ສະບາຍດີຊາວ ລາວໂຮມລາວ
ຄືວ່າ: ຂພຈ ຢາກໄປຫາເງິນ ຫຼື ໄປໃຊ້ຊີວິດຢູ່ຕ່າງປະເທດແບບບໍ່ຕ້ອງຜ່ານກະຊວງແຮງງານລາວ
ມັນຊິເປັນໄປໄດ້ຢ່າງໃດແດ່
ຂໍຄຳແນະນຳດ້ວຍຫາກທ່ານມີ
ເງື່ອນໃຂຄື:
ຕ້ອງມີຜູ່ຄ້ຳປະກັນ ບໍ່ຜິດກົດໝາຍ ໄວ້ວາງໃຈໄດ້
ອານີ້ກະຖາມໄປຕາມອາລົມ ແລະ ຄວາມຄິດຂອງຄົນຜູ່ໜຶ່ງຊື່ໆ
ຫວັງວ່າຈະໄດ້ຮັບຄຳແນະນຳທີ່ດີ
ຂອບໃຈ
ຢາກໄປເຮັດວຽກ ຫລືຢາກໄປໃຊ້ຊີວິດຢູ່ປະເທດໃດ? ຄິດຄັກໆເດີທ່ານ, ສຸກໃດກໍ່ບໍ່ສຸກເທົ່າບ້ານເຮົາ.
ຖ້າທ່ານມີຈຸດປະສົງຢາກໄປເຮັດວຽກຢູ່ປະເທດໃດກໍ່ລອງເຂົ້າໄປສອບຖາມຂໍ້ມູນຈາກສະຖານທູຕ
ຂອງປະເທດນັ້ນໂລດ, ຖ້າທ່ານຢາກໄປດຳຣົງຊີວິດຢູ່ສະຫະຣັຖອາເມຣິກາ ທ່ານກໍ່ລອງປະກອບຄຳຮ້ອງ
ເຂົ້າຈົກສະຫລາກບັດຂຽວທີ່ເພິ່ນຈັກຂຶ້ນທຸກໆປີ, ກົດລິ້ງຂ້າງລຸ່ມເພື່ອຂໍ້ມູນເພິ່ມເຕີມ. ໂຊກດີ
https://www.dvlottery.state.gov/
ຂອບໃຈທ່ານຫຼາຍ
ກະຊິແມ່ນຄືທ່ານວ່ານັ້ນແລ້ວ
ສຸກໃດກໍບໍ່ເທົ່າສຸກຢູ່ບ້ານຕົນເອງ
ແຕ່ທີ່ຖາມໄປນັ້ນ ເພາະມັນເປັນອາຣົມທີ່ເກີດຂື້ນໃນບາງໄລຍະເທົ່ານັນ
ແຕ່ສາເຫດຫຼາຍທ່ານກໍຄົງຮູ້ແລ້ວວ່າສັງຄົມລາວມັນຝືດເຄືອງ
ເວົ້າໃຫ້ເຂົ້າໃຈງ່າຍໆ ຄື : ເຮົາເຮັດວຽກຮັບຈ້າງ ຫຼື ເອກຊົນຢູ່ລາວນີ້ ສິບປີ ກໍບໍ່ພໍຊິໄດ້ຫຍັງ
ບໍ່ຄ່ອຍມີຄວາມກ້າວໜ້າຫຍັງພໍປານໃດ
ລະບົບປະກັນສັງຄົມ ລະບົບປະກັນສຸຂະພາບ ລະບົບປະກັນການຫວ່າງວຽກ ,....... ກໍບໍ່ຄ່ອຍອາໃສໄດ້ ຫຼື ອາໃສບໍ່ໄດ້ເລີຍ
ສະນັ້ນສັງຄົມລາວຍັງແມ່ນສັງຄົມຄອບຄົວຍັງເພຶ່ງພໍ່ເພຶ່ງແມ່ຢູ່ຕະຫຼອດ ມີວຽກໂຮງງານ ແລະ ບໍລິສັດເອກະຊົນເລັກໜ້ອຍ
ແຕ່ຄ່າແຮງງານຕ່ຳຫຼາຍ ເມື່ອ ແຍງໃສ່ຄອງຊີບ
ແຕ່ຫຼາຍຄົນອາດລືມນຶກ ຫຼື ເບິ່ງບໍ່ເຫັນວ່າ ພໍ່ແມ່ບາງເທື່ອກໍ່ບໍ່ໄດ້ຢູ່ນຳກັນແລ້ວ ຫຼື ວ່າຕາຍໜີຈາກກັນໄປແລ້ວ
ຍາດພີ່ນ້ອງກະປາກກັດຕີນຖີບ ຫຼຽວຫາລັດກະເພິ່ງຫຍັງບໍ່ໄດ້ ເວົ້າແບບບໍ່ມ່ວນແນ່ໜ້ອຍໜຶ່ງ
ສະນັ້ນສັງຄົມລາວກໍບໍ່ມີການພັດທະນາຫຍັງຫຼາຍ ໝາຍຄວາມວ່າ ໃຫ້ຫາເຂົ້າກິນໃສ່ປາກ ໃຫ້ມັນກຸ້ມມື້ກຸ້ມວັນ ມັນກະຍາກແລ້ວ
ແນ່ນອນບໍ່ແມ່ນສຳລັບທຸກຄົນ ແຕ່ຄົນຈຳພວກທີ່ວ່າມານີ້ກໍມີເປີເຊັນຫຼາຍສົມຄວນ
ການເຂົາໂຮງຮຽນແລ້ວບໍ່ໄດ້ເຮັດການກໍເປັນສາເຫດໃຫຍ່ທີ່ເຂົາບໍ່ຢາກຮຽນໜັງສື
ສະນັ້ນເຂົາຈຶ່ງດິ້ນຮົນຫາທາງໄປ ນັ້ນກໍຄືໄປຕ່າງປະເທດ ແຕ່ແນ່ນອນ ວ່າ ບໍ່ຢາກໄປຕະຫຼອດຊີວິດດອກວາ!
ຄົນທີ່ມີຄວາມໝັ້ນຄົງໃນຊີວິດແມ່ນ ລັດຖະກອນ ຫຼື ວ່າ ພະນັກງານລັດນັ້ນແລ້ວ
ຕໍ່ມາແມ່ນຄົນມີຖານະແນ່ ມີສະຖາບັນຄອບຄົວທີ່ອົບອຸ່ນ ແຕ່.......................ມັນບໍ່ແມ່ນໝົດທຸກຄົນ ໃຜໆກໍຮູ້
ສະນັ້ນປັນຫາຢາເສບຕິດ ຄ້າຂາຍມະນຸດ ແມ່ນຍັງຮຸນແຮງຫຼາຍ ແນ່ນອນຖ້າທ່ານບໍ່ມີທາງເລືອກ ຄືກຸ່ມບຸກຄົນທີ່ກ່າວມານັ້ນ
ໂອກາດທີ່ຈະກ້າວເຂົ້າສູ່ວົງຈອນ ໜ້າສັງເວດກໍສູງທີ່ສຸດ
ສະນັ້ນ ຈຶ່ງຍັງຄົງມີປັນຫາແຮງງານເຖື່ອນໄປຕ່າງປະເທດ ຢູ່ບ້ານກໍກ່ຽວຂ້ອງກັບຂອງເຖື່ອນ ຍາບໍ່ ລັກຂະໂມຍງັດແງະ ຄ້າປະເວນີ ອັນໜັກກວ່າໝູ່ແມ່ນ
ສໍ້ສົນວົນວາຍຄອບຄົວ ຈັກໃຜຖືກໃຜຜິດ ວ່າແຕ່ພໍ່ແມ່ໄປບອກກອງຫຼອນ ( ເອົາເງິນໃຫ້ເຂົາພ້ອມ) ລະແມ່ນຊາວໜຸ່ມຜູ່ນັ້ນ ຖືກມົນທິນໃນຊີວິດທັນທີ
ນັ້ນກໍຄືຖືກຢາກຂັງ
ຫຼາຍທ່ານຄົງບໍຮູ່ວ່າ ຄະດີທີ່ບັນດານັກຕິດຄຸກທັງຫຼາຍຢ້ານກົວກວ່າໝູ່ເໝິດ(ໝົດ)
ຢ້ານກວ່າຄະດີຢາເສບຕິດ ຢ້ານກວ່າຄະດີຮ້າຍແຮງອື່ນໆ ແມ່ນຄະດີຝາກຂັງ
ເພາະຄັນພໍ່ແມ່ ຫຼື ຜູ່ປົກຄອງບໍ່ມາປະກັນອອກ ລະແມ່ນຖືກຂັງລືມ ຫຼື ສົ່ງໄປບ່ອນອື່ນທີ່່ ບໍ່ຄ່ອຍໂສພາສະຖາພອນ ຫຼື ບໍ່ຍຸດຕິທຳຫຍັງໝົດ ເພາະຈະບໍ່ມີການສືບສວນ
ຫຼື ການພິຈາລະນາ ເບິ່ງແຍງຈາກຜູ່ປົກຄອງປະເທດເລີຍ ເຂົາຈະຖືວ່າເຮົາບໍ່ແມ່ນຄົນ ພຽງແຕ່ຜິດກັບພໍ່ກັບແມ່ ຫຼື ຜູ່ປົກຄອງຊື່ໆ
ອານັ້ນກໍເປັນປັນຫາສັງຄົມລາວທີ່ຂໍເລົ່າສູ່ຟັງຊື່ໆ ເຊິ່ງເຮັດໃຫ້ ຂພຈ ຮູ້ສຶກຫົດຫູ່ຫົວໃຈຫຼາຍ ເພາະເຮົາເອງກໍບໍ່ຢູ່ໃນສະພາບມີພໍ່-ແມ່ແລ້ວ
ມີຢູ່ແຕ່ມັນເປັນແນວອື່ນໄປແລ້ວ ເພິ່ນສ້າງຄອບຄົວໃໝ່ໄປທາງໜ້າແລ້ວ ບໍ່ສາມາດເປັນຄອບຄົວດຽວກັນໄດ້ແລ້ວ ວ່າຊີ້ສາ
ສະນັ້ນແລ້ວ ອານີ້ກໍໜ້າຊິມີການສິກສາ ແລະ ພັດທະນາໃຫ້ ພົນລະເມືອງທີ່ມີປັນຫາຄອບຄົວ ມີໂອກາດ ແລະ ທາງອອກ
ໃນຂະນະດຽວກັນ ໄປເປັນທະຫານຍັງໄດ້ຈ້າງເດີສູ່ມື້ນີ້
ສະນັ້ນຜູ່ທີ່ບໍ່ມີທາງອອກໃຫ້ຊີວິດ ຈຶ່ງໄດ້ຢູ່ໃນສະຖານະຄົນມີກຳ ກະຄື ຢູ່ນຳຄົນທີ່ເຮົາບໍ່ຢາກຢູ່ ມີຄວາມຜິດໜ້ອຍດຽວ ກະຄືວ່າມີຫຼາຍເອົາແທ້ເອົາວ່າ
ເຮັດຫຍັງກະຜິດ
ຂໍອະໃພທີ່ອາດເຮັດໃຫ້ຫຼາຍທ່ານເບື່ອໜ່າຍ ແຕ່ນີ້ ເປັນປັນຫາສັງຄົມທີ່ບໍ່ຄວນເບິ່ງຂ້າມ
ຢາກສະເໜີໃຫ້ທ່ານຢູ່ລາວເພື່ອຮັກສາວຽກງານບໍ່ໃຫ້ຄົນຕ່າງຊາດມາຍາດເອົາ
ຖ້າທ່ານໜີໄປເຮັດວຽກຢູ່ຕ່າງປະເທດກໍ່ຈະເປັນການສ້າງເງື່ອນໄຂໃຫ້ພວກຫວຽດ
ເຂົ້າມາຫາກິນໃນ ສປປ ລາວ ງ່າຍຂຶ້ນ.
Anonymous wrote:ຢາກສະເໜີໃຫ້ທ່ານຢູ່ລາວເພື່ອຮັກສາວຽກງານບໍ່ໃຫ້ຄົນຕ່າງຊາດມາຍາດເອົາຖ້າທ່ານໜີໄປເຮັດວຽກຢູ່ຕ່າງປະເທດກໍ່ຈະເປັນການສ້າງເງື່ອນໄຂໃຫ້ພວກຫວຽດເຂົ້າມາຫາກິນໃນ ສປປ ລາວ ງ່າຍຂຶ້ນ.
ຄວາມຈິງກໍ່ບໍ່ຢາກໄປໃສດອກ ທີ່ສຳຄັນກໍ່ໄປບໍ່ໄດ້ຢູ່ແລ້ວ ເພາະວິຊາຄວາມຮູ້ເຮົາມັນກະພໍແຕ່ເປັນຊ່າງ
ແລະ ຂະນ້ອຍເອງກໍ່ມີໂຣກປະຈຳຕົວຢ່າງໜຶ່ງ ກໍຄືເປັນລູກນ້ອງຄົນບໍ່ໄດ້ ບໍ່ຮູ້ວ່າຢູ່ສັງຄົມຂອງທ່ານມີໂຣກແບບນີ້ບໍ່
ແລະທີ່ສຳຄັນກໍ່ບໍ່ປາດຖະໜາຢາກເປັນລັດຖະກອນຢູ່ແລ້ວ ເພາະບໍ່ມັກລະບົບການເຮັດວຽກ ຄົນເຈົ້າຄົນຂ້ອຍ
ຊອມຊໍ່ ພໍ້ວໍ້ແພ້ແວ້ ລູບແຂ່ງເລຍຂາ ແກ່ງແຍ່ງແຂ່ງຂັນ ຂະນ້ອຍບໍ່ຖະໜັດ ແລະກໍ່ບໍ່ຢາກຝຶກໃຫ້ເກັ່ງຕື່ມອີກ
ສະນັ້ນຂະນ້ອຍຈຶ່ງມີຊີວິດຢ່າງຍາກລຳບາກແຮງ ໃນນີ້ກໍ່ລວມທັງບໍລິສັດເອກະຊົນກໍ່ມີສັງຄົມແບບດຽວກັນນີ້
ທັງນີ້ກໍ່ເຄີຍພະຍາຍາມເປັນ ສິບ ປີແລ້ວ ໃນການເຮັດວຽກນຳສັງຄົມ ແຕ່ກໍ່ບໍ່ປະສົບຄວາມສຳເລັດ
ຂະນ້ອຍມາເບົາໃຈກໍ່ຕອນນີ້ແລ້ວ ກໍ່ຄືຂະນ້ອຍ ຍອມຮັບຄວາມຈິງວ່າ ເຮົາເປັນຈັ່ງຊີ້ ບໍ່ຈຳເປັນຕ້ອງຄືຜູ່ອື່ນ
ສະນັ້ນຈຶ່ງຕັດສິນໃຈຊິມາເປັນນາຍຕົວເອງ ແຕ່ວ່າຖ້າທຶນກູ້ຢືມເລັກໜ້ອຍຈາກ ຫົວໜ່ວຍການເງິນ ໄມໂຄຣ ໄຟແນນຊ໌
ແຕ່ມັນກໍ່ບໍ່ທັນໄດ້ ກະເລີຍຫວ່າງງານ ໄດ້ຫຼາຍເດືອນແລ້ວ
ຂອບໃຈທີ່ໃຫ້ກຳລັງໃຈ
ຂໍ້ສັງເກດ: ຄົນທີ່ກ້າເຂົ້າມາຫຼິ້ນ ລາວໂຮມລາວ ທີ່ນີ້ ຕ້ອງເປັນຄົນບໍ່ຄືໝູ່ປານໃດ ໂດຍສະເພາະຄົນໜູ່ມ ລາວໃນ
ສະນັ້ນທ່ານອາດເຂົ້າໃຈໄດ້ແລ້ວວ່າ ຂະນ້ອຍເປັນຄົນປະເພດໃດ ເຊິ່ງໝາຍເຖຶງວ່າ ມັນສະໜັບສະໜຸນ ສິ່ງທີ່ເວົ້າມາທາງເທິງນັ້ນ
Anonymous wrote:Anonymous wrote:ຢາກສະເໜີໃຫ້ທ່ານຢູ່ລາວເພື່ອຮັກສາວຽກງານບໍ່ໃຫ້ຄົນຕ່າງຊາດມາຍາດເອົາຖ້າທ່ານໜີໄປເຮັດວຽກຢູ່ຕ່າງປະເທດກໍ່ຈະເປັນການສ້າງເງື່ອນໄຂໃຫ້ພວກຫວຽດເຂົ້າມາຫາກິນໃນ ສປປ ລາວ ງ່າຍຂຶ້ນ. ຄວາມຈິງກໍ່ບໍ່ຢາກໄປໃສດອກ ທີ່ສຳຄັນກໍ່ໄປບໍ່ໄດ້ຢູ່ແລ້ວ ເພາະວິຊາຄວາມຮູ້ເຮົາມັນກະພໍແຕ່ເປັນຊ່າງແລະ ຂະນ້ອຍເອງກໍ່ມີໂຣກປະຈຳຕົວຢ່າງໜຶ່ງ ກໍຄືເປັນລູກນ້ອງຄົນບໍ່ໄດ້ ບໍ່ຮູ້ວ່າຢູ່ສັງຄົມຂອງທ່ານມີໂຣກແບບນີ້ບໍ່ແລະທີ່ສຳຄັນກໍ່ບໍ່ປາດຖະໜາຢາກເປັນລັດຖະກອນຢູ່ແລ້ວ ເພາະບໍ່ມັກລະບົບການເຮັດວຽກ ຄົນເຈົ້າຄົນຂ້ອຍຊອມຊໍ່ ພໍ້ວໍ້ແພ້ແວ້ ລູບແຂ່ງເລຍຂາ ແກ່ງແຍ່ງແຂ່ງຂັນ ຂະນ້ອຍບໍ່ຖະໜັດ ແລະກໍ່ບໍ່ຢາກຝຶກໃຫ້ເກັ່ງຕື່ມອີກສະນັ້ນຂະນ້ອຍຈຶ່ງມີຊີວິດຢ່າງຍາກລຳບາກແຮງ ໃນນີ້ກໍ່ລວມທັງບໍລິສັດເອກະຊົນກໍ່ມີສັງຄົມແບບດຽວກັນນີ້ທັງນີ້ກໍ່ເຄີຍພະຍາຍາມເປັນ ສິບ ປີແລ້ວ ໃນການເຮັດວຽກນຳສັງຄົມ ແຕ່ກໍ່ບໍ່ປະສົບຄວາມສຳເລັດຂະນ້ອຍມາເບົາໃຈກໍ່ຕອນນີ້ແລ້ວ ກໍ່ຄືຂະນ້ອຍ ຍອມຮັບຄວາມຈິງວ່າ ເຮົາເປັນຈັ່ງຊີ້ ບໍ່ຈຳເປັນຕ້ອງຄືຜູ່ອື່ນສະນັ້ນຈຶ່ງຕັດສິນໃຈຊິມາເປັນນາຍຕົວເອງ ແຕ່ວ່າຖ້າທຶນກູ້ຢືມເລັກໜ້ອຍຈາກ ຫົວໜ່ວຍການເງິນ ໄມໂຄຣ ໄຟແນນຊ໌ແຕ່ມັນກໍ່ບໍ່ທັນໄດ້ ກະເລີຍຫວ່າງງານ ໄດ້ຫຼາຍເດືອນແລ້ວຂອບໃຈທີ່ໃຫ້ກຳລັງໃຈຂໍ້ສັງເກດ: ຄົນທີ່ກ້າເຂົ້າມາຫຼິ້ນ ລາວໂຮມລາວ ທີ່ນີ້ ຕ້ອງເປັນຄົນບໍ່ຄືໝູ່ປານໃດ ໂດຍສະເພາະຄົນໜູ່ມ ລາວໃນສະນັ້ນທ່ານອາດເຂົ້າໃຈໄດ້ແລ້ວວ່າ ຂະນ້ອຍເປັນຄົນປະເພດໃດ ເຊິ່ງໝາຍເຖຶງວ່າ ມັນສະໜັບສະໜຸນ ສິ່ງທີ່ເວົ້າມາທາງເທິງນັ້ນ ຂອບໃຈທີ່ໃຫ້ກຳລັງໃຈ
ອ່ານເບິ່ງແລ້ວ ຮູ້ສຶກວ່າທ່ານມີລັກສະນະພິເສດ ມີຄວາມເຊື່ອຫມັ້ນໃນຕົນເອັງສູງ
ສົມທີ່ຢາກຈະເປັນນາຍຕົວເອງ.....ເຫມືອນກັນກັບຊາວອະເມຣິກັນທົ່ວໄປທີ່ຢູ່ສະຫະຣັຖພີ້
ຫລາຍຄົນໄດ້ຮັບຜົນສຳເຣັດລ້ຳລວຍ ແລະ ຫລາຍຄົນກໍລົ້ມລະລາຍ
Microfinancing ມັນເປັນທຶນກ້ອນນ້ອຍ
ຖ້າບໍ່ເປັນການລົບກວນ ທ່ານພໍຈະບອກແຜນການຄ້າຂອງທ່ານໄດ້ບໍ່ ?
ຕາງລົມກັນຫລີ້ນເນາະ..
M5
ໂອ໊ຍ! ວ່າຊິເຮັດຮ້ານໄຟຟ້າ ຕິດຕັ້ງແອ ເຢັນ ເມືອງລາວອາກາດຮ້ອນ
ຂະນ້ອຍເອງກໍ່ຮຽນໄຟຟ້າມາ ຈຶ່ງວ່າເໝາະສົມຫຼາຍທີ່ຊິນຳໃຊ້ວິຊາທີ່ໂຕ ມີໃບປະກາດຄັກແນ່ປານນີ້
ຕ້ອງການທຶນປະມານ ຊາວລ້ານກີບໜຶ່ງດອກ ເອົາໃບຕາດິນໄປຈຳເຂົາກໍ່ບໍ່ຢາກເອົາ
ເຂົາວ່າເຮົາບໍ່ມີຄອບຄົວບໍ່ຊົງຊິປະສົບຄວາມສຳເລັດ ຈົນສາມາດຄືນເງິນໃຫ້ເຂົາໄດ້
ແຕ່ເຂົາກໍ່ບໍ່ເຂົ້າໃຈວ່າເຮົາຢາກ ມາທາງນີ້
ເພາະວ່າ ເຮົາມີປົມດ້ອຍແບບນີ້
ໃນຂະນະດຽວກັນກໍ່ມີຄົນຕ່າງປະເທດຕິດຕໍ່ຊວນເຮັດທຸລະກິດ ນຳກັນຢູ່ ໂດຍການສົ່ງສິນຄ້າມາແຕ່ບ້ານເຂົາມາຂາຍຢູ່ລາວພີ້
ແຕ່ວ່າເຮົາຕ້ອງມີທຶນເລັກໜ້ອຍ ເຊິ່ງວ່າ ມັນກໍ່ບໍ່ຕ້ອງຄິດຕື່ມອີກແລ້ວ ເພາະເຮົາບໍ່ມີເງິນປານນັ້ນ
ກະເລີຍວ່າ ຫາກິນດ້ວຍລຳແຂ່ງລຳຂາໂຕເອງໄປກ່ອນ
ຄັນມັນຊິຮັ່ງຊິມີ ມັນຫາກ ມາເອງມັນດອກ ຄຶດຈັ່ງຊີ້ນ໋າ!!!
ຄັນບໍ່ໄດ້ແທ້ໆ ກໍ່ຊິໄປຫາເປັນລູກຈ້າງຄົນຄືເກົ່າຫັ້ນແລ້ວ
ຂອບໃຈທີ່ສົນໃຈ
Anonymous wrote:ໂອ໊ຍ! ວ່າຊິເຮັດຮ້ານໄຟຟ້າ ຕິດຕັ້ງແອ ເຢັນ ເມືອງລາວອາກາດຮ້ອນ ຂະນ້ອຍເອງກໍ່ຮຽນໄຟຟ້າມາ ຈຶ່ງວ່າເໝາະສົມຫຼາຍທີ່ຊິນຳໃຊ້ວິຊາທີ່ໂຕ ມີໃບປະກາດຄັກແນ່ປານນີ້ຕ້ອງການທຶນປະມານ ຊາວລ້ານກີບໜຶ່ງດອກ ເອົາໃບຕາດິນໄປຈຳເຂົາກໍ່ບໍ່ຢາກເອົາ ເຂົາວ່າເຮົາບໍ່ມີຄອບຄົວບໍ່ຊົງຊິປະສົບຄວາມສຳເລັດ ຈົນສາມາດຄືນເງິນໃຫ້ເຂົາໄດ້ແຕ່ເຂົາກໍ່ບໍ່ເຂົ້າໃຈວ່າເຮົາຢາກ ມາທາງນີ້ເພາະວ່າ ເຮົາມີປົມດ້ອຍແບບນີ້ໃນຂະນະດຽວກັນກໍ່ມີຄົນຕ່າງປະເທດຕິດຕໍ່ຊວນເຮັດທຸລະກິດ ນຳກັນຢູ່ ໂດຍການສົ່ງສິນຄ້າມາແຕ່ບ້ານເຂົາມາຂາຍຢູ່ລາວພີ້ແຕ່ວ່າເຮົາຕ້ອງມີທຶນເລັກໜ້ອຍ ເຊິ່ງວ່າ ມັນກໍ່ບໍ່ຕ້ອງຄິດຕື່ມອີກແລ້ວ ເພາະເຮົາບໍ່ມີເງິນປານນັ້ນກະເລີຍວ່າ ຫາກິນດ້ວຍລຳແຂ່ງລຳຂາໂຕເອງໄປກ່ອນຄັນມັນຊິຮັ່ງຊິມີ ມັນຫາກ ມາເອງມັນດອກ ຄຶດຈັ່ງຊີ້ນ໋າ!!!ຄັນບໍ່ໄດ້ແທ້ໆ ກໍ່ຊິໄປຫາເປັນລູກຈ້າງຄົນຄືເກົ່າຫັ້ນແລ້ວຂອບໃຈທີ່ສົນໃຈ
ທ່ານຄຶດຖືກແລ້ວ ວິຊາອາຊີບແປງຕູ້ເຢັນກໍຄວນຈະຫມັ້ນຄົງ ເພາະເມືອງລາວເຮົາກໍຮ້ອນ
ຂພຈ ກໍມີຍາດຜູ້ຫນຶ່ງທີ່ຢູ່ອະເມຣິກາພີ້ ມີອາຊີບທາງນີ້ ເຮັດມາດົນກໍກາຍເປັນນາຍຕົວເອງ ສະບາຍໃຈດີ.
ໃບຕາດິນກໍມີແບບນີ້ ທ່ານຄວນໄປຫາທະນາຄານທີ່ໃຈໃຫຍ່ກວ່າ Microfinancing centers
ຂພຈ ຄຶດວ່າເຂົາຄົງຈະບໍ່ປະຕິເສດທ່ານດອກ ສຳລັບໃນວົງເງິນທີ່ທ່ານຕ້ອງການນີ້ (~ US$2,500.00).
ສິ່ງສຳຄັນຕອນເລີ້ມຕົ້ນນີ້ແມ່ນເຈາະຕະຫລາດຊອກຫາລູກຄ້າ ແລ້ວກໍຕ້ອງຫມັ່ນສ້າງຊື່ສຽງດ້ວຍການ
ບໍລິການໃຫ້ດີທີ່ສຸດ.
ຈັ່ງໃດກໍຂໍໃຫ້ປະສົບຄວາມສຳເລັດ
ປີໃຫມ່ແລ້ວ ຂໍໃຫ້ໂຊກໃຫ້ຫມານ
ຂອບໃຈທ່ານ