ສັນດານໂຈນ ພາກັນ ເຈາະເອົາ ແກ່ນໄມ້ໄປຂາຍ
ນີ້ຄື ສີມື ຂອງພວກໂຈນ ຄ້າໄມ້ເຖື້ອນ
ເດືອນແລ້ວນີ້ຂ້ອຍໄດ້ໄປສຳຫຼວດຊາຍແດນປ່າໄມ້ທີ່ເມືອງສັງທອງ ເມືອງທີ່ທຸກທີ່ສຸດໃນແຂວງນະຄອນຫຼວງ ເປັນປ່າໄມ້ສຶກສາຂອງມະຫາວິທະຍາໄລແຫ່ງຊາດ ປະກົດວ່າມີປະຊາຊົນບຸກລຸກເຂົ້າມາໃນເຂດຫວງຫ້າມ ມີສາຍເຫດເຮັດໃຫ້ໄມ້ຖືກສູນເສຍ ແລະ ສູນເສຍຊາຍແດນຂອງປ່າ ປະຊາຊົນໃນເຂດນັ້ນ ແມ່ນມີຄວາມລຳບາກຫລາຍ ເນື່ອງມາຈາກການຖືກບໍລິສັດໃຫຍ່ຂອງຈີນແຫ່ງໜຶ່ງຕົ້ມ ເປັນບໍ່ລິສັດທີ່ຂຶ້ນກັບລັດທະບານ (ແຕ່ລັດທະບານຍັງບໍ່ມີສັນຍານຕອບຮັບວ່າຈະແກ້ໄຂບັນຫານີ້) ເລື່ອງມັນມີຢູ່ວ່າ ສອງປີຜ່ານມານັ້ນ ບໍລິສັດຈີນແມ່ນໄດ້ສົ່ງເສີມໃຫ້ປະຊາຊົນເຂດນັ້ນປູກມັນຕົ້ນໂດຍໃຊ້ທຶນຕົນເອງ ແລະ ຮັບຊື້ມັນຕົ້ນໂດຍໃຫ້ປະຊາຊົນເປັນຜູ້ສົ່ງເຂົ້າບໍລິສັດເອງ ກ່ອນໜ້າສອງປີນັ້ນບໍ່ລິສັດກໍ່ໄດ້ຈ່າຍເງິນໃຫ້ປະຊາຊົນຕາມປົກກະຕິ ແຕ່ມາສອງປີນີ້ ບໍ່ລິສັດກັບລັດທະບານ ມີບັນຫາກັນຈຶ່ງເຮັດໃຫ້ບໍ່ລິສັດຮັບເອົາມັນຕົ້ນຂອງປະຊາຊົນໂດຍບໍ່ຈ່າຍເງິນພຽງກີບດຽວ ຂ້າພະເຈົ້າໄດ້ລົງສຳຫຼວດໃນຄອບຄົວທີ່ຖືກຕົ້ມແລ້ວໄດ້ບອກໃຫ້ປະຊາຊົນສະເໜີບັນຫານີ້ ແຕ່ເຂົາເຈົ້າບໍ່ກ້າເພາະຢ້ານ ດັ່ງຂ້າເພາະເຈົ້າຈຶ່ງໄດ້ໃຫ້ຄຳເຫັນແລະເອົາບັນຫານີ້ມາສະເໜີຄະນະບ້ານ ນາປໍ, ເມືອງສັງທອງ, ແຂວງນະຄອນຫຼວງ. ແລ້ວໃຫ້ຄະນະບ້ານສະເໜີໄປແຕ່ບໍ່ມີສັນຍານຕອບກັບ ພວກເຈົ້າລອງໃຫ້ຄຳເຫັນເບິ່ງວ່າ ຕໍ່ໄປຊົນເຜົ່າກຳມຸທີ່ຢູ່ເມືອງສັງທອງສິເປັນແນວໃດ? ແຕ່ສຳຫຼັບຂ້ອຍຄິດ ເປົ້າໝາຍສຳຄັນແມ່ນປ່າໄມ້ໃນເຂດນັ້ນ...
ກະສິກອນປູກມັນຕົ້ນໃນຫລາຍທ້ອງຖິ່ນຕ້ອງການໃຫ້ລັດຖະບານຍື່ນມືເຂົ້າມາ ຊ່ວຍແກ້ໄຂບັນຫາໜີ້ສີນຂອງພວກເຂົາທີ່ຍັງບໍ່ມີຄວາມສາມາດຫາເງິນມາ ຊຳລະ ຄືນໃຫ້ກັບທະນາຄານ, ພາຍຫລັງບໍລິສັດຜະລິດແປ້ງມັນຕົ້ນແຫ່ງໜຶ່ງໃນເຂດບ້ານນາ ຊອນ (ຫລັກ 46) ເມືອງປາກງື່ມ, ນະຄອນຫລວງວຽງຈັນບໍ່ຈ່າຍເງິນໃຫ້ພວກເຂົາ ມາຫລາຍແລ້ວເຊິ່ງ ລວມມູນຄ່າຫລາຍ ສີບຕື້ກີບອັນໄດ້ສ້າງຄວາມເດືອດຮ້ອນບໍ່ ໜ້ອຍຕໍ່ກັບສະພາບການຜະລິດ ແລະ ຊີວິດການເປັນຢູ່ດ້ວຍ ຄວາມລຳບາກຝືດ ເຄືອງ ແລະ ບັນຫານີ້, ກໍໄດ້ຖືກຢິບຍົກຂຶ້ນມາສະເໜີຢູ່ໃນກອງປະຊຸມສະພາທີ່ ພວມດຳເນີນຢູ່ນີ້ວ່າລັດຖະ ບານກໍຄືທະ ນາຄານແຫ່ງ ສປປ ລາວ ຈະມີວີທີທາງ ແລະ ນະໂຍບາຍແນວໃດເພື່ອຊ່ວຍແກ້ບັນ ຫາດັ່ງກ່າວ ໂດຍສະເພາະກໍແມ່ນການຊ່ວຍເຫລືອປະຊາຊົນກໍຄືກະສິກອນທີ່ອັບປະໂຫຍດຈາກການຖືກນັກລົງທຶນ ຕົວະຕົ້ມ ແບບນີ້. ຊຶ່ງກະສິກອນສ່ວນໃຫຍ່ ລ້ວນ ແຕ່ໄດ້ກູ້ຢືມເງິນນຳທະນາຄານ ຂອງລັດເປັນຕົ້ນ: ທະນາຄານ ນະໂຍບາຍ ແລະ ທະນາຄານສົ່ງເສີມກະສິກຳມາລົງທຶນ ໃສ່ການຜະລິດ.