ຕອນແລງຂອງວັນທີ 25 ທັນວາຄົມ 1975 ປະມານ 5ໂມງ ໄດ້ໄປສລອງບຸນໂນແອນຫຼືວັນຄຣິສມາສທີ່ເຮືອນນາຍ
ພູວັນທີ່ພໍ່ແມ່ຂອງຜູ່ກ່ຽວເຄີຍປະຕິບັດມາເປັນສິບໆປີມາແລ້ວ. ຕາ່ມປົກະຕິແລ້ວຄອບຄົວຂອງນາຍພູວັນກໍເປັນ
ຄອບຄົວທີ່ມີກຽດແລະຊື່ສຽງຄອບຄົວໜຶ່ງໃນນະຄອນຫລວງວຽງຈັນ ແລະ ກໍເປັນຄອບຄົວທີ່ມີໝູ່ເພື່ອນຍາດມິດ
ໜາແໜ້ນບໍ່ວ່າເພື່ອນມິດຂອງພໍ່ແມ່ແລະຂອງຜູ່ກ່ຽວເອງ, ດັ່ງນັ້ນບໍ່ວ່າທາງຄອບຄົວຂອງຜູ່ກ່ຽວຈັດງານໃດໆຂຶ້ນ
ໃນບ້ານ ແນ່ນອນແລ້ວຕ້ອງມີຄົນມາຮ່ວມຫລາຍຄົນເມື່ອຄັ້ງຜ່ານໆມາກ່ອນປະເທດລາວເຮົາປ່ຽນແປລຣະບອບ
ການປົກຄອງຈາກພຣະຣາຊອານາຈັກມາເປັນສາທາຣະນະຣັດຫຼືຄອມມຸຍນິດ. ງານສລອງວັນຄຣິສມາສໃນຄັ້ງນັ້ນ
ແມ່ນບໍ່ມີຄົນຫຼວງຫຼາຍເໝືອນຄັ້ງທີ່ຜ່ານໆມາພໍປະມານເພາະພີ່ໆນ້ອງໆແລະໝູ່ເພື່ອນຍາດມິດບາງສ່ວນກໍຫລົບ
ໜີອອກຈາກປະເທດໄປວຽງຈັນ2ທີ່ໜອງຄາຍປະເທດໄທ. ເຖິງວ່າບໍ່ມີຄົນຫຼວງຫຼາຍເໝືອນປີຜ່ານໆມາແຕ່ກໍພາ
ກັນສລອງງານນີ້ຢ່າງມ່ວນຊື່ນດ້ວຍການຈັດຣາຍການເຕັ້ນລຳຂຶ້ນດັ່ງທີ່ເຄີຍກະທຳກັນມາທຸກໆປີ. ໃນຊ່ວງເວລາທີ່
ງານກຳລັງມ່ວນຊື່ນຄຶກຄື້ນຢູ່ນັ້ນກໍມີກອງຫຼອນເຂົ້າມາສັ່ງປິດງານນັ້ນແລະໄດ້ອ້າງວ່າເປັນງານສລອງຫຼືປະເພນີຂອງ
ປະຕິການຫຼືຈັກພັດນີຍົມ ພ້ອມໃສ່ຂໍ້ຫາເປັນພັຍສັງຄົມຫຼີ້ນກິນຟຸມເຟືອຍເບື່ອເມົາດ້ວຍສັງຄົມຕາເວັນຕົກ. ກອງ
ຫລອນສັ່ງການບໍ່ໃຫ້ໃນອອກຄົນນອກເຂົ້າແລະສັ່ງຈັດແຍກຍິງຊາຍອອກເປັນກຸ່ມຄົນລະຫ້ອງ. ຂ້າພະເຈົ້າແນມອອກ
ນອກໜ້າຕ່າງປ່ອງຢ້ຽມເຫັນຣົດ 66 ທະຫານສອງຄັນຈອດຕິກກົ້ນກັນຢູ່ນອກກຳແພງບ້ານແລະເຫັນທະຫານອ້າຍ
ນ້ອງເປັນສິບພ້ອມອາວຸດຢືນຄຸມເຊີງຢູ່ ຈຶ່ງຄຶດອອກໄດ້ວ່າງານເຂົ້າແລ້ວບາດນີ້. ທຸກຢ່າງກໍເປັນໄປຕາມທີ່ຄຶດໄວ້
ບໍ່ຜິດ ເຂົາຄຸມທຸກຄົນໄປຂຶ້ນຣົດ 66 ຊາຍຄົນໜຶ່ງຍິງຄົນໜຶ່ງແຍ້ກັນປານຣົດຂົນໆູເອົາໂລດ. ຈຳນວນຄົນທີ່ຖືກຕ້ອນ
ຂຶ້ນຣົດໄປນັ້ນມີຂ້າພະເຈົ້າ ນາຍພູວັນແລະພໍ່ແມ່ຂອງໝໍຮ່ວມຢູ່ນຳ, ມີຍິງສາວແລະຊາຍໜຸ່ວໂຮມກັນປະມານສາມ
ສິບກ່ວາຄົນຕັ້ງແຕ່ອາຍຸ 12 ເຖິງ 45ປີ ແລະ ພວກຍິງສາວຕ່າງກໍພາກັນຮ້ອງໄຫ້ເປັນແຊວໆພ້ອວກັບພາກັນຍົກມີນົບ
ພວກທະຫານແລະກອງຫລອນເພື່ອຂໍຄວາມເມຕາ ແຕ່ທີ່ໃດໄດ້ ພວກທະຫານແລະກອງຫລອນບໍ່ມີຄວາມເມຕາເລີຍ
ຊ້ຳຍັງຖືກດ່າສວນກັບ.
ຣົດ 66 ສອງຄົນດັ່ງກ່າວມານັ້ນມຸ້ງໜ້າອອກຈາກວຽງຈັນຂຶ້ນເໜືອຕາມເາັ້ນທາງເລກທີ່ 13 ແລະໃນໜຶ່ງຊົ່ວໂມງຕໍ່
ມາກໍໄປຈອດຢູ່ຄ້າຍທະຫານບ້ານອິໄລ ແລະກໍສັ່ງໃຫ້ທຸກຄົນຢູ່ໃນຣົດດ້ວຍຄວາມສງົບ ຕໍ່ມາເຂົາກໍສັ່ງຄົນລົງຈາກຣົດ
ແລ້ວນຳໄປພັກຢູ່ອາຄານຫຼັງໜຶ່ງໃນຄ້າຍທະຫານນັ້ນ. ພໍຮຸ່ງເຊົ້າຂຶ້ນມາປະມານ 9 ໂມງກໍເຫັນຣົດຄັນໜຶ່ງແລ່ນເຂົ້າມາ
ແລະຈອດຕໍ່ໜ້າອາຄານັ້ນພ້ອມກັບນຳເອົາອາຫານເຊົ້າມາໃຫ້ ຊຶ່ງມີເຂົ້້າຈ້າວຫຸງແລ້ວ ແກງໝາກໂຕ່ນໃສ່ວິນຍານໝູ
ແລະແຈ່ວໝາກເຜັດແຫ້ງໃສ່ນ້ຳປາມາໃຫ້ແບ່ງກັນກິນ ແຕ່ບໍ່ມີໃຜກິນລົງ. ເຂົາແຍກເດັກນ້ອຍຊາຍຍິງຕ່ຳກ່ອນ 15 ປິ
ແລະພໍ່ແມ່ຂອງນາຍພູວັນອອກຈາກກຸ່ມ ນອກນັ້ນແມ່ນສັ່ງຂຶ້ນຣົດມຸ້ງໜ້າຂຶ້ນໄປທາງເໜືອ. ຣົດ 66 ແລ່ນໄປເຖິງທ່ລາດ
ເມືອງໂພນໂຮງ ແລ້ວກໍໄປຈອດເຊົາຢູ່ຄ້າຍທະຫານເໝືອນເດີມແລະເຂົາກໍມາຈົດຊື່ນາມສະກຸນທຸກຄົນທັງຍິງຊາຍທີ່ຮ່ວມ
ຢູ່ໃນຂະບວນນັ້ນ. ມື້ໜ້າຕໍ່ມາກໍບໍ່ເຫັນພວກຍິງສ່າວທີ່ຮ່ວມມານັ້ນ ແລະກໍບໍ່ຮູ້ວ່າພວກຂະເຈົ້າຖືກສົ່ງໄປໃສ ຖາມພວກທະ
ຫານກໍບໍ່ມີໃຜຕອບ ແລະແລ້ວໃນທີ່ສຸດພວກຂ້າພະເຈົ້າກໍຖືກສົ່ງໄປເຖິງດອນກາງອ່າວທະເລໜ້າເຂື່ອນໄຟຟ້ານ້ຳງຶ່ມທີ່
ມີສາຍານາມວ່າດອນລີງ.
ຈົ່ງຕິດຕາມຕອນຕໍ່ໄປ.
ການສົ່ງຕົວຈາກຄ້າຍທະຫານທີ່ທ່າລາດເມືອງໂພນໂຮງໄປຫາດອນລີງນັ້ນ ພວກເຂົາຈັດເປັນຫ້າເທື່ອໃນຈຳນວນ 22 ຄົນ ແລະ
ຈັດເປັນຄົນລະມື້ ເພາະຂ້າພະເຈົ້າຖືກສົ່ງໄປທ້ຽວທຳອິດ ແລະສະພາບຂອງແຕ່ລະຄົນບໍ່ຕ່າງຫຍັງກັບນັກໂທດທີ່ນຳຕົວເຂົ້າແດນ
ປະຫານ, ທືສອງເບື້ອງຖືກໝັດແປ້ສອກພ້ອມກັບຕາສອງເບື້ອງກໍຖືກປິດດ້ວຍເອົາຜ້າສີດຳໝັດຈົນດຳມືດຕຶບກ່ອນນຳຕົວຂຶ້ນ
ຣົດໄປ. ປະມານເຄິ່ງຊົ່ວໂມງກໍໄປເຖິງຈຸດແຫ່ງໜຶ່ງຣົດກໍຈອດແລ້ວພວກທະຫານຄຸມຕົວໄປນັ້ນກໍສັ່ງກຫານໃຫ້ພວກຂ້າພະເຈົ້າ
ລົງຣົດ. ບໍ່ຮູ້ເລີຍວ່າຈຸດນັ້ນແມ່ນບ່ອນໃດ ໄດ້ຍິນແຕ່ສຽງລົມຜັດໜ້ານ້ຳ ແລະ ມີອາຍເຢັັນຜັດມາເປັນຣະຍະຣະຍະ ແຕ່ກໍພໍນຶກ
ອອກແລະສັນນິຖານໄດ້ວ່າເປັນໜ້າເຄື່ອນໄຟຟ້ານ້ຳງຶ່ມ ເພາະຮູ້ແຕ່ຕົ້ນມາແລ້ວທີ່ພວກເຂົາພາມາພັກເຊົາຢູ່ຫ້ອງຂັງຄ້າຍທະຫານ
ທ່າລາດ. ທະຫານເອົາເຊືອກໝັດແອວພວກໝູ່ຂ້ອຍ 5 ຄົນເປັນພວງແລ້ວເຂົາກໍຈູງລົງໄປໃສ່ເຮືອແລ້ວເຮືອຈັກລຳນັ້ນກໍແລ່ນ
ອອກໄປ. ເມື່ອໄປເຖິງຈຸດໝາຍແລ້ວພວກມັນກໍແກ້ເຊືອກແປ້ສອກແລະຜ້າຄຽນຕາອອກໃຫ້ ແລະກໍເຫັນພະນັກງານມາຮັບເອົາ
ພ້ອມກັບມາກ່າວຄຳແນະນຳກົດຣະບຽບການຈົດຕັ້ງຕ່າງໆນາໆຂອງດອນແຫ່ງນັ້ນ. ດອນນັ້ນເປັນປ່າຕຶບດັງໜາໃນເມື່ອກ່ອນໆທີ່
ຈະກາຍມາເປັນສູນດັດສັນດານທີ່ພວກເຂົາເອີ້ນກັນວ່າດອນລີງໃນເບື້ອງຕົ້ນ. ເມື່ອຂ້າພະເຈົ້າໄດ້ຖືກຈັດເຂົ້າຢູ່ໃນໝວດໝູ່ການ
ຈັດຕັ້ງຂອງເຂົາແລ້ວກໍພາກັນຖາກຖາງປ່າໄມ້ເພື່ອສ້າງເປັນຕູບຫລືບ່ອນຊົ້ນແດດແລະຝົນ. ເຣື່ອງອາຫານການກິນແມ່ນກິນ
ກັບທັມະຊາດເປັນສ່ວນຫລາຍ ຖ້າຈະອາສັຍກິນຕາມສະບຽງອາຫານທີ່ພວກເຂົາບັນຈຸມາໃຫ້ນັ້ນກໍມີແຕ່ເຂົ້າຈ້າວກຸຍບາທີ່ມອດ
ເຈາະກິນຂ້າງໃນເມັດເຂົ້ານັ້ນກ່ອນ ແລະປາ ແລະຊີ້ນມ້າກະປັອງໂຊຫວຽດແມ່ນເກືອບທຸກຄາບ, ອັນເຂົ້າໜຽວນັ້ນເດືອນໜ່ຶງໆ
ພໍແຕ່ໄດ້ມາເຕິປາກກໍວ່າເປັນບຸນຢ່າງໃຫຍ່ແລ້ວ.
ໜຶ່ງເດືອນທຳອິດຜ່ານໄປ ຄວາມຄຸ້ນເຄີຍຂອງການດຳຣົງຊີວິດຢູທີ່ດອນແຫ່ງນັ້ນຍັງບໍ່ທັນເຂົ້າກັບຕົນເອງພໍປະມານເທື່ອ ຍັງມີ
ຄວາມຫວັ່ນກົວຕໍ່ຊີວິດຂອງຕົນເອງວ່າຈະໄປຈົບລົງຢູ່ຈຸດໃດ ເພາະແຕ່ລະມື້ລະວັນມີແຕ່ພົບເຫັນເຫດການທີ່ເພື່ອນຢູ່ທີ່ດອນນັ້ນ
ຖືກລົງໂທດຢ່າງຂາດມະນຸສທັມຢູ່ບໍ່ຂາດ ທັງໆທີ່ບາງກໍຣະນີຄົນໆນັ້ນຖືກລົງໂທດບໍ່ຍອມໄປອອກແຮງງານນຳໝູ່ເພາະບໍ່ສບາຍເປັນ
ໄຂ້ສັ່ນ ຫາວ່າອູ້ງານຫຼືທຳທ່າເຈັບປ່ວຍເພາະຄ້່ານໄປອອກແຮງງານ. ຕາມທີ່ຈິງໂດຍສະເພາະຕົວເອງຂອງຂ້າພະເຈົ້າແລ້ວແມ່ນມັກ
ໄປອອກແຮງງານດີກ່ອນນັ່ງຄຶດນອນຄຶດຢູ່ຕູບ ເພື່ອຂ້າເວລາແລະແນວຄິດຂອງຕົນເອງໃຫ້ຜ່ານເປັນວັນໆໄປ. ເດືອນທີ່ສອງຍ່າງ
ເຂົ້າມາທີ່ຢູ່ໃນບົນເກາະນັ້ນ ຈັ່ງໄດ້ຮັບຂ່າວຄາວຈາກຄອບຄົວທີ່ຢູ່ວຽງຈັນ, ໄດ້ຮັບຂອງຝາກທີ່ຄອບຄົວສົ່ງໃຫ້ ເປັນສະບູອາບນ້ຳ ຢາ
ສີຟັນ ແລະຢາແກ້ປວດຕ່າງໆ ພ້ອມກັບເຄື່ອງນຸ່ງຫົ່ມ ມຸ້ງຜ້າຫົ່ມແລະໝອນ. ເມື່ອໄດ້ຂ່າວຈາກຄອບຄົວກໍປານກັບວ່າໄດ້ກັບຄືນ
ບ້ານ ຖ້າຢັ່ງເຖິງຄວາມດີໃຈ ແຕ່ທີ່ຈິງແລ້ວຍິ່ງເຮົດໃຫ້ຕົນເອງມີແນວຄິດຢາກຫຼົບໜີຫຼືໂຕນອອກຈາກເກາະດອນແຫ່ງນັ້ນ. ຕາມ
ທີ່ຈິງແລ້ວບໍ່ມີໃຜສາມາດເວົ້າລົມຫຼືປຶກສາຫາລືກ່ຽວກັບແນວຕໍ່ກັນແລະກັນໄດ້ ເພາະສະຖານທີ່ແຫ່ງນັ້ນຈະບໍ່ເຊື່ອໃຈໃຜໄດ້ເດັດຂາດ.
ເດືອນທີ່ 3 ຜ່ານໄປທີ່ຢູ່ໃນບົນເກາະແຫ່ງນັ້ນ ມີຝູງຄົນທີ່ນິຍົມຮຽກກັນວ່ານ້ອງໃໝ່ໄດ້ທະຍອຍກັນເຂົ້າມາບັນຈຸຫຼືຕື່ມເຕີມແຕ່ລະມື້
ລະເດືອນຢ່າງບໍ່ຂາ່ດ ຈາກສິບກາຍເປັນ່ຮ້ອຍຂຶ້ນມາເລື້ອຍໆ. ຄົນເຂົ້າມາຫລາຍການຂຍາຍພື້ນທີ່ກໍກ້ວາງອອກກ້ວາງອອກ ຈາກຊື່
ວ່າດອນລີງກາຍມາເປັນດອນທ້າວ ການເຜີ້ມພູນຜລິດຜົນທາງການກະເສດແມ່ນເປັນກິຈການຂອງຊຸມຊົນໃນດອນແຫ່ງນັ້ນທີ່ພາ
ກັນແຂ່ງຂັນກັນໄປຕາມນະໂຍບາຍທີ່ທາງອຳນາດການປົກຄອງໄດ້ວາງລົງມາ, ນອກຈາກນັ້ນຍັງງານຫັດຖະກັມນັກສານເຄື່ອງມືຂອງ
ໃຊ້ຕ່າງໆເຊັ່ນ ແຫ ມອງ ຫວດ ຂ້ອງ ຕິບເຂົ້າ ກະບຸງກະຕ່າ..........
ວັນໜຶ່ງໄດ້ໄປອອກແຮງງານທາງຕອນເໜືອຂອງດອນນັ້ນກັບໝູ່ພວກຈຳນວນໜຶ່ງ ຈຶ່ງໄດ້ສັງເກດການເບິ່ງຖີວຖັດແລະສິ່ງແວດລ້ອມ
ວ່າພໍຈະມີຫົນທາງໜີອອກຈາກດອນນັ້ນໄດ້ຫຼືບໍ່ ເພະາຢາກວາງແຜນໂຕນໜີ ເມື່ອແນມເບິ່ງໄປທາງໃດກໍເຫັນແຕ່ໜ້ານ້ຳອັນກ້ວາງ
ສຸດສາຍຕາ ຖ້າຈະໂຕນໜີຈະຫວິດຈະມົ້ມຫຼືບໍ່? ແນມໄປທາງທິດເໜືອຂອງເກາະນັ້ນ ກໍ້ເຫັນຈອມພູໜ່່ວຍໜຶ່ງ ຄາດວ່າເປັນພູແຊ
ແຕ່ບໍ່ອາດຮູ້ໄດ້ວ່າຢູ່ຫ່າງໄກກັນຈັກກິໂລແມັດ. ເວົ້າເຣື່ອງການຫຼົບໜີອອກຈາກດອນນັ້ນກໍມີເຫດການເກີດຂຶ້ນຢູ່ບໍ່ຂາດ ແຕ່ລິຣາຍ
ແມ່ນໜີບໍ່ມົ້ມ ດີແຕ່ບໍ່ຕາຍກາງທາງ ແລະຖືກຈັບນຳຕົວຄືນມາທີ່ດອນ ພ້ອມກັບໄດ້ຮັບບົດລົງໂທດຢ່າງໜັກ. ເຖິງຈະເຫັນຕົວຢ່າງ
ເກີດຂຶ້ນຈາກຄົນພະຍາຍາມໂຕນໜີ ແຕ່ກໍບໍ່ສາມາດຢຸດຢັ້ງແນວຄິດແລະວາງແຜນຫຼົບໜີອອກຈາກຂຸມນາຣົກແຫ່ງນັ້ນ.
ເດືອນທີ 6 ທີໃຊ້ຊີວິດຢູ່ບົນເພາະດອນກາງທະເລອັນກ້າວງໃຫຍ່ໄພສານແລະກໍພວມເຂົ້າສູ່ຣະດູຝົນທີ່ເຮັດໃຫ້ໜ້າດິນເຕັມໄປ
ດ້ວຍຄວາມເຈືຶອຈື້ນຂອງຂີ້ດິນທີ່ເຮັດໃຫ້ມີຄວາມລຳບາກໃນການເດີນໄປມາ ແຕ່ກໍນຳຄວາມຊື່ນເຢັນມາໃຫ້ຕາມທັມະຊາດ
ຂອງດິນຢ້າອາກາດທີ່ບໍ່ມີມະນຸດສາມາດປ່ຽນແປງມັນໄດ້. ຜົນພືດພັນທຸກຊນິດຂອງການກະເສດແມ່ນຂຽວງາມໄປທົ່ວດອນ
ບໍ່ວ່າຜັກນາງອາງຫຍ້າ ເຂົ້າສາລີແລະມັນຕົ້ນທີ່ພວກເຮົາປູກຝັງຂຶ້ນມາ. ການສ້າງກະເສດສວນຄົວນ້ອຍໆຂອງຄົນຢູ່ດອນແມ່ນ
ເພື່ອລ້ຽງປາກທ້ອງຕົນເອງແລະສຳຄັນທີ່ສຸດແມ່ນການສ້າງຜົນງານເພື່ອຫວັງຈະໄດ້ກັບຄືນສູ່ເຄຫາທີ່ພາກັນຈາກມາ ຊຶ່ງຕາມ
ທີ່ຮູ້ຈັກຍັງມີຫລັາຍໆຄົນທີ່ທາງຄອບຄົວຍັງບໍ່ໄດ້ຮັບຂ່າວຄາວວ່າລູກຫລານຂອງເພິ່ນໄປຕົກກະຕຳລຳບາກຫລືເສັຍຊີວິດໄປແລ້ວ
ຢູ່ແຫ່ງຫົນໃດ. ກໍຄິດເປັນໜ້າສົງສານເພື່ອນຮ່ວມອຸດົມການເຫຼົ່ານັ້ນທີ່ທາງຄອບຄົວຍັງບໍ່ໄດ້ຮັບຂ່າວແລະກໍບໍ່ໄດ້ຮັບຂ່າວຈາກ
ຄອບຄົວທາງບ້ານ, ບາງຄົນກໍວ່າທາງຄອບຄົວອາດສັນນິຖານວ່າຕາຍໄປແລ້ວ ຫຼືລູກຫລານຂອງ້ະິ່ນອາດໂຕນຂ້າມໄປປະເທດໄທ
ແລ້ວ. ຍັງມີພວກນ້ອງໃໝ່ຫຼັ່ງເຂົ້າມາຢູ່ດອນບໍ່ຂາດ ໄດ້ເຜີ້ມຈຳນວນຄົນຂຶ້ນຢ່າງຫຼວງຫຼາຍຈາກຄົນອາຍຸ 15ປີ ຂຶ້ນຫາ 40ປີທີ່
ຖືກທາງການຈັບນຳສົ່ງມາດັດສ້າງຢູ່ບົນເເກາະແຫ່ງນັ້ນ. ເມື່ອມີຄົນຫຼາຍຂຶ້ນກໍເກີດມີໂຣຄພັຍໄຂ້ເຈັບເກີດຂຶ້ນ ແລະກໍມີຄົນເສັຍ
ຊີວິດໄປສອງສາມຄົນ ເຖິງວ່າຈະມີແພທໝໍມາກວດແລະຈ່າຍຢຸກຢາໃຫ້ ແຕ່ຄົນລົ້ມປ່ວຍກໍເຜີ້ມຈຳນວນຂຶ້ນບໍ່ຂາດ ດັ່ງນັ້ນທາງ
ຫົວໜ້າດອນຈຶ່ງຮ້ອງຂໍໃຫ້ນຳຄົນປ່ວຍໄປປິ່ນປົວຢູ່ໂຮງໝໍທີ່ວຽງຈັນ. ຫລາຍຄົນກໍຖືກສົ່ງໄປປົວແຕ່ບໍ່ເຄີຍເຫັນໃຜກັບຄ່າວຄືນມາ
ທີ່ດອນອີກເລີຍ ດັ່ງນັ້ນທາງການເພິ່ນຈຶ່ງສັບປ່ຽນສົ່ງແພທແລະພະຍາບານມາປະຈຳທີ່ດອນແຕ່ລະອາທິດແຕ່ລະເດືອນ ແຕ່ສ່ວນ
ຫລາຍແມ່ນເປັນແພທໝໍທະຫານອ້າຍນ້ອງ.
ມີຣາຍງານຈາກທາງກະຊວງພາຍໃນສັ່ງລົງມາວ່າ ທ່ານກຽງສັກ ສາມະນັນ ນາຍົກໄທຈະມາຢ້ຽມຢາມດອນທ້າວດອນນາງ ທາງຫົວ
ໜ້າດອນຈຶ່ງສັ່ງໃຫ້ທຳຄວາມສະອາດທຸກໆຈອກແຈຂອງດອນນັ້ນເພື່ອເປັນການຕຽມຕ້ອນຮັບ. ເມື່ອເຖິງວັນທີ່ນັດໝາຍທາງການ
ລາວກໍນຳນາຍົກໄທມາຢ້ຽມຢາມດອນທັງສອງ ແລະກໍມີການເປີດລຳວົງສາມັກຄີຂຶ້ນທີ່ດອນນາງກ່ອນເພິນຈະອຳລາພາຈາກກັບຄືນ
ສູ່ວຽງຈັນ. ຫລັງຈາກນັ້ນມາຄົນໃນບົນສອງດອນນັ້ນກໍໄປມາຫາສູ່ຢ້ຽມຢາມກັນໄດ້ ແຕ່ຕ້ອງຂໍອະນຸຍາດຈາກຫົວໜ້າດອນເສັຍກ່ອນ
ແລະກໍມີຜູ້ດູແລເບິ່ງແຍງໂດຍບໍ່ຂາດເວລາເພື່ອຫຼີກພັຍສັງຄົມຈະເກີດຂຶ້ນ, ແຕ່ເຖິງປານນັ້ນຍັງມີຍິງສາວຖືພາເກີດຂຶ້ນຢູ່ທາງດອນ
ນາງຈົນເປັນເຫດໃຫ້ມີການສະຣວດແລະສັນລະສູດກັນຢ່າງໜັກວ່າເຫດການແບບນີ້ເກີດຂຶ້ນມາໄດ້ຢ່າງໃດ ເພາະການຢ້ຽມຢາມກັນ
ຣະຫວ່າງສອງດອນນີ້ມີຈຳນວນຄົນແລະເວລາຈຳກັດແລະເປັນກາງເວັນອີກ. ກໍເກີດເປັນສິ່ງທີ່ແປກປະຫລາດຫຼາຍເຕີບທີ່ມີຍິງລາວ
ຖືພາ ເພາະຢູ່ດອນນາງນັ້ນມີແຕ່ຜູ່ຍິງໝົດທັງຫົວໜ້າ ໜ່ວຍຮັກສາຄວາມສງົບແລະແພທໝໍກໍເປັນເພດຍິງລ້ວນໆ ແລະທາງດອນ
ທ້າວກໍເຊັ່ນກັນມີແຕ່ເປັນເພດຊາຍລ້ວນໆເໝືອນກັນ. ທາງການໄດ້ເອີ້ນຍິງສາວທີ່ຖືພາໄປສອບຖາມທັງໝົດມີຢູ່ 8 ນາງສາວ ແລະ
ພົບເຫັນວ່າຍິງສາວເຫຼົ່ານັ້ນກໍບໍ່ໄດ້ອອກຈາກດອນນາງໄປທາງໃດຕັ້ງແຕ່ມາຢູ່ດອນນັ້ນ ແລະຍາມໃດມີຊາຍໜຸູ່ມມາແຕ່ດອນທ້າວມາ
ຢ້ຽວຢາມກໍເປັນກາງເວັນແລະມີເວລາຈຳກັດ ຈຶ່ງບໍ່ມີເຫດຜົນທີ່ຈະສືບສ່າວທາວຫາຢູ່ທີ່ເປັນພໍ່ເດັກໃນທ້ອງຂອງຍິງສາວເຫຼົ່ານັ້ນວ່າຈະ
ເປັນຊາຍໜຸ່ມໃນດອນທ້າວນັ້ນມາກໍ່ເຫດ. ໃນວັນນັ້ນຂ້າພະເຈົ້າໄປຢ້ຽມຢາມດອນນາງຊຶ່ງເປັນວັນທີທາງການພາກັນສະຣວດຍິງສາວ
ເຫຼົ່ານັ້ນ ແລະກໍໄດ່ຍິນຈາກສາວໆເລົ່າສູ່ຟັງ ແຕ່ກໍຢາກັນຢຸດເຊົາແລ້ວ ແຕ່ບໍ່ມີຍິງສາວຄົນໃດຈະບອກຄວາມຈິງວ່າພວກຂະເຈົ້າຖືພາ
ໄດເຢ່າງໃດ? ຂ້າພະເຈົ້າຈຶ່ງໃຫ້ຄວາມຄິດເຫັນແກ່ຫົວໜ້າຄວບຄຸມດອນນາງໃຫ້ຖິ້ມຄວາມສົງສັຍວ່າເກີດທ້ອງກັບຊາວໜຸ່ມທີ່ດອນ
ທ້າວນັ້ນຖິ້ມໄປໂລດ, ແລ້ວມາຕັ້ງຂໍ້ສົງສັຍວ່າຍິງສາວເຫຼົ່ານັ້ນອາດມີການຮ່ວມເພດສຳພັນກັບແຟນມາແຕ່ບ້ານກ່ອນທີ່ຖືກຈັບກຸມ
ມາທີ່ດອນແຫ່ງນີ້.
ຍັງມີອີກ.
ເຖິງ: ທ່ານ ແອັດມິນ ຂອງ ລາວໂຮມລາວ.
ຂໍໂທດທີ່ບໍ່ໄດ້ຂໍຄວາມອະນຸຍາດຈາກທ່ານແອັດມິນຂອງເວັບບອດທີ່ໄດ້ລ່ວງເກີນຂຽນປວັດຊີວິດຂອງ
ຄົນໆໜຶ່ງທີ່ຖືກຈັບຕົວສົ່ງໄປດັດສ້າງຢູ່ດອນໜ້າເຂື່ອນໄຟຟ້ານ້ຳຕົກນ້ຳງຶ່ມ ແລະໄດ້ວາງແຜນນການຫຼົບໜີ
ອອກຈາກສະຖານທີ່ແຫ່ງນັ້ນມາເລົ່າສູກັນຟັງໃນເວັບບອດຂອທ່ານ. ຫວັງວ່າທາງທ່ານແອັດມິນຂອງເວັບນີ້
ຄົງຈະອະນຸຍາດໃຫ້ຂ້າພະເຈົ້າໄດ້ໃຊ້ເວັບບອດຂອງທ່ານ ແລະຂໍຂອບໃຈມານະໂອກາດນີ້ດ້ວຍ.
ດ້ວຍຄວາມຮັກແພງ.
======================================================
ສອງສາມອາທິດຕໍ່ມາກໍໄດ້ຍິນຂ່າວວ່າຍິງສາວທີ່ຖືພາທັງ 8 ຄົນນັ້ນທາງການຈັກຕັ້ງມີແຜນການສົ່ງຕົວກັບຄືນສູ່ຄອບຄົວຂອງຂະເຈົ້າ
ແລະໄດ້ຄົ້ນພົບວ່າພວກຂະເຈົ້າໄດ້ຕັ້ງທ້ອງກ່ອນທີ່ຖືກຈັບກັກຂັງຕົວແລະສົ່ງມາດັດສ້າງຢູ່ດອນນາງແຫ່ງນີ້ໂດຍບໍ່ຮູ້ເມື່ອມາກ່ອນ, ກ່ວາ
ຈະຮູ້ວ່າຕົນເອງຕັ້ງທ້ອງຖືພາກໍນານເຖິງສາມສີ່ເດືອນຕໍ່ມາພາຍຫຼັງມາຕົກຢູ່ດອນ ແຕ່ບໍ່ກ້າແຈ້ງຕໍ່ການຈັດຕັ້ງເພາະຄວາມຢ້ານກົວຈະ
ຖືກລົງໂທດແລະອຽງອາຍຈຶ່ງປິດລັບໄວ້. ພໍທ້ອງໃຫຍ່ໄດ້ຫ້າຫົກຂຶ້ນມາໝູ່ຄູ່ຄົນໃນດອນກໍເຫັນຄວາມຜິດປົກະຕິຂອງໜ້າທ້ອງຕ່າງກໍພາ
ກັນຖາມຈົນເຣື່ອງຣາວຂຶ້ນໄປເຖິງຫົວໜ້າດອນຈຶ່ງໄດ້ມີການສຳຣວດເກີດຂຶ້ນ. ແຜນການສົ່ງຍິງສາວຖືພາຄືນສູ່ຄອບຄົວຫຼືຜູ່ປົນຄອງ
ຂອງຍິງສາວເຫຼົ່ານັ້ນກໍລຸລ່ວງໄປໂດຍດີ ເພາະຂະເຈົ້າຖືກສົ່ງຕົວຄືນສູ່ຄອບຄົວຂອງຂະເຈົ້າໃນເດືອນຕໍ່ມາ.
ຣະດູຝົນກໍຜ່ານພົ້ນໄປ ຣະດູໜາວກໍກ້າວເຂົ້າມາແທນ ແຕ່ລະເຊົ້າຈະເຫັນໝອກຄັວນຂອງອາຍນ້ຳກຸ້ມກົ້ວໄປທຸກທິດທາງແລະກໍເຫືອດ
ຫາຍໄປໃນເວລາແສງພະອາທິດມາແຜດເຜົາໃນຕອນກາງເວັນ ແລະພໍຕົກຍາມຄ່ຳແລງລົງມາມວນເມກໝອກກໍເຂົ້າມາປົກຄຸມຄືນອີກ
ແລະສັບປ່ຽນແບບນີ້ໄປແຕ່ລະວັນລະວັນໄປ. ຮະດູໜາວກ້າວເຂົ້າມາ ການຫາຢູ່ຫາກິນຈາກທັມະຊາດກໍຂາດຄວາມສະດວກນອກຈາກ
ສວນຄົວເທົ່ານັ້ນທີ່ເໝາະສົມກັບດິນຢ້າອາກາດໃນຍາມນີ້, ສ່ວນການຫາປາເກັບຜັກພາຫຍ້າໄມ້ແມ່ນບໍ່ສະດວກແລະກໍຫາຍາກບໍ່ເໝືອນ
ກັນກັບຍາມຣະດູຝົນ. ໜຶ່ງປີຜ່ານໄປໂດຍບໍ່ເຫັນມີຄົນໃດຖືກປົດປ່ອຍອອກຈາກດອນກັບຄືສູ່ຄວາມອິສຣະແມ້ແຕ່ຄົນດຽວ ສິ່ງທີ່ເຫັນ
ແມ່ນການທະຍອຍສົ່ງຄົນເຂົ້າມາເຜີ້ມບໍ່ຂາດ, ຜົນງານກໍສ້າງ ຂຸດດິນສິນຕໍໄມ້ຈົນມືແຕກມືໂພງກໍບໍ່ເຫັນຫວີ່ແວວຈະຖືກນິຣະໂທສກັມ
ໃຫ້ພົ້ນອອກຈາກດອນາຣົກແຫ່ງເລີຍ. ກໍເໝືອນດັ່ງທີ່ກ່າວຜ່ານມາເບື້ອງຕົ້ນນັ້ນວ່າມີຄົນຫລາຍໆຄົນໄດ້ສ່ຽງຊີວິດໂດດໜີອອກຈາກ
ເກາະດອນ ແຕ່ບໍ່ເຫັນມີໃຜຫວິດຂັກຄົນເລີຍ ສ່ວນຫລາຍແມ່ຖືກຈັບຕົວຄືນມາ ແລະກໍມີຜູ້ເຄາະຮ້າຍເສັຍຊີວິດກາງທາງ ໄດ້ແຕ່ຊາກສົບ
ຄືນກັບມາຝັງໄວ້ທີ່ດອນແຫ່ງນັ້ນໂດຍບໍ່ຊາບວ່າທາງອຳນາດການປົກຄອງຈະສົ່ງຂ່າວໃຫ້ທາງຄອບຄົວຂອງຜູ່ຕາຍຫລືບໍ່. ຕາມທີ່ຮູ້ຈັກປະ
70% ຂອງຄົນມນດອນນັ້ນແມ່ນຄອບຄົວບໍ່ຮູ້ວ່າຖືກຈັບມາດັດສ້າງຢູ່ດອນນີ້ ເພາະພວກຂະເຈົ້າຖືກຈັບຢູ່ສະຖານບັນເທິງ ທີ່ໂຮງຮຽນ
ແລະ ທີ່ທຳງານ ໂດຍປັສຈາກຄອບຄົວຮັບຮູ້ສະຕາກັມເລີຍ. ຄົນທີ່ໂຕນໜີທີ່ເສັຍຊິວິດນັ້ນອາດຖືກສັດມີປິດກັດຕອດເຊັ່ນງູແລະແມງ
ເງົາ ເພາະຜູ່ທີ່ເສັຍຊິວິດນັ້ນເປັນຄົນລອຍນ້ຳເກ່ງແລະຮ່າງກາຍສົມບຸນທຸກຢ່າງໃນຕອນຍັງມີຊີວິດຢູ່. ສ່ວນພວກທີ່ຖືກຈັບຕົວຄືນມານັ້ນ
ແມ່ນເຮືອລາຕະເວນແລະຍົນທາງອາກາດພົບເຫັນຕອນລອຍນ້ຳຢູ່ນັ້ນ ເພາະເປັນຕອນກາງເວັນ. ຂ້າພະເຈົ້າໄດ້ທ້ອນເອົາເຫດການຂອງ
ຜູ້ໂຕນໜີແລະຖືກຈັບຕົວຄືນມາສຶກສາຄົ້ນຄ້ວາຫາສາເຫດຂອງແຕ່ລະກໍຣະນີວ່າເຫດໃດຈຶ່ງໄປບໍ່ຫວິດ ແລະເປັນຫຍັງຈຶ່ງເສັຍຊີວິດໄປ.
ວັນໜຶ່ງຈຶ່ງຕັດສິນໃຈປຶກສາຫາລືກັບນາຍພູວັນເພື່ອວາງແຜນໂຕນໜີໃນເວລາຖືກອອກໄປຕັດໄມ້ມາປຸກຕູບເພື່ອກຽມໄວ້ໃຫ້ຜູ່ທີ່ຈະມາ
ທີຫລັງ ເພາະທາງຫົວໜ້າດອນສັ່ງລົງມາ. ຈາກວັນນັ້ນມາແມ່ນວາງແຜນແລະລໍຈັງຫວະອັນເໝາະສົມແລະໄດ້ລັກເຂົ້າປ່າໄປຕັດໄມ້ປ່ອງ
ມາຄາດແພແລະເຊື່ອງໄວ້ແຄມນ້ຳບ່ອນທີ່ບໍ່ມີຄົນມັກຈະໄປທີ່ນັ້ນ ຊຶ່ງມີນາຍພູວັນຮ່ວມແຜນການນຳດ້ວຍ. ເມື່ອຄົນເຜີ້ມເຂົ້າມາຫລາຍ
ທາງອຳນາດການປົກຄອງກໍເຜີ້ມໜ່ວຍປ້ອງຂຶ້ນມາຕື່ມເໝືອນກັນ ຈຶ່ງເປັນສາເຫດທີ່ຈະມີໂອກາດລອດສາຍຕາຂອງພວກເວນຍາມໄປ
ໄດ້ຢ່າງງ່າຍໆ ແຕ່ກໍບໍ່ເຄີຍຄິດຖໍ້ຖອຍຕໍ່ຄວາມຫວັງແລະຕັ້ງໃຈເອົາໄວ້ ເພາະຕົນເອງບໍ່ເຄີຍຄຶດວ່າຈະຖືກປ່ອຍຕົວເວລາໃດ ແລະສະຖານະ
ການພາຍໃນດອນນັ້ນກໍບໍ່ເປັນທີ່ໄວ້ວາງໃຈ ເພາະເຫັນພວກເຂົານຳເອົາຫລາຍຄົນອອກຈາກດອນແລ້ວໄດ້ຂ່າວວ່າຄົນເຫຼົ່ານັ້ນແມ່ນຖືກ
ສົ່ງຕົວໄປສູນສັມະນາຕ່າງໆໃນທຸກພາກຂອງດິນລາວ. ຄວາມບໍ່ອຸ່ນອຽນແລະຫວາດກົວແມ່ນມີຢູ່ຕລອດເວລາ ເພາະມີເຫດການຕ່າງໆ
ເກີດຂຶ້ນຣະຫວ່າງນັກໂທດນຳກັນເອງທີ່ຜິດຖຽງກັນ ທຳຮ້າຍຮ່າງກາຍກັນ ຫາເຣື່ອງໃສ່ກັນເພື່ອສ້າງຜົນງານເພື່ອເລັຍແຂ່ງເລັຍຂາຫົວ
ໜ້າດອນແລະພະນັກງານຣັຖໃນທີ່ນັ້ນ ເພື່ອເປັນການເອົາຕົວລອດຂອງແຕ່ລະຄົນ. ຄົນສ່ວນຫລາຍແມ່ນເປັນນັກເລງອັນທະພານມາ
ກ່ອນຈຶ່ງຖືກຈັບຕົວມາ ສ່ວນຄົນດີບໍ່ມີຄວາມຜິດທີ່ຖືກຈັບມາກໍບໍ່ໜ້ອຍເໝືອນກັນ ນັກໂທດສອງຢ່າງນີ້ອາດເບິ່ງແລະແບ່ງແຍກໄດ້
ໂດຍທາງກິຣິຍາມາຣະຍາດແລະໂດຍທາງກະປະພຶດໂຕຂອງພວດຂະເຈົ້າ. ພວກນັກເລງມັກຈະສະແດງເວົ້າໃຫຍ່ແລະໂອດອົ່ງທະນົງໂຕ
ແບບຂົ່ມເພິນຍໍໂຕ ແລະບໍ່ມັກເຂົ້າຮ່ວມກຸ່ມກັບພວກທີ່ມັນຢູ່ແບບສງົບສງຽບຫລືຢູ່ແບບຖານອ້າຍຖານນ້ອງຮ່ວມກັນ. ກໍຍ້ອນພວກ
ນັກເອງເຫຼົ່ານັ້ນຈຶ່ງເກີດໃຫ້ຫົວໜ້າດອນສັ່ງປຸກຫ້ອງຂັງຫລືຄຸກເພື່ອເອົາໄມ້ໃຊ້ກັບຄົນປະເພດນັ້ນ ຢ່າງບໍ່ໜ້າເຊື່ອຢູ່ບົນເກາະທີ່ມີທະເລ
ອ້ອມຮອບແທ້ໆຍັງມີຄຸກມີຕະລາງຂຶ້ນໄດ້. ຫ້ອງຂັງດັດສັນດານຄົນຢູ່ດອນນັ້ນມີຢູ່ສອງຢ່າງ ແບບເຄິ່ງນ້ຳເຄິ່ງບົກທີ່ສ້າງຂຶ້ນຢູ່ຄີມນ້ຳ
ນັ່ງກໍບໍ່ໄດ້ເພາະນ້ຳຈະຖ້ວມດັງ ຢືນກໍບໍ່ໄດ້ເພາະລວງສູງບໍ່ອຳນວຍໃຫ້ ມີແຕ່ນົ່ງຄູ້ເຄົ່າຢ່າງດຽວຈຶ່ງຈະໄດ້ ຫ້ອງດັດສັນດານແບບນີ້ເອີນ
ຊື່ວ່າ ຄອກສັດເຄິ່ງບົກເຄິ່ງນ້ຳ ແລະມີຢູ່ 5 ຄອກທັງໝົດ. ອີກຫ້ອງຂັງແບບໜຶ່ງເປັນຫ້ອງຂັງຢູ່ເທິງບົກ ແຕ່ນັ່ງບໍ່ໄດ້ ນອນບໍ່ໄດ້ ແລະ
ຢຽດບໍ່ໄດ້ ມີແຕ່ນັ່ງໝູນແບບຄານກົບນັ້ນໄດ້ ຫຼຶນອນຂົດຄູ້ແບບໝັດໝູຂົດໃສ່ໃນກະຕ່າຊິງໝູນັ້ນລະ ແລະຫ້ອງຂັງແບບນີ້ເອີ້ນວ່າ
ຄອກໝູ.
ຍັງມີຕໍ່
ຫ້ອງຂັງຄອກໝູກໍມີຢູ່ 5 ຫ້ອງເຊັ່ນກັນ ແລະ ຫ້ອງຂັງທັງສອງຢ່າງນີ້ບໍ່ມີຫລັງຄາຫລືຫົ່ມໄມ້ໃດໆທັງສິ້ນພໍທີ່ຈະເປັນ
ສິ່ງກັນແດດກັນຝົນໃຫ້, ແມ່ນເປັນຫ້ອງດັດສັນດານອັນແທ້ຈິງ ຖ້າວ່າໃຜໄດ້ເຂົ້າໄປບາດຖືກປ່ອຍອອກມາອອກມາ
ແມ່ນຢຽດຂາຢຽດແອວບໍ່ໄດ້ເປັນຫລາຍຊົ່ວໂມງ ແລະກໍບໍ່ຍ່າງໄດ້ມີແຕ່ຄານຄວາຍອອກມາທັງນັ້ນ ເພາະຮ່າງກາຍ
ໄດ້ຢູ່ໃນສະພາບຂົດຄູ້ຂາແຄ່ງແລະແອວເປັນເວລານານເຖິງຊາວສີ່ຊົ່ວໂມງຂຶ້ນໄປຫາສາມມື້ສາມຄືນຕາມແຕ່ໂທດ
ໜັກຫລືເບົາທີ່ຄົນໆນັ້ນກໍ່ໂທດຂຶ້ນມາ. ຄົນໃດມັກເປັນອັນຕະພານເກາະປິດອາຣະວາດຊົກຕ່ອຍຄົນແມ່ນເໝາະສົມ
ທີ່ເຂົ້າໄປສເວີຍຊິມຣົສຊາດໃນຫ້ອງທໍຣະມານເຫຼົ່ານັ້ນ, ມີແຕ່ຄົນທີ່ເປັນຄົນດີ ຮັກແພງເພື່ອຮ່ວມອຸດົມການ ນັບຖື
ຮັກແພງຊຶ່ງກັນແລະກັນແລະແນ່ນອນທີ່ສຸດແມ່ນນັບຖືການຈັດຕັ້ງແມ່ນບໍ່ມີບຸນວາສນາທີ່ຈະໄດ້ເຂົ້າໄປຊິມຣົສຊາດ
ຮຽວເຕິນໂຮແຕວເຫຼົ່ານັ້ນໄດ້ ເຖິງຈະຂໍເຂົ້າໄປທົດລອງຈັກສອງສາມນາທີນຳເຈົ້າໜ້າທີ່ຮັກສາຄວາມສງົບຫຼືໜ່ວຍ
ປ້ອງກັນເຂົາກໍບໍ່ອະນຸຍາດໃຫ້.
ມີການຈັດງານປະເພນີລາວຕ່າງໆຢູ່ທີ່ດອນທັງສອງເພດນັ້ນເຣີ່ມຕົ້ນປີໃໝ່ຂອງປິ 1977 ດັ່ງ ບຸນປິໃໝ່ ບຸນທາດ
ຫຼວງ ບຸນຊ່ວງເຮືອ ແລະລອຍກະໂທງ, ນອກຈາກບຸນປະເພນີເຫຼົ່ນີ້ແລ້ວຍັງມີງານແຂ່ງຂັນກະຕໍ້ຫວາຍ ແລະບານ
ສົ່ງອີກ. ເຖິງທາງການຈະນຳເອົາງານປະເພນີເຂົ້າມາສູ່ດອນນັ້ນກໍຕາມແຕ່ຄວາມກົດດັນຍັງບໍ່ມີປ່ຽນແປງແນວຄິດ
ຄອງຄົນທີ່ອາສັຍຢູ່ບົນເກາະນັ້ນ ບໍ່ວ່າດອນທ້າວຫຼືນາງ ເພາະທຸກຄົນຕ່າງກໍບໍ່ເຊື່ອໂຊກຊະຕາຊີວິດຂອງຕົນເອງທີ່ຢູ່
ໃນດອນນັ້ນ ເພາະບໍ່ຮູ້ວ່າມື້ອື່ນຈະພົບເຫດການແນວໃດກັບຕົນເອງ. ມີຄົນຖືກງູຕອດຕາຍ ມີຄົນນອນເຫຼີຕາຍ
ຍິ່ງໄປກ່ອນນັ້ນຍັງມີຄົນຂ້າກັນຕາຍອີກໃນຕອນພາກັນໄປອອກແຮງງານແລະຍາມນອນຫຼັບກາງຄືນ. ບາງເທື່ອກໍ
ຈັບຄົນຮ້ຍໄດ້ແລະສ່ວນຫລາຍແມ່ນຈັບມືໃຜມາດົມບໍ່ໄດ້ ແລະຄົນທຸກຄົນທີ່ໃຊ້ຊີວິດຢູ່ບົນເກາະນັ້ນບໍ່ຕ່າງຫຍັງກັບ
ໃຊ້ຊິວິດຢູ່ບົນເສັ້ນດ້າຍ. ບາງຄັ້ງກໍເຫັນທະຫານມາປຸກເອົາຄົນແລະຄຸມໂຕອອກໄປໃນເວລາກາງຄືນເດິກໆງຽບສງັດ
ແລ້ວກໍບໍ່ເຫັນຕ່າວຄືນມາອີກ ເຣື່ອງແບບນີ້ແມ່ນເກີດຂຶ້ນເປັນເໜື່ອງນິດ.
ເດືອນ 11 ອອກພັນສາມີງານຊ່ວງເຮືອຂຶ້ນທີ່ດອນທ້າວ ຖ້າຈະຮຽກວ່າງານຊ່ວງແພໄມ້ເຮັ້ຍຈະຖືກກ່ອນເພາະວ່າ
ເປັນແພບໍ່ແມ່ນເຮືອ. ນີ້ກໍເປັນໂອກາດທີ່ຂ້າພະເຈົ້າຈະສວຍໃຊ້ໂອກາດນີ້ເອົາແພໂຕນໜີ, ສ່ວນແພທີ່ເຮັດໄວ້ແລ້ວ
ກ່ອນໜ້ານັ້ນກັບໄປຈອບເບິ່ງແມ່ນຫາຍໄປແລ້ວໃນຫບາຍເດືອນປ່ານມາ ອາດຈະແມ່ນຄົນໃດຄົນໜຶ່ງໄປພົບເຫັນ
ເຂົາເອົາໄປໃຊ້ຫຼືເອົາເປັນພາຫະນະລອຍໜີອອກຈາກດອນນັ້ນໄປແລ້ວກໍໄດ້. ທາງຫົວໜ້າດອນຈັດໃຫ້ມີແພຊ່ວງ
ພຽງສີ່ລຳເທົ່ານັ້ນພໍເປັນພິທີ ແລະ ກໍໄດ້ຈັດໃຫ້ມີ 20 ທິມແຂ່ງຂັນທັງໝົດແລະທິມໜຶ່ງໃຫ້ມີພຽງ 4 ຄົນເທົ່ານັ້ນ.
ຍາມແຂ່ງຂັນກໍໃຫ້ສັບປ່ຽນແພກັນ ອັນນີ້ແມ່ນແປນການຂອງທາງຫົວໜ້າເພິ່ນວາງອອກມາໃຫ້. ຂ້າພະເຈົ້າແລະ
ອີກສາມຄົນກໍສມັກເຂົ້າເປັນທິມໜຶ່ງເພື່ອຈະລົງແຂ່ງຂັນຊຶ່ງແນ່ນອນໃນທິມຂອງຂ້າພະເຈົ້າມີແຕ່ຄົນທີ່ເຊື່ອໃຈກັນ
ທີ່ສຸດແລະກໍມີນາຍພູວັນ ນາຍເມກ ແລະ ນາຍພົມ. ຜູ້ທີ່ຈະລົງແຂ່ງຂັນຊ່ວງແພຕ້ອງເປັນຄົນທີ່ມີຜົນງານດີ ແລະບໍ່
ມີປວັດກໍ່ສ້າງຄວາມຜິດຫຼືຄະດີໃດໆເກີດຂຶ້ນຢູ່ໃນດອນນັ້ນຈຶ່ງຈະສາມາດສມັກເຂົ້າແຂ່ງຂັນໄດ້. ທຸກໆວັນກ່ອນເຖິງ
ງານແຂ່ງຂັນ ແຕ່ລະທິມກໍປັດປ່ຽນກັນລົງຊ້ອມພາຍຫຼັງພາກັນສ້າງເເພຂຶ້ນ ສ່ວນແພນັ້ນໃຫຍ່ນ້ອຍກໍພໍແບກນ້ຳໜັກ
ຂອງຄົນສີ່ຄົນໄດ້ ແລະໄມ້ພາຍແພກໍເປັນໄມ້ພາຍເຮືອນັ້ນລະ ເພາະໄມ້ບໍ່ອຶດບໍ່ຢາກຈຶ່ງພາກັນເອົາໄມ້ມາເຮັດໄມ້ພາຍ.
ອີກສີ່ຫ້າວັນກໍຈະເຖິງວັນຊ່ວງແພແລະກົງກັບວັນຊ່່ວງເຮືອວັນດຽວກັນທີ່ວຽງຈັນ ທິມຂອງຂ້າພະເຈົ້າແມ່ນຍິກຄິ້ວໃສ່
ກັນມາແລ້ວຕັ້ງແຕ່ເຣີ່ມແຣກທີ່ໄດ້ຍິນຂ່າວວ່າຈະມີງານຊ່ວງແພເກີດຂຶ້ນທີ່ດອນທ້າວ ແລະຕົກລົງກັນໃຊ້ແພນັ້ນໜີ
ອອກຈາກດອນກ່ອນເຖິງວັນແຂ່ງຂັນ. ມື້ນັ້ນປະມານ 5 ໂມງແລງ ທິມພວກຂ້າພະເຈົ້າຖືກອະນຸຍາດໃຫ້ເອົາແພອອກ
ໄປຊ້ອມ, ດ້ວຍດິນຟ້າອາກາດແລະທັມະຊາດເອື້ອອຳນວຍໃຫ້ ຫຼືເທວະດາຟ້າແຖນເປັນໃຈ ພໍແຕ່ເອົາແພອອກໄປກາງນ້ຳ
ກໍເກີດຟ້າມືດຝົນລົມມາກະທັນຫັນຢ່າງໜັກ, ບໍ່ຈັກຄົນໂທດຫຼືນາຍຍາມແມ່ພາກັນແລ່ນເຂົ້າຕູບໝົດທູກຄົນຈຶ່ງພາກັນ
ເລັ່ງຫົວແພໄປທາງຕາເວັນຕົກສ່ຽງເໜືອຂອງດອນ ແລະສາຍລົມຜັດມາແຮງໆນັ້ນກໍເປັນຄຶ້ນສາຍລົມຂຶ້ນໄປເສັ້ນທາງ
ດຽວກັນ. ຝົນລົມພາຍຸນັ້ນປະກົດວ່າປິດເປີດປິດເປິດເປັນເວລາຍາວຫຼາຍເຕີບຈົນມືດຊຸມຊົວຕາເວັນຕົນດິນໄປແລ້ວ
ແລະແພຂອງພວກຂ້າພະເຈົ້າກໍໄກອອກໄກອອກຈາກດອນທ້າວໄປເລື້ອຍໆ ແລະກໍບໍ່ຮູ້ວ່າໄປຮອດຈູດໃດ? ຄ້າອິງຈາມ
ຄວາມສັງເກດການຜ່ານມາແມ່ນຈຸດໝາຍປາຍທາງແມ່ນມູ້ງໜ້າໄປໃສ່ບ້ານມ່ວງສຸມເພາະເປັນບ້ານຂອງນາຍພົມ
ນັ້ນເອງ. ຄວາມມືດມົວຂອງຍາມຣາຕຣີທີ່ໄຮ້ແສງເດືອນແລະດາວ ເພາະມີພາຍຸຝົນທັງຄືນໃນໂຂງເຂດນັ້ນ ເຮັດໃຫ້ກະ
ຕວງຍາກທີ່ຈະດັກຫົວແພໄປ.
ພວກຂ້າພະເຈົ້າໄດ້ຕົກລົງກັນໄວ້ຖ້າຫາກຖືກຈັບຕົວກາງທາງໄດ້ໃຫ້ບອກເຈົ້າໜ້າທີ່ເປັນຄຳດຽວກັນວ່າ ຖືກພາຍຸປັດແພ
ອອກຈາກຝັ່ງຂອງດອນໄປຕາມກະແສຄື້ນຂອງລົມ ເພາະກະແສລົມແຮງຫລາຍຈຶ່ງບໍ່ສາມາດບັງຄັບແພກັບຄືນເຂົ້າຝັ່ງ
ໄດ້ ຈຶ່ງຖືກລົມຜັດເອົາແພອອກຫ່າງຈາກດອນ, ຖ້າຈະໂດດອອກຈາກແພແລ້ວພາກັນລອຍເອົາຄືນເຂົ້າຝັ່ງກໍຜ້ານແກ່ຊີ
ຊີວິດ ກໍເລີຍພາກັນເກາະຢູ່ກັບແພ. ປະມານສີ່ຫ້າຊົ່ວໂມງຕໍ່ມາທີ່ພາກັນພາຍແພໄປຕາມປາຍກະແສຂອງຄື້ນລົມແລະ
ອາກາດກໍປ່ຽນແປງ ພາຍຸຝົນກໍຄ່ອຍໆໝົດກຳລັງລົງຈົນໃນທີ່ສຸດກໍສ່ອງເຫັນດວງດາວຢູ່ເທິງຟ້າເປັນບາງຈຸດຈຶ່ງພາກັນ
ແນມຫາດວງດາວຕ່າງໆເພື່ອຄວາມແນ່ນອນວ່າພາກັນມຸ້ງໜ້າໄປຈຸດໃດກັນແທ້. ການເດີນທາງທາງນ້ຳດ້ວຍໄມ້ໄຜ່ຢູ່ບົນ
ນ້ຳນິ້ງແມ່ຍາກລຳບາກທີ່ສຸດມັນບໍ່ງ່າຍເໝືອນລ່ອງແພໄປຕາມສາຍລຳທານທັມະດາ, ເບິ່ງພາກັນພາຍເອົາແທ້ເອົາວ່າ
ຕັ້ງສາມສີ່ແຮງຊາຍສະກັນ ເມື່ອຫລຽວແນມຫລັງສັງເກດເບິ່ງເໝືອນກັບວ່າຢູ່ບ່ອນເກົ່າເພາະມີແຕ່ໜ້ານ້ຳທີ່ກ້ວາງໃຫຍ່
ໄພສານບໍ່ເຫັນດິນເຫັນດອນຫຍັງເລີຍ. ພວກຂ້າພະເຈົ້າທັງສີ່ຄົນບໍ່ໄດ້ຖໍ້ຖອຍກຳລັງໃຈ ຕັ້ງໜ້າພາຍແພມຸ້ງໜ້າຕໍ່ໄປໂດຍ
ບໍ່ຫວັ່ນໄຫວຕໍ່ອຸປະສັກຕ່າງໆ ຈົນໃນທີ່ສຸດກໍຫລຽວເຫັນແສງອາທິດສ່ອງຂຶ້ນຈາກຂອບຟ້າທາງດ້ານຂວາມື ແລະແລ້ວກໍຮູ້
ທັນທີວ່າຈຸດທີ່ມຸ້ງໜ້າໄປນັ້ນຖືກເປົ້າໝາຍທີ່ວາງໄວ້ ນັ້ນກໍຄືມຸ້ງໜ້າໄປຕາເວັນຕົກສ່ຽງເໜືອຂອງປະເທດ. ບໍ່ດົນພໍຊົ່ວໂມງ
ທ້ອງຟ້າກໍແຈ້ງຂຶ້ນມາ ໃນທີ່ສຸດພະອາທິດກໍຄືບຄານຂຶ້ນສູ່ທ້ອງຟ້າຈຶ່ງແນມເຫັນຈຸດຕ່າງໆ ແຕ່ກໍບໍ່ຮູ້ດອກວ່າພວກຕົນເອງ
ຢູ່ຈຸດໃດກັນແທ້. ສິ່ງທີ່ຈະຕ້ອງການເວລານັ້ນແມ່ນຕ້ອງການບ່ອນກຳບັງເພື່ອລີ້ຊ່ອນຕົວໃນຍາມກາງເວັນເພາະເຊື່ອແນ່ວ່າ
ທາງເຈົ້າໜ້າທີ່ຮັກສາດອນຕ້ອງເອົາເຮືອຈັກອອກມາລາຕະເວນຊອກຫາພວກຂ້າພະເຈົ້າແນ່ນອນ, ນອກຈາກທາງເຮືອ
ແລ້ວຍັງມີທາງອາກາດອີກທີ່ພວກເຂົາໃຊ້ຍົນອອກມາສອດແນມ. ເຖິງຈະມີຄວາຫວາດຫວັ່ນທາງແນວຄິດທີ່ເກງກົວກັບ
ການລາດຕາເວນຂອງເຈົ້າໜ້າທີ່ ແຕ່ກໍບໍ່ຍອມຈຳນົນໄດ້ແຕ່ພາກັນມຸ້ງໜ້າໄປເລື້ອຍໆຈົນໃນທີ່ສຸດກໍໄປພົບເຫັນປ່າຜັກຕົບ
ແລະຫຍ້າອື່ນໆທີ່ເປັນເວີງກ້ວາງຫລາຍເຕີບຈຶ່ງພາກັນເອົາແພເຂົ້າໄປເຊື່ອງໄວ້ໂດຍເອົາຫຍ້າແລະຜັກຕົບມາປົກໃສ່ແພແລະ
ພວກຄົນເອງໄວ້ເພື່ອບໍ່ໃຫ້ໜ່ວຍລາດຕະເວນທາງນ້ຳຫລືທາງອາກາດແນມເຫັນ ແລະພວກຂ້າພະເຈົ້າກໍຕ້ອງການພັກຜ່ອນ
ເໝືອນກັນເພາະເໜື່ອຍມາໝົດຄືນແລ້ວ ລະສຳຄັນພວກຂ້າພະເຈົ້າໄດ້ຕົກລົງຢຸດການເດີນທາງຕອນກາງເວັນເພື່ອຄວາມ
ປອດພັຍ. ເຫັນຊາກປາຍຕົ້ນໄມ້ນ້ອຍຕາຍອ້່ອມຂ້າງອ້ອມແອວໃນເຂດນັ້ນກໍເຂົ້າໃຈແລະຮູ້ທັນທີວ່າເປັນຈອມພໍຈຶ່ງພາກັນລົງ
ຢັ່ງເບິ່ງເປັນຈຸດເປັນຈຸດ, ບາງບ່ອນກໍເລິກຖ້ວມກົວ ບາງບ່ອນກໍພຽງບ່າ ສະແດງວ່າໄດ້ເດີນທາງຫ່າງໄກຈາກດອນຫລາຍກິ
ໂລແມັດແລ້ວ. ອາກາດກໍແນບໜິ້ງແລະງຽບສງັດບໍ່ໄດ້ຍິນສຽງຫຍັງເລີຍ ແລະກໍຮູ້ໄດ້ວ່າຍັງຫ່າງໄກກັບຈຸດໝາຍຫຼືໜ້າດິນ
ທີ່ບໍ່ຖືກນ້ຳຂຶ້ນມາຖ້ວມ. ຕາມທີ່ຄາດຄິດເອົາໄວ້ ໄດ້ຍິນສຽງເຮືອບິນລັກໂກແຕມາຕອນໃຕ້ຫຼືທາງຕົ້ນທາງທີ່ເດີນອອກມາກໍ
ເຊື່ອແນ່ວ່າແມ່ນພວກເຂົາຄົ້ນຫາພວກຂ້າພະເຈົ້າອິຫຼີ, ແລະສຽງຍົນກໍຄ່ອຍໆເຫືອດຫາຍໄປກໍສະແດງວ່າພວກເຂົາກັບຕ່າວ
ຄືນແລ້ວ. ເປັນໂຊກຂອງພວກຂ້າພະເຈົ້າທີ່ບໍ່ມີຜູ່ໃດເຈັບປ່ວຍຂຶ້ກະທັນຫັນຫຼືຖືກງູກັດຕອດ ປະກົດວ່າບໍ່ພົບເຫັນສັດສາວາສິ່ງ
ທີ່ມີຜິດເລີຍ. ເວລາພາກັນຫີວກໍພາກັນກິນໜໍ່ໄມ້ຕົ້ມແລ້ວທີ່ນາຍພູວັນລັກຜົກເອົາມານຳກໍພໍທຸເລົາລົງໄປ ແຕ່ກໍບໍ່ໄດ້ເປັນ
ອຸປະສັກໃຫ້ພວກຂ້າພະເຈົ້າ. ພໍຕາເວັນຕົກດິນກໍພາກັນເລີ່ມເດີນແພອອກຕໍ່ໄປຕາມຈຸດທີ່ຕັ້ງໄວ້ໄປເລື້ອຍໆຈົນຂ້ອນຄືນຂອງ
ຄືນນັ້ນ ແລະໃນທີ່ສຸດກໍໄດ້ຍິນສຽງສັດປ່າຮ້ອງມາທາງທິດໜ້າແລະເປັນສຽງມາແຕ່ໄກ ຈຶ່ງພາກັນດີໃຈທີ່ຈະຫວິດໜ້ານ້ຳຂອງ
ອ່າງທະເລເຂື່ອນນຳ້ງຶ່ມແລ້ວ. ໃນທີ່ສຸດພວກຂ້າພະເຈົ້າກໍມາເຖິງປ່າໄມ້ແຫ່ງໜຶ່ງໃນວັນຮຸ່ງເຊົ້າຂອງຕໍ່ມາ, ນາຍພົມຊຶ່ງເປັນຄົນ
ໃນທ້ອງຖິ່ນນັ້ນສັງເກດການເບິ່ງປ່າດົງໂຂງເຂດນັ້ນ ຜູ້ກ່ຽວໃຫ້ຄວາມເຫັນວ່າຕ້ອງເດີນທາງລຽບໄປຕາມແຄມນ້ຳທາງຊ້າຍມື
ລົງໄປຈົນກ່ວາຈະເຖິງພູໜ່ວຍໜຶ່ງຢູ່ຂ້າໜ້ານັ້ນ ເພາະຜູ່ກ່ຽວເຊື່ອວ່າພູໜ່ວຍທີ່ວ່ານັ້ນຄຸນໆແລະເຄີຍເຫັນມາກ່ອນ. ພວກຂ້າ
ພະເຈົ້າຂີ່ແພເລາະໄປຕາມແຄມຝັ່ງໄປປະມານສາມຊົ່ວໂມງຈຶ່ງພາກັນພັກຜ່ອນແລະພາກັນເຂົ້າປ່າໄປຫາແນວມາກິນເພາະພາ
ກັນຫີວ ເປັນແຕ່ບຸນພາກັນໄປພໍ້ຕົ້ນຕາວຈຶ່ງພາກັນຕັດເອົາຍອດຕາວມາກິນ. ເມື່ອພັກຜ່ອນພໍສົມຄວນແລ້ວກໍອອກເດີນ
ທາງຕໍ່ໄປ........
ອີກບໍ່ເທົ່າໃດອາທິດກໍຈະເຖິງ 2 ປີ ເຕັມທີ່ຖືກຈັບໄປດັດສ້າງຢູ່ດອນລີງ ເຮັດໃຫ້ເສັຍເວລາເສັຍການຮຽນແລະເສັຍສມອງ
ແລະຂາດຄວາມເຊື່ອໝັ້ນຕໍ່ອຳນາດການປົກຄອງຂອງຣະບອບໃໝ່ທີ່ໄດ້ປ່ຽນແປງແລະປະກາດໃຫ້ຊາວລາວແລະໂລກຮັບ
ຮູ້ພາຍຫລັງຍຶດອຳນາດຈາກຣັຖບານວຽງຈັນມາໃນມື້ວັນທີ 2 ທັນວາ 75. ແນ່ແລ້ວທີ່ປະຊາຊົນລາວຜູ່ທີ່ເກີດແລະເຕີບ
ໂຕຂຶ້ນມາກັບຣະບອບເສຣີປະຊາທີປະຕັຍຫລືທີ່ສັລຄົມຄົນລາວຮູ້ກັນວ່າຣະບອບເກົ່າ ເມື່ອມາຫັນປ່ຽນແນວຄິດແລະຈິດ
ໃຈໃຫ້ສອດຄ່ອງຫລືເຂົ້າກັບຣະບອບໃໝ່ທີ່ຮູ້ແຈ້ງໆວ່າເປັນຣະບອບຄອມມຸຍນິສນັ້ນແມ່ນຍາກທີ່ສຸດ ເພາະມີສິ່ງກົດດັນ
ແລະບີບບັງຄັບໃຫ້ຫັນປ່ຽນທຸກຢ່າງເພື່ອໃຫ້ໄດ້ໃຈຂອງອຳນາດການປົກຄອງຂອງເຂົາ. ມັນກໍບໍ່ແຕກຕ່າງຫຍັງກັບຄົນ
ຕິດຢາເສບຕິດແລະການພະນັນແມ່ນຍາກທີ່ສຸດທີ່ຈະຢຸດເຊົາລົງທັນທີ ມັນຕ້ອງໃຊ້ເວລາຄ່ອຍໆເປັນຄ່ອຍໆໄປ ແລະໃຊ້
ເວລາກ່ອນຈະອອກໄດ້.
ມື້ທີສາມແລ້ວທີ່ໜີອອກຈາກດອນມາ ເມື່ອສອງວັນຫລັງນັ້ນແມ່ນພາກັນຢູ່ບົນໜ້ານ້ຳມາຕລອດແລະທຸກຄົນກໍອ່ອນເພັຍ
ເປັ້ຍຫລ່ອຍໄປຕາມໆກັນທັງສີ່ຄົນ ແຕ່ກໍບໍ່ໝົດຫວັງທີ່ຈະເອົາຊີວິດລອດອອກຈາກຂຸມນາຣົກແຫ່ງນັ້ນຈຶ່ງພາກັນມີກຳລັງໃຈ
ເດີໜ້າຕໍ່ໄປ ແລະໃນເບື້ອງຕົ້ນແມ່ນແນໃສ່ຈຸດໝາຍທີ່ໜຶ່ງຄືໄປໃຫ້ເຖິງບ້ານຂອງນາຍພົມກໍຄືບ້ານມ່ວງສຸມ. ພວກຂ້າພະ
ເຈົ້າຕົກລັງເປັນເອກະສັນກັນປະຖີ້ມແພແລ້ວມາເດີນດ້ວຍຕີນໄປຕາມປ່າແຄມນ້ຳເພາະມັນສດວກກ່ອນໄປທາງນ້ຳ. ແຕ່
ເຖິງຢ່າງໃດກໍຕາມພວກຂ້າພະເຈົ້າກໍບໍ່ລືມຄຸນຄ່າຂອງແພລຳນັ້ນທີ່ຊ່ວຍໃຫ້ພວກຂ້າພະເຈົ້າຫວິດໝົ້ມອອກມາໄດ້ດ້ວຍໂດຍ
ປາສຈາກເຫດຮ້າຍທັງປວງ. ແຕ່ເຖິງວ່າຜ່ານມາໄດ້ຈາກຂັ້ນຕົ້ນແລ້ວກໍຈິງ ແຕ່ຍັງບໍ່ທັນຮູ້ໄດ້ວ່າໃນບັ້ນຕໍ່ໄປຈະປະສົບສິ່ງໃດ
ຂຶ້ນກັບສີ່ຄົນຂອງພວກຂ້າພະເຈົ້າ ແລະທັງໝົດແມ່ນຂໍຂອບໃຈທັມະຊາດປ່າໄມ້ທີ່ໃຫ້ອາຫານແກ່ພວກຂ້າພະເຈົ້າມາຕລອດ
ຊຶ່ງໄດ້ຊ່ວຍຢື້ດເຢື້ອຊີວິດແລະມີສຸຂະພາບສົມບູນມາແຕ່ລະວັນ. ມື້ໜຶ່ງເຕັມໆທີ່ພາກັນລັດດອນລອດປ່າໄປທາງໜ້າແລະກໍ
ມາເຖິງຈຸດໜຶ່ງກໍໄດ້ຍິນສຽງໝາເຫົ່າມາແຕ່ໄກກໍແປວ່າໃກ້ຈະເຖິງບ້ານຄົນຫລືໄຮ່ສວນຂອງປະຊາຊົນແລ້ວ ເມື່ອເດີນໜ້າໄປ
ປະມານຊົ່ວໂມງໜຶ່ງກໍແນມເຫັນເຮືອນຄົນປະມານເຈັດແປດຫລັງຕັ້ງຢາຍຢູ່ຕາມເຈີ້ຍພູ, ນາຍພົມບອກວ່າບ້ານັ້ນເປັນບ້ານ
ຂອງພວກລາວກາງ ປູ່ກ່ຽວຈື່ໄດ້ເພາະເຄີຍຜ່ານບ້ານັ້ນໄປຕຶກເບັດປາກ່ານຳພໍ່ແລະອ້າຍຝາແຝດຂອງຜູ່ກ່ຽວເມື່ອສາມສີ່ປີທີ່
ຜ່ານມາ. ເມື່ອເຂົ້າໃກ້ບ້ານຄົນແລ້ວຄວາມລະມັດລະວັງແມ່ນມາກຂຶ້ນຫລາຍກ່ອນເກົ່າ ເພາະອາຈະພົບພໍ້ກັບຄົນທີ່ບໍ່ຄວນຈະ
ພົບຈະພໍ້ນັ້ນກໍຄືກອງຫລອນຫລືທະຫານທີ່ມາລາຕະເວນ. ນາຍພົມບອກວ່າຕ້ອງຫາທາງຜ່ານບ້ານັ້ນໄປໂດຍບໍ່ເຂົ້າໄປໃນບ້ານ
ໃຫ້ໄດ້ ເມື່ອຜ່ານບ້ານັ້ນແລ້ວກໍຈະຕົກໃສເຂດໃກ້ຄຽງກັບບ້ານຂອງຜູ່ກ່ຽວ ແລະຍັງແນະນຳອີກວ່າໃຫ້ຂຶ້ນໄປທາງສັນພູຈຶ່ງຈະມີ
ໂອກາດໜ້ອຍທີ່ຈະພົບຄົນ ເພາະຄົນໃນເຂດນີ້ພາກັນເຮັດໄ່ຮ່ເຮັດສວນຢູ່ແຄມອ່າງເຂື່ອນນ້ຳງຶ່ມແລະເອົາການຫາປາເປັນອາ
ຊີບລ້ຽງຄອບຄົວຂອງພວກຂະເຈົ້າ, ດັ່ງນັ້ນຈຶ່ງພາກັນເດີນຂຶ້ນໄປທາງຈອມພູແລະໃນທີ່ສຸດກໍພາກັນນອນກາງປ່າມນຄືນັ້ນ.
ວັນຮຸ່ງເຊົ້າຕໍ່ມາກໍອອກເດີນທາງຕໍ່ແລະກໍກາຍບ້ານລາວກາງນັ້ນໄປແລະຕົກໃສ່ທົ່ງພຽງທີ່ມີດິນຕິດກັບນ້ຳຈາກເຂື່ອນນ້ຳຕົກ
ແລະແລ້ວນາຍພົວກໍເປັນນາຍໜ້າພາເດີນເພາະເປັນຖິ່ນຂອງຜູ່ກ່ຽວຕັ້ງແຕ່ນ້ອຍຈົນໃຫຍ່ຂຶ້ນມາແມ່ນຜູ່ກ່ຽວໄປໆມາໆຢູ່
ເຂດນີ້ຕລອດກ່ອນຈົບປະຖົມແລ້ວເສັງເຂົ້າຮຽນຕໍ່ທີ່ໂຮງຮຽນເທັກນິກປາກປ່າສັກວຽງຈັນໃນປີ 73 ແລະຖືກອູ້ມມາດັດສ້າງ
ຢູ່ດອນລິງຊຸດທຳອິດກ່ອນໝູ່ພາຍຫຼັງຍຶດອຳນາດໄດ້ສາມມື້. ເມື່ອໄປຮອດແຄມປ່າແຫ່ງໜຶ່ງນາຍພົມບອກໃຫ້ພວກຂ້າພະເຈົ້າ
ສາມຄົນຊ່ອນໂຕຢູ່ປ່າຊ້າ ຜູ່ກ່ຽວຈະເຂົ້າໄປໃນບ້ານັ້ນຜູ່ດຽວ ນ້ານັ້ນບໍ່ແມ່ນບ້ານຂອງຜູ່ກ່ຽວແຕ່ເປັນບ້ານເອື້ອຍຂອງຜູ່ກ່ຽວ
ມາເປັນໃພ້ຢູ່ບ້ານແຫ່ງນີ້. ປະມານເຄິ່ງຊົ່ວໂມງນາຍພົມກໍກັນມາກັນຕິບເຂົ້າໜຽວ ປາປີ້ງ ແລະແຈ່ວໜໍ່ໄມ້ສົ້ມ, ເບິ່ງພາກັນ
ກິນຈົນບໍ່ເຫລືອຈັກແນວ ພິເສດແມ່ນເຂົ້າໜຽວເພາະບໍ່ໄດ້ກິນມາໄດ້ເກືອບສອງເດືອນແລ້ວ. ເມື່ອກິບເຂົ້າແລ້ວກໍມາວາງ
ແຜນກັນຕໍ່ວ່າຈະເດີນໜ້າໄປວິທີໃດ ແຕ່ທຸກສິ່ງຢ່າງແມ່ນມອບໃຫ້ນາຍພົວເປັນນາຍໜ້, ແລະນາຍພົມໄດ້ກຳສັບໃຫ້ເອື້ອຍ
ຂອງຜູ່ກ່ຽວເຂົ້າໄປບ້ານມ່ວງສຸມເພື່ອສົ່ງຂ່າວໃຫ້ຄອບຄົວຮູ້. ພວກຂ້າພະເຈົ້າທັງສາມຕ້ອງຂອບໃຈນາຍພົມທີ່ຮັກສາສັດຈະ
ທັມຂອງລູກຜູ່ຊາຍທີ່ຈະບໍ່ຖິ້ມກັນບໍ່ວ່າຈະຢູ່ໃນສະຖານະການໃດໆກໍຕາມ. ຕາມທີ່ເອື້ອຍຂອງນາຍພົມບອກນ້ອງຊາຍຂອງ
ເພິ່ນວ່າ ຢູ່ບ້ານນີ້ແມ່ນບໍ່ມີທະຫານແລະກອງຫລອນຢູ່ໃນບ້ານ ແຕ່ມີທະຫານມັກມາລາຕະເວນເດືອນໜຶ່ງສອງສາມເທື່ອ
ສ່ວນຫລາຍແມ່ນມັກມາຍາມໃດອາກາດດີບໍ່ມີແດດຮ້ອນແຮງແລະບໍ່ມີຝົນຕົກ.
ຍັງມີຕໍ່ຕອນສຸດທ້າຍ
ຣະຍະທາງຈາກບ້ານທີ່ເອື້ອຍຂອງນາຍພົມມາເປັນໃພ້ຢູ່ນັ້ນໄປຫາບ້ານມ່ວງສຸມໄກກັນປະມານ 7 ກລມ ຫລືຊົ່ວໂມງໜຶ່ງ, ແລະ
ກໍບໍ່ໄດ້ເປັນບ້ານໃຫຍ່ປານໃດ ມີພຽງຊາວກ່ວາຄົວເຮືອນແລະກໍເກີດເປັນບ້ານຂຶ້ນພາຍຫລັງນ້ຳເຂື່ອນໄຟຟ້າຍຶ່ງຂຶ້ນມາເລນຍມີ
ໄທບ້ານມ່ວງສຸມແລະໃກ້ຄຽງມາຕັ້ງຊະນຳຫາປາໃນເຣີ່ມແຣກ, ຢູ່ຕໍ່ມາກໍມີຫລາຍຄົນອອກມາຕັ້ງເຮືອນແທນກະຕັອບຫລືຕູບ
ແລະກໍຍົກຄອບຄົວອອກມາຢູ່ກໍເລີຍທີການຂຍາຍໂຕອອກຈົນກາຍຈາກຊະນຳມາເປັນບ້ານ ແລະເອີ້ນວ່າບ້ານວັງມົນ. ຄ້າຍ
ແລງໃນວັນດຽວກັນນັ້ນນາຍພົມກໍອອກໄປຫາເອື້ອຍຂອງຜູ່ກ່ຽວເພື່ອໄປເອົາຂ່າວແລະສະບຽງອາຫານ, ຄາດວ່າເອື້ອຍຜູ່ກ່ຽວ
ອາດກັບມາແຕ່ບ້ານມ່ວງສຸມແລ້ວ, ພວກຂ້າພະເຈົ້າທັງສາມຄົນກໍອົດລໍຄອຍແລະລີ້ຢູ່ປ່າຊ້າຖ້າຕາມເຄີຍ. ບໍ່ຮອດຊົ່ວໂມງກໍ
ເຫັນນາຍພົມກັບມາທີ່ປ່າຊ້ານັ້ນພ້ອມກັບຊາຍສະກັນຄົນໜຶ່ງທີ່ມີໜ້າຕາເໝືອນກັນກັບກັບຜູ່ກ່ຽວເອງແຕ່ກໍບໍ່ແປກໃຈເພາະ
ນາຍພົມເຄີຍເລົ່າສູ່ຟັງມາກ່ອນແລ້ວວ່າມີອ້າຍແຝດຄົນໜຶ່ງ. ພໍທັງສອງມາເຖິງນາຍພົມກໍແນະນຳອ້າຍແຝດຄົນນັ້ນໃຫ້
ພວກຂ້າພະເຈົ້າທັງສາມ ຈົນຂ້າພະເຈົ້າອົດຫົວບໍ່ໄດ້ເມື່ອແນະນຳຊື່ອ້າຍແຝດຄົນນັ້ນໃຫ້ຊາບແລະຊື່ວ່າ ອິນ, ອ້າຍຊື່ ອິນ ສ່ວນ
ຜູ່ນ້ອງຊື່ ພົມ ຊື່ຄ່ອງກັນອິຫລີສອງນ້ອງອ້າຍນີ້. ສອງນ້ອງແຝດຫອບເອົາເຄື່ອງນຸ່ງແບບບ້ານໆມາໃຫ້ພວກຂ້າພະເຈົ້າທັງສາມ
ປ່ຽນ ກໍເປັນຊຸດຊາວໄຮ່ນາສີນິນບ້ານນອກນັ້ນລະ (ບໍ່ແມ່ນຂອງເກົ່າ ໃໝ່ໝົດ) ແລະກໍເປັນແພຝ້າຍພື້ນເມືອງລາວເຮົາເອງ.
ນອກຈາກເຄືອງນຸ່ງແລ້ວກໍມີມອງໃສ່ປາແລະຄັນເບັດທີ່ເຫຼົາດ້ວຍໄມ້ໄຜ່ສາມຄັນ ແຕ່ບໍ່ເຫັນມີສະບຽງອາຫານມາພ້ອມໃນຊຸດ
ນີ້. ເມື່ອອະທິບາຍແຜນສູ່ກັນຟັງແລ້ວກໍພາກັນເດີນອອກຈາກປ່າຊ້າເຂົ້າໄປບ້ານວັງມົນແລະໄປພັກຢູ່ເຮືອນເອື້ອຍຫຼືອ້າຍເຂີຍ
ຂອງນາຍອິນແລະນາຍພົມ. ທາງເອື້ອຍນາຍພົມໄດ້ໄປແຈ້ງຫົວໜ້າບ້ານວ່າມີນ້ອງຊາຍແລະໝູ່ສາມຄົນຈະມາຄ້າງພັກເຊົານຳ
ປະມານສອງສາມວັນເພື່ອມາຫາປາ ແລະທາງອ້າຍເຂີຍໄດ້ປາຝາມາກໍລົງມືເຮັດລາບສູ່ພວກຂ້າພະເຈົ້າກິນ.
ຮຸ່ງເຊົ້າວັນໃໝ່ຂຶ້ນມາກໍພາກັນລົງໄປຫາປາຊຶ່ງອ້າຍເຂີຍສອງແຝດນັ້ນເປັນໄກມນຄັ້ງນີ້, ຕ່າງກໍຫອບມອງຄັນເບັດແລະອາຫານ
ການກິນລົງໄປທ່ານ້ຳແລະຂຶ້ນເຮືອຈັກຂອງອ້າຍເຂີຍສອງແຝດນັ້ນແລ່ນອອກຈາກທີ່ຈອດແລະມຸ່ງໜ້າໄປຫາທີ່ຫາປາ. ພໍໄປເຖິງ
ຈຸດໜຶ່ງກໍຢຸດເຮືອແລະເອົາເບັດອອກມາຕຶກປາ ແລະໃຊ້ເວລານັ້ນປຶກສາຫາລືກັນວ່າຈະດຳເນີນແຜນແນວໃດແລະຈະໄປເສັ້ນ
ທາງໃດເພື່ອບໍ່ໃຫ້ຖືກຈັບຕົວໄດ້, ຈຳເປັນຕ້ອງໄດ້ອອກມາວາງແຜນກັນຢູ່ກາງນ້ຳຫຼືບ່ອນເປົ່າປ່ຽວບໍ່ມີຄົນ ຖ້າຈະປຶກສາກັນຢູ່ບ້ານ
ຢູ່ເຮືອນແມ່ນເກງວ່າຢ້ານຄົນມາຈອບຟັງ ເພາະຣະຍະນັ້ນບໍ່ມີໃຜເຊື່ອໃຜໄດ້ ຢ້ານໄທບ້ານມາຈອບຟັງເອົາຄວາມຜິດ. ນາຍເມກ
ອອກຄວາມເຫັນວ່າຖ້າ່ຈະເດີນທາງໄປທາງຣົດລົງໄປວຽງຈັນແມ່ນບໍ່ຜ່ານເປົ້າຍາມທະຫານຢູ່ທີ່ຫີນເຫີບໄດ້ ເພາະທີ່ນັ້ນມີການ
ກວດກາເຂັ້ມງວດຫລາຍ ນາຍເມກແລະຄອບຄົວເດີມເປັນອົພະຍົບມາແຕ່ຊຽງຂວາງແລະເບື້ອງຕົ້ນພໍ່ແມ່ຜູ່ກ່ຽວຕັ້ງຖິ່ນຖານ
ໃໝ່ຢູ່ບ້ານນາມອນເມືອງວັງວຽງກ່ອນຍ້າຍຄອບຄົບລົງໄປຢູ່ບ້ານໂພນຕ້ອງວຽງຈັນ ຕອນວັງວຽງແຕກປີ 69 (ທີ່ຈິງແລ້ວບໍ່
ແມ່ນວັງວຽງແຕກຫຼືແນວລາວເຂົ້າມາຍຶດດອກ ພຽງແຕ່ທີ່ໝັ້ນຫລາຍແຫ່ງໃນຊຽງຂວາງຖືກຕີແຕກ ກິ່ວກະຈຳ ສາລາພູຄູນ
ຈົນລົງມາເຖິງເມືອງກາສີແມ່ນແມ່ນຝ່າຍແນວລາວຍຶດໄດ້ໝົດໃນປີນັ້ນ. ປະຊາຊົນທີ່ເປັນອົພະຍົບມາແຕ່ຊຳເໜືອ ແລະຊຽງ
ຂວາງທີ່ມາຕັ້ງຖິ່ນຖານໃໝ່ຢູ່ວັງວຽງພາກັນແຕກຕື່ນແລະຢ້ານວັງວຽງຈະຕົກເປັນເປົ້າຕໍ່ໄປທີ່ແນວລາວຈະເຂົ້າມຕີ ແລະກໍພາ
ກັນເກງກົວຈຶ່ງພາກັນຫລັ່ງຫລຸທຸທັງລົງໄປວຽງຈັນ). ຂ້າພະເຈົ້າຫລິ່ງເຫັນທາງດຽວທີ່ຈະເດີນທາງເຂົ້າວຽງຈັນໂດຍບໍ່ຜ່ານຫີນ
ເຫີບແມ່ນໄປທາງໜ້າເຂື່ອນ້ຳງຶ່ມ ແຕ່ຕ້ອງໄດ້ຜ່ານທ່າລາດຊຶ່ງເປັນຈຸດສຳຄັນຈຸດໜຶ່ງທີ່ມີການກວດຂັນຢ່າງເຂັ້ມງວດຈຸດໜຶ່ງ
ຄືກັນ ແລະຕອນນີ້ພວກເຂົາຄົງຍັງຄົ້ນຫາພວກຕົນເອງຢູ່ ແລະຄິດວ່າພວກເຂົາຈະບໍ່ຢຸດຈົນກ່ວາຈະພົບບໍ່ວ່າເປັນຫລືຕາຍຈຶ່ງ
ຈະເຊົາ. ຕ່າງກໍອອກຄວາມຄິດຄວາມເຫັນແຕ່ກໍຍັງບໍ່ທັນຕົກລົງກັນໄດ້ເທື່ອ ແລະມື້ນັ້ນປະກົດວ່າປາກໍກິນເບັດດີທີ່ສຸດພາກັນ
ໄດ້ປາເປັນກະບຸງທັງປາຕຶກເບັດແລະປາຖືກມອງ, ພໍຕົກແລງມາກໍກັບຄືນມາພັກຢູນ້ານຂອງເອື້ອຍສອງແຝດນັ້ນຕາມເດີມ.
ໂທດເດີ້ວ່າຈະຂຽນໃຫ້ຈົບຕອນນີ້ ແຕ່ບໍ່ມີເວລາພຽງພໍ
ການປະສົບປະການ ການຜ່ານຜ່າຊີວິດຂອງແຕ່ລະຄົນມັນບໍ່ຄືກັນ
ແຕ່ການຜ່ານຜ່າອຸປສັກຂອງທ່ານກໍເຮັດຫລາຍໆຄົນສົນໃຈຢາກເຂົ້າມາອ່ານ
ທັງໄດ້ຄວາມຮູ້ແລະໄດ້ຫວນຄືນຄິດເຖິງອາດີດທີ່ຜ່ານມາ.
ຂໍຂອບໃຈ ທີ່ທ່ານໄດ້ສະລະເວລາແລະແບ່ງປັນ " ການປະສົບປະການໃນຊີວິດຂອງທ່ານ "
ໃຫ້ຄົນທັງໂລກໄດ້ຮູ້ນຳ. ...............
ຄົນຮ້ອຍພໍ່ພັນແມ່ທີ່ໄປຢູ່ຮ່ວມກັນໃນສະຖານທີ່ໆເຕັມໄປດ້ວຍຄວາມກົດດັນທາງຈິດໃຈຫາມິໄດ້ວ່າສະຖານທີ່ແຫ່ງນັ້ນໆຈະເກີດ
ສິ່ງໃດຂຶ້ນ? ແມ້ແຕ່ອ້າຍເອື້ອຍນ້ອງຮ່ວມພໍ່ແມ່ດຽວກັນຍັງມີຈິດໃຈແຕກຕ່າງກັນແລະກໍເກີດຜິດຖຽງກັນເປັນບາງຄັ້ງ, ທີ່ນັ້ນ
(ໝາຍເຖິງດອນທ້າວ) ເປັນຈຸດຮວມຊາຍສະກັນທີ່ມາຈາກຕ່າງຖິ່ນຕ່າງຖານຕ່າງພໍ່ຕ່າງແມ່ແລະປະກອບດ້ວຍຄວາມຈຳກັດ
ພື້ນທີ່ແລະການໃຊ້ຊີວິດປະຈຳວັນຈຶ່ງເກີດໃຫ້ມີປະທະຕະລຸມບອນທຳຮ້າຍຮ່າງກາຍກັນຂຶ້ນເກືອບບໍ່ຂາດແຕ່ລະວັນ. ຕາມທີ່ຮຸ່ນ
ອ້າຍທີ່ເປັນຮຸ່ນທຳອິດກ່ອນໝູ່ໄປຕົກຢູ່ດອນນັ້ນເລົ່າສູ່ຟັງວ່າ ພວກນັກໂທດດັດສ້າງລ້າງສມອງຊຶ່ງເປັນສາຍານາມໃນຕອນນັ້ນ
ລ້ວນແລ້ວແຕ່ເປັນນັກເລງຫົວໄມ້ອັນທະພານເປັນສ່ວນຫລາຍທີ່ຖືກຈົບກັກຂັງໄວ້ຕາມຄຸກຂອງຕົວເມືອງຕ່າງໆໃນແຂວງວຽງ
ຈັນຕັ້ງແຕ່ກ່ອນປົດປ່ອຍປະເທດ, ແລະມີຈຳນວນປະມານຫ້າຮ້ອຍກວ່າຄົນ. ພາຍຫຼັງຍຶດອຳນາດໃນວັນທີ 2 ທັນວາ ບໍ່ເທົ່າໃດ
ມື້ທາງກະຊວງພາຍໃນໄດ້ສົ່ງນັກໂທດເຫຼົ່ານັ້ນໄປຖິ້ມໄວ້ກາງດອນເທິງທະເລອ່າງເກັບນ້ຳເຂື່ອນໄຟຟ້ານ້ຳງຶ່ມໂດຍທາງການໄດ້ມອບ
ມີດພ້າຈຳນວນໜຶ່ງໃຫ້ພວກນັກໂທດນັ້ນເພື່ອຖາກຖາງພື້ນທີ່ແລະປຸກສ້າງຫໍໂຮງຫຼືທີ່ພັກພາອາສັຍຂອງພວກເຂົາ. ໃນເບື້ອງຕົ້ນ
ດອນນັ້ນຍັງບໍ່ທັນມີຊື່ ຕ່າງຄົນກໍເອີ້ນກັນວ່າດອນລີງ ທັງໆທີ່ດອນນັ້ນບໍ່ມີລີງແມ້ແຕ່ຕົວດຽວ, ດອນນີ້ມີເນື້ອກ້ວາງປານ 3.5 ກ
ລມ ມົນທົນ ໃຈກາງຂອງດອນເປັນພູພຽງແລະເຕັມໄປດ້ວຍຕົ້ນໄມ້ໃຫຍ່ທີ່ມີຄຸນຄ່າຫລາຍແສນຕົ້ນ, ທາງການຈະບໍ່ອະນຸຍາດ
ໃຫ້ນັກໂທດຂຶ້ນໄປປຸກປະສາດຣາຊະວັງຂອງພວກເຂົາຢູ່ເທິງຈຸດນັ້ນເດັດຂາດ ມີແຕ່ອະນຸຍາດໃຫ້ຢູ່ຕາມແຄມນ້ຳໃນຕອນໃຕ້ຂອງ
ເກາະເທົ່ານັ້ນ. ທີ່ຈິງແລ້ວພື້ນທີ່ຕອນທີ່ຕິດກັບແຄມນ້ຳກໍບໍ່ຄັບແຄບແລະກໍເປັນໜ້າດິນພຽງຄືກັນແລະກໍກ້ວາງປະມານ 300ມ
ຈາກແຄມນ້ຳໄປເຖິງຕີນພູໃຈກາງຂອງເກາະ. ພວກນັກໂທດທີ່ກ່າວມາຂ້າເທິງທີ່ເປັນຮຸ່ນທຳອິດນັ້ນ ຕາມແຜນການຂອງ ກຊ
ພາຍໃນແມ່ນນຳມາປະກົບໄວ້ຊົ່ວຄາວເພື່ອຕຽມສົ່ງອອກໄປສູນສັມະນາ (ສູນທໍຣະມານຈະຖືກກ່ອນ) ຕາມພາກພື້ນຕ່າງໆຫລັງ
ພວກເຂົາສ້າງສຳເຣັດ. ພວກຮຸ່ນອ້າຍຍັງເລົ່າສູ່ຟັງອີກວ່າ ພວກນັກໂທດທີ່ມາຖາກຖາງດອນຮຸ່ນທຳອິດນັ້ນເປີດຈາຣະຈົນກັບທະ
ຫານຍາມຫລາຍເທື່ອ ແຕ່ບໍ່ສຳເຣັດເພາະພວກເຂົາເອົາກຳປັ້ນແລະມີດພ້າພຽງບໍ່ເທົ່າໃດດວງສູ້ກັບປືນ ມີນັກໂທດແລະທະຫານ
ຕ່າງຝ່າຍກໍໄດ້ຮັບບາດເຈັບແລະຕາຍໄປ. ເມື່ອທາງອຳນາດການປົກຄອງເຫັນເຫດການນອງເລືອດກັນເກີດຂື້ນສືບເນື່ອງກັນ
ຈຶ່ງໄດ້ເຣີ່ມຕົ້ນຂົນເອົາພວກທີ່ຫົວແຂງແລະມີຄະດີຮ້າຍແຮງອອກໄປຈາກດອນນັ້ນໄປເທື່ອລະເລັກເທື່ອລະໜ້ອຍຈົນໃນທີ່ສຸດກໍ
ເອົາຄົນມາເຜີ້ມເຕີມໃນດອນທີພວກເຂົາເອີ້ນຄົນເຫຼົ່ານັ້ນວ່າ ພວກພັຍສັງຄົມ ນັ້ນເອງ.
ການວາງແຜນການເດີນທາງລົງໄປວຽງຈັນຂອງພວກຂ້າພະເຈົ້າຍັງບໍ່ທັນຕົກລັງເປັນເອກະສັນກັນໄດ້ເທື່ອເພາະຂາດປັດໃຈຢູ່
ຫລາຍຢ່າງສຳຄັນທີ່ສຸດແມ່ນເງິນເພື່ອການເດີນທາງ. ແຕ່ລະມື້ແມ່ນພາກັນອອກໄປຫາປານຳກັນກັບອ້າຍຮຸ່ງ (ຊື່ອ້າຍເຂີຍຂອງ
ນາຍອິນກັນນາຍພົມ) ໃຫ້ຖືກກັບສາຍຕາຊາວບ້ານທີ່ວ່າພວກຕົນເອງພາກັນມາຫາປາ ແຕ່ກໍໂຊກດີທີ່ຄົນໃນບ້ານນັ້ນຕ່າງກໍ
ພາກັນຫຍຸ້ງກັບການຫາຢູ່ຫາກິນຂອງໃຜລາວ ບໍ່ສົນບໍ່ກ່ຽວກັບແຂກຄົນພາຍນອກທີ່ມາພັກພາອາສັຍ. ນາຍພູວັນໄດ້ມີຄຳເຫັນ
ອອກມາສເນີຄືໃຫ້ ນາຍພົມເດີນທາງເຂົ້າວຽງຈັນໃນນາມນາຍອິນຜູ່ເປັນອ້າຍຝາແຝດ ແລະໃຊ້ໃບອະນຸຍາດເດີນທາງເປັນຊື່ຂອງ
ນາຍອິນທັງໝົດ ເພື່ອໄປພົບກັບພໍ່ແມ່ຂອງຜູ່ກ່ຽວ. ທາງພໍ່ແມ່ຂອງນາຍພົມກໍຈັດການໃຫ້ທຸກຢ່າງໄດ້ຢ່າງສບາຍເພາະນ້ອງຊາຍ
ພໍ່ຂອງນາຍພົມຫຼືອາວຂອງຜູ່ກ່ຽວເປັນຕາແສງມ່ວງສຸມໃນຍຸກນັ້ນ ແລະແລ້ວນາຍພົມໃນຂາມຂອງນາຍອິນກໍອອກເດີນທາງລົງ
ໄປວຽງຈັນຕາມແຜນທີ່ຕົກລົງກັນ, ສ່ວນຂ້າພະເຈົ້າ ນາຍເມກ ແລະ ພູວັນ ກໍອອກຫາປາກັບອ້າຍຮຸ່ງແລະນາຍພົມຢູ່ໃນຄາບຂອງ
ນ້ອງຊາຍແຝດຂື່ອິນທຸກໆວັນເພື່ອລໍຖ້າການກັບມາຂອງນາຍພົມ.
ບໍ່ນານເກີນລໍນາຍພົມໃນນາມບັດຂອງນາຍອິນກໍກັບມາແຕ່ວຽງຈັນ ເຖິງຈະໃຊ້ເວລາລໍຄອຍພຽງອາທິດເຄິ່ງເທົ່ານັ້ນແຕ່ກໍນານ
ເໝື່ອເປັນເດືອນເປັນປີ. ບໍ່ມີຄອບຄົວຄົນໃດໃນຄນະຂອງພວກຂ້າພະເຈົ້າຢູ່ວຽງຈັນທີ່ຮູ້ຊ່າວວ່າພວກຂ້າພະເຈົ້າໄດ້ໂຕນອອກຈາກ
ດອນທ້າວແລ້ວ ແລະກໍບໍ່ມີອຳນາດການປົກຄອງໄປແຈ້ງຂ່າວໃຫ້ທາງຄອບຄົວຮູ້ຈັກນຳເລີຍ ອັນນີ້ເປັນສັນດານແລະຄວາມຫຼ້າຫຼັງ
ຂອງອຳນາດການປົກຄອງໃນຍຸກນັ້ນ. ພໍ່ຂອງນາຍພູວັນກໍໄດ້ໄປພົບກັບພໍ່ຂ້າພະເຈົ້າແລະເພິ່ນກໍຝາດເງິນຈຳນວນໜຶ່ງມາໃຫ້ ສ່ວນ
ຄອບຄົວນາຍເມກບໍ່ມີໃຜຮູ້ ນາຍພົມໃນນາມນາຍອິນກໍໄປຂອກຖາມຢູ່ບ້ານໂພນຕ້ອງແຕ່ບໍ່ມີໃຜຮູ້ ແລະພໍ່ແມ່ຂອງພູວັນກໍສົ່ງປັດ
ໃຈມາໃຫ້ລູຊາຍເພິ່ນເໝືອນກັນ ແລະກໍຝາກມາເພື່ອໝູ່ຄູ່ຂອງລູກຊາຍເພິ່ນອີກ. ຫລັງຈາກການກັບມາຂອງນາຍພົມ ທາງພໍ່ແມ່
ຂອງຜູ່ກ່ຽວບໍ່ຢາກໃຫ້ລູກຊາຍເພິ່ນໜີອອກຈາກມ່ວງສຸມ ເພາະທາງບ້ານຫຼືອຳນາດການປົກຄອງທ້ອງຖິ່ນຕ່າງກໍຮູ້ວ່ານາຍອິນນາຍ
ພົມເປັນຄົນພື້ນຖານໃນເຂດນີ້ ແລະກໍບໍ່ມີໃຜຮູ້ວ່ານາຍພົມຖືກຈັບຫຼືໂຕນຈາກດອນດັດສ້າງແລ້ວກັບມາທີ່ນີ້ ຊາວບ້ານຮູ້ແຕ່ນາຍ
ພົມໄປຮຽນຢູ່ວຽງເທົ່ານັ້ນ. ເຣື່ອງນີ້ເປັນເຣື່ອງທີ່ໜັກໃຈແກ່ພໍ່ແມ່ຂອງນາຍພົມທີ່ແກ້ບໍ່ຕົກ ເພາະນາຍພົມບໍ່ຢາກຈະຢູ່ບ້ານເພາະ
ເກງວ່າບໍ່ວັນໜຶ່ງກໍວັນໜຶ່ງທາງອຳນາດການປົກຄອງກໍຈະຮູ້ ແລ້ວຈະໄດ້ຮັບໂທດໜັກກ່ອນເກົ່າ ຊ້ຳບໍ່ໜຳຄັ້ງນີ້ມີພໍ່ແມ່ພີ່ນ້ອງໄດ້
ເຂົ້າມາກ່ຽວຂ້ອງນຳອີກ ຈຶ່ງຕັດສິນໃຈໜີໜ້າຕໍ່ໄປກັບໝູ່ເພື່ອນທີ່ສ່ຽງຕາຍຮ່ວມກັນມາແລ້ວ. ພໍ່ຂອງນາຍພົມຈຶ່ງຫາລູກເຂີຍຫຼື
ຂອງເພິ່ນຫຼືອ້າຍຮຸ່ງໃຫ້ໄປພົບສ່ຽວເພິ່ນຢູ່ບ້ານນ້ຳປາດທາງທ່າລາດພຸ້ນເພື່ອຂໍຄວາມຊ່ວຍເຫຼືອໃຫ້ນຳພາພວກຂ້າພະເຈົ້າຜ່ານປ້ອມ
ຍາມທ່າລາດນັ້ນໄປໄດ້ດ້ວຍຄວາມປອດພັຍ, ອ້າຍຮຸ່ງກໍບໍ່ຄັດຂ້ອງເມື່ອພໍ່ເຖົ້າບັ່ງການ.
Anonymous wrote:ການປະສົບປະການ ການຜ່ານຜ່າຊີວິດຂອງແຕ່ລະຄົນມັນບໍ່ຄືກັນແຕ່ການຜ່ານຜ່າອຸປສັກຂອງທ່ານກໍເຮັດຫລາຍໆຄົນສົນໃຈຢາກເຂົ້າມາອ່ານທັງໄດ້ຄວາມຮູ້ແລະໄດ້ຫວນຄືນຄິດເຖິງອາດີດທີ່ຜ່ານມາ. ຂໍຂອບໃຈ ທີ່ທ່ານໄດ້ສະລະເວລາແລະແບ່ງປັນ " ການປະສົບປະການໃນຊີວິດຂອງທ່ານ " ໃຫ້ຄົນທັງໂລກໄດ້ຮູ້ນຳ. ...............
ຂໍຂອບໃຈທີ່ທ່ານທຸກໆຄົນທີ່ມີຄວາມສົນໃຈເຂົ້າມາອ່ານສາຣະຄະດີປະສົບການຂອງຂ້າພະເຈົ້າ.
ແມ່ນແລ້ວທູກຄົນຕ້ອງມີປະສົບການແຕກຕ່າງກັນ ບາງກໍຜ່ານໄປດ້ວຍດີແລະບາງກໍຜ່ານໄປ
ດ້ວຍເລືອດແລະນ້ຳຕາ ແລະ ຍິ່ງໄປກ່ວານັ້ນແມ່ນເສັຍຊີວິດໄປ ໃນເວລາຣະຍະທີ່ໃຊ້ຊີວິດຢູ່ໃນ
ດອນດັດສ້າງແຫ່ງນັ້ນ. ຂ້າພະເຈົ້າບໍ່ໄດ້ຂຽນເຖິງຄວາມໂຫດຮ້າຍຂອງເຈົ້າໜ້າຮັກສາຄວາມສງົບ
ຢູ່ໃນດອນສອງແຫ່ງນັ້ນທີ່ປະຕິບັດກັບຍິງແລະຊາຍທີ່ເປັນນັກໂທດພັຍສັງຄົມທີ່ພວກມັນເອີ້ນວ່າ:
ລີງ ກັບ ຄ່າງ ນັ້ນ ເພາະບໍ່ຢາກຄົ້ນຄວາມຊົງຈຳອັນໃຫ້ອະພັຍແລະລືມບໍ່ໄດ້ທີ່ພວກມັນໄດ້ກະທຳຕໍ່
ຜູ່ທີ່ບໍ່ໄດ້ຮັບຄວາມຍຸຕິທັມແລະຂາດມະນຸສທັມຂອງຄວາມເປັນມະນຸດ. ແຕ່ຂ້າພະເຈົ້າຂໍຍົກເຣື່ອງ
ຕໍ່ໄປນີ້ໃຫ້ຄົນຍຸກນີ້ຮັບຮູ້ທີ່ພວກມັນໄດ້ກະທຳຕໍ່ພວກຜູ່ຍິງທີ່ເປັນເພດດຽວກັບແມ່ຂອງພວກມັນ
ວ່າພວກຍິງສາວຢູ່ດອນຄ່າງຫຼື ດອນນາງວ່າມີແນວໃດແດ່?
1. ເກນເອົາສາວໜ້າຕາດີແລະອາຍຸອ່ອນອາທິດບໍ່ຕ່ຳກ່ວາສິບຄົນ ລົງເຮືອໄປບຳລຸງຄວາມສຸຂທາງເພດກັບເຈົ້ານາຍຢູ່ນອກດອນ.
2. ມີການຄໍຣັບຊັນສວຍໃຊ້ແລກປ່ຽນເສບກາມກັບຍິສາວໃນດອນນັ້ນ ເພື່ອອິສຣະພາບ.
3. ມີພະນັກງານຊາຍແຕ່ລະເດືອນເຂົ້າໄປກວດກາດອນນາງແລະຄ້າງຄືນທີ່ນັ້ນ ໂດຍບີບບັງຄັບໃຫ້ນັກໂທດຍິງໄປຮ່ວມຫຼັບນອນນຳ.
ແລະ
4. ອອກປະກາດລັບໆເຖິງນັກໂທດຍິງແມ່ນໃຜຜູ່ໃດຢາກອອກໄປຊົມດົມສູບອາກາດນອກດອນແມ່ນໃຫ້ໄປສມັກກັບຫົວໜ້າຄວບຄຸມ
ດອນ.
ເຫດການທີ່ຂ້າພະເຈົ້າກ່າວມາຂ້າງເທິງນີ້ ຂ້າພະເຈົ້າຮູ້ຈັກມາຈາກຍິງສາວຄົນໜຶ່ງທີ່ປະສົບການຜ່ານມາຕອນນາງຕົກໄປເປັນ
ນັກໂທດຢູ່ດອນແຫ່ງນັ້ນເລົ່າສູ່ຟັງ ແລະນາງໃຊ້ຊີວິດຢູ່ທີ່ນັ້ນນານເຖິງ 4 ປີ ຈຶ່ງໄດ້ກັບບ້ານ ແລະ ປັຈຸບັນນີ້ຜູ້ກ່ຽວຢູ່ການາດາ
ຕັ້ງແຕປີ 82 ເປັນຕົ້ນມາ ແລະເປັນແມ່ຕູ້ຄົນແລ້ວ.
ຂໍຂອບໃຈທຸກໆທ່ານທີ່ເຂົ້າມາອ່ານ.
ປະເທດລາວໃນຍຸກ 75 ຫາ 85 ນັ້ນ ປະຊາຊົນບໍ່ມີບັດປະຊາຊົນຫລືບັດປະຈຳຕົວ ແຕ່ການເດີນທາງໄປມາຕ້ອງມີໜັງສືເດີນທາງ
ທີ່ທາງອຳນາດການປົກຄອງທ້ອງຖິ່ນໃຜລາວເປັນຜູ່ອອກໃຫ້ ແລະໜັງສືເດີນທາງນັ້ນຈະມີແຕ່ຊື່ແລະນາມສະກຸນຂອງຜູ່ເດີນທາງ
ແລະບ່ອນຢູ່ ບ້ານ ຕາແສງ ເມືອງແລະແຂວງເທົ່ານັ້ນ, ພ້ອມດ້ວຍເຫດຜົນແລະຈຸດປະສົງຂອງການເດີນທາງ ແລະ ວັນເດືອນປີ
ອອກເດີນທາງ ແລະ ກັບຄືນສູ່ພູມລຳເນົາ. ຂ້າພະເຈົ້າຈຶ່ງສເນີໃຫ້ນາຍອິນຊ່ວຍໄປຂໍຄວາມຊ່ວຍເຫຼືອນຳອາວຂອງຜູ່ກ່ຽວທີ່ເປັນ
ຕາແສງ ອອກໜັງສືເດີນທາງໃຫ້ພວກຂ້າພະເຈົ້າແລະໃສ່ຊື່ປອມໝົດທັງສາມຄົນ ສ່ວນນາຍພົມນັ້ນໃຊ້ໜັງສືເດີນທາງໃນນາມ
ນາຍອິນຜ່ານມາໄດ້ຄັ້ງໜຶ່ງຜ່ານມາແລ້ວ ແລະ ນາຍພົມຍັງເລົ່າສູ່ຟັງວ່າພວກທະຫານແລະກອງຫຼອນທີ່ປ້ອມຍາມຫີນເຫີບນັ້ນ
ເໝືອນກັບວ່າພາກັນອ່ານໜັງສືບໍ່ອອກ ເມື່ອຣົດໄປເຖິງໄມ້ກາດຂວາງຖນົນ ພໍແຕ່ຣົດຈອດກໍຈະມີທະຫານຍ່າງມາສ່ອງເບິ່ງຄົນ
ໃນຣົດສອງແຖວນັ້ນແລະບອກວ່າ ຖ້າໃຜມີໜັງສືເດີນທາງໃຫ້ເອົາອອກມາແລະຍົກຂຶ້ນໃຫ້ເບິ່ງ ຄົນໂດຍສານຕ່າງກໍຈົກອອກມາ
ແລ້ວຈັບເຍິງຂຶ້ນໄວ້ໃຫ້ທະຫານຄົນນັ້ນມາກວດເຊິ່ງ. ທະຫານຄົນນັ້ນມີແຕ່ຍ່າງອ້ອມຣົດແລະແນມເບິ່ງແຕ່ມືຂອງຜູ່ໂດຍສານວ່າ
ມີໜັງສືເດີນທາງບໍ່? ມີແມ່ເຖົ້າໜຶ່ງທີ່ເລົາຈົນໜັງສືເດີນທາງອອກມາບໍ່ທັນໝູ່ ທະຫານຄົນນັ້ນກໍຮ້ອງໄປຖາມແມ່ເຖົ້າງຜູ່ນັ້ນວ່າ
ມີໜັງສືເດີນທາງບໍ່? ເມື່ອແມ່ເຖົ້າຄົນນັ້ນຕອບໄປວ່າກຳລັງຈະດຶງອອກມາ ມ້ຽນໄວ້ດີໂພດເພາະຢ້າມັນເສັຍ ພໍແຕແມ່ເຖົ້າເວົ້າສຸດ
ທະຫານຄົນນັ້ນກໍບອກບໍ່ໃຫ້ເອົາອອກມາດອກຖ້າມ້ຽນໄວ້ດີແລ້ວ ຈັກໜ່ອຍສິເຮັດເຫັ່ຍເສັຍໄປຊື່ໆ. ນາຍພົມຍັງເລົ່າອີກວ່າ ທີ່ຈິງ
ແລ້ວທະຫານຄົນນັ້ນບໍ່ໄດ້ອ່ານເບິ່ງໜັງສືເດີນທາງຂອງໃຜເລີຍ ເມື່ອເຫັນທຸກຄົນເຍິງຂຶ້ນໃຫ້ເບິ່ງກໍຜ່ານໄປ ຫຼືວ່າມື້ນັ້ນເປັນມື້ພິ
ເສດທີ່ພວກເຂົາບໍ່ເຄັ່ງຄັດ. ນາຍອິນເຂົ້າໄປບ້ານມ່ວງສຸມແລະໄປອ້ອນວອນຕາແສງອອກໜັງສືໃຫ້ ແລະທຸກຢ່າງກໍສຳເຣັດຕາມ
ເປົ້າໝາຍ ສິ່ງດຽວທີ່ພວກຂ້າພະເຈົ້າຕ້ອງຈື່ຊື່ປອມຂອງຕົນເອງໃຫ້ຂຶ້ນໃຈໄວ້.
ສ່ວນອ້າຍຮຸ່ງກໍອອກເດີນທາງໄປຫາສ່ຽວຂອງພໍ່ເຖົ້າຕາມພໍ່ຂອງນາຍພົມສັ່ງການໃຫ້ໄປຫາທີ່ບ້ານນ້ຳປາດ ທ່າລາດ, ພໍ່ສ່ຽວຂອງ
ນາຍພົມແລ່ນຣົດໂດຍສານສາຍ ວຽງຈັນ-ທ່າລາດ (ບໍ່ຮູ້ຮອດຊື່ສຽງຂອງເພິ່ນເລີຍ). ທາງພໍ່ສ່ຽວນາຍພົມກໍຮັບປາກພໍ່ນາຍພົມ
ວ່າຈະຊ່ອຍສຸດຂີດເທົ່າທີ່ຈະຊ່ອຍໄດ້. ເມື່ອທຸກຢ່າງໄດ້ຕົກລົງເປັນເອກະສັນກັນແລ້ວ ວັນອອກເດີນທາງກັບວຽງຈັນຂອງຄົນແຫກ
ສູນດັດສ້າງດອນລີງກໍພາກັນອອກໄປພະເຊີນກັບຊະຕາກັມຂອງຕົນເອງອີກຄັ້ງ. ອ້າຍຮຸ່ງເປັນຜູ່ນຳສົ່ງຈາກບ້ານວົງມົນໄປຫາບ້ານ
ນ້ຳປາດໂດຍທາງເຮືອຈັກຫາປາໍອງເພິ່ນ. ບ້ານ້ຳປາດຕັ້ງຢູ່ທິດເໜືອຂອງທ່າລາດປະມານສິຫລັກກິໂລແມັດແລະໄກຈາກອ່າງເກັບ
ນ້ຳເຂື່ອນນ້ຳງຶ່ມສອງສາມຫຼັກ ເພາະພາກັນຍ່າງເກືອບຮອດເຄິ່ງຊົ່ວໂມງ, ບ້ານນີເປັນບ້ານໃໝ່ທີ່ມີອາຍຸບໍ່ຮອດສິບປີແລະເປັນ
ບ້ານຂອງອະດີດອົພະຍົບໄທແດງແລະໄທໂສ້ຍມາແຕ່ຊຽງຂວາງຊຶ່ງເມື່ອກ່ອນໜ້ານັ້ນພວກຂະເຈົ້າໄດ້ຕັ້ງຖິ່ນຖານໃໝ່ຢູ່ວັງວຽງ ແຕ່
ພໍເຖິງເສິກໜັກໃນປີ 68-69 ກໍພາັກແຕກໜີອອກຈາກວັງວຽງມາຕັ້ງບ້ານຢູ່ທີ່ນີ້.
ຂຶ້ນຣົດສອງແຖວເດີນເຂົ້າວຽງຈັນໃນວັນດຽວກັນນັ້ນ ຖືປທະຫານແລະກອງຫຼອນກວດທີ່ບ້ານອີໄລບ່ອນດຽວແຕ່ກໍຜ່ານພົ້ນໄປດ້ວຍ
ດີ, ພໍໄປເຖິງຄິວຣົດຕລາດສີໄຄ ເມື່ອຄົນໂດຍສານທັມະດາພາກັນລົງຣົດໝົດແລ້ວ ພໍ່ສ່ຽວຂອງນາຍພົມກໍໄປສົ່ງທີ່ເຮືອນຂອງປ້ານາຍ
ພູວັນທີ່ບ້ານເກົ້າລຽວຕາມແຜນ. ພໍເຖິງ 2 ໂມງເຊົ້ານັກແຫກດອນທ້າວທັງສີ່ຄົນກໍລົງລອຍແມ່ຂອງເຂົ້າສູ່ປະເທດໄທດ້ວຍຄວາມປອດ
ພັຍ ແລະແລ້ວໃນທີ່ສຸດ ຂ້າພະເຈົ້າກໍມາຕົກທີ່ສະຫະຣັຖນີ້, ນາຍພູວັນຕົກສວິສແລນ, ນາຍເມກຕົກການາດາ ແລະ ນາຍພົມບໍ່ຍອມ
ໜີອອກຈາທະວີບອາຊີ ຜູ່ກ່ຽວຕົກໂຕກຽວ ປະເທດຍີ່ປຸ່ນ ແລະນາຍພົມກັບເມືອວຽງຈັນໄປເປີດຮ້ານອາຫານຍີ່ປຸ່ນຢູ່ທີ່ນັ້ນ ເຄີຍໄປອຸດ
ໜູນຜູ່ກ່ຽວທຸກເທື່ອທີ່ເມືອຢາມບ້ານ. ພວກຂ້າພະເຈົ້າທັງສີ່ຄົນໄປມາຫາກັນແລະຕິຕໍ່ຫາັກນຢູ່ບໍ່ຂາດ, ນາຍເມດຢູ່ການາດາກໍມີທຸຣະ
ກິດຄອບຄົວສ່ວນຕົວ, ນາຍພູວັນເປັນໜູນ້ອຍຕົກອ່າງເຂົ້າສານໄປໄດ້ເມັຍລູສາວດຽວຂອງເຈົ້າຂອງຟາມໝາກອາງຸ່ນ, ສ່ວນຂ້າພະເຈົ້າ
ກໍມີຟາມນ້ອຍໆປະມານ 750 ເອກເກີ ຢູ່ທີ່ພາກຕາເວັນຕົກຂອງ ມີຊີແກັນ ສະຫະຣັຖ ແລະປັຈຸບັນນີ້ກິນບຳນານແລ້ວ ມອບທຸຣະກິດ
ໃຫ້ລູກຊາຍສືບຕໍ່......................................................
ຈົບບໍຣິບູນ
ຂ້າພະເຈົ້າຢາກຮູ້ວ່າມາຈາກແຂວງກວາງຕຸ້ງ, ຫມູ່ເພື່ອນຈີນລາວ, ຜູ້ທີ່ມີຄວາມສົນໃຈສົ່ງ EM: 457416747@qq.com ໃຫ້ຂ້າພະເຈົ້າ ah
ຂ້າພະເຈົ້າກໍຄົນນຶ່ງທີ່ເປັນອະດີດນັກໂທດທີ່ຖືກໄປດັດສ້າງຢູ່ດອນທ້າວຕັ້ງແຕ່ປີ 1977 ຈົນເຖິງປີ
1981 ຈຶ່ງຖືກປົດປ່ອຍໃຫ້ກັບຄືນສູ່ຄອບຄົວ. ເຫດການທີ່ຖືກຈັບໄປດັດສ້າງຢູ່ດອນມະຫາພັຍນັ້ນມີຢູ່ວ່າ
ມື້ໄປອອກແຮງງານບຸກເບີກປ່າຜັກຕົບຢູ່ບຶງທາດຫລວງເພື່ອໃຫ້ເປັນຄອງນ້ຳຈາກຮ່ອງໄຫລລົງໄປເຖິງ
ພຸ້ນລະບ້ານສາລະຄຳໂຮງເບັຍພຸ້ນ ຕາມແຜນການຂອງເຂົາ. ຊາວໜຸ່ມໝົດເມືອງໄຊເສຖາແມ່ນຕະລຸມ
ບອນກັນໃນວັນທ້າຍສັປະດາມັນນັ້ນ (ຂໍໃຊ້ພາສາແນວລາວແດ່), ເບິ່ງເອົາກັນຕັ້ງແຕ່ 6 ໂມງເຊົ້າ ແລະຍາມ
ນັ້ນກໍເປັນເດືອນຈຽງເດືອນຫຍີ່ອາກາດມັນກໍໜາວຈົນສັ່ນ ແຕ່ພາກັນລົງໄປແສ່ນ້ຳຖອກດຶງຕົ້ນຜັກຕົບໃຫ້
ໄດ້ໜ້າກ້ວາງ 10ມ. ໃຜໆກໍພາກັນໜາວສັ່ນຕາງກະໄຕຊັກກະແຍຈົນດັງຕັບໆໝົດທຸກຄົນບໍ່ວ່າຍິງສາວ
ຫລືຊາຍໜຸ່ມ. ຕອນພັກຜ່ອນພາຍຫລັງລົງແສ່ນ້ຳຢູ່ແຕ່ 6ໂມງເຊົ້າຈົນເຖິງ 9ໂມງເຊົ້າ ກໍມີຊາຍໜຸ່ມຈຳນວນ
ນຶ່ງໄປເອົາເຟືອງຢູ່ທົ່ງນາແປະກັບໂຮງງານສັງກະສີມາຈູດເປັນກອງໄປເພື່ອພາກັນບັນເທົາຄວາມໜາວ. ໃນ
ເວລາພາກັນຝີງໄຟເອໄາຄວາມອົບອຸ່ນກັນຢູ່ນັ້ນ ທັງຍິງໜຸ່ມແລະຊາຍໝຸ່ມກໍພາກັນເວົ້າລົມກັນຕ່າງໆນາໆ ຂ້າ
ພະເຈົ້າບໍ່ຈັກວ່າມີຜີຫລືສິ່ງໃດມາດັນປາກອອກມາວ່າ ( ໂອຍ! ພວກເຮົານີ້ກໍປານພວກຄົນລາວທີ່ສຍາມເກນ
ໄປເປັນຂ້າທາດຂຸດຄອງແສນແສ້ໃນເມື່ອກ່ອນປາງເຈົ້າອານຸວົງເສັຍຊັຍໃຫ້ພວດເຂົາ ) ມີຫລາຍຄົນທີ່ຢືນອ້ອມລ້ອມ
ກອງໄຟນັ້ນຕ່າງກໍມີຄວາມສົນໃຈຢາກຮູ້ປວັດນັ້ນຈຶ່ງພາກັນຖາມ ຂ້າພະເຈົ້າກໍຂຶ້ນເອີກຢ່າງໃຫຍ່ ເລີຍເລົ່າໃຫ້
ທຸກຄົນຟັງ ເພາະສ່ວນຫລາຍຊາວໜຸ່ມຍິງຊາຍທີ່ຝີງໄຟນຳກັນຢູ່ນັ້ນແມ່ນຖຮງຮຽນໄຟໄໝ້ໝົດ. ມີຕອນນຶ່ງ
ຜີເຈາະປາກຂ້າພະເຈົ້າໃຫ້ປຽບທຽບຝ່າຍອ້າຍນ້ອງກໍຄືພວກສຍາມ ແລະ ອະດີດປະຊາຊົນທີ່ຢູ່ຝ່າຍວຽງຈັນກໍຄືພວກ
ຊາວໜຸ່ມທີ່ໄປອອກແຮງງານນີ້ກໍເປັນ ຄົນລາວວຽງຈັນທີ່ຖືກສຍາມເກນໄປເປັນຂ້າທາດນັ້ນ. ພໍແຕ່ເວົ້າຈົບ
ທັງຍິງທັງຊາຍກໍພາກັນຕົບມືໃຫ້, ດ້ວຍຄວາມຄະນອງຂອງວັຍຣຸ່ນຈຶ່ງເວົ້າເຫຼິກເຂົ້າເຫຼິກເຂົ້າ.
ຫຼັງຈາກວັນອອກອຮງງານວັນນັ້ນຜ່ານມາໄດ້ໜຶ່ງອາທິດ ກໍມີກອງຫຼອນມາເຄາະປະຕູເຊີນຂຶ້ນພຣະຣາຊຣົຖໄປ
ທີ່ສຳນັກງານຕາແສງທາດຫຼວງ (ພວກກອງຫຼອນກໍແມ່ນໝູ່ຄູ່ຮູ້ຈັກກັບຕົນເອງໝົດທຸກຄົນ) ພວກເຂົາບອກວ່າ
ທາງຕາແສງຕ້ອງການຄວາມຊ່ວຍເຫຼືອໃຫ້ເປັນນາຍຄຣູສອນປະຊາສຶກສາ ເພິ່ນຈຶ່ງໃຫ້ມາຮັບເອົາໄປໂອ້ລົມກັບເພິ່ນ.
ທີ່ຈິງແລ້ວຂ້າພະເຈົ້າຮູ້ແລ້ວວ່າພວກເຂົາຕົວະ ເພາະເຮືອນຕາແສງກັບເຮືອນພໍ່ແມ່ຂ້ອຍໄກກັນພຽງເຮືອນສອງ
ຫຼັງຂັ້ນ, ຖ້າເພິ່ນຢາກໄດ້ໄປຊ່ອຍສອນປະຊາສຶກສາ ເພິ່ນກໍແວະມາເວົາມາລົມນຳກໍໄດ້ ເພາະເພິ່ນເຄີຍແຫວ່ຢາມຖາມ
ຂ່າວກັນຢູ່ສເມີ. ຈະຝືນຄຳສັ່ງກໍບໍ່ໄດ້ເພາະທຸກຄົນປືນ m16 ພາຍພາດບ່າຢູ່, ຂຶ້ນຣົຖໄປນຳພວກເຂົາແຕ່ບໍ່ໄປທາງ
ໂຮງການຕາແສງ ເພິ່ນເລັ່ງເຂົ້າໃນເມືອງຈີ່ດີ່ຈີ່ດີ່ໂລດ ແລ້ວທີ່ສຸດກໍໄປນອນພັກຜ່ອນກິນເຂົ້າແດງແກງວິນຍານໝູຢູ່
ທາດດຳສາມມື້ ຈຶ່ງຖືກສົ່ງຕົວໄປດອນມະຫາພັຍໜ້າເຂື່ອນນ້ຳງຶ່ມໃນຂໍ້ຫາຂົນຂວາຍປຸກຣະດົມມວນຊົນບໍ່ໃຫ້ມີຄວາມ
ອຸ່ນອຽນແລະເຊື່ອໝັ້ນແນວທາງຂອງພັກຣັຖ.
ນັບແຕ່ມື້ໄປຕົກຢູ່ດອນຈົນຮອດມື້ຖືກປົດປ່ອຍອອກມານັ້ນ ແມ່ນປານກັບວ່າໃຊ້ຊີວິດຂອງຕົນເອງຢູ່ບົນສາຍຝ້າຍ
ຢູ່ເທີງຫອກຫລາວ ຖ້າເສັ້ນຝ້າຍຂາດຍາມໃດແມ່ນຖືກຫອກແລະຫລາວສຽບຕາຍທັນທີໂລດ ສົມເຂົາເອີ້ນວ່າດອນດັດສ້າງ.
ມາເຖິງປິ 79 ຂຶ້ນມາກົດຣະບຽບວິນັຍຈຶ່ງຄ່ອຍຍານລົງ ພວກນັກໂທດກໍປຸ້ມລຸມຮັກແພງກັນຂຶ້ນກວ່າເດີມ. ພວກຣຸ່ນ
ອ້າຍຜູ້ທີ່ຢູ່ແຕ່ຕອນດອນຍັງເປັນຕຶບດົງໜານັ້ນມາກໍເລົ່າສູ່ຟັງວ່າມີນັກໂທດແຫກດອນ ໄປຫວິດມົ້ມກໍມີ ຖືກຈັບຄືນ
ມາກໍຫຼາຍຖືກຕາຍໄປກໍເຢິ ຈົນຮອດປິ 78 ພີ້ຈຶ່ງບໍ່ມີຄົນແຫກດອນ. ຂໍຊົມເຊີຍເດີ້ທ່ານຜູ່ຂຽນເລົ່າປະສົບການຂອງທ່ານ
ໃຫ້ອ່ານ ແລະທຸກຢ່າງທີ່ທ່ານຂຽນອອກມານັ້ນກໍຄຸ້ນໆຫູທີ່ຣຸ່ນພີ່ເພິ່ນເລົາສູ່ຟັງ.