ນາງສີວັນໄຊ ຍົມມະລາດ ບໍ່ພຽງແຕ່ ບໍ່ຍອມ ຍ້າຍໜີ ຕາມຄຳສັ່ງ ຂອງທາງ ເຈົ້າໜ້າທີ່ ເທົ່ານັ້ນ ແຕ່ນາງ ຍັງ ໄດ້ປຸກເຮືອນ ໃສ່ທີ່ ດິນ ຕອນທີ່ມີ ຂໍ້ຂັດແຍ້ງ ກັບ ທາງການລາວ ນັ້ນ ຢ່າງ ຖາວອນ ເລີຍ. ນາງ ສີວັນໄຊ ເປັນ ປະຊາຊົນ ຢູ່ ເມືອງ ຍົມມະລາດ ຂ. ຄຳມ່ວນ. ເຈົ້າໜ້າທີ່ ເມືອງ ຢາກຍຶດ ເອົາທີ່ດິນ ຂອງນາງ ໂດຍໃຫ້ ເຫດຜົນ ວ່າ ດິນຕອນ ນັ້ນ ເປັນດິນ ຂອງ ໂຄງການ ສ້າງເຂື່ອນ ນ້ຳເທີນສອງ ຊຶ່ງໄດ້ຊື້ຫລື ໃຫ້ເງິນ ຄ່າຊົດເຊີຍ ແກ່ຊາວ ບ້ານ ໄປແລ້ວ, ເມື່ອ ສ້າງ ເຂື່ອນ ສຳເຣັດແລ້ວ ທາງໂຄງການ ໄດ້ ມອບດິນ ຕອນນັ້ນໃຫ້ ແກ່ ທາງການເມືອງ ຍົມມະລາດ.
ແຕ່ ນາງ ສີວັນໄຊ ຢືນຢັນວ່າ ດິນຕອນ ນັ້ນ ແມ່ນດິນ ຂອງຕົນ ເປັນດິນ ຂອງ ພໍ່ແມ່ ມາແຕ່ ດົນນານ ຕົນບໍ່ເຄີຍຂາຍ ຫລື ໄດ້ຮັບເງິນ ຄ່າຊົດເຊີຍ ສຳຣັບ ດິນຕອນນັ້ນ ແຕ່ຢ່າງໃດ. ເມື່ອ ປີກາຍ ເຈົ້າໜ້າທີ່ ທາງການ ເມືອງ ຍົມມະລາດ ເອີ້ນ ນາງ ສີວັນໄຊ ໄປຫ້ອງການ ຫຼາຍຄັ້ງ ສັ່ງໃຫ້ນາງ ຍົກຍ້າຍ ອອກຈາກ ທີ່ດິນເພາະ ທາງການ ເມືອງແລະແຂວງ ມີແຜນ ຈະສ້າງສາ ພັທນາ ເຊັ່ນຈະສ້າງ ທະນາຄານ ໃສ່ດິນຕອນນັ້ນ. ສ່ວນນາງ ສີວັນໄຊ ບໍ່ຍອມຍ້າຍ ຢ່າງເດັດຂາດ ບໍ່ພຽງແຕ່ ບໍ່ຍອມຍ້າຍ ເທົ່ານັ້ນ ນາງ ຍັງຊັກຊວນ ຊາວບ້ານ ທີ່ ມີບັນຫາ ທີ່ດິນຄືກັນ ໄປຫາຜູ້ໃຫຍ່ ຢູ່ຂົວ ມິຕພາບ ທີ່ ແຂວງ ສວັນນະເຂດ ແລະ ຫວັງວ່າ ຜູ້ໃຫຍ່ຄົນນັ້ນ ຈະຊ່ວຍ ແກ້ໄຂບັນຫາ ທີ່ດິນໃຫ້ ໄດ້.
ໃນມື້ໄປ ມີຊາວບ້ານ ໄປນຳກັນ ທັງໝົດ 23 ຄົນ ແຕ່ເມື່ອໄປ ບໍ່ເຫັນໃຜ ຊາວບ້ານ ກໍພາກັນ ກັບບ້ານ ແຕ່ມື້ຕໍ່ມາ ເຈົ້າໜ້າທີ່ ປກສ ເມືອງ ຍົມມະລາດ ໄດ້ໄປຈັບ ແລະ ກັກຂັງ ນາງ ສີວັນໄຊ ໃນ ຂໍ້ຫາສົງໄສ ພາຊາວບ້ານ ໄປປະທ້ວງ. ຕໍ່ມາ ນາງ ສີວັນໄຊ ກໍຖືກສົ່ງ ໄປກັກຂັງ ຢູ່ ຄຸກ ບ້ານ ຄຳຂີ້ໄກ່ ຊຶ່ງເປັນຄຸກໃຫຽ່ ຂອງ ແຂວງ ຄຳມ່ວນ. ນາງຖືກ ກັກຂັງ ຢູ່ທີ່ນັ້ນ ເປັນເວລາ ສາມສີ່ ເດືອນ ສຸດທ້າຍ ກໍຖືກປ່ອຍ ອອກມາ ພາຍໃຕ້ ເງື່ອນໄຂ ທີ່ວ່າ ຫ້າມນາງ ເຄື່ອນໄຫວ ອີກ. ສ່ວນບັນຫາ ທີ່ດິນ ນັ້ນ ນາງຕ້ອງ ໄປແກ້ໄຂ ກັບ ທາງ ການເມືອງເອງ.
ຕໍ່ມາ ນາງສີວັນໄຊ ກໍຍື່ນ ເງື່ອນໄຂ ຕໍ່ທາງການເມືອງ ວ່າ ນາງ ແລະ ຄອບຄົວ ຈະຍອມຍ້າຍໜີ ຖ້າທາງການ ເມືອງ ຈະໃຫ້ ຄ່າຊົດເຊີຍ ຢ່າງສົມເຫດ ສົມຜົນ ຄື ນາງຢາກໃດ້ ທີ່ ດິນຕອນນຶ່ງ ທີ່ ຕິດຢູ່ ແຄມທາງແລະ ໃນບ້ານຄື ກັບດິນ ຂອງນາງ ເພື່ອ ນາງ ຈະໄດ້ປຸກ ຮ້ານຂາຍເຄື່ອງ ເພື່ອ ຫາລ້ຽງຊີບ ໄດ້. ແຕ່ຈົນເຖິງ ປັດຈຸບັນ ນາງ ກໍຍັງບໍ່ທັນ ໄດ້ ຮັບຄຳຕອບ ຈາກ ທາງການເມືອງ ເທື່ອ. ສະນັ້ນ ເມື່ອສີ່ເດືອນ ກ່ອນ ນາງສີວັນໄຊ ຈຶ່ງ ຕັດສິນໃຈ ປຸກເຮືອນ ຫລັງໃໝ່ໃສ່ ດິນຕອນທີ່ ມີຂໍ້ຂັດແຍ້ງ ນັ້ນ ປັດຈຸບັນ ກຳລັງ ກໍ່ຝາຢູ່. ນາງສີວັນໄຊ ໃຫ້ເຫດຜົນ ໃນການ ຕັດສິນໃຈ ນັ້ນວ່າ:
"ດຽວ ນີ້ ນ້ອງປຸກເຮືອນ ໃສ່ ເພາະນ້ອງ ຢູ່ຕູບນີ້ ຕູບມັນກ໋າ ນ້ຳຖ້ວມ ບໍ່ມີບ່ອນຢູ່ ບັດນີ້ ກໍເລີຍຖົມດິນ ປຸກເຮືອນ ໃສ່ ເຮືອນແບບ ເຮືອນ ຂາຍເຄື່ອງ ທັມມະດາ ນີ້ ແຫລະ. ກໍໝັ້ນໃຈ ວ່າເປັນດິນ ຂອງນ້ອງ ອີຫລີ ນັ້ນແຫລະ ຍັງໝັ້ນໃຈ ຄືເກົ່າ ເພາະ ໃບຕາດິນ ກໍເສັຽ ຄືເກົ່າຢູ່ ປີນີ້ກໍເສັຽ ເສັຍຽສູ່ປີ; ຖ້າເພິ່ນໃຫ້ ໜີ ອີຫລີ ກະໃຫ້ທົດແທນ ຄືວ່າ ນັ້ນແຫລະ."
ນອກຈາກ ນັ້ນ ນາງ ຍັງເວົ້າຄື ເກົ່າວ່າ ຖ້າທາງເມືອງ ຈະຍຶດເອົາ ທີ່ດິນອີກຢູ່ ນາງ ຈະສູ້ ຖືກໂທດ ກໍຍອມຖືກ ຫລື ແມ້ແຕ່ ຈະຕາຍ ກໍຍອມຕາຍ. ນາງ ສີວັນໄຊ ເວົ້າອີກວ່າ ນາງ ບໍ່ໄດ້ ແຈ້ງໃຫ້ ທາງ ການເມືອງ ຮູ້ແຕ່ຢ່າງໃດ ວ່ານາງ ໄດ້ປຸກເຮືອນ ໃສ່ທີ່ດິນ ຕອນນັ້ນ ແລ້ວ ເພາະເຊື່ອວ່າ ເຖິງຢ່າງໃດ ກໍເປັນດິນ ຂອງຕົນ. ເຖິງບໍ່ໄດ້ ບອກໃຫ້ຮູ້ ນາງກໍເຊື່ອ ວ່າ ທາງ ເຈົ້າໜ້າທີ່ ທີ່ ເຄີຍຂັດແຍ້ງ ກັບ ນາງນັ້ນ ກໍຂີ່ຣົດ ຜ່ານເຮືອນຂອງນາງ ໄປການທຸກມື້ ແລະ ພວກເຂົາ ຕ້ອງເຫັນ ການປຸກເຮືອນ ຂອງນາງ ຢ່າງ ແນ່ນອນ.
ກ່ອນ ນີ້ ເຈົ້າໜ້າທີ່ ເມືອງ ຍົມມະລາດ ຢືນຢັນວ່າ ດິນ ໃນ ບໍຣິເວນ ນັ້ນເປັນດິນ ຂອງ ເມືອງ ທາງ ບໍຣິສັດ ອິຕາລັຽນ ທີ່ ສ້າງເຂື່ອນ ນ້ຳເທີນ 2 ໄດ້ມອບໃຫ້ ເມືອງ ແລະ ປັດຈຸບັນ ທາງການເມືອງ ກໍມີແຜນ ຈະສ້າງທະນາຄານ ແລະ ຫ້ອງການ ບໍຣິສັດ ໂທຣະຄົມ ມະນາຄົມ ໃສ່. ຊາວບ້ານ ຄົນອື່ນໆ ປະກົດວ່າ ບໍ່ມີທ່າທີ ຂັດຄ້ານ ແນວໃດ ຫລາຍຄົນ ກໍໄດ້ ໂຍກຍ້າຍ ໄປແລ້ວ ແລະ ສ່ວນທີ່ເຫລືອ ກໍພ້ອມແລ້ວ ຈະ ໂຍກຍ້າຍ ຖ້າຫາກ ທາງການ ຕ້ອງການ ທີ່ດິນ.
ເຈົ້າໜ້າທີ່ ອະບາຍອີກ ວ່າ ເຖິງວ່າ ນາງ ສີວັນໄຊ ຈະບໍ່ຍອມ ຍ້າຍໜີ ກໍຕາມ ບໍ່ດົນ ທາງການ ຈະ ຂຍາຍຖນົນ ໃຫ້ ກວ້າງອອກ ແລະ ຕາມກົດ ຣະບຽບ ຂອງທາງການ ແລ້ວ ດິນ ຂອງໃຜ ກໍຕາມ ທີ່ ຢູ່ໃກ້ທາງ ຕ້ອງຕົກ ເປັນດິນ ຂອງຣັດໄປ ຈາກ ແຄມທາງ 25 ແມັດ. ສະນັ້ນ ໃນກໍຣະນີ ດິນ ຂອງ ນາງ ສີວັນໄຊ ທີ່ ຕັ້ງຢູ່ຕິດ ທາງໃຫຽ່ ນາງຕ້ອງເສັຽ ທີ່ດິນ 25 ແມັດ ໄປໂດຍ ອັດຕະໂນມັດ. ຖ້າເສັຽ 25 ແມັດ ໄປແທ້ ດິນຂອງນາງ ສີວັນໄຊ ກໍຈະແຄບລົງ ຍັງເຫລືອແຕ່ ໜ້ອຍດຽວ ເທົ່ານັ້ນ ອາດຈະບໍ່ພໍ ປຸກເຮືອນຊ້ຳ.
ນາງ ສີວັນໄຊ ເວົ້າວ່າ ເມື່ອ 2 ເດືອນ ກ່ອນ ເຈົ້າໜ້າທີ່ ຫ້ອງການໂຍທາ ກໍມາ ຕັກເຕືອນ ນາງ ແລ້ວວ່າ ນາງປຸກເຮືອນ ໃກ້ຫົນທາງ ເກີນໄປ ຕ້ອງໄກ ຈາກຖນົນ ຢ່າງໜ້ອຍ 25 ແມັດ. ສ່ວນ ຕໍ່ຄຳເວົ້າ ຂອງ ເຈົ້າໜ້າທີ່ ເມືອງ ທີ່ວ່າ ຊາວບ້ານ ຫລາຍຄົນ ໄດ້ຍອມຍ້າຍ ໜີແລ້ວ ນັ້ນ ນາງ ສີວັນໄຊ ຕອບວ່າ ຊາວບ້ານ ເຫລົ່ານັ້ນ ມີເສັ້ນ ມີສາຍ ກັບ ເຈົ້າໜ້າທີ່. ເຈົ້າໜ້າທີ່ ຕົກລົງໃຫ້ ທີ່ດິນ ຊົດເຊີຍທີ່ດີ ເໝາະສົມສຳຣັບ ການປຸກເຮືອນ ແລະ ທຳມາ ຫາກິນ; ແຕ່ສຳຣັບ ນາງ ນາງ ບໍ່ມີ ຄວາມສຳພັນ ທີ່ດີ ກັບ ເຈົ້າໜ້າທີ່ ສະນັ້ນ ນາງຈຶ່ງ ບໍ່ໄດ້ ຄ່າຊົດເຊີຍ ທີ່ດີຄືໝູ່.
ຂໍ້ ຂັດແຍ້ງ ທີ່ດິນ ເປັນບັນຫາ ໃຫຍຽ່ ໃນລາວ. ຣັຖບານ ປະກາດ ໃຫ້ ປະຊາຊົນ ເຮັດ ໃບຕາດິນ; ປະຊາຊົນ ຫລາຍຄົນ ໂດຍສະເພາະ ຜູ້ຢູ່ ໃນເຂດ ຊົນນະບົດ ສອກຫລີກ ຫ່າງໄກ ບໍ່ເຮັດ ເພາະຄິດວ່າ ບໍ່ຈຳເປັນ ແນວໃດ ກໍເປັນດິນ ຂອງ ຕົນ ມາແຕ່ປູ່ ແຕ່ຍ່າແລ້ວ ອີກຢ່າງນຶ່ງ ການເຮັດ ໃບຕາດິນ ກໍໃຊ້ເງິນ ຫລາຍ ເພື່ອຈ້າງ ເຈົ້າໜ້າທີ່ ມາແທກ ແລະ ປະກອບ ເອກກະສານ. ໃນເມື່ອ ບໍ່ມີ ໃບຕາດິນ ທາງການ ກໍ ສາມາດຍຶດເອົາ ທີ່ດິນ ຍາມໃດ ກໍໄດ້. ເມື່ອ ທາງການ ຢາກສ້າງສາ ພັທນາ ຫລື ຢາກໃຫ້ ສັມປະທານ ທີ່ດິນ ແກ່ນັກລົງທຶນ ຕ່າງ ປະເທດ ເພື່ອ ປູກ ຢາງພາຣາ ທາງການ ກໍຍຶດ ເອົາເລີຍ ແລະ ໃນການຍຶດ ນັ້ນ ກໍໃຫ້ຄ່າຊົດເຊີຍ ໜ້ອຍ ປະຊາຊົນ ບໍ່ດີໃຈ; ເມື່ອ ປະຊາຊົນ ປະທ້ວງ ຕໍ່ວ່າຕໍ່ຂານ ແຮງ ກໍຖືກຈັບ ແລະ ປາບປາມ.