ສົມສະຫວາດ ເລັງສະຫວັດ ເລີ້ມເອົາພຣະບາງ ອອກມາຫາໂກງກິນ
ນີ້ຄືພະບາງອົງຈິງທີ່ປະດິດສະຖານຢູ່ພະລາດຊະວັງຫລວງພະບາງນັບແຕ່ສະຫຍາມໄດ້ສົ່ງຄືນໃຫ້ລາວ
ເປັນຕົ້ນມາຈົນຮອດປີ 1976. ຫລັງຈາກປີ 76 ເປັນຕົ້ນມາບໍ່ມີໃຜຮູ້ແລະເຫັນພະບາງທີ່ມີຮູບຊົງ
ແບບໃນຮູບນີ້ຢູ່ໃນພະລາດຊະວັງ ຫລືສະຖານທີ່ວັດວາອາຮາມຕ່າງໆໃນນະຄອນພລວງພະບາງອີກ
ເລີຍ. ອັນພະບາງທີ່ຊາວຫລວງພະບາງນຳແຫ່ອອກມາໃຫ້ປະຊາຊົນຫົດສົງໃນຍາມບຸນປີໃໝ່ລາວ
ທຸກໆປີນັ້ນແມ່ນພະຕາງຊຶ່ງເປັນພະພຸດທະຮູບເໝືອນພະບາງອີກອົງນຶ່ງ ແລະປະດິດສະຖານຢູ່ທີ່ວັດ
ຊຽງທອງ. ພະບາງອົງຈິງບໍ່ໄດ້ນຳເອົາລົງມາໃຫ້ປະຊາຊົນຫົດສົງໃນວັນປີໃໝ່ລາວຢູ່ຫລວງພະບາວນັບ
ແຕ່ປີ 1948 ພາຍຫລັງທີ່ມີພິທີການຫລ່າມໂສ້ໃສ່ຕີນຂອງພະບາງຕິດກັບແຖ່ນທີ່ເພິ່ນຢືນຢູ່ນັ້ນ. ມີ
ຄົນເກົ່າແກ່ໄດ້ເລົ່າສູ່ຟັງວ່າພະບາງມັກຈະຫາຍຕົວໄປຫາພະແກ້ວມໍລະກົດຢູ່ທີ່ກຸງເທບຕະຫລອດ ຈຶ່ງ
ມີພິທີທາງໄສຍະສາດເຈາະຕີນທັງສອງເບື້ອງຂອງພະບາງແລ້ວເອົາໂສ້ຫລ່າມໄວ້ຢູ່ໃນພະລາດຊະວັງນັ້ນ
ຕາຍໂຕເລີຍ. ຜູ້ທີ່ເຈາະຕີນພະບາງນັ້ນກໍເປັນຕົນຫລວງພະບາງ, ເມື່ອເຈາະຕີນພະບາງແລ້ວ ສາມປີ
ຕໍ່ມາຜູ້ກ່ຽວແລະເມຍກໍເກີດເປັນຄົນຂາແຜະຂຶ້ນ, ຍັງບໍ່ແລ້ວລູກທີ່ເກີດມາກໍຂາແຜະໝົດທັງ 4 ຄົນ
ຊາຍສອງຍິງສອງ. ຄອບຄົວນີ້ແມ່ນເຈົ້າຊີວິດຮັບລ້ຽງດູມາເປັນຢ່າງດີ ຈົນລູກທັງ 4 ຄົນຈົບການສຶກສາ
ມາແຕ່ຕ່າງປະເທດໝົດ ແລະກໍມີຄອບຄົວທັງ 4 ຄົນ. ພໍ່ແມ່ໄດ້ເຖິງແກ່ກຳໄປໃນລະຍະປີ 1960 ແລະ
ລູກທັງ 4 ນັ້ນກໍມີຄອບຄົວໝົທຸກຄົນແລະພາກັນເຮັດການຢູ່ໃນພະລາຊະວັງນັ້ນມາຕະຫລອດ, ແຕ່
ບາບກຳຍັງມາຕົກເຖິງເຊັ່ນຫລານ ເພາະໄດ້ຫລານເກີດອອກມາຂາແຜະເໜືອນກັນໝົດທຸກຄົນ ທັ້ງ 6
ຫລານ. ພະບາງເປັນພະທີ່ສັກສິດທີ່ສຸດໃນສະໄໝກ່ອນໆ, ຕາມຄົນເກົ່າແກ່ເລົ່າສູ່ຟັງ ຍາມເພິ່ນບິນລັກ
ໄປຫາພະແກ້ວມໍລະກົດຈະເປັນແສງປະກາຍອອກເປັນສາມໜ່ວຍ ຄ້ທີ່ຫົວແລະບ່າຂອງເພິ່ນ, ໄປຍາມໃດ
ແມ່ນເປັນແຮມເດືອນແຮມປີຈຶ່ງກັບມາ.
ນຳມາຈາກການບອກເລົ່າຂອງຄົນເກົ່າແກ່ ເຊື່ອແນ່ວ່າຊາວຫລວງພະບາງຈະຮູ້ປະຫວັດນີ້ດີ.
ເຈົ້າຊີວິດລາວ ພາກັນເອົາໄປຂ້າຖິ້ມ "ພວກຄວາຍ" ຕົ້ມພີ່ນ້ອງລາວທົ່ວປະເທດ
ຕາມຕໍານາລໄດ້ກ່າວວ່າ ພຣະບາງ ໄດ້ຖືກຫລໍ່ຂຶ້ນໃນປະເທສສຣີລັງກາ, ໃນປີກອ່ນຄຣິສຕະສັງກາສ107 ປີ, ໂດຍ ແມ່ນ ພຣະມະຫາຈຸລະນາຄ ເຖຣະ ຊົງເປັນປະທານ ພອ້ມດວ້ຍພຣະອໍຣະຫັນຕາເຈົ້າຫ໌ 500 ອົງຄ໌. ນັບແຕ່ມື້ທີ່ຫລໍ່ພຣະບາງ ມາຮອດມື້ທີ່ພຣະບາງ ໄດ້ຖືກຫາຍສາບສູນໄປຈາກປະເທສລາວໂຮມອາຍຸໄດ້ພັນກ່ວາປີ. ໂລຫະທາຕ ທີ່ໃຊ້ໃນກາຣຫລໍ່ພຣະບາງ ນັ້ນ ໄດ້ຖືກຄົ້ນພົບໃນຈໍານວນຫລວງຫລາຍ, ນອກຈາກຄໍາແລ້ວ ຍັງໄດ້ ປະສົມເງິນ ແລະ ທອງແດງ ເຂົ້ານ້ອຍນຶ່ງ. ເພື່ອເຮັດໃຫ້ທາຕຄໍາ ກາຍເປັນໂລຫະທີ່ແຂງ, ພຣະມະຫາຈຸລະນາຄ ໄດ້ນໍາເອົາພຣະສາຣິຣິກະທາຕ (ກະດູກ) ຂອງພຣະສັມມາສັມພຸທເຈົ້າ ຝັງໃວ້ຫ້າແຫ່ງໃນອົງຄ໌ຂອງພຣະບາງ ຄືຢູ່ຄໍ, ຢູ່ຄາງ, ຢູ່ເອິກ, ຢູມືຂວາ-ມືຊ້າຍ ແລະ ຢູ່ໜ້າຜາກ. ຕາມຕໍານາລພາສາບາລີ ໄດ້ກ່າວວ່າ ພຣະບາງ ມີນໍ້າໜັກ 44,500 ຕາຊັ່ງ ເຊິ່ງເທົ່າກັບ 52,85 ກິໂລກຣາມ; ພາສາບາລີ ໄດ້ພັນຣະນາໄວ້ດັ່ງນີ້: ອິມັງ ພຸທທະພິມພະຣູປະກາຍັບປະມານັງ ຊາຕິຕັພພັງປາທະຕະລະໂຕ ປັຕຖາຍະຍາວະ ນະລາຕະເກສະປະຣິຍັນຕັງ ຈະຕຸວິທັຕຖິປະມານັງ ຕະໂຕ ເກສະປະຣິຍັນຕັງ ສີຍາ ສັຕຕັງຄຸລິປະມານັງ ປັນຈະສະຕາທິກັງຈະຕຸສະຫັສສາທິການິ ຈະຕຸທັສສະຫະສານິ (ຄວາມໝາຍ ກ່ຽວກັບນໍ້າໜັກ ດັ່ງທີ່ກ່າວມາແລ້ວ). ພຣະບາງ ໄດ້ເຂົ້າໄປສູ່ປະເທສຂເມຣ ດວ້ຍວິທີໃດນັ້ນ, ຂ້າພະເຈົ້າ ບໍ່ສາມາຖທີ່ຈະເວົ້າສູ່ຟັງໄດ້ ເພາະບໍ່ສາມາຖຊອກຫາຕໍາຣັບ ຕໍາຣາ; ແຕ່ສິ່ງທີ່ສາມາຖເລົ່າສູ່ຟັງໄດ້ ກໍມີພຽງແຕ່ວ່າ ໃນສມັຍນັ້ນ ພຣະເຈົ້າສີຣິຈັນທະຣາຊ ເຈົ້າແຜ່ນດິນຂອມ ໄດ້ແຕ່ງເສນາອາມາຈ ໄປເຝົ້າພຣະເຈົ້າສຸບິນ ຣາຊາແຫ່ງເມືອງລັງກາ ເພື່ອຂໍເອົາພຣະບາງ ມາໄວ້ສັກກາຣະບູຊາ ຕໍານາລໄດ້ກ່າວວ່າ ກະສັຕວ໌ ສອງພຣະອົງຄ໌ ໄດ້ຊົງເປັນສ່ຽວຮັກສ່ຽວແພງກັນ ພຣະເຈົ້າສີຣິຈັນທະຣາຊ ໄດ້ສົ່ງເສນາອາມາຈ ໄປເມືອງລັງກາ ໃນປີ ຄ.ສ 856 ແຕ່ບໍ່ຮູ້ວ່າ ເສນາອາມາຈ ໄດ້ຄືນມາປະເທສຂອມ ໃນປີດຽວກັນນັ້ນຫຼືບໍ່?. ເມື່ອພຣະເຈົ້າຟ້າງຸ່ມ ໄດ້ຂຶ້ນຄອງຣາຊບັນລັງ ໃນປີ ຄ.ສ 1353, ພຣະເຈົ້າສີຣິຈຸນຫະເຈົ້າກຸງຂເມຣ ຜູ້ເປັນພໍ່ຂອງນາງແກ້ວເກັງຍາ ເຊີ່ງເປັນພຣະມະເຫສີ ຂອງພຣະເຈົ້າຟ້າງຸ່ມ ໄດ້ເຊີນເອົາເຂີຍຂອງຕົນ ລົງໄປຂເມຣ ໃນປີ ຄ.ສ 1358 ເພື່ອຮັບສິຣຫ້າ; ໃນເວລາດຽວກັນນັ້ນ, ກໍໄດ້ມອບພຣະບາງ ໃຫ້ເປັນຂອງຂັວນ ພຣະມະຫາປາສະມັນຕ໌ ຜູ້ເປັນອາຈາຣຍ໌ມານໍາ ພອ້ມກັບຄູບາສີ່ອົງຄ໌ ແລະ ສາມະເນຣ 1 ອົງຄ໌. ນອກຈາກນັ້ນແລ້ວ, ຍັງໄດ້ເຊີນເອົາບັນດິຕ ທີ່ຮຽນສູດພຣະໄຕປີດົກ ມານໍາສາມທ່ານຄື: ທ່ານນໍຣະສິງຫ໌, ທ່ານນໍຣະເດຊ ແລະ ທ່ານນໍຣະສາຕຣ໌. ໃນປີ ຄ.ສ 1359 ພຣະເຈົ້າຟ້າງຸ່ມ ສະເດັຈມາຮອດເມືອງວຽງຄໍາ ເຂົ້າໃຈວ່າແມ່ນເມືອງທຸຣະຄົມ ຫຼື ບ້ານເກິນ ໃນປັຈຈຸບັນ; ພຣະຍາເອກ ເຈົ້າເມືອງວຽງຄໍາ ທີ່ເປັນສ່ຽວກັບພຣະອົງຄ໌ ໄດ້ອອ້ນວອນຂໍ ພຣະບາງ ໄວ້ບູຊາ; ພຣະບາງ ໄດ້ສະຖິດຢູ່ເມືອງວຽງຄໍາ ເປັນເວລາຍາວນານຮອດ 126 ປີ.
ໃນປີ 1485 ຫລັງຈາກ ພຣະເຈົ້າຫລ້າສາມແສນໄທ ໄດ້ຂຶ້ນຄອງຣາຊສົມບັຕແລ້ວ ຈຶ່ງໄດ້ແຕ່ງໃຫ້ເສນາອາມາຈ ມານິມົນຕ໌ເອົາພຣະບາງ ຂຶ້ນເມືອນະຄອຣ ຫລວງພຣະບາງ. ກາຣນໍາເອົາພຣະບາງ ຂຶ້ນເມືອເທື່ອນີ້ ແມ່ນໄປທາງບົກ, ໂດຍຜ່ານໄປທາງເມືອງສີຊຽງໃໝ່. ເສັ້ນທາງທີ່ນໍາເອົາພຣະບາງ ຂຶ້ນໄປເທື່ອນີ້ ຍັງປະກົດມີຢູ່ ແລະ ຊາວບ້ານ ຍັງຮ້ອງທາງເສັ້ນນັ້ນວ່າ: ທາງພຣະບາງ. ເມື່ອພຣະບາງ ໄດ້ນໍາຂຶ້ນໄປຮອດຫລວງພຣະບາງ ແລ້ວ, ກໍໄດ້ປະດິສຖານໃວ້ທີ່ວັຕມະໂນຊຽງກາງ ຫຼືວ່າ ວັຕມະໂນຣົມຍ໌ ຕາມກາຣຮ້ອງຊື່ໃໝ່ຂອງຊາວເມືອງ. ໃນປີ ຄ.ສ 1500 ຫລັງຈາກພຣະເຈົ້າວິຊຸລ ໄດ້ຂຶ້ນສເວີຍຣາຊແລ້ວ ພຣະອົງໄດ້ຊົງສ້າງວັຕພິເສສ ເພື່ອເປັນບອ່ນປະດິສຖານພຣະບາງ ແລະ ວັຕນັ້ນໃຫ້ຊື່ວ່າ ວັຕວິຊຸລ ຕາມພຣະນາມຂອງພຣະອົງເອງ. ນອກຈາກວັຕວິຊຸລ ໃຫ້ເປັນບອ່ນປະດິສຖານ ຂອງພຣະບາງແລ້ວ ພຣະເຈົ້າວິຊຸລ ຍັງໄດ້ຊົງອະນຸມັຈໃຫ້ວັຕນັ້ນ ເປັນເຂຕອະໄພຍ໌ໂທສແກ່ທຸກຄົນ, ດັ່ງພຣະຣາຊໂອງກາຣຕໍ່ລົງໄປນີ້: "ພຣະຍາວິຊຸລຣາຊເຈົ້າ ປະກອບກຸສົລເຈຕນາຮັກສາສາສນາພຣະພຸທເຈົ້າ ຈຶ່ງໄດ້ສ້າງທີ່ນີ້ຂຶ້ນ ເພື່ອໃຫ້ເປັນທີ່ເພິ່ງ ແກ່ພຸທທະບໍຣິສັທທັງຫລາຍ, ຜິວ່າຜູ້ໃດຜິດອາຊຍາຄວຣຂ້າກໍດີ, ຄວຣໃສ່ຄາວາແຂນກໍດີ, ຄວຣເສັຽໜີ້ສິນເງິນພັນຄໍາຮອ້ຍກໍດີ ຜາຍເຂົ້າມາເພິ່ງວິຊຸລມະຫາວິຫາຣນີ້ແຫລ້, ວ່າແຕ່ໄດ້ຍ່າງເຂົ້າມາຮວ່ມໃນເຂຕນີ້ ໄດ້ກ້າວນຶ່ງກໍດີ ຫຼືຍັງຂາດກ້າວນຶ່ງ ຈຶ່ງຈະເຂົ້າມາຮວ່ມໃນເຂດນີ້ກໍດີ,ໃຜຢ່າໄດ້ທໍາຕາມໂທສອັນນັ້ນ ແກ່ມັນຜູ້ນັ້ນເທີນ, ທໍ່ແຕ່ໃຫ້ແຕ່ງສົມມາຄາຣະວະ ແກ່ພຣະຣັຕນະໄຕເຈົ້າແລ້ວ ກໍໃຫ້ເອົາມາຫາວຽກຫາກາຣ, ລາງເປັນຂອ້ຍ ກໍໃຫ້ເປັນຂອ້ຍ, ລາງເປັນໄພ່ດັ່ງກ່າວແລ້ວເທີນ, ອານິສົງສາຝູງນີ້ ຈົງໃຫ້ໄປຮອດໄປເຖິງປູ່ຍ່າຕາຍາຍ, ຜູ້ເຖົ້າຜູ້ແກ່, ພໍ່ບ້ານແມ່ເມືອງ ພູ້ນ ຕາບຕໍ່ເທົ້າເຖິງຕົນຜູ້ຂ້າ ຜູ້ສ້າງມະຫະວິຫາຣຫລັງນີ້ ແລະ ລູກເຕົ້າ, ຫລານ, ເຫລັນ ຂອງຜູ້ຂ້າ ຝູງຈະສືບປະເພນີເມືອໜ້າຕາບຕໍ່ເທົ້າ 5,000 ພຣະວັຕສາ ແລະ ຕາບໃດຕົນຜູ້ຂ້າ ຍັງບໍ່ໄດ້ເຖິງນິພານ ຍັງທົວ ຣະທຽວໄປມາໃນວັຕຕະສົງສາຣນີ້ຢູ່ ຂໍໃຫ້ໄດ້ປາສຈາກກັມມ໌ເວຣທັງມວນ, ເມື່ອໃດພຣະເມຕໄຕຍ໌ໂພທິສັຕວ໌ເຈົ້າ ລົງມາຕັສເປັນພຣະສັພພັນຍູ ຂໍໃຫ້ຜູ້ຂ້າໄດ້ມາເກີດຮ່ວມວັນພຣະອົງຄ໌ນັ້ນ ຂໍໃຫ້ໄດ້ເຖິງອໍຣະຫັນຕະມັຄຄະຍານ ໃນສໍານັກຂອງພຣະເມຕໄຕຍ໌ເຈົ້າອົງຄ໌ນັ້ນ ເທົ້າວັນເທີ້ນຫໍໍ່". ດັ່ງທີ່ທ່ານໄດ້ອ່ານມາແລ້ວນັ້ນ ທ່ານກໍຄົງເຂົ້າໃຈວ່າ ດວ້ຍເຫຕໃດພຣະເຈົ້າມະຫາຊີວິຕໃນເວລານັ້ນ ຈຶ່ງເຫລື້ອມໃສນໍາພຣະບາງ? ອັນນີ້ເປັນໜ້າທີ່ຂອງທ່ານຕອ້ງຄຶດ ແລະ ພິສູດເອົາເອງ. ໃນປີ 1563 ພຣະເຈົ້າໄຊຍະເສຕຖາມະຫາຣາຊ ໄດ້ຍ້າຍເມືອງຫລວງ ມານະຄອນວຽງຈັນທນ໌ ແລະ ໄດ້ປ່ຽນຊືຊວາ (ອານຊົວ) ມາເປັນຫລວງພຣະບາງ ເຊີ່ງແປວ່າ ພຣະບາງໃຫ່ຽ ສວ່ນພຣະ ບາງນັ້ນ ຍັງປະດິສຖານໃວ້ທີ່ເມືອງຊົວ ຫຼືວ່າເມືອງຊຽງທອງ ຕາມເຄີຍ. ໃນປີ ຄ.ສ 1714 ເຈົ້າອົງຄ໌ຫລໍ່ ໄດ້ຂຶ້ນເປັນເຈົ້າຊີວິຕ ໂດຍມີພຣະນາມວ່າພຣະເຈົ້າໄຊຍະເສຕຖາ ທີ 2, ແຕ່ປະຊາຊົນທົ່ວໄປມັກຮອ້ງວ່າ ເຈົ້າໄຊຍ໌ອົງຄ໌ເວ້; ທ່ານໄຊຍ໌ອົງເວ້ໄດ້ນໍາກອງທະຫາຣແກວ ມາຕີເອົາຊຽງຂວາງ ແລະ ນະຄອນວຽງຈັນທນ໌, ແລ້ວກໍຂຶ້ນເປັນເຈົ້າແຜ່ນດິນລ້ານຊ້າງ; ພຣະອົງຄ໌ໄດ້ນໍາເອົາພຣະບາງ ລົງມາວຽງຈັນທນ໌ ປະດິສຖານໃວ້ກັບພຣະແກ້ວມໍຣະກົຕ ແລະ ພຣະແຊກຄໍາ ໃນສມັຍຂອງເຈົ້າສີຣິບຸນຍະສານ ລູກຊາຍຂອງເຈົ້າໄຊຍ໌ອົງຄ໌ເວ້, ເຈົ້ານັ້ນທະເສນລູກຊາຍເຈົ້າສີຣິບຸນຍະສານ, ເຈົ້າອິນທະວົງສ໌ ນອ້ງເຈົ້ານັນທະເສນ ແລະ ເຈົ້າອະນຸວົງສ໌ ນອ້ງເຈົ້ານັນທະເສນ. ໃນສີ່ສມັຍທີ່ກ່າວມານີ້ ແມ່ນປາງເສິກໄທຍ໌ ເຊີ່ງມີກາຣພົວພັນຫລາຍກັບພຣະບາງ ແລະ ພຣະ ພຸທທະຮູບທີ່ສໍາຄັນ ຂອງລາວ, ເຊີ່ງທ່ານຈະໄດ້ຊາບດັ່ງຕໍ່ໄປນີ້: ຫລັງຈາກທິຕສິນ ທໍາກາຣກອບກູ້ເອກຣາຊຈາກພະມ້າໄດ້ແລ້ວ ກໍທໍາກາຣຍ້າຍເມືອງຫລວງ ໄປຕັ້ງຢູ່ທົນບູຣີ ແລະ ສະຖາປະນາຕົນເອງຂຶ້ນເປັນເຈົ້າຊີວິດໄທຍ໌ ຊົງພຣະນາມວ່າ ພຣະເຈົ້າຕາກສິນມະຫາຣາຊ. ກອ່ນຈະເວົ້າກ່ຽວກັບລາວ ຢາກຈະຂໍເວົ້າກ່ຽວກັບ ທ່ານທິຕສິນກອ່ນ, ປະວັຕກ່າວວ່າ ທິຕສິນ ເປັນເຊື້ອເຈັກ, ທ່ານທິຕດ້ວງ ຜູ້ເປັນສ່ຽວໃນເວລານັ້ນ ມີຍົດເປັນເຈົ້າຟ້າມະຫາກະສັຕວ໌ເສີກ ເລີຍທໍາກາຣຂ້າທິຕສິນຖິ້ມ ແລ້ວຕັ້ງຕົນເອງເປັນເຈົ້າຊີວິຕໄທຍ໌ ຊົງພຣະນາມວ່າ ພຣະພຸທທະເລີດຫລ້ານະພາໄລຍ໌,ເຊີ່ງເປັນປະຖົມມະກະສັຕວ໌ ຂອງຣາຊວົງສ໌ຈັກກຣີ ຂອງພຣະຣາຊອານາຈັກຣ໌ໄທຍ໌ ໃນປັຈຈຸບັນ ໃນປີ ຄ.ສ 1778. ພຣະເຈົ້າຕາກສິນ ໄດ້ສັ່ງໃຫ້ຈົ້າຟ້າກະສັຕວ໌ເສິກ ຂຶ້ນໄປຕີວຽງຈັນທນ໌ ຕາມຈົດໝາຍບັນທຶກຄວາມຊົງຈໍາ ຂອງກົມຫລວງນະຣິນທອຣເທວີ ໄດ້ບັນທຶກໃວ້ວ່າ ເຈົ້າຟ້າກະສັຕວ໌ເສິກ ເຂົ້າວຽງຈັນທນ໌ ໄດ້ໃນວັນຄາຣ ເດືອນ 3 ຂຶ້ນ 10 ຄໍ່າ, ເຈົ້າເມືອງ ໜີໄປໄດ້, ໄດ້ຍຶດເອົາພຣະແກ້ວມໍຣະກົຕແລະ ພຣະບາງ ມາເປັນຫລັກຖານ. ໃນເວລາທິຕດວ້ງ ໄດ້ເຂົ້າວຽງ ຈັນທນ໌ນັ້ນ, ເຈົ້າສີຣິບຸນຍະສານຫລົບໜີໄປໄດ້, ຫົວໜ້າເສິກໄທຍ໌ ທີ່ໄດ້ຕີລາວໃນເວລານັ້ນ ນອກຈາກເຈົ້າຟ້າກະສັຕວ໌ເສິກແລ້ວ, ກໍຍັງມີສົມເດັຈພຣະບໍວອຣ ຣາຊມະຫາສັກພົລເສພຍ໌ ແລະ ພຣະຍາບໍດິນທໍຣະເດຊາ (ສິງຫ໌) ຕາມປະວັຕກ່າວວ່າ ພຣະຍາບໍດິນ ເປັນຊົນຊາວອັງກິສ ໄດ້ຂຶ້ນໄປຣົບຮອດຊໍາເໜືອ ແລະ ໄດ້ເອົາເມັຽນອ້ຍຢູ່ທີ່ນັ້ນບັນດາລູກຫລານຂອງເພິ່ນ ມັກໃສ່ນາມສະກຸລວ່າ ວິຊາປຣະກາ ສວ່ນໃນປະເທສໄທຍ໌ນັ້ນ ໃສ່ນາມສະກຸລວ່າ ສິງຫະເສນີຍ໌. ຕໍ່ໄປນີ້ທ່ານຈະໄດ້ອ່ານ ຄໍາສັ່ງຣາຊກາຣທີ 3 ກ່ຽວກັບກາຣແຫ່ເອົາພຣະແກ້ວ ແລະ ພຣະບາງ ຈາກເມືອງອະຍຸທຍາ ລົງໄປບາງກອກ ເຊີ່ງເປັນເມືອງຫລວງ ໃໝ່ (ກ່າຍຈາກຈົດໝາຍຣັບສັ່ງ.ຣ.3.ຈ.1189) (1727) ເລຂທີ (3) ດວ້ຍພຣະຍາຮັກສ໌ມົນທຽນ ຮັບພຣະຣາຊໂອງກາຣໃສ່ເກົ້າ ຊົງກະຣຸນາໂຜດເກົ້າສັ່ງວ່າ ພຣະບໍຣົມມະຫາທາຕ (ຄຶດວ່າຄົງແມ່ນເອົາໄປຈາກ ທາຕຫລວງພຣະບາງ), ພຣະແຊກຄໍາ, ພຣະສັນສົ້ມມໍ ໂຮມ 3 ອົງຄ໌ 4 ທັງພຣະບໍຣົມມະຫາທາຕ ເຊິ່ງລັກ ເອົາມາແຕ່ວຽງຈັນທນ໌ ດຽວນີ້ມາຮອດກຸງເກົ່າ ແລ້ວຈະໄດ້ຄືນໄປຣັບມາໃວ້ບາງກອກ, ໃຫ້ມະຫາດໄທຍ໌ປອ້ງກັນປະເທສ ເກນເຮືອ 4 ລໍາ, ລໍານຶ່ງຮັບເຄື່ອງສົ່ງ ລົງເຮືອ ໜ້າ 3 ອົງຄ໌, ທ້າຍ 2 ອົງຄ໌ ໂຮມເປັນ 5 ອົງຄ໌. ພວກເປົ່າແກສັ່ງລົງເຮືອໜ້າ 6 ຄົນ, ເກນເຮືອດັ້ງ 4 ລໍາ ມີຜູ້ຖືທຸງຈີນລົງເຮືອລະຄົນ, ຕີກອງໄຊຊະນະ 20 ຄູ່ ລົງເຮືອລໍາລະ 5 ຄູ່ 40 ຄົນ ໂຮມເປັນເຮືອ 5 ລໍາ. ສ່ວນສີພາຍໃຫ້ໃສ່ສົ້ງເສື້ອສີດູ່, ໃຫ້ຮີບຂຶ້ນໄປໃນເດືອນ 11 ແຣມ 12 ຄໍ່າ ເວລາເຊົ້າ, ວັນລົງມາຮອດວັຕຂຽນແລ້ວ ແມ່ນຂຶ້ນ 4 ຄໍ່າ ເດືອນ 12 ເວລາເຊົ້າ ຈະຈັດຂບວນເຮືອຂຶ້ນໄປຮັບ.
ພະບາງ ກັບສູ່ລາວ : ໃນປີ ຄ.ສ 1784 ພຣະພຸທທະຍອດຟ້າຈຸລາໂລກ (ທິຕດ້ວງ) ໄດ້ສ້າງວັຕພຣະແກ້ວຂຶ້ນ ໃສ່ພຣະຣາຊວັງເກົ່າ ໃຫ້ຊື່ວ່າ ວັຕພຣະສີຣັຕນະສາສດາຣາມ, ວັຕນີ້ຢູ່ທາງໃຕ້ຂອງສນາມຫລວງ ແລ້ວເຊີນເອົາພຣະແກ້ວມໍຣະກົດ ກັບພຣະບາງ ໄປຢູ່ຮ່ວມກັນ. ແຕ່ຕາມຄວາມບອກເລົ່າ ຂອງເຈົ້ານັນທະເສນ ຜູ້ເປັນຫລານຂອງເຈົ້າໄຊຍ໌ອົງຄ໌ເວ້ ກ່າວວ່າ ພຣະແກ້ວ ກັບພຣະບາງ ຢູ່ຮວ່ມກັນບໍ່ໄດ້; ດັ່ງນັ້ນເອງ ໃນປີ1858 ໄດ້ເກີດຫ່າກ້ອມ ລົງກິນຄົນຢູ່ກຸງເທພ ເປັນເວລາຮອດ 3 ປີ. ຫ່າກອ້ມ ເປັນລັກສນະບ້ານເມືອງແຫ້ງແລ້ງ ເກີດດາວຫາງຕົກລົງມາແຕ່ທອ້ງຟ້າ, ປະຊາຊົນເກີດພະຍາທ ຮອ້ຍແປດ ພັນປະກາຣ ແລະ ກໍມີກາຣລົ້ມຕາຍມື້ລະຫລາຍຮອ້ຍຄົນ; ຄັນແລ້ວກໍຍ້າຍພຣະບາງ ໄປວັຕສາມປຶ້ມ ເຊີ່ງໃນປັຈຈຸບັນຮ້ອງວ່າວັຕຈັກວັຕ. ພຣະບາງ ເມື່ອຢູ່ວັຕສາມປຶ້ມນັ້ນ ໄດ້ເອົາໄວ້ທີ່ຫໍ ພຣະບາງ ເມື່ອເອົາພຣະບາງສົ່ງຄືນລາວແລ້ວ ຫໍພຣະບາງ ກໍໄດ້ກາຍມາເປັນບ່ອນມ້ຽນໜັງສືທີ່ສໍາຄັນ ທີ່ລັກໄປຈາກປະເທສລາວ. ຂ້າພະເຈົ້າ ໃຊ້ເວລາ 4-5 ປີ ໄດ້ນອນຢູ່ເຮືອນເຝົ້າຫໍພຣະບາງ, ເຊິ່ງມີທ່ານອາຈາຣຍ໌ມະຫາທີ ຊາວເມືອງຮ້ອຍເອັດ ເປັນຜູ້ຖືກະແຈ; ເນື່ອງຈາກທ່ານອາຈາຣຍ໌ ເປັນນັກຊາຕນິຍົມ ຈຶ່ງໄດ້ອະນຸຍາຕໃຫ້ຂ້າພະເຈົ້າ ໄດ້ທໍາກາຣເຂົ້າໄປຄົ້ນຄົ້ວໄດ້ທຸກເວລາ. ໃນ ໃບລານລາວ
ຝົນຕົກຄືນວັນທີ 15-16/12/13
- ຝົນຕົກຍາມໜ້າຮ້ອນ ເດືອນສາມສີ່ບໍ່ເປັນສັງ ເດືອນຫ້າຫົກຝົນຕົກແຮງ ໝູ່ຂຽດກົບໂຮຮ້ອງ ອັນນີ້ຝົນຕົກລິນຍາມໜາວແທ້ ກາງເດືອນຈຽງຜິດທີ່ ຝົນຕົກລິນບໍ່ແມ່ນຍາມແບບນີ້ ບູຮານເຖົ້າວ່າແປກຈິງ
ຫິມະຕົກໜັກທີ່ຫວຽດນາມພີ່ນ້ອງ ສົງໃສອີກບໍ່ດົນຈະເຫັນຫິມະຕົກຢູ່ລາວແທ້ໆໆໆ