ນ້ອງເປັນນັກຮຽນ ຢູ່ ມຊ ແລະ ອາໄສຢູ່ເຂດທາງບ້ານລະຫວ່າງ ຫ້ວຍຫົງ ຫາ ໜອງພະຍາ.ຕອນ 3 ປີກ່ອນ ພວກເຮົາດີໃຈຫຼາຍ ທີ່ໄດ້ມີການເລີ່ມກໍ່ສ້າງເສັ້ນທາງ ແລະ ມີການສ້າງໂຮງໝໍແມ່ແລະເດັກ ໃນເຂດ ຊຸມຊົນດັ່ງກ່າວ. ແລະ ກໍ່ໄດ້ຍິນຂ່າວວ່າ ຈະມີການຍ້າຍໂຮງໝໍແມ່ແລະເດັກ ທີ່ຢູ່ແຄມຂອງ ໄປຢູ່ທີ່ນັ້ນ.
ການກໍ່ສ້າງໂຮງໝໍ ກໍ່ສຳເລັດ ແລະ ເປີດໃຊ້ຢ່າງເປັນທາງການ ແຕ່ປີ 2014. ແຕ່ທີ່ໜ້າແປກໃຈແມ່ນ ໂຮງໝໍຫຼັງໃຫຍ່ຫຼາຍ ແຕ່ບໍ່ມີຄົນໄປໃຊ້ບໍລິການ ແລະ ອຸປະກອນ ກໍ່ຍັງບໍ່ທັນພ້ອມພຽງ.
ທີ່ລຳບາກໄປກວ່ານັ້ນ ແມ່ນເລື່ອງເສັ້ນທາງ.ເມື່ອງກ່ອນ ເປັນທາງນ້ອຍ ກໍ່ຖືວ່າໄປມາພໍໄດ້ ເພາະວ່າ ເປັນດິນທີ່ແໜ້ນ ແຕ່ພາຍຫຼັງມີການຂະຫຼາຍເສັ້ນທາງ ແລະ ຖົມດິນໃໝ່ ກໍ່ເລີ່ມມີບັນຫາ. ບາງເຂດ ທີ່ຈະເຮັດຂົວກໍ່ບໍແລ້ວ. ແລະ ທີ່ໜັກທີ່ສຸດ ແມ່ນລະດູຝົນ.
ນ້ອງໄດ້ຖ່າຍພາບເສັ້ນທາງ ຕອນຝົນຕົກ ວັນທີ 22 ເມສາ 2015 (ມື້ວານນີ້) ມາໃຫ້ເບິ່ງ.ຝົນຕົກພຽງ 20 ນາທີ ກໍ່ສ້າງຄວາມຍຸ້ງຍາກຫຼາຍແທ້ໆ.
ເສັ້ນທາງເສັ້ນນີ້ຖືວ່າສຳຄັນຫຼາຍ ໃນທັດສະນະຂອງນ້ອງ ເພາະສາມາດຊ່ວຍລະບາຍ ການສັນຈອນ ຈາກເຂດແອອັດ ທາງຫ້ວຍຫົງ ໄປຫາທາງ 13 ເໜືອ ແລະ ເຂົ້າຫາ ດົງໂດກໄດ້. ແຕ່ກໍ່ຮູ້ສຶກສົງໄສ ວ່າເປັນຫຍັງບໍ່ແລ້ວຈັກເທື່ອ.
ນ້ອງຄິດວ່າ ເສັ້ນທາງທີ່ຍຸ້ງຍາກແບບນີ້ ອາດເປັນບັນຫາທີ່ບໍ່ມີຄົນເຈັບ ກ້າໄປໂຮງໝໍທີ່ເປີດໃໝ່ ເພາະອາດເຮັດໃຫ້ຄົນເຈັບ ເຈັບໜັກກວ່າເກົ່າ.
ລະດູຝົນ ກໍ່ຈະມາຮອດ ອີກບໍ່ດົນ, ນ້ອງເອງຕາງໜ້າໃຫ້ຊາວບ້ານທັງໝົດ ວິ້ງວອນ ໃຫ້ບໍລິສັດ ຮັບເໝົາກໍ່ສ້າງໄດ້ ພິຈາລະນາ ວຽກໃຫ້ມີຄວາມຄືບໜ້າແດ່ທ້ອນ.
ພາບແລະຂ່າວ: ນັກຮຽນ ມຊ
ເຮົາ ກ່ະອາໃສຢູ່ໃນຮ່ອມນີ້ ແລະ ອົດທົນລຳບາກ ກັບການໃຊ້ເສັ້ນທາງ
ເສັ້ນທີ່ວ່ານີ້ ຮ່ວມກັບ ພີ່ນ້ອງຊາວບ້ານ ໜອງພະຍາມາ ແຕ່ປີ 2008