງປັບເວລາ ແລະ ສິ່ງແວດລ້ອມໃນຫ້ອງການຂອງຕົນເອງໃຫ້ແທດເໝາະກັບວັດທະນະທໍາການເຮັດວຽກ ຂອງຄົນລາວ.

 WLL: ສ່ວນວຽກຂອງ Yamaha ເດ່​. ເຮົາເຂົ້າໃຈວ່າທ່ານຍັງເປັນ brand manager ໃຫ້Yamaha ທີ່ iMusic ອີກແມ່ນບໍ່.

 ທາຄຸ: ແມ່ນແລ້ວ ບັງເອີນວ່າຂ້ອຍຮູ້ຈັກກັບເຈົ້າຂອງເພິ່ນ ເມື່ອເພິ່ນຕ້ອງການຜູ້ຊ່ວຍໃນຕໍາ brand manager ເພື່ອສື່ສານກັບ Yamaha ທີ່ປະເທດຍີ່ປຸ່ນ ດັ່ງນັ້ນ ຂ້ອຍກໍ່ເລີຍອາສາເຂົ້າຊ່ວຍເພິ່ນ.

 WLL: ໃນຖານະຂອງ brand manager ທ່ານຕ້ອງໄດ້ເຮັດຫຍັງແດ່?

 ທາຄຸ: ມີຫຼາຍແນວທີ່ຕ້ອງໄດ້ເຮັດ ພະແນກຂອງຂ້ອຍຮັບຜິດຊອບວຽກງານການຕະຫຼາດ ແລະ ສ່ວນໃຫຍ່ຂ້ອຍກໍ່ຕ້ອງ ໄດ້ປະສານກັບ Yamaha ທີ່ປະເທດຍີ່ປຸ່ນ ເພື່ອເຮັດຈັ່ງໃດໃຫ້ການບໍລິຫານຍີ່ຫໍ້ເປັນໄປຕາມນະໂຍບາຍທີ່ທາງ ຍີ່ປຸ່ນຕັ້ງໄວ້ໃຫ້ໄດ້ໃນປະເທດລາວ.

 WLL: ທ່ານໄດ້ສ່ວນໃນທຸລະກິດສິ່ງພິມ ຈັດງານ ແລະ ເປັນ brand manager ໃຫ້Yamaha. ກ້າວຕໍ່ໄປ ທ່ານຍັງຢາກເຮັດຫຍັງອີກ?

 ທາຄຸ: ຂ້ອຍມີຄວາມຕັ້ງໃຈຢາກພັດທະນາວົງການສື່ຢູ່ໃນລາວ ລວມເຖິງສື່ໂທລະພາບ ສື່ວິທະຍຸ ແລະ ສື່ສິ່ງພິມ ຂ້ອຍເຊື່ອແນ່ວ່າສື່ມວນຊົນມີພາລະບົດບາດທີ່ສໍາຄັນສໍາລັບປະເທດ ດັ່ງນັ້ນ ຫາກມີໂອກາດຂ້ອຍຍ່ອມຢາກຂະຫຍາຍ ໄປໃນສາຍນີ້.

 WLL: ທ່ານຈະເຮັດແນວໃດ?

 ທາຄຸ: ຂ້ອຍເຊື່ອວ່າການພັດທະນາຊັບພະຍາກອນມະນຸດຕ້ອງມາກ່ອນ ເພາະວ່າປະຈຸບັນນີ້ໃນຂະແໜງສື່ສານມວນ ຊົນຍັງຄົງຂາດແຄນຊັບພະຍາກອນມະນຸດເປັນຢາງຫຼາຍ. ເຮົາຂາດຜູ້ທີ່ມີທັກສະທີ່ເໝາະສົມ ແມ້ແຕ່ໃນຂະແໜງ ສິ່ງພິມກໍ່ເຊັ່ນກັນ. ດັ່ງນັ້ນ ເມື່ອຂ້ອຍຈ້າງພະນັກງານໃໝ່ ຂ້ອຍກໍ່ບໍ່ໄດ້ຄາດຫວັງວ່າຕ້ອງມີປະສົບການຫຼາຍ ຂໍແຕ່ມີຄວາມຕັ້ງໃຈຢາກຮຽນຮູ້.

 WLL: ທ່ານມີຄໍາແນະນໍາຄືແນວໃດແດ່ ສໍາລັບນັກສຶກສາທີ່ກໍາລັງຈະຈົບ ຫຼືວ່າ ສໍາລັບຜູ້ທີ່ສົນໃຈວຽກງານໃນ ຂະແໜງສື່ສິ່ງພິມ ຫຼື ສື່ສານມວນຊົນໂດຍລວມ?

 ທາຄຸ: ຄໍາແນະນໍາງ່າຍໆຂອງຂ້ອຍຄືໃຫ້ທົດລອງເຮັດວຽກຕົວຈິງ (ຢ່າງຈິງຈັງ) ເລີຍຈັກສອງສາມເດືອນ. ຈາກນັ້ນ ກໍ່ຈະຮູ້ເອງວ່າຕົນ ເອງມີຄວາມມັກແທ້ໆຫຼືບໍ່.

 WLL: ສໍາລັບຜູ້ທີ່ສົນໃຈຢາກລິເລີ່ມກິດຈະການຂອງຕົນເອງເດ່ ທ່ານມີຄໍາແນະນໍາໃຫ້ຄືແນວໃດແດ່?

ທາຄຸ: ສໍາລັບຜູ້ທີ່ສົນໃຈຢາກລິເລີ່ມກິດຈະການຂອງຕົນເອງ ຂໍແນະນໍາໃຫ້ຄ່ອຍເປັນຄ່ອຍໄປ ເລີ່ມຈາກນ້ອຍຫາໃຫຍ່ ໄປເທື່ອລະກ້າວ. ຕ້ອງຮູ້ຈັກຊັ່ງຊາກໍາລັງຕົນເອງວ່າ ຮັບໄດ້ຫຼາຍປານໃດ. ອັນນີ້ສໍາຄັນຫຼາຍ. ຈາກນັ້ນ ຈຶ່ງຄ່ອຍໆພັດທະນາຕົນເອງ ແລະ ພັດທະນາອົງກອນເທື່ອລະໜ້ອຍ.

 WLL: ທ້າຍສຸດນີ້ ຢາກຖາມວ່າທ່ານມັກຫຍັງກ່ຽວກັບລາວ ທ່ານຈຶ່ງໄດ້ຢູ່ໃນປະເທດນີ້ຮອດສິບສອງປີແລ້ວ?

 ທາຄຸ: ຄົນລາວເປັນຄົນດີ ນັ້ນເປັນສິ່ງທີ່ດີທີ່ສຸດສໍາລັບຂ້ອຍ. ຂ້ອຍເຄົາລົບໃນວັດທະນະທໍາ, ພາສາ ແລະ ຄົນລາວ.

 


__________________
Anonymous

Date:
Permalink   
 

Lisa-Harmony-Working-in-Laos.jpg

ທ່ານນາງ ລິຊາ ຮາໂມນີ ແມ່ນຄົນອົສຕຣາລີທີ່ກໍາລັງເຮັດວຽກ ແລະ ໃຊ້ຊີວິດຢູ່ລາວ ເພິ່ນເປັນພະນັກງານຢູ່ບໍລິສັດ ບໍ່ແຮ່ຂອງອົສຕຣາລີແຫ່ງໜຶ່ງຊື່ວ່າ PanAust ຕໍາແໜ່ງຂອງເພິ່ນແມ່ນ Recruitment and Workforce Planning Superintendent. ລິຊາ ໄດ້ກະລຸນາເລົ່າກ່ຽວກັບປະສົບການໃນການຍົກຍ້າຍມາເຮັດວຽກຢູ່ລາວ ລວມເຖິງຂໍ້ສະດວກ ຂໍ້ຫຍຸ້ງຍາກທີ່ເພິ່ນຕ້ອງປະເຊີນໃນການປັບຕົວເຂົ້າເຮັດວຽກຢູ່ລາວ.

 WLL: ລິຊາ ເຮົາຮູ້ມາວ່າທ່ານເຕີບໃຫຍ່ຂຶ້ນທີ່ລັດ Queensland, ປະເທດອົສຕຣາລີ ທ່ານໄດ້ເຂົ້າສຶກສາລະດັບມະຫາວິ ທະຍາໄລ ແລະ ໄດ້ຮັບໃບປະກາດທາງດ້ານຊັບພະຍາກອນມະນຸດ ແລະ ການຕະຫຼາດ. ແລະ ມັນກໍ່ໄດ້ຊ່ວຍໃຫ້ທ່ານ ໄດ້ເຮັດວຽກກ່ຽວກັບຊັບພະຍາກອນມະນຸດ ຈົນນໍາພາທ່ານເຂົ້າສູ່ຂະແໜງການບໍ່ແຮ່ໃນເວລາຕໍ່ມາ. ສິ່ງໃດດຶງດູດ ທ່ານໃຫ້ຮຽນດ້ານນີ້ ແລະ ທ່ານກ້າວເຂົ້າສູ່ຂະແໜງການບໍ່ແຮ່ໄດ້ຄືແນວໃດ?

 Lisa: ຕອນຈົບການສຶກສາໃໝ່ໆ ຂ້ອຍບໍ່ແນ່ໃຈປານໃດວ່າຕົນເອງຕ້ອງການຢາກເຮັດຫຍັງແທ້. ພາຍຫຼັງທີ່ໄດ້ໃຊ້ຊີວິດ ແລະ ສຶກສາຕໍ່ຢູ່ Sunshine Coast ຂ້ອຍໄດ້ຍ້າຍກັບມາຊອກວຽກເຮັດທີ່ເມືອງ Brisbane (ເມືອງຫຼວງຂອງລັດ Queensland). ຕະຫຼາດແຮງງານໃນເວລານັ້ນມັນຫຍຸ້ງຍາກຫຼາຍ ເນື່ອງຈາກວ່າເສດຖະກິດຂອງອົສຕຣາລີບໍ່ຄ່ອຍດີ ຂ້ອຍຈຶ່ງໄດ້ໃຊ້ເວລາຫຼາຍເດືອນໃນການຊອກຫາວຽກ. ການທີ່ຂ້ອຍໄດ້ຮຽນກ່ຽວກັບຊັບພະຍາກອນມະນຸດ ບວກກັບ ປະສົບການໃນວຽກງານການບໍລິການລູກຄ້າ ແລະ ວຽກບໍລິຫານເຮັດໃຫ້ຂ້ອຍເໝາະສົມກັບວຽກໃນອຸດສາຫະກໍາ ສັນຫາຊັບພະຍາກອນມະນຸດໄດ້ເປັນຢ່າງດີ. ວຽກທໍາອິດທີ່ຂ້ອຍໄດ້ຮັບແມ່ນການຊ່ວຍວຽກບໍລິຫານຢູ່ໃນໃນບໍລິສັດ ສັນຫາຊັບພະຍາກອນມະນຸດນ້ອຍໆແຫ່ງໜຶ່ງ ເຊິ່ງຄວາມຈິງແລ້ວມັນແມ່ນໜ້າວຽກທີ່ຕໍ່າກວ່າທີ່ຂ້ອຍໄດ້ຄາດຫວັງໄວ້ ແຕ່ຂ້ອຍກໍ່ໄດ້ຕັດສິນໃຈຮັບເອົາໂອກາດນັ້ນ. ອາຊີບຂອງຂ້ອຍຖືວ່າແມ່ນເລີ່ມຈາກຈຸດນັ້ນແທ້ໆ ຂ້ອຍສາມາດກ້າວຕໍ່ ຈາກຈຸດເລີ່ມຕົ້ນນັ້ນຂື້ນສູ່ຕໍາແໜ່ງທີ່ອະວຸໂສຂຶ້ນພາຍໃນບໍລິສັດນັ້ນ ແລະ ໄດ້ລົງເລິກເຮັດວຽກກັບລູກຄ້າໃນອຸດສາຫະ ກໍາບໍ່ແຮ່. ຫຼັງຈາກນັ້ນ ກໍ່ມີລູກຄ້າໄດ້ມາຊັກຊວນໃຫ້ຂ້ອຍເຂົ້າຮ່ວມກັບບໍລິສັດຂອງເພິ່ນເພື່ອສ້າງຕັ້ງທີມງານສັນຫາ ຊັບພະຍາກອນມະນຸດພາຍໃນອົງກອນຂອງເພິ່ນ.

 WLL: ທ່ານຊີ້ນໍາວຽກງານການສັນຫາ ແລະ ວາງແຜນຊັບພະຍາກອນມະນຸດທີ່ Phu Bia Mining, ບໍລິສັດໃນເຄືອຂອງ PanAust ທີ່ຈົດທະບຽນຢູ່ໃນລາວ. ພາລະບົດບາດຂອງທ່ານແມ່ນຫຍັງ ແລະ ໜ້າທີ່ຮັບຜິດຊອບຂອງທ່ານແມ່ນຫຍັງ?

 Lisa: ທີມງານຂອງຂ້ອຍຮັບຜິດຊອບສັນຫາຊັບພະຍາກອນທີ່ເປັນທັງຄົນຕ່າງປະເທດ ແລະ ຄົນລາວເຂົ້າເຮັດວຽກກັບກິດ ຈະການຂອງພູເບັ້ຍ ມາຍນິ້ງ ດັ່ງນັ້ນ ມັນຈຶ່ງເປັນວຽກທີ່ຫຍຸ້ງຢູ່ສະເໝີ ! ສິ່ງສໍາຄັນທີ່ຂ້ອຍເອົາໃຈໃສ່ໃນວຽກນີ້ແມ່ນການ ພັດທະນາ ແລະ ຈັດຕັ້ງປະຕິບັດຂະບວນວຽກທີ່ມີມາດຕະຖານ ແລະ ຝຶກອົບຮົມເພື່ອນຮ່ວມງານເພື່ອໃຫ້ເຂົາເຈົ້າເຮັດ ໜ້າທີ່ການສັນຫາໃຫ້ໄດ້ດີທີ່ສຸດ ນອກນັ້ນ ຂ້ອຍກໍ່ຍັງຮັບຜິດຊອບການວາງແຜນ ແລະ ການຍົກຍ້າຍຂອງພະນັກງານອີກ ດ້ວຍ. ວຽກນີ້ມັນຕ້ອງໄດ້ວາງແຜນການງົບປະມານ ແລະ ຄາດຄະເນການຂະຫຍາຍຕົວໃນອານາຄົດຂອງທຸລະກິດເຮົາ ລວມທັງ ຕ້ອງໄດ້ພິຈາລະນາເຖິງການຝຶກອົບຮົມ ແລະ ປະເມີນຄວາມຕ້ອງການພັດທະນາຂອງພະນັກງານຄົນລາວອີກ ດ້ວຍ. ຂ້ອຍໂຊກດີຫຼາຍທີ່ໄດ້ເຮັດຫຼາຍໜ້າວຽກ ດັ່ງນັ້ນ ແຕ່ລະມື້ຂອງຂ້ອຍມັນຈຶ່ງບໍ່ຊໍ້າກັນ ແລະ ຍາມໃດກໍ່ມີໂຄງການ ທີ່ໜ້າສົນໃຈໃຫ້ເຮັດຢູ່ສະເໝີ.

 WLL: ໃນປີ 2011 ທີ່ທ່ານໄດ້ຍົກຍ້າຍມາເຮັດວຽກຢູ່ລາວນັ້ນ ທ່ານໄດ້ເຮັດວຽກກັບ PanAust ຢູ່ແລ້ວບໍ່? ມັນເປັນການຕັດ ສິນໃຈທີ່ຍາກຫຼາຍບໍ່ສໍາລັບການຍ້າຍໄປເຮັດວຽກຢູ່ໃນປະເທດທີ່ຕົນເອງບໍ່ຮູ້ຈັກ ແລະ ຕ້ອງຫ່າງໄກຈາກໝູ່ເພື່ອນ ແລະ ຄອບຄົວ?

 Lisa: ບໍ່ ຍັງເທື່ອ ຂ້ອຍເຂົ້າຮ່ວມກັບ PanAust ເພື່ອເຮັດວຽກນີ້ຢູ່ລາວ. ໃນເວລານັ້ນ ຂ້ອຍຍັງເຮັດວຽກກັບບໍລິສັດບໍ່ແຮ່ອື່ນ ໃນອົສຕຣາລີ. ໃນເວລານັ້ນ ຂ້ອຍເຄີຍເດີນທາງໄປເຮັດວຽກຢູ່ຕ່າງປະເທດເປັນຄັ້ງຄາວແດ່ແລ້ວ ເຊິ່ງມັນເຮັດໃຫ້ຂ້ອຍຄິດ ວ່າຂ້ອຍໜ້າຈະລອງເຮັດວຽກຢູ່ຕ່າງປະເທດແບບຈິງຈັງ ມັນຄົງຈະເປັນການຜະຈົນໄພທີ່ໜ້າຕື່ນເຕັ້ນຫຼາຍ. ໂອກາດໃນ ການໄດ້ວຽກມັນພົວພັນກັບຈັງຫວະເວລາຢູ່ສະເໝີ ແລະ ວຽກນີ້ກໍ່ແມ່ນໜຶ່ງໃນໂອກາດທີ່ເຂົ້າມາຫາ. ແນ່ນອນວ່າ ການທີ່ ຕ້ອງຢູ່ໄກຈາກໝູ່ເພື່ອນ ແລະ ຄອບຄົວມັນບໍ່ງ່າຍປານໃດ ແຕ່ຂ້ອຍມີຄວາມຮູ້ສຶກບວກຫຼາຍສໍາລັບບໍລິສັດໃໝ່ ວຽກໃໝ່ ແລະ ສະຖານທີ່ໃໝ່ ດັ່ງນັ້ນ ຂ້ອຍຈຶ່ງຮູ້ເລີຍວ່າມັນເປັນການຕັດສິນໃຈທີ່ຖືກຕ້ອງ.

 WLL: ຄົນຕ່າງປະເທດທີ່ເຮັດວຽກຢູ່ລາວຫຼາຍຄົນເຫັນດີນໍາກັນວ່າລາວເປັນບ່ອນທີ່ໜ້າຢູ່ຫຼາຍ ອາກາດດີ ຄົນລາວກໍ່ ມີອັດທະຍາໄສດີ ມີຄວາມເປັນມິດ ຄ່າຄອງຊີບກໍ່ບໍ່ແພງໂພດ ແລະ ນະຄອນຫຼວງວຽງຈັນກໍ່ສະຫງົບກວ່າຫຼາຍໆເມືອງໃຫຍ່. ແຕ່ວ່າ ການເຮັດວຽກຢູ່ລາວອາດຈະແຕກຕ່າງຈາກການເຮັດວຽກຢູ່ປະເທດອື່ນໆຫຼາຍ ແລະ ຕ້ອງໄດ້ປັບຕົວພໍສົມຄວນ.

 ວັດທະນະທໍາການເຮັດວຽກໃນອົງກອນຢູ່ລາວ ແລະ ຢູ່ອົສຕຣາລີແຕກຕ່າງກັນຄືແນວໃດ? ຄວາມແຕກຕ່າງທີ່ທ່ານຮູ້ສຶກ ໄດ້ຫຼາຍທີ່ສຸດພາຍໃນຫ້ອງການມີຫຍັງແດ່? ທ່ານເຄີຍໄດ້ຜ່ານຜ່າອຸປະສັກທາງວັດທະນະທໍາທີ່ແຕກຕ່າງກັນຫຼືບໍ່?

 Lisa: ຂ້ອຍໂຊກດີຫຼາຍທີ່ໄດ້ເຮັດວຽກຢູ່ໃນຫ້ອງການທີ່ທັນສະໄໝຢູ່ນະຄອນຫຼວງວຽງຈັນ ດັ່ງນັ້ນ ໃນເວລາທີ່ຂ້ອຍນັ່ງ ເຮັດວຽກຢູ່ໃນຫ້ອງແອ ຂ້ອຍບໍ່ຮູ້ສຶກວ່າມັນແຕກຕ່າງຈາກການເຮັດວຽກຢູ່ອົສຕຣາລີເລີຍ! ວັດທະນາທໍາອົງກອນຍັງ ຢູ່ໃນໄລຍະກໍາລັງພັດທະນາ ແລະ ເນື່ອງຈາກວ່າເຮົາເປັນອົງກອນມືອາຊີບທີ່ໃຫຍ່ ເຮົາຈຶ່ງມີກົດລະບຽບ ແລະ ຈັນຍາ ບັນທີ່ຄວນປະຕິບັດໃນສະຖານທີ່ເຮັດວຽກທີ່ແນ່ນອນ ເຊິ່ງທັງໝົດນັ້ນມັນບໍ່ແຕກຕ່າງຫຍັງກັບສິ່ງທີ່ຂ້ອຍຄຸ້ນເຄີຍຢູ່ອົສຕຣາ ລີ. ຂ້ອຍໝັ້ນໃຈວ່າ ສິ່ງນີ້ມັນອາດຈະເຮັດໃຫ້ເພື່ອນຮ່ວມງານຄົນລາວຫຼາຍໆຄົນບໍ່ຄຸ້ນເຄີຍປານໃດ ແຕ່ທຸກຄົນກໍ່ສາມາດ ປະຕິບັດຕາມຢ່າງເປັນມືອາຊີບຫຼາຍ. ໜຶ່ງໃນຄວາມແຕກຕ່າງທາງວັດທະນາທໍາທີ່ຊັດເຈນແມ່ນການທັກທາຍກັນ. ຫາກ ວ່າຝ່າຍກົງກັນຂ້າມສະແດງເຈດຕະນາທັກທາຍດ້ວຍການຈັບມືກ່ອນຂ້ອຍກໍ່ຈຶ່ງຈັບມືນໍາ ຫາກບໍ່ດັ່ງນັ້ນ ຂ້ອຍທັກທາຍ ດ້ວຍການນົບ ໂດຍສະເພາະແມ່ນໃນເວລາທີ່ຂ້ອຍຕ້ອງໄດ້ທັກທາຍກັບແຂກຜູ້ຊາຍ. ອີກໜຶ່ງຄວາມແຕກຕ່າງແມ່ນການ ນຸ່ງຖືໃນຫ້ອງການຂອງພະນັກງານຜູ້ຍິງທີ່ເປັນສິ້ນ. ຂ້ອຍໄດ້ຕັດສິ້ນຜືນໜຶ່ງໃນເວລາທີ່ຂ້ອຍມາຮອດໃໝ່ໆ ເມື່ອຂ້ອຍນຸ່ງ ສິ້ນມາການກໍ່ໄດ້ຮັບການຕ້ອນຮັບເປັນຢ່າງດີ ທັນທີ່ທີ່ຂ້ອຍມາຮອດຫ້ອງການ ເພື່ອນຮ່ວມງານກໍ່ທ້ວງວ່າ ລິຊາ ເຈົ້າງາມ ຫຼາຍ ເຂົ້າກັນດີ ແຕ່ ອຸກໃຈເວລາເຂົາເຈົ້າເວົ້າວ່າ, “ແຕ່ມັນຢາກສັ້ນໜ້ອຍໜຶ່ງ” ມັນຍາວພຽງຫົວເຂົ່າຂ້ອຍ ແລະເຮັດໃຫ້ມັນບໍ່ຖືກຕ້ອງສໍາລັບນຸ່ງໄປເຮັດວຽກຢູ່ປະເທດລາວ. ບົດຮຽນກໍ່ຄື ຫຼັງຈາກນັ້ນສິ້ນທຸກຜືນຂອງຂ້ອຍແມ່ນໄດ້ຕັດໃຫ້ຍາວພຽງບີແຄ່ງ.

 WLL: ທ່ານຄິດວ່າທ່ານໄດ້ຮຽນຮູ້ຫຍັງແດ່ ຈາກການເຮັດວຽກຢູ່ລາວ? ທ່ານໄດ້ພັດທະນາທັກສະດ້ານໃດແດ່ຕັ້ງແຕ່ມາ ເຮັດວຽກຢູ່ນີ້?

 Lisa: ຂ້ອຍມີທີມງານທີ່ມີຄວາມຫຼາກຫຼາຍທາງວັດທະນະທໍາ ມີທັງລູກນ້ອງທີ່ເປັນຄົນລາວ ຄົນອົສຕຣາລີ ຄົນໄທ ຄົນຟິ ລິປິນ ແລະ ຄົນອິນໂດເນເຊຍ ດັ່ງນັ້ນ ຂ້ອຍຈຶ່ງໄດ້ປັບວິທີການເຮັດວຽກໃຫ້ສອດຄ່ອງກັບວັດທະນະທໍາຂອງພວກເຂົາ ແລະ ຕ້ອງມີຄວາມອົດທົນ ມີຄວາມຍືດຍຸ່ນ ແລະ ລະມັດລະວັງຫຼາຍຂຶ້ນໃນເວລາເວົ້າ. ຂ້ອຍບໍ່ຄ່ອຍຮູ້ສຶກໂຕວ່າ ຕົນເອງໃຊ້ ຄໍາສັບສໍານຽງອົສຕຣາລີ “Aussie slang” ຫຼາຍປານໃດ! ເມື່ອຂ້ອຍຄົ້ນພົບຂ້ອຍເຫັນວ່າເຮົາມີຄວາມເຂົ້າໃຈກັນຫຼາຍ. ທຸກ ຄົນຕ່າງກໍ່ຢາກມີຄວາມສຸກກັບວຽກ ສາມາດຄໍ້າຊູຄອບຄົວຂອງຕົນເອງ ແລະ ມີສຸຂະພາບທີ່ແຂງແຮງ. ໃນແງ່ຂອງທັກສະ ໃນວຽກ ຂ້ອຍໄດ້ມີໂອກາດບໍລິຫານຫຼາຍໂຄງການກັບ Phu Bia Mining ຂ້ອຍໂຊກດີຫຼາຍທີ່ຂ້ອຍໄດ້ໂອກາດພັດທະນາ ທັກສະນອກເໜືອຈາກພາລະບົດບາດທີ່ໄດ້ຮັບໃນເບື້ອງຕົ້ນ ມັນຊ່ວຍໃຫ້ຂ້ອຍພັດທະນາວິຊາຊີບຂອງຂ້ອຍເປັນຢ່າງດີ ພ້ອມໆກັບການຊ່ວຍພັດທະນາທັກສະຂອງພະນັກງານໃນທີມຂອງຂ້ອຍອີກດ້ວຍ.

 WLL: ສປປ ລາວ ຫາກໍ່ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO) ແລະ ກໍ່ກໍາລັງຈະເຊື່ອມໂຍງເຂົ້າກັບ ASEAN Economic Community (AEC) ໃນປີ 2015. ທັງສອງເຫດການນີ້ຖືວ່າເປັນໂອກາດອັນດີສໍາລັບປະເທດ ແຕ່ໂອກາດນັ້ນ ກໍ່ມາພ້ອມກັບສິ່ງທ້າທາຍຄືການແຂ່ງຂັນທີ່ສູງຂຶ້ນ. ໃນຖານະຂອງຜູ້ຊ່ຽວຊານທາງດ້ານຊັບພະຍາກອນມະນຸດ ທ່ານຄິດວ່າ ພະນັກງານຄົນລາວຈະຈັດການກັບສິ່ງທ້າທາຍເຫຼົ່ານີ້ໄດ້ຄືແນວໃດ? ທ່ານຄິດວ່າສິ່ງສໍາຄັນທີ່ສຸດທີ່ຊັບພະຍາກອນມະນຸດ ລາວຕ້ອງພັດທະນາແມ່ນຫຍັງ?

 Lisa: ແມ່ນແລ້ວ ເຈົ້າເວົ້າຖືກ ມັນເປັນຊ່ວງເວລາທີ່ໜ້າຕື່ນເຕັ້ນຫຼາຍ. ແຮງງານລາວຕ້ອງໄດ້ກຽມໂຕໃຫ້ດີກັບການແຂ່ງ ຂັນທີ່ເພິ່ມຂຶ້ນດ້ວຍການວາງແຜນ ແລະ ພັດທະນາທັກສະໃນສາຍອາຊີບຂອງຕົນເອງໃຫ້ດີ ໃນນີ້ ລວມທັງທັກສະທາງ ດ້ານພາສານໍາ. ມັນອາດຈະຟັງແລ້ວຄືຂັດແຍ່ງກັນແດ່ ແຕ່ແຮງງານລາວຕ້ອງໄດ້ມີຄວາມກ້າຫານໃນການຮັບເອົາຄວາມ ສ່ຽງ ເພື່ອລໍຖ້າຮັບເອົາໂອກາດເມື່ອມັນມາຮອດ ແຕ່ຕ້ອງມີຄວາມອົດທົນສູງຈົນກວ່າຈະເຫັນຜົນສໍາເລັດ.

 WLL: ຫາກວ່າທ່ານພໍຈະແນະນໍາໄດ້ ທ່ານຄິດວ່າຄຸນສົມບັດທີ່ສໍາຄັນທີ່ສຸດຫ້າປະການສໍາລັບພະນັກງານຄວນ ມີແມ່ນຫຍັງ?

 Lisa: ນອກເໜືອຈາກການມີວຸດທິການສຶກສາ ທັກສະ ແລະ ປະສົບການທີ່ເໝາະສົມກັບຕໍາແໜ່ງວຽກແລ້ວ ເຮົາຢາກໄດ້ ຜູ້ທີ່ມີຄວາມກະຕືລືລົ້ນ ຮູ້ຈັກສື່ສານເປັນຢ່າງດີ ລວມທັງທັກສະທາງດ້ານພາສາ ສາມາດເຮັດວຽກຮ່ວມກັບເພື່ອນຮ່ວມງານ ທີ່ມີພື້ນຖານແຕກຕ່າງກັນ ແລະ ທັກສະໃນການແກ້ໄຂບັນຫາ.

 WLL: ທ່ານມີຄໍາແນະນໍາຫຍັງແດ່ສໍາລັບນັກສຶກສາທີ່ກໍາລັງຊອກວຽກໃນຂະແໜງການບໍ່ແຮ່?

 Lisa: ກ່ອນອື່ນ ຂ້ອຍແນະນໍາໃຫ້ລົມກັບຜູ້ທີ່ເພິ່ນເຮັດວຽກຢູ່ໃນຂະແໜງການຢູ່ແລ້ວ ເພື່ອໃຫ້ເຂົ້າໃຈຢ່າງຖ່ອງແທ້ກ່ຽວກັບ ອຸດສາຫະກໍານັ້ນໆ​ແລະ ໃຫ້ຖາມຄໍາຖາມ. ເຂົ້າຮ່ວມໃນງານຕະຫຼາດນັດແຮງງານທີ່ຈັດຂຶ້ນຕາມມະຫາວິທະຍາໄລ ແລ້ວ ສອບຖາມກັບພະນັກງານຂອງບໍລິສັດ.

 ນັກສຶກສາຈົບໃໝ່ໃນທຸກໆປະເທດມັກຄິດວ່າພຽງແຕ່ເຂົາຮຽນຈົບ ເຂົາກໍ່ຕ້ອງໄດ້ວຽກເຮັດຢ່າງແນ່ນອນ ອັນນີ້ບໍ່ແມ່ນ ຄວາມເຂົ້າໃຈທີ່ຖືກຕ້ອງ ແນ່ນອນວ່າການທີ່ເຈົ້າໄດ້ຮັບໃບປະກາດທີ່ເໝາະສົມ ໂດຍສະເພາະໃນຂະແໜງການສະເພາະ ເຊັ່ນ ວິສະວະກອນ ມັນຈະເປັນໂຕປະກັນໃຫ້ເຈົ້າໄດ້ຮັບໂອກາດດີໃນຕໍາແໜ່ງງານ ແຕ່ວ່າ ເຈົ້າກໍ່ຕ້ອງມີທັກສະການສື່ສານ ທີ່ດີເລີດ ລວມທັງພາສາອັງກິດ. ເຈົ້າຍັງຈະຕ້ອງໄດ້ຮຽນອີກຫຼາຍ ເພື່ອພິສູດໃຫ້ເຫັນວ່າເຈົ້າເປັນຜູ້ທີ່ເຮັດວຽກໜັກ ມີຄວາມ ໜັກແໜ້ນ ແລະ ຍິນດີຮັບຟັງຄົນອື່ນ.

 ນອກນັ້ນ ເຈົ້າກໍ່ຄວນຈະເປັນຄົນທີ່ປັບຕົວໄດ້ງ່າຍ ແລະ ມີຄວາມຍືດຍຸ່ນກ່ຽວກັບໜ້າວຽກທີ່ໄດ້ຮັບມອບໝາຍ ຕົວຢ່າງເຊັ່ນ ຢູ່ຫ້ອງການເຮົາມີໂຄງການພັດທະນານັກສຶກສາຈົບໃໝ່ ເປັນໂຄງການສອງປີ ແຕ່ກໍ່ມີຈໍານວນຈໍາກັດ. ຫາກເຈົ້າພາດ ໂອກາດນັ້ນ ເຈົ້າກໍ່ຍັງຄົງສາມາດເຂົ້າຮ່ວມງານກັບເຮົາໄດ້ໃນຕໍາແໜ່ງປະຕິບັດການຕົວຈິງ ເຊິ່ງຈະບໍ່ໄດ້ຮັບການຝຶກອົບ ຮົມແບບດຽວກັນ ແຕ່ວ່າເຈົ້າກໍ່ຍັງຈະໄດ້ຮັບໂອກາດອັນດີໃນການຝຶກຝົນຕົນເອງຈາກການປະຕິບັດຕົວຈິງ ແລະ ປະສົບ ການເຫຼົ່ານັ້ນແຫຼະທີ່ຈະພາໃຫ້ເຈົ້າກ້າວຂຶ້ນສູ່ຕໍາແໜ່ງວິຊາການ ແລະ ມືອາຊີບໃນອານາຄົດ.

 WLL: ລິຊາ ຂອບໃຈຫຼາຍໆສໍາລັບເວລາ ພວກເຮົາຂໍອວຍພອນໃຫ້ທ່ານຈົ່ງປະສົບຄວາມສໍາເລັດໃນໜ້າທີ່ການງານ ແລະ ຫວັງວ່າທ່ານຈະມີຄວາມສຸກດີກັບໄລຍະເວລາທີ່ຍັງເຫຼືອໃນການເຮັດວຽກຢູ່ລາວ.

 ຄໍລໍ້ານີ້ແມ່ນການຮ່ວມມື ແລະ ເປັນຜົນງານຮ່ວມກັນຂອງ Work Live Laos ແລະ ຮ້ອຍແປດອາຊີບ (108JOB) ພາຍໃຕ້ຊື່ “Working In Laos”.

 ຂຽນໂດຍ: Cameron Darke

ແປພາສາໂດຍ: Keovisouk Dalasane



__________________
Anonymous

Date:
Permalink   
 

ຂອບໃຈຫລາຍໆທີ່ສະລະເວລາຂຽນການສໍາພາດນີ້ມາໃຫ້ອ່ານປະດັບສະໝອງ

ຖ້າມີການສໍາພາດຄົນເຊື້ອຊາດລາວສັນຊາດອົດສະຕາລຽນ ຫລືສັນຊາດອື່ນ

ທີ່ໄປເຮັດວຽກຢູ່ປະເທດລາວ ກະຣຸນາຂຽນລົງໃຫ້ອ່ານແດ່, ຂອບໃຈຫລາຍໆ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard