ຖ້ານັບຖອຍຫລັງກໍຍັງອີກປະມານສອງອາທິດບຸນນະມັດສະການພະທາດ ຫລວງອັນເປັນບຸນປະເພນີໃຫຍ່ໜຶ່ງຂອງຊາວ ພຸດລາວກໍຈະໄດ້ໝູນວຽນມາບັນ ຈົບຄົບຮອບອີກວາລະໜຶ່ງ ແລະ ເພື່ອຄວາມເຂົ້າໃຈຕື່ມອີກກ່ຽວກັບປະຫວັດ ຄວາມເປັນ ມາຂອງວັນບຸນດັ່ງກ່າວທ່ານພະອາຈານ ເວດຮອງປະທານຜູ້ປະຈຳການ ສູນກາງອົງການພຸດທະສາສະໜາສຳພັນແຫ່ງປະເທດ ລາວ, ທັງເປັນເຈົ້າອະທິການ ວັດສີສະເກດ ໄດ້ເລົ່າໃຫ້ຮູ້ວ່າ: ໃນປີ ພສ 2036 ຫລັງຈາກພິທີທຳສັງຄະຍານາຄັ້ງທີ 3 ສິ້ນສຸດລົງ ຢູ່ປະ ເທດອິນເດຍ, ໄດ້ມີພະສົງຈາກ ລາວ 5 ອົງ ກໍໄດ້ສຳເລັດສຶກສາວິຊາທາງພະພຸດທະສາສະໜາ ຢູ່ທີ່ນັ້ນ ແລະ ເມື່ອກັບ ມາໄດ້ນຳເອົາພະບໍລົມສາລີລິຄະທາດ ຫລື ກະດູກຫົວເນົ່າຂອງພະພຸດທະ ເຈົ້າກັບມານຳ, ເມື່ອມາຮອດແລ້ວ ກໍໄດ້ຊັກຊວນ ພະຍາຈັນທະບູລີ ປະສິດທິສັກ ຜູ້ຄອງນະຄອນຫລວງວຽງຈັນ ໃນສະໄໝນັ້ນ, ພ້ອມດ້ວຍປະຊາຊົນຊາວ ວຽງຈັນ ໄດ້ພ້ອມພາ ກັນສ້າງພະທາດອຸບມົງກວມເອົາອັດທິຂອງພະພຸດທະເຈົ້າ ແລະ ການກໍ່ສ້າງມີລັກສະນະຄ້າຍຄືກັບ ໂອຂວ່ຳ ຫລື ເອີ້ນວ່າພະ ທາດໝາກໂມເຊິ່ງປະກົດມີຢູ່ຫລາຍແຂວງຂອງລາວ. ພະທາດດັ່ງກ່າວມີລວງກວ້າງແຕ່ລະຂ້າງ ແມ່ນ 5 ວາ, ໜາ 2 ວາ, ສູງ 5 ວາ 3 ສອກ. ຕໍ່ມາໄດ້ດຳເນີນການປະຕິສັງຂອນເປັນຄັ້ງທີ 2 ເມື່ອປີ ພສ 2109 ຫລື ຄສ 1566 ໂດຍພະເຈົ້າໄຊເສດຖາທິ ລາດພ້ອມປະຊາຊົນທົ່ວປະເທດໂດຍໄດ້ສ້າງພະທາດໃຫຍ່ກວມເອົາພະທາດອຸບມົງເມື່ອກ່ອນ, ເຊິ່ງເປັນພະທາດໃຫຍ່ດັ່ງທີ່ ໄດ້ປະກົດເຫັນຢູ່ໃນທຸກມື້ນີ້ ແລະ ເອີ້ນກັນວ່າພະທາດຫລວງມີລວງສູງ 45 ແມັດ, ລວງຍາວຕີນທາດດ້ານຕາເວັນອອກ ແລະ ຕາເວັນຕົກ ເບື້ອງລະ 69 ແມັດ, ດ້ານທິດເໜືອ ແລະ ທິດໃຕ້ເບື້ອງລະ 68 ແມັດ, ມີທາດປິລະມິດອ້ອມ ພະທາດ 30 ທາດ ດ້ວຍກັນ, ມີປະຕູເຂົ້າ-ອອກທັງ 4 ດ້ານ ຫລື ເອີ້ນ ໃນພາສາບາລີວ່າ: ເຈດີຈຸນລະມະນີ ໂລກາ. ຫລັງຈາກພະເຈົ້າ ໄຊເສດຖາ ທິລາດໄດ້ສ້າງສຳເລັດແລ້ວ, ກໍໄດ້ເຮັດບຸນສຫລອງໃຫຍ່, ຊຶ່ງເອີ້ນກັນວ່າ: ບຸນນະມັດສະການພະທາດຫລວງຢູ່ໃນເດືອນ 12 ເພັງລາວທີ່ສືບທອດກັນມາເຖິງປັດຈຸບັນນີ້.