ນັກວິເຄາະ ສະພາບ ການເມືອງ ຢູ່ລາວ ທ່ານນຶ່ງ ທີ່ ຂໍສງວນຊື່ ໃຫ້ ທັສນະ ວ່າ ປັດຈຸບັນ ຣັຖບານ ກຳລັງ ໄດ້ຮັບ ການກົດດັນ ຈາກ 3 ທາງ ຄື ຈາກ ປະຊາຊົນ, ຈາກ ຄວາມສັມພັນ ແບບພິເສດ ກັບ ວຽດນາມ, ແລະຈາກ ສາກົນ. ທັງໝົດນີ້ ເຮັດໃຫ້ ຣັຖບານ ກໍາລັງ ຕົກຢູ່ ໃນ ສະຖານະພາບ ຫຍຸ້ງຍາກ ກວ່າ ທີ່ຜ່ານມາ ແລະ ຍັງບໍ່ທັນ ມີທ່າທີ ວ່າຈະເຫັນ ທາງອອກ ແບບໃດ.
ແຮງກົດດັນຈາກປະຊາຊົນ:
ນັກວິເຄາະບັນຫາການເມືອງໃນລາວວ່າ ຄວາມກົດດັນຈາກປະຊາຊົນ ເປັນສິ່ງທີ່ຣັຖບານ ມີຄວາມກັງວົນຫລາຍທີ່ສຸດ ໂດຍສະເພາະ ເຣື້ອງ ປາກທ້ອງຂອງ ປະຊາຊົນ ອັນເນື່ອງມາຈາກບັນຫາເສຖກິດ ທີ່ຣັຖບານ ກໍາລັງປະເຊີນຢູ່ ຈົນເຮັດໃຫ້ການຈ່າຍເງິນເດືອນຊັກຊ້າ ແລະ ການ ຕັດເງິນອຸດໜູນຕ່າງໆຂອງພະນັກງານຣັຖ. ບັນຫາເສຖກິດທີ່ເກີດຂຶ້ນ ສ່ວນນຶ່ງແມ່ນມາຈາກການບໍຣິຫານເງິນຂອງຣັຖບານບໍ່ມີຄວາມໂປ່ງໄສ ການສໍ້ໂກງໃນວົງການຂອງຣັຖ, ການເກັບເງິນລາຍຮັບບໍ່ໄດ້ຕາມຄາດໝາຍ ການຈ່າຍເງິນງົບປະມານບໍ່ເປັນໄປຕາມນະໂຍບາຍວາງເອົາໄວ້ ສ່ວນຫລາຍແລ້ວ ການຈັບຈ່າຍເງິນແມ່ນຊະຊາຍ ອັນເຮັດໃຫ້ ງົບປະມານຂອງຣັຖ ຂາດດຸນມາຕຣອດ.
ເພື່ອແກ້ໄຂບັນຫາຂາດດຸນນີ້ ຣັຖບານພັດຕັດເງິນອຸດໜູນຂອງພະນັກງານຣັຖກອນອັນເຮັດໃຫ້ພະນັກງານຜູ້ນ້ອຍໄດ້ຮັບຜົນກະທົບຫລາຍກວ່າ ພະນັກງານຂັ້ນຜູ້ໃຫ່ຽ. ທ່ານວ່າ ເບິ່ງໂດຍລວມແລ້ວຈໍານວນ ພະນັກງານຣັຖກອນ ທີ່ມີຖານະຕຳແໜ່ງນ້ອຍ ຊຶ່ງເປັນຝ່າຍທີ່ໄດ້ຮັບຜົນກະທົບ ຈາກບັນຫານີ້ຫລາຍທີ່ສຸດນັ້ນ ມີຫລາຍກວ່າຈໍານວນ ພະນັກງານຂັ້ນຜູ້ໃຫ່ຽ ຫລືພະນັກງານລະດັບການນຳ ຊຶ່ງບໍ່ໄດ້ຮັບຜົນ ກະທົບ ຫຍັງໝົດ ຈາກວິກິດການຂອງບັນຫາດັ່ງກ່າວ. ຄອບຄົວຂອງພະນັກງານຂັ້ນນຳທຸກຄົນ ຍັງມີເຮືອນຢູ່ແບບໍ່ເສັຽຄ່າ ມີຣົດງາມໆຫລາຍຄັນຂີ່ຢູ່ ທັງບໍ່ໄດ້ຊື້ ນໍ້າມັນ, ໃຊ້ນໍ້າປະປາ ໃຊ້ໄຟຟ້າ ແລະ ໃຊ້ໂທລະສັບ ໂດຍບໍ່ໄດ້ເສັຍຄ່າ ອັນກໍ່ໃຫ້ເກີດກະແສວິພາກວິຈານກັນ ຢ່າງກ້ວາງຂວາງ ແລະພະ ນັກງານຣັຖຂາດຄວາມເຊື່ອໝັ້ນຕໍ່ບັນດາການນໍາ.
ໃນເວລາດຽວກັນ ປະຊາຊົນຢູ່ລະດັບຮາກຖານ ກໍຍິ່ງໄດ້ຮັບຜົນກະທົບຈາກບັນຫາການສໍາປະທານທີ່ດິນ ທີ່ຣັຖບານລາວເຊັນອະນຸມັດໃຫ້ນັກ ລົງທຶນສໍາປະທານຕາມນະໂຍບາຍທັນທີ່ດິນເປັນທຶນ. ທີ່ດິນສ່ວນໃຫຍ່ຂອງຊາວບ້ານໃຫ້ນັກລົງທຶນສໍາປະທານຫລືບາງຄັ້ງນັກລົງທຶນກໍຊື້ເອົາ ເລີຍກໍມີ ຍົກຕົວຢ່າງທີ່ດິນ ບ້ານຢືບເມືອງທ່າແຕງແຂວງເຊກອງ ແມ່ນບໍລິສັດວຽດນາມໄດ້ຊື້ເອົາຈາກອໍານາດ ການປົກຄອງທ້ອງຖິ່ນເລີຍ.
ບັນຫາການສຳປະທານທີ່ດິນໄດ້ກາຍເປັນບັນຫາຍືດເຍື້ອມາ ແລະ ເຄັ່ງຮ້ອນ - ຊາວບ້ານທົ່ວໄປໃນທົ່ວປະເທດໄດ້ຮັບຜົນກະທົບ ຈາກການ ສໍາປະທານທີ່ດິນຂອງຣັຖບານ. ຄຳຮ້ອງທຸກທີ່ປະຊາຊົນ ສົ່ງເຖິງສະພາ ແຫ່ງຊາດ ຫ້ອງວ່າການຣັຖບານ ແລະ ກະຊວງຊັພຍາກອນທຳມະ ຊາດແລະສິ່ງແວດລ້ອມ ໃນລະຍະການດໍາເນີນກອງປະຊຸມສະພາໃນກາງປີ 2012 ພົບວ່າ ປະຊາຊົນໂທເຂົ້າມາຜ່ານສາຍດ່ວນຂອງສະພາ ແຫ່ງຊາດ 280 ສາຍ ສ່ວນໃຫຍ່ແມ່ນຮ້ອງຮຽນກ່ຽວກັບບັນຫາ ທີ່ດິນຂອງປະຊາຊົນ ຊຶ່ງຖືກບໍລິສັດສໍາປະທານກວມເອົາ ອີງຕາມຂໍ້ມູນຈາກ ສະພາແຫ່ງຊາດ.
ໃນປີ 2009 ເກີດຄວາມບໍ່ເຂົ້າໃຈ ກັນລະຫວ່າງ ພະນັກງານທະຫານບຳນານ ກັບ ເຈົ້າໜ້າທີ່ຕຳຫລວດ-ທະຫານທີ່ມາຊ່ວຍບໍລິສັດ ໃນການ ບຸກເບີກເນື້ອທີ່ດິນເພື່ອເຮັດສະໜາມກອຟ ຢູ່ ເຂດບ້ານນາໄຫ ເມືອງຫາດຊາຍຟອງ ຈົນເກືອບມີການປະທະກັນດ້ວຍກຳລັງປະກອບອາວຸດ. ບັນຫາການຂັດແຍ້ງເຣື້ອງທີ່ດິນປະຊາຊົນນີ້ ເປັນນຶ່ງໃນຫລາຍບັນຫາທີ່ເຮັດໃຫ້ຣັຖບານຕ້ອງອອກຄຳສັ່ງໂຈະ ໃຫ້ການສຳປະທານ ທີ່ດິນແລະ ບໍ່ແຮ່ ຈົນຮອດປີ 2015 ຈຶ່ງຈະມີການພິຈາລະນາອີກຄັ້ງ ອີງຕາມຄຳສັ່ງ ເລກທີ 13/ນຍ ລົງວັນທີ 11 ມິຖຸນາ 2012 ແຕ່ກ່ອນສັ່ງໂຈະນັ້ນ ຮັຖບານໄດ້ອານຸມັດໂຄງການສັມປະທານໄປແລ້ວ 48 ໂຄງການ ແລະເມື່ຶອສຽງຮ້ອງທຸກຂອງປະຊາຊົນງຽບລົງ ຣັຖບານກໍໄດ້ອະນຸມັດໃຫ້ ວຽດນາມ ແລະໂຄງການສັມປະທານອື່ນໆຕື່ມ ໂດຍໃຊ້ຂໍ້ອ້າງຕ່າງໆນານາ.
ເຖິງຢ່າງໃດກໍດີ ບັນຫາດັ່ງກ່າວກໍຍັງບໍ່ມີຄວາມກະຈ່າງແຈ້ງໃນການກໍານົດແນວທາງການແກ້ໄຂບັນຫາ. ນອກຈາກນີ້ ການໂຮມບ້ານນ້ອຍໃຫ້ ເປັນບ້ານໃຫຍ່ ຫລືກຸ່ມບ້ານກໍເຮັດໃຫ້ເກີດບັນຫາເຊັ່ນດຽວກັນ ໝາຍຄວາມວ່າ ຣັຖບານຈະໂຮມເອົາບ້ານນ້ອຍ 3 ຫລື 4 ບ້ານ ແລ້ວເອົາມາ ຮວມເຂົ້າກັນຢູ່ ບ່ອນດຽວ ຫລື ບາງບ້ານກໍແມ່ນໄດ້ຖືກຍົກຍ້າຍມາຈາກໂຄງການສ້າງເຂື່ອນ ຫລື ໂຄງການສຳປະທານອື່ນໆ ເພື່ອສະດວກ ໃນການປົກຄອງ. ແຕ່ບັນຫາການໂຮມບ້ານນ້ອຍເປັນບ້ານໃຫຍ່ກໍຄື ເກີດຂໍ້ຂັດແຍ່ງກັນທາງດ້ານເນື້ອທີ່ດິນທຳກິນ ຢູ່ໃນເນື້ອທີ່ດິນຈຳກັດ ເນື້ອທີ່ ດິນບໍ່ພຽງພໍໃນການປູກຝັງ, ແຫລ່ງນ້ຳບໍ່ພຽງພໍ, ເຄື່ອງປ່າຂອງດົງທີ່ປະຊາຊົນເຄີຽອາໃສຕໍ່ໃນການລ້ຽງຊີບ ບໍ່ພຽງພໍ ເນື່ອງຈາກວ່າທີ່ດິນສ່ວນໃຫຍ່ ຂອງຊາວບ້ານທີ່ເຄີຍເຮັດຢູ່ເຮັດກິນ ເປັນຂອງບໍຣິສັດສຳປະທານໄປແລ້ວ.
ຂໍ້ຂັດແຍ່ງທາງດ້ານ ວັດທະນະທັມ ຮີດຄອງປະເພນີ ກໍແມ່ນບັນຫານຶ່ງຕາມມາ, ຕົວຢ່າງບັນຫາທີ່ເກີດຂຶ້ນ ຢູ່ເຂດ ກຸ່ມບ້ານໃໝ່ ເມືອງກະລຶມ ແຂວງ ເຊກອງ ເຊິ່ງບ້ານດັ່ງກ່າວ ມີປະຊາຊົນຈາກ ສາມບ້ານ ຖືກຍົກຍ້າຍອອກມາຈາກ ໂຄງການສ້າງເຂື່ອນເຊກະໝານ 3, ແຕ່ຮີດຄອງປະ ເພນີຕ່າງກັນ ຄື ບ້ານນຶ່ງ ເປັນຊົນເຜົ່າອາລັກ, ບ້ານນຶ່ງເປັນຊົນເຜົ່າກະຕູ ແລະ ອີກບ້ານຶ່ງເປັນ ຊົນເຜົ່າແງະທັງສາມມີຮີດຄອງປະເພນີ ຄວາມ ເຊື່ອທີ່ແຕກຕ່າງກັນ ແລະ ເກີດມີບັນຫາກັນຢູ່ຕະຫລອດ ເພາະ ທຸກຊົນເຜົ່າມີພື້ນຖານຄວາມເຊື່ອທີ່ແຕກຕ່າງກັນ ໃນຂນະທີ່ເຂົາເຈົ້າຕ້ອງທຳ ມາຫາກິນຢູ່ໃນເນື້ອທີ່ດິນຈຳກັດ ກວ່າເກົ່າ.
ໃນການແກ້ໄຂບັນຫາດັ່ງກ່າວ ຣັຖບານໄດ້ ສົ່ງພະນັກງານຢູ່ສູນກາງ ລົງໄປເຮັດວຽກກັບພະນັກງານທ້ອງຖິ່ນຢູ່ແຕ່ລະແຂວງ ຫລືເວົ້າອີກຢ່າງນຶ່ງ ກໍຄື ການສົ່ງພະນັກງານລົງຮາກຖານ ທັງໝົດກໍມີຈຸດປະສົງເພື່ອດຶງເອົາຄວາມເຊື່ອໝັ້ນຈາກປະຊາຊົນຄືນມາ ເນື່ອງຈາກວ່າ ປັດຈຸບັນປະຊາຊົນ ບໍ່ໄດ້ມີ ຄວາມເຊື່ອໝັ້ນຫຍັງຕໍ່ການນຳພາຂອງພັກ. ທ່ານວ່າ ຣັຖບານລາວເອງກໍຮູ້ດີວ່າ ປະຊາຊົນບໍ່ມີຄວາມເຊື່ອໝັ້ນຕໍ່ການນຳຂອງເພີ່ນ. ການ ສຸມໃສ່ສົ່ງ ພະນັກງານລົງຮາກຖານ ເພື່ອສ້າງຄວາມເຊື່ອໝັ້ນກັບຄືນມາ ໂດຍອີງໃສ່ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານ 3 ສ້າງ ຊິ່ງມີຄວາມ ໝາຍທາງທິດສະດີກໍຄື ການສ້າງແຂວງເປັນຫົວໜ່ວຍຍຸທສາດ, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວ ໜ່ວຍພັທນາ.
ວຽກງານດັ່ງກ່າວກໍຍັງບໍ່ສາມາດດຳເນີນໄປໄດ້ ແລະມັນກໍຂັດກັບການປະຕິບັດຕົວຈິງ ໂດຍສະເພາະການສ້າງບ້ານ ໃຫ້ເປັນຫົວໜ່ວຍພັທນານັ້ນ ຕ້ອງອາໃສທີ່ດິນອັນເປັນປັດໃຈ ພື້ນຖານຫລັກໃນການດຳລົງຊີວິດ ຂອງປະຊາຊົນ. ໃນເມື່ອດິນຂອງປະຊາຊົນຢູ່ເຂດຊົນນະບົດຖືກ ຣັຖບານ ມອບໃຫ້ ນາຍທຶນສຳປະທານໝົດແລ້ວ ປະຊາຊົນກໍບໍ່ມີທີ່ດິນທຳການຜລິດກະສິກັມເພື່ອລ້ຽງຊີບ ເຂົາເຈົ້າຈະສາມາດສ້າງບ້ານເຂົາເຈົ້າໃຫ້ ເປັນຫົວໜ່ວຍ ພັທນາ ໄດ້ແນວໄດ໋?
ການທີ່ປະຊາຊົນເສັຍສິດນຳໃຊ້ທີ່ດິນ, ຖືກເຈົ້າໜ້າທີ່ຂອງຣັຖໃຊ້ອຳນາດໃນການຢຶດເອົາທີ່ດິນ, ພະນັກງານຜູ້ນ້ອຍຖືກຕັດເງິນອຸດໜູນ ທັງສອງ ຢ່າງນີ້ ມັນເຮັດໃຫ້ເກີດກະແສຕ້ານກັບແນວທາງຂອງຣັຖບານອັນໃຫຍ່ຫລວງຊຶ່ງມັນກາຍເປັນກະແສກົດດັນພັກແລະຣັຖບານໄປໃນຕົວ. ແຮງກົດດັນຈາກສາຍພົວພັນພິເສດ:ບັນຫານຶ່ງທີ່ປະຊາຊົນທັງຊາຕຄັບແຄ້ນແໜ້ນໃຈຫລາຍທີ່ສຸດ ແມ່ນຄວາມສັມພັນ ແບບພິເສດກັບວຽດນາມ. ຕໍ່ບັນຫານີ້ ທ່ານວ່າ ຣັຖບານກຳລັງ ຕົກ ທີ່ນັ່ງລຳບາກບໍ່ຮູ້ວ່າຈະເຮັດແນວໃດ. ຜ່ານມາໂຄງການສັມປະທານຫລາຍໆໂຄງການທີ່ຣັຖບານອະນຸມັດໃຫ້ວຽດນາມຫລືໃຫ້ຈີນກໍດີ ບໍ່ເປັນ ໄປຕາມ ລະບຽບກົດໝາຍ ແລະບໍ່ໄດ້ຜ່ານມະຕິຕົກລົງຈາກສະພາແຫ່ງຊາດເພາະຖືກໜີບເຕັງຈາກອໍານາດທາງການເມືອງ ທັ້ງໆທີ່ຣັຖບານກໍຮູ້ ເຣຶື້ອງນີ້ດີ.
ຖ້າວ່າ ຣັຖບານສັ່ງຍົກເລີກການສຳປະທານ ແລ້ວເອົາດິນຄືນໃຫ້ປະຊາຊົນ ກໍຈະຕ້ອງຖືກເຈົ້າຂອງໂຄງການ ກົດດັນ ໂດຍ ສະເພາະ ເຈົ້າຂອງ ໂຄງການ ທີ່ມາຈາກວຽດນາມແລະຈີນ ຊຶ່ງມີຄວາມສັມພັນແບບພິເສດ ກັບບັນດາການນຳ. ບາງໂຄງການ ຜູ້ນຳຂັ້ນສູງບາງທ່ານໄດ້ເຊັນຕົກລົງ ໃຫ້ສຳປະທານ ຮຽບຮ້ອຍແລ້ວ. ໃນເວລາດຽວກັນ ຣັຖບານກໍເສີຍຢູ່ ບໍ່ເຮັດຫຍັງປະຊາຊົນກໍພາກັນວິຈານວ່າຣັຖບານເບິ່ງຂ້າມ ປະຊາຊົນ ຫລື ບໍ່ຫລຽວແລປະຊາຊົນ ເພາະສະນັ້ນ ສິ່ງທີ່ຣັຖບານສາມາດເຮັດໄດ້ ກໍຄື ການເມີນເສີຍຕໍ່ສຽງຈົ່ມວ່າ ຂອງປະຊາຊົນຕໍ່ໄປ ເພາະຖ້າເຮັດຫຍັງ ຈົນເກີດຜົນກະທົບຕໍ່ຄວາມສັມພັນ ແບບພິເສດນີ້ແລ້ວ ກໍຈະເຮັດໃຫ້ຣັຖບານຕົກທີ່ນັ່ງລຳບາກ.
ແຮງກົດດັນຈາສາກົນ:
ຫລັງຈາກການເນລະເທດ ທ່ານ ນາງ ແອນນາ ໂຊຟີ, ສັນຊາດສະວີສ, ຜູ້ອຳນວນການອົງການເຮວວີຕາສ ປະຈຳລາວ ຊຶ່ງເປັນອົງການຈັດ ຕັ້ງທີ່ບໍ່ສັງກັດ ຣັຖບານ ໃນວັນທີ 7 ທັນວາ 2012, ແລະຕໍ່ມາອາທິດດຽວເທົ່ານັ້ນ ກໍແມ່ນການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສ ດີເດັ່ນ ເຈົ້າຂອງຣາງວັນຣາມອນແມກໄຊໄຊ ປີ 2005. ການຫາຍສາບສູນໄປຂອງ ທ່ານ ສົມບັດ ໄດ້ເກີດຂຶ້ນໃນວັນ 15 ທັນວາ 2012 ໂດຍ ມີເຈົ້າໜ້າທີ່ຕຳ ຫລວດ ແລະ ເຈົ້າໜ້າທີ່ລະດັບສູງບາງຄົນ ຮູ້ເຫັນ. ຈົນກະທັ້ງຕອນນີ້ ທາງການລາວກໍຍັງບໍ່ສາມາດຕອບ ຄຳຖາມ ຈາກສາກົນວ່າ ທ່ານ ສົມບັດ ສົມພອນ ຢູ່ໃສ ແລະບໍ່ມີການລາຍງານຄວາມຄືບໜ້າໃນ ການສືບສວນສອບສວນຫຍັງໝົດກ່ຽວກັບ ການຫາຍຕົວ ຂອງທ່ານ.
ບັນດາອົງການສິດທິມະນຸດສາກົນ, ຣັຖສະພາອາຊຽນ ແລະ ຣັຖສະພາຢູໂຣບ ມີການຕິດຕໍ່ພົວພັນ ກັບ ທາງການລາວຢ່າງໃກ້ຊິດ, ແຕ່ທາງ ການລາວ ກໍບໍ່ມີການລາຍງານຄວາມຄືບໜ້າຫຍັງ ນອກຈາກຄຳຕອບໃນລັກສນະ ບໍ່ຮູ້ ບໍ່ເຫັນ ບໍ່ຈັກ. ຜົນກະທົບທີ່ເກີດຈາກເຫດການ ທັງສອງ ເຫດການນີ້ ກໍຄື ພັກ ຣັຖບານລາວ ຖືກກົດດັນໜັກຈາກສາກົນ. ເຈົ້າໜ້າທີ່ຂັ້ນສູງຂອງລາວໄປປະຊຸມຕ່າງປະເທດ ກໍຖືກຕ່າງຊາດຖາມເລື່ອງ ທ່ານ ສົມບັດ ສົມພອນ, ໃນເວລາບັນດາການນຳຂອງລາວ ໄປປະຊຸມປະເທດໃດ ກໍບໍ່ກ້າຖະແຫລງຂ່າວກັບສື່ມວນຊົນສາກົນ ເພາະຢ້ານສື່ ມວນຊົນຖາມເຣື້ອງ ທ່ານ ສົມບັດ ສົມພອນ. ຣັຖບານລາວຍິ່ງງຽບເທົ່າໃດ ກໍຍິ່ງມີແຮງກົດດັນຫລາຍເທົ່າຕົວ. ກໍຣະນີດັ່ງກ່າວ ປະຊາຄົມໂລກ ໃຫ້ຄວາມສົນໃຈເພາະມັນຂັດກັບຫລັກການ ພື້ນຖານຂອງສິດທິມະນຸດທີ່ລາວເອງ ມີພັນທະໃນການປັບປຸງສິດທິຂອງ ປະຊາຊົນເຊັ່ນກັນ. ນອກນັ້ນ ສື່ມວນຊົນຕ່າງປະເທດກໍໃຫ້ຄວາມສົນໃຈ. ເຣື້ອງດັ່ງກ່າວບໍ່ມີວັນວ່າຈະງຽບໄປ ແຕ່ມັນຍິ່ງເພີ່ມທະວີຍິ່ງຂຶ້ນ.
ນັກວິເຄາະວ່າ: ຕໍ່ໆໄປຣັຖບານລາວຕ້ອງປະເຊີນກັບການກົດດັນແບບບໍ່ເຄີຍມີມາກ່ອນ ບໍ່ວ່າ ຈະເປັນຄວາມກົດດັນຈາກປະຊົນລາວເອງ ເຣື້ອງ ບັນຫາທີ່ດິນແລະເສຖກິດ ຄວາມກົດດັນຈາກຄວາມສຳພັນແບບພິເສດກັບວຽດນາມ ແລະຄວາມກົດດັນຈາກສາກົນເຣື້ອງສິດທິມະນຸດ.
ນັກນັກວິເຄາະອີກຫລາຍຄົນຢູ່ພາຍໃນລາວເອງກໍໃຫ້ທັສນະຄ້າຍຄືກັນວ່າ ເຖິງແມ່ນວ່າ ພັກປະຊາຊົນປະຕິວັດລາວ ແລະ ຣັຖບານລາວ ຈະມີ ທັສນະ ການຕໍ່ສູ້ເພື່ອຊົນຊັ້ນກັມະຊີບໜຽວແໜ້ນປານໃດກໍຕາມ ໃນຂະນະທີ່ສັງຄົມໃນລາວ ເກີດເປັນຊົນຊັ້ນຜູ້ນໍາ ແລະຊົນຊັ້ນ ປະຊາຊົນຜູ້ ທຸກຍາກ ຢ່າງເຫັນ ໄດ້ແຈ້ງໃນທຸກມື້ນີ້ແລ້ວ, ຖ້າບໍ່ປັບປ່ຽນແນວທາງນະໂຍບາຍການປົກຄອງ ແລະ ຫລຸດຜ່ອນຄວາສັມພັນແບບພິເສດລົງ ເພື່ອໃຫ້ຖືກກັບຈິດໃຈ ແລະ ຄວາມມຸ້ງມາດປາຖນາຂອງປະຊາຊົນສ່ວນຫລາຍແລ້ວ ຣັຖບານກໍຈະປົກຄອງປະເທດໄດ້ແບບລຳບາກ.
ນ້ຳຮ້ອນປາເປັນ ນ້ຳເຢັນປາຕາຍ ຂໍເຕືອນຣັຖບານ ສາມບາດຄ້ອນຈະຢ້ອນກັບຄືນມາຫາຫົວເຈົ້າແລ້ວ
ຍັງອີກແຮງດັນທີ່ 4 ທີ່ເກີດຈາກຜູ້ຮອງພວກເພິ່ນຊຶ່ງເປັນແຮງດັນທີ່ຄນະລັດຖະບານລາວຢ້ານກວ່າທີ່ສຸດ.
ຜູ້ຮອງຂອງເພິ່ນ ແມ່ນໃຜນໍ່ ? ຂ້າພະເຈົ້າຄິດວ່າ ພັນລະຍາຜູ້ບັງຄັບແຂງຢູ່ເຮືອນບໍ່? ຫຼື ຢູ່ເຮືອນນ້ອຍ ຖ້າແມ່ນຢູ່ກົມການ (ມ) ຄືຈະແມ່ນຜູ້ຢູ່ເບື້ອງລຸ່ມຂອງເພີ່ນນໍ່? ຖ້າໃຜມີຄຳເຫັນທາງອື່ນກໍເວົ້າສູ່ກັນຟັງແດ່?
Anonymous wrote:ຜູ້ຮອງຂອງເພິ່ນ ແມ່ນໃຜນໍ່ ? ຂ້າພະເຈົ້າຄິດວ່າ ພັນລະຍາຜູ້ບັງຄັບແຂງຢູ່ເຮືອນບໍ່? ຫຼື ຢູ່ເຮືອນນ້ອຍ ຖ້າແມ່ນຢູ່ກົມການ (ມ) ຄືຈະແມ່ນຜູ້ຢູ່ເບື້ອງລຸ່ມຂອງເພີ່ນນໍ່? ຖ້າໃຜມີຄຳເຫັນທາງອື່ນກໍເວົ້າສູ່ກັນຟັງແດ່?
ນອກນີ້ຍັງມີແຮງບີບຮັດ ແລະ ແຮງບີບຄັ້ນອີກ.ຢ້ານບໍ່ມົ້ມທີ່ຮາກເລືອດຄັກໆ.