ຊາວບ້ານບອກວ່າ ກ່ອນເກີດເຫດ ເວລາປະມານ 14:00 ກວ່າໆ ແມ່ນທ້ອງຟ້າສົດໃສດີ ບໍ່ມີຝົນຕົກ.
ຈາກນັ້ນ ໄດ້ຍິນສຽງຄືກັບ ລະເບີດແຕກ ມາແຕ່ເຂດ ນ້ຳຕົກຕາດ ຫ່ຽນ,
ອີກບໍ່ດັນກໍ່ມີກະແສນ້ຳໄຫຼ່ທັງມາຢ່າງຮຸ່ນແຮງ, ຈົນເກີດສະພາບຢ່າງທີ່ເຫັນ.
ຕາດຫ່ຽນ ຕັ້ງຢູ່ເມືອງນານ, ຫ່າງຈາກຕົວເມືອງຫຼວງພະບາງ ປະມານ 48 ກິໂລແມັດ ແລະ
ຫ່າງຈາກຕົວເມືອງນານ ປະມານ 14 ກິໂລແມັດ, ເປັນນ້ຳຕົກຕາດທຳມະຊາດ
ຍ້ອນນ້ຳມືຂອງມະນຸດ ຕັດໄມ້ທຳລາຍປ່າ,ຂູດຄົ້ນບໍ່ແຮ່,ສ້າງເຂື້ອນ
ໄພທຳມະຊາດກຳລັງຕາມມາຕິດໆເຫດເພາະລັດຖະບານ ລາວ ສ້າງເຂື້ອນແລະຕັດໄມ້ທຳລາຍປ່າ
ເຂດປົດປ່ອຍ ແນວລາວສ້າງຊາດ
ຊາວເມືອງວຽງໄຊແຂວງຫົວພັນ ຂືນປ້າຍຂຽນດ່າສາບແຊ່ງ ຄົນມາລັກເອົາເຄືອງປູກຂອງຝັງຂອງຊາວບ້ານ ນ່າຈະເປັນຄົນ ຫວຽດນາມມັນເຊື້ອຂີ້ລັກຢູ່ແລ້ວ
ມັນເປັນຍ້ອນຣັຖບານຊາດໝາຄອງເມືອງໃຫ້ຕ່າງຊາດ
ມາທຳລາຍທັມະຊາດຕັດໄມ້ທຳລາຍປ່າຜົນໄດ້ຮັບມັນກະຄື
ແນວນີ້ແຫຼະພີ່ນ້ອງຜູ່ສບາຍແມ່ນພວກມັນຜູ່ລຳບາກ
ແມ່ນພີ່ນ້ອງປຊຊ
ອາດມີຄົນລາວທີ່ຢູ່ພາຍໃນແລະຕ່າງປະເທດຈຳນວນຫລວງຫລາຍທີ່ບໍ່ຮູ້ ເມືອງນານ ກ່ອນການປ່ຽນແປງລະບອບ
ການປົກຄອງຂອງປະເທກລາວຈາກ ພຣະຣາຊະອານາຈັກ ມາເປັນ ສາທາຣະນະຣັຖ. ເມືອງນານເປັນເມືອງນຶ່ງທີ່
ຕັງຢູ່ທາງພາກໃຕ້ຂອງນະຄອນຫລວງພະບາງ ແລະຕັ້ງຢູ່ຣະຫວ່າງໃຈກາງຂອງແຂວງຫລວງພຣະບາງແລະແຂວງ
ໄຊຍະບູຣີ, ຫ່າງໄກຈາກແມ່ນ້ຳຂອງປະມານ 10 ຫລັກ ກລມ. ເຫດຜົນທີ່ເຮັດໃຫ້ຊາວລາວບໍ່ຄ່ອຍຮູ້ກັບເມືອງນານ
ກ່ອນການປົດປ່ອຍທົ່ວປະເທດນັນ (ກ່ອນ 1975) ເນືອງຈາກວ່າພາຍຫລັງທີ່ຝຣັ່ງເສສຄືນເອກະຣາດໃຫ້ລາວ,ເມືອງ
ນານກໍຢູ່ພາຍໃຕ້ການປົກປັກຮັກສາຂອງຣັຖບານຣາຊະອານາຈັກມາຕລອດ ຈົນເຖິງປະເທດລາວເກີດສົງຄາມກາງ
ເມືອງຂຶ້ນ ເມືອງນານກໍຕົກຢູ່ພາຍໃຕ້ການປົກຄອງຂອງຝ່າຍຣັຖະບານວຽງຈັນເລື້ອຍມາ. ເມືອງນານເປັນເມືອງ
ປອດໃນການຕົກເປັນເຫຍື່ອສົງຄາມທຳລາຍເຜົາຜານຈົນເປັນເຫດໃຫ້ປະຊາຊົນຈຳຕ້ອງອົພະຍົບຫລົບໜີອອກໄປ
ຕັ້ງຖິ່ນຖານປົນກັບຄົນເມືອງອື່ນແຂວງອື່ນເໝືອນກັນກັບຫລາຍໆຮ້ອຍ-ພັນເມືອງທົ່ວປະເທດທີ່ຖືກສົງຕາມທຳລາຍ
ເຜົາຜານ ແລະປະຊາຊົນແຕກສະນະໂມໄປຄົນລະທີບລະແດນດັ່ງທີ່ພວກເຮົາເຫັນໃນອະດີດປາງສົງຄາມອິນດູຈີນ
ທີ່ຜ່ານມາເມື່ອ 50-60 ປີກ່ອນໜ້ານັນ. ເມືອງນານກັບກາຍມາເປັນຖານທີ່ໝັ້ນຂອງຝ່າຍຣັຖະບານວຽງຈັນທີ່ບໍ່ເຄີຍ
ມີຝ່າຍກົງກັນຂ້າມຫລືແນວລາວຮັກຊາດຍົກພົນເຂົ້າມາໂຈມຕີຈົນເຖິງໃຈກາງຕົວເມືອງໄດ້ ເຖິງວ່າພວກແນວລາວ
ຮັກຊາດຈະພະຍາຍາມຫລາຍໆຄັ້ງແຕ່ບໍປະສົບຜົນສຳເຣັດຈັກເທື່ອ. ທາງກອງນັບຊາການທະຫານພາກ 1. ໄດ້
ຂຍາຍຕາໜ່າງຂອງການປ້ອງກັນຕົວເມືອງຢ່າງປິຊາສາມາດເຊິ່ງມີຄ້າຍທີ່ໝັ້ນທະຫານນັບເປັນສິບກວ່າແຫ່ງອ້ອມ
ຮອບຕົວເມືອງຊຶ່ງຫ່າງໄກກັບສູນກາງກອງບັນຊາການປະມານຫ້າເຖິງສາມສິບກິໂລແມັດ ຈຶ່ງເປັນຮົ້ວອັນແຂັງແກ່ນ
ທີ່ພວກແນວລາວຮັກຊາດຈະຜ່ານຄ້າຍທີ່ໝັ້ນປ້ອງກັນກອງໜ້າເຫລົ່ານັ້ນມາໄດ້ກ່ອນຈະເຂົ້າເຖິງໃຈກາງທີ່ຕັ້ງຂອງ
ກອງບັນຊາການທະຫານ ແລະ ອົງກອນທຸກຂະແໜງການໆປົກຄອງຂອງພົລະເຮືອນໄດ້.
ປະຊາກອນຊາວເມືອງຂອງເມືອງນານຕ່າງກໍເຊື່ອຖືແລະຊ່າລືກັນມາວ່າ ເຫດຜົນທີ່ເມືອງນານພົ້ນຈາກການເປັນ
ເຫຍື່ອສົງຄາມທຳລາຍເຜົາຜານເໝືອນເມືອງອື່ນໆນັ້ນກໍຍ້ອນມີເຈົ້າທີ່ເຈົ້າທາງປົກປັກຮັກສານັ້ນມາ ຊຶ່ງປະຊາຊົນ
ຕ່າງກໍສັທາໃນຄວາມເຊື່ອຖືຈາກເຈົ້າພໍ່ພູຊ້າງ ແລະ ພູສະແຄນ. ພູຊ້າງຕັ້ງຢູ່ບໍ່ຫ່າງໄກຈາກຕົວເມືອງ ພຽງຫ່າງໄກ
ກັນປະມານ 5 ຫລັກ ກລມ ຢູ່ທາງທິດຕາເວັນຕົກຂອງເມືອງ. ພູໜ່ວຍນີ້ມີຮູບລັກສະນະເໝືອນກັນກັບຊ້າງຂຸເຄົ່າ
ນອນໝູບແລະປິ່ນຫົວຂຶ້ນໄປທາງເໜືອ ແລະ ເດ່ຢຽດງາໄປທາງໜ້າສຸດທ່ວງ ແລະຫາງຂອງມັນກໍເດ່ຢຽດອອກໄປ
ສຸດທ່ວງທາງຂ້າງຫລັງຂອງມັນເໝືອນກັນ. ທາງຫາງຂອງມັນເປັນສາຍພູຍາວຢຽດໄປຫລາຍຫລັກກິໂລ ອີກຫ້າ
ກິໂລແມັດຈະເຖິງແຄມແມ່ນ້ຳຂອງ, ສ່ວນທາງຟາກຝ່າຍຫົວຫລືງາຂອງມັນແມ່ນຢຽດຍາວເປັນສາຍພູຂຶ້ນໄປຈົນ
ຮອດຕີນພູສະແຄນຊຶ່ງເປັນຖິ່ນອາສັຍຂອງພະລືສີຕາໄຟຕາມຄວາມເລົ່າລືສືບຕໍ່ກັນມາ. ດັ່ງນັ້ນປະຊາຊົນເມືອງນານ
ຈຶ່ງເຊື່ອຖືກັນວ່າພູຊ້າງເປັນຊ້າງຂອງລືສີຕາໄຟທີ່ຕາຍໄປກ່ອນລືສີຕາໄຟຂະໝົດອາຍຸສັງຂານແລະນີຣະພານຕາມ
ຊ້າງນັ້ນໄປ.
ຢູ່ໃນກາງຕົວເມືອງໆນານນັນມີ 5 ບ້ານ ແຕ່ລະບ້ານເປັນບ້ານໃຫຍ່ພໍສົມຄວນໃນຍຸກກ່ອນປ່ຽນຣະບອບການປົກຄອງ,
ຫ້ອງການເມືອງ, ກອງບັນຊາການທະຫານ ຕຳຣວດ, ໂຮງໝໍເມືອງ ໄປສະນີແລະຄົມະນາຄົມແມ່ນຕັ້ງຢູ່ຣະຫວ່າງໃຈ
ກາງເມືອງ ແລະມີແມ່ນນ້ຳນານໄຫລຜ່າທາງກາງ. ເມືອງນານເປັນເມືອງອຸດົມສົມບູນ ເມືອງອູ່ເຂົ້າອູ່ປາປະຈຳແຂວງ
ເພາະເມືອງນີ້ດູທ່າງສ້າງສາແລະປູກຝັງຂອງຊາວກະສິກອນ ເພາະເປັນເມືອງທີ່ບໍ່ຖືກສົງຄາມທຳລາຍ ແລະເມືອງນານ
ເປັນເມືອງທີ່ກ້ວາງໃຫຍ່ກ່ອນເມືອງອື່ນໆທີ່ຂຶ້ນກັບແຂວງຫລວງພະບາງໃນສມັຍສົງຄາມ. ເມືອງນານເປັນເມືອງທີ່ງົດ
ງາມທາງທັມະຊາດ, ປະເພນີຮິດຄອງ, ສາສນາ ແລະ ຝູງຊົນຊາວເມືອງກໍມີຈິດໃຈງົດງາມ ເອື້ອເຟື້ອເພື່ອແຜ່ຊຶ່ງກັນ
ແລະກັນຈົນເປັນທີ່ຍອມຮັບຈາກແຂກຄົນທີ່ໄດ້ໄປສຳພັດແລະຢ້ຽມຢາມ.
ບໍ່ໜ້າເຊື່ອວ່າ ບາງເຂດຂອງເມືອງຈະຖືກທັມະຊາດທຳລາຍໃຫ້ຢ້ອຍຫຍັບ ສວັນຊ່າງບໍ່ເມຕາ ອະດີດສົງຄາມຜ່ານມາ
ຍັງບໍ່ຖືກທຳລາຍ ແຕ່ມາຖທກທຳລາຍໃນຍຸນີ້. ຂໍຮ້ອງຣັຖະບານລາວຈົ່ງໂຈະໆການຕັດໄມ້ທຳລາຍປ່າລົງແດ່ ຍຸກນີ້ເປັນ
ຍຸກສິທະຍາສາດ ໃຜໆກໍສັນນິຖານດີນເຈື່ອນ ນ້ຳຖ້ວມ ແຫ້ງແລ້ງຫລືໂລກຮ້ອນ ແມ່ນມາຈາກການຕັດໄມ້ທຳລາຍປ່ານີ້.
( ຕໍ່ຈາກສະບັບກ່ອນ )
ດັ່ງທີ່ໄດ້ກ່າວມາໃນສະບັບກ່ອນວ່າເມືອງນານເປັນເມືອງທີ່ປອດຈາກການທຳລາຍແລະເຜົາຜານຈາກລູກລະເບີດຂອງສົງຄາມກາງເມືອງ
ຂອງທັງສອງຝ່າຍເຊິ່ງໃຊ້ເວລາຂ້າຟັນລັ່ນແທງກັນມານານເຖິງ 30 ປີ. ດ້ວຍເຫດຜົນເຊັ່ນນີ້ທາງອຳນາດການປົກຄອງຂອງລັດຖະບານ
ວຽງຈັນຈຶ່ງສຸມໃສ່ໃນການພັດທະນາເມືອງນານທຸກຢ່າງບໍ່ວ່າດ້ານເສດຖະກິດ ດ້ານຜະຫລິດການກະເສດ ຜະຫລິດນັກຮຽນຮູ້ປັນຍາຊົນ
ແລະອື່ນໆ. ໃນປີ 1959 ໄດ້ສ້າງໂຮງຮຽນ ໝວດປະຖົມສຶກສາສົມບູນເມືອງນານ ຫລັງທຳອິດຂຶ້ນໃນທີ່ດິນຕອນນຶ່ງມີໜ້າກ້ວາງ
200ມX300ມ ແລະຢູ່ທ້າຍໂຕເມືອງຕິດກັບແມນ້ຳນານ. ໂຮງຮຽນຫລັງນີ້ປຸກສ້າງດ້ວຍທຶນຂອງລັດຖະບານລາວເປັນອາຄານໃນຮູບ
ຊົງ ບ້ານເຮືອນລາວ ແບບປຸກຢອງເສົາສູງສອງແມັດຈາກໜ້າດິນ ແລະມີຫ້ອງຮຽນລວມກັນທັງໝົດ 7 ຫ້ອງ. ຫລັງຄາມຸງດ້ວຍດິນຂໍ
ຝາປະທາຍ ພື້ນແປ້ນ. ແຕ່ລະຫ້ອງຮຽນມີສອງປະຕູ (ໜ້າຫຼັງຂອງຫ້ອງຮຽນ) ສາມປ່ອງຢ້ຽມ ຊຶ່ງມີຝາເປັນໄມ້ແປ້ນ ແລະມີເພດານໄມ້
ແປ້ນເໝືອນກັນ, ສ່ວນເສົາອາຄານໂຮງຮຽນນັ້ນລ້ວນແລ້ວແຕ່ເປັນໄມ້ດູ່ແດງ ແລະໜ້າດິນກ້ອງຕະຫລ່າງຂອງຕຶກປູດ້ວຍດິນຈີ່ທີ່ປະຊາ
ຊົນຮ່ວມໃຈກັບປັ້ນເຜົາມາປູພື້ນຕະຫລ່າງຂອງໂຮງຮຽນໂດຍສະເພາະ. ຖັດຈາກຕຶກໂຮງຮຽນອອກໄປທາງເໜືອປະມານ 50ມ ນັ້ນ
ແມ່ນອາຄານຫ້ອງການຂອງຫົວໜ້າໝວດຫລມຜູ້ອຳນວຍການໂຮງຮຽນ ແລະເປັນຫ້ອງການເກັບພັກສະດຸແລະອຸບປະກອນການສອນ
ຫລືອຸບປະກອນໂຮງຮຽນ. ໂຕະແລະຕັ່ງຂອງນັກຮຽນແລະຄູແມ່ນສ້າງດ້ວຍໄມ້ທັງໝົດສ່ວນຫລາຍເປັນໄມ້ສັກ, ລັກສະນະຂອງໂຕະ
ນັກຮຽນເປັນໂຕະຍາວມີສອງຊັ້ນ ຕັ່ງນັ່ງເປັນແປ້ນມ້າຍາວເທົ່າລວງຍາວຂອງໂຕະ ແລະ ສາມາດໃຫ້ນັກຮຽນນັ່ງໄດ້ສາມຫາສີ່ຄົນ. ໂຕະ
ນາຍຄູກລສ້າງດ້ວຍໄມ້ສັກຄືກັນ, ກະດານດຳເປັນກະດານໄມ້ຮູບສີ່ຫລ່ຽມຍາວຕິດກັບຝາຂັ້ນຫ້ອງຂອງຫ້ອງຮຽນ. ທັງນັກຮຽນແລະຄູ
ແມ່ນມີຄວາມໝັ້ນໃຈວ່າໂຮງຮຽນມີຄວາມທົນທານຕໍ່ລົມພາຍຸສ່ຳກາງ ແຕ່ກໍບໍ່ເຄີຍເຫັນມີລົມພາຍຸຮ້າຍແຮງເກີດຂຶ້ນໃນເມືອງນານມາ
ກ່ອນເລີຍໃນລະຍະນັ້ນ. ຕໍ່ໜ້າຕຶກໂຮງຮຽນເປັນເດີ່ນທຸງຊາດ ຈະມີການເຄົາລົບທຸງຊາດທຸກເຊົ້າທຸກແລງກ່ອນຈະເປີດແລະປິດໂຮງຮຽນ
ແຕ່ລະມືີ້. ມີເດີ່ນເຕະບານໜຶ່ງເດີ່ນ, ເດີ່ນບານບ້ວງຫລືບາດສະເກັດບານໜຶ່ງເດີ່ນ ແລະ ບານສົ່ງໜຶ່ງເດີ່ນ. ນີ້ຄືຜົນສຳເລັດສິ້ນແລກທີ່
ເຈົ້າເມືອງໆນານຮ້ອງຂໍຈາກເຈົ້າແຂວງເພື່ອສ້າງສະຖານທີ່ກໍ່ສ້າງນັກຮຽນຮູ້ແລະປັນຍາຊົນພາຍໃນເມືອງ ແລະທີ່ສຸດກໍມີໂຮງຮຽນໃຫ້
ລູກຫລານຂອງບ້ານເມືອງມີສະຖານອາຄານຮ່ຳຮຽນອັນຖາວອນແໜ້ນໜາ. ຈາກສ້າງໂຮງຮຽນມາຕໍ່ໃສ່ສ້າງໂຮງໝໍໃນປີ 1960 ໃນ
ມືອງນານຫລັງໃໝ່, ຫລັງເກົ່າເປັນພຽງເຮືອນທັມະດາ ແລະ ມີນາຍໝໍປະຈຳເມືອງພຽງສອງໝໍກໍຄືໝໍຊີວິນແລະໝໍທະຫານປະສານ
ງານກັນເທົ່ານັ້ນ. ໂຮງໝໍຫລັງໃໝ່ນີ້ໃຫຍ່ພໍສົມຄວນ ເທົ່າໆກັບໂຮງຮຽນຫລັງທີ່ສ້າງແລ້ວໄປນັ້ນ ແລະກໍສ້າງດ້ວຍໄມ້ທີ່ປັສົມບັດຂອງ
ຊາດແລະປະຊາຊົນນັ້ນເອງທີ່ທາງການເພິ່ນຈ້າງປະຊາຊົນເຂົ້າປ່າໄປຈັດໄປເລື່ອຍມາ. ໂຣງໝໍຫລັງນີ້ມີຫ້ອງນອນຄົນໄຂ້ສອງຫ້ອງນອນ
ແຕ່ລະຫ້ອງມີສິບຕຽງ, ຫ້ອງກວດພະຍາດນຶ່ງຫ້ອງ, ຫ້ອງສີດຢາແລະຈ່າຍຢານ່ງຫ້ອງ ແລະຫ້ອງຄອດລູກນຶ່ງຫ້ອງ ແລະມີທ່ານໝໍນຶ່ງ
ຄົນ ຍະຍາບານຫ້າຄົນ. ຫ້ອງການເມືອງຕິດກັບໂຣງໝໍແລະກໍສ້າງຂຶ້ນມາໃໝ່ໃນປິຕໍ່ມາກໍຄືປີ 1961 ມີສິ່ງນຶ່ງໃນເມືອງນານທີ່ໍ່ມີ
ຄື ຄຸກ ຂັງນັກໂທດ ເພາະໃນຍຸກນັ້ນບໍ່ມີນັກໂທດຫລືຄົນຣ້າຍທີ່ມີຄະດີຄວາມພໍທີ່ຈະຖືກຕັດສິຕິດດຄຸກ ເພາະຊາວເມືອງລ້ວນແລ້ວແຕ່
ເປັນຄົນມີສິນມີທຳປະຈຳໃຈ.
ໃນປີ 1962 ລັດຖະບານຍິປຸ່ນໄດ້ສົ່ງນັກວິຊາວະການທາງການກະເສດມາສິດສອນແລະທົດລອງພັນເຂົ້າເພື່ອເຣັກນາປັງຢູທີ່ເມືອງນານ
ຈົນສາມາດປູກເຂົ້າໄດ້ປີນຶ່ງສອງເທື່ອຊຶ່ງເລີ່ມຕົ້ນມາແຕ່ປີ 1963. ຄວາມເຕີບໃຫຍ່ຂະຫຍາຍຕົວຂອງການຜະຫຼິດທາງດ້ານການກະເສດ
ແລະການສຶກສາໄດ້ເຣັດໃຫ້ເມືອງນານຈະເລີນຂຶ້ນມາເປັນລະດັບລະດັບ ແລະປະຊາກອນຂອງເມືອງກໍເຜີ້ມຂຶ້ນທຸກໆປີເນື່ອງຈາກມີປະຊາ
ຊົນລາວທີ່ແຕກອົບພະຍົບມາແຕ່ຖິ່ນອື່ນມາເລີ່ມຕົ້ນສ້າງຊິວິດໃໝ່ຢູ່ໃນເມືອງນີ້ທຸກໆປີຈົນເຖິງປີ 1973.
ຢາກໃຫ້ທ່ານສັນນິຖານຫລືເອົາມາສົມທຽບກັນເບິ່ງວ່າການສ້າງສາພັດທະນາບ້ານເມືອງຂອງລັດຖະບານໃນອະດີດພະຣາຊະອານາຈັກ
ກັບ ລັດຖະບານທຸກມື້ນີ້ແຕກຕ່າງກັນແນວໃດ? ລັດຖະບານໃນອະດີດ ເຖິງຈະມີສົງຄາມແຕ່ກໍບໍຫຼົດລະຫາໂອກາດສ້າງສາບ້ານເມືອງ
ເມື່ອມີໂອກາດ. ບໍ່ວ່າລັດຖະບານລະບອບໃດ ຖ້າບໍ່ເຫັນແກ່ຕົວຫລືເປັນຄົນສໍ້ລາດບັງຫລວງແມ່ນສ້າງສາພັດທະນາໄປະເທດໄດ້.
( ຕໍ່ຈາກສະບັບທີ່ແລ້ວ )
ປະຊາຊົນຊາວເມືອງໆນານເປັນຄົນດຸໝັ່ນແລະເຫຼື້ອມໃສໃນພະພຸດທະສາດສະໜາ ດັ່ງນັ້ນທຸກໆບ້ານບໍ່ວ່ານ້ອຍຫຼືບ້ານໃຫຍ່ແມ່ນມີ
ວັດວາອາຮາມແບບຕາມມີຕາມເກີດ ແລະມີທົ່ງນາຮົ້ວສວນກ້ວຍອ້ອຍຂຽວງາມຢາຍໄປຕາມສອງແຄມນ້ຳນານແບະຫ້ວຍຮ່ອງຄອງ
ທານຕ່າໆ. ຫ້າໝູ່ບ້ານທີ່ເປັນໃນເມືອງຂອງໂຕເມືອງນັ້ນຕ່າງກໍມີວັດແລະອາຮາມທີ່ສວຍງາມເຊັ່ນ: ບ້ານສີມຸງຄຸນ, ບ້ານສີບຸນເຮືອງ,
ບ້ານໃຫຍ່, ບ້ານປ່ໄຜ່ ແລະບ້ານໂພຫີນ. ເມືອງນານມີສິນລະປະທາງການຂັບລຳແບບດຽວກັນກັບຄົນເມືອງຫຼວງພະບາງ ແລະມີຮິດ
ຄອງປະເພນີບໍ່ແຕກຕ່າງກັບເມືອງຫລວງພະບາງເລີຍ. ບ້ານແລະຕາແສງຕ່າງໆທີ່ອ້ອມແອ້ມຕົວເມືອງກໍມີໂຮງມູນລະປະຖົມສຶກສາ
ສາມຊັ້ນຫ້ອງຮຽນ ປ.1-2-3 ນັ້ນທຸກໆແຫ່ງ ເພາະພໍ່ແມ່ຫຼືຜູ້ປົກຄອງເດັກໆແລະລູກຫຼານຕ່າງກໍຢາກໃຫ້ລູກຫຼານເຂົ້າໂຮງຮຽນຫຼື
ໄດ້ຮັບການສຶກສາຈຶ່ງສົ່ງລູກຫຼານເຂົ້າໄປຮຽນເມື່ອອາຍຸເຖິງກຳໜົດເລີ່ມຕົ້ນເຂົ້າໂຮງຮຽນ. ເມື່ອຮຽນຈົບ ປ.3 ນັກຮຽນຢູ່ຈາກໝູ່
ບ້ານຕ່າງໆກໍເຂົ້າມາສອບເສັງເອົາແຊກນ້ອຍເພື່ອເຂົ້າຮຽນຕໍ່ຫ້ອງ ປ.4 ຫຼືຫ້ອງທີສອງນ້ອຍທີ່ໂຮງຮຽນ ໝວດປະຖົມສຶກສາເມືອງ
ນານ. ດັ່ງນັ້ນການເຕີບໃຫຍ່ຂະຫຍາຍຕົວຂອງນັກຮຽນແມ່ນເຜີ້ມທະວີຂຶ້ນທຸກໆປີ ທາງກົມສຶກສາເມືອງຈຶ່ງໄດ້ສ້າງເຄິ່ງໝວດປະ
ຖົມສຶກສາຂຶ້ນຢູ່ສາມແຫ່ງໃນປີ 1963,ເຄິ່ງໝວດປະຖົມສຶກສານີ້ມີຊັ້ນຮຽນ 4 ຊັ້ນ: ປ.1-2-3 ແລະ ປ.4, ຂຶ້ນຢູ່ທີ່ບ້ານນາ
ເຄິນ, ບ້ານປາກລ້ານ ແລະ ບ້ານນາຝາຍ. ສ່ວນນັກຮຽນຊັ້ນ ປ.5-6 ນັ້ນແມ່ນຈຳຕ້ອງເຂົ້າມາຮຽນຢູ່ທີ່ໝວດປະຖົມສຶກສາເມືອງ
ນານ. ແຕ່ລະປີນັບແຕ່ປີ 1963 ຂຶ້ນມາມີນັກຮຽນຈົບແຊກແລ້ວເສັງເຂົ້າ ຮຮ ອາຊີວະສຶກສາ ເຊັ່ນ ໂອບລົມຄູ, ແພດ, ກະສິກຳ
ແລະ ມັດທະຍົມສາມັນສຶກສາຫລື ລີເຊຫລວງພະບາງ ນັ້ນຫລາຍສິບຄົນ.
ໃນປີ 1959 ປະຊາຊົນຊາວເມືອງໄດ້ລະດົມເຫື່ອແຮງກັບສ້າງທາງລົດຂຶ້ນສອງເສັ້ນທາງ ຈາກໃນເມືອງອອກໄປຫາບ້ານ ຄົກຕົມ
ທີ່ເປັນທ່າເຮືອຂົນສົ່ງສິນຄ້າ ເຂົ້າ-ອອກ ຂອງເມືອງ ແລະບ້ານຄົກຕົມນີ້ຫ່າງຈາກໃນເມືອງ 10ກລມ ແລະເປັນບ້ານແຄມແມ່ນ້ຳ
ຂອງ. ອີກທາງເສັ້ນນຶ່ງນັ້ນແມ່ອອກຈາກໃນເມືອງຂຶ້ໄປທາງທິດເໜືອໂດຍຜ່ານຂຶ້ນໄປຜ່ານບ້ານນາຝາຍຈົນໄປເຖິງບ້ານທ່າຫຼີ່ ຫຼື
ທີ່ຮູ້ກັນໃນນາມ ບ້ານຕາເຫ່ຽນ ໃນມື້ນີ. ທາງເສັ້ນນີ້ໄປສຸດຢູ່ທີ່ບ້ານທ່າຫຼີ່ນີ້ ເພາະບໍ່ສາມາດສ້າງທາງລົດດ້ວຍມືຂອງປະຊາຊົນຕໍ່
ໄປອີກບໍ່ໄດ້ ເພາະວ່າທາງໜ້າລ້ວນແລ້ວແ່ເປັນພູຜາປ່າໄມ້. ການສ້າງທາງລົດດ້ວຍເຫື່ອແຮງແລະມືຂອງປະຊາຊົນສອງເສັ້ນທາງນີ້
ໃຊ້ເວລາພຽງ 6 ເດືອນເທົ່ານັ້ນ ແລະທາງມີໜ້າກ້ວາງ 8ມ ເທົ່ານັ້ນ ບາງຈຸດກໍແຄບກ່ອນເພາະເປັນຈຸດທີ່ເປັນຫ່ອມພູ. ພາຍຫຼັງ
ສຳເລັດສ້າງທາງລົດກໍມີລົດຄັນແລກແລ່ນເຂົ້າມາໃນເມືອງນານແມ່ນລົດຂອງເຖົ້າແກ່ທອງສຸກຢູ່ບ້ານສີມຸງຄຸນ ເປັນລົດ ດອດ
(Dodge) ຂອງອາມລິກາ. ມີການແຫ່ແຫນລົດຄັນດັ່ງກ່າວມາແຕ່ບ້ານຄົກຕົມຈົນເຖິງໂຕເມືອງໂດຍມີປະຊາຊົນແຕ່ລະບ້ານ
ອອກມາຕ້ອນຮັບແລະສ່ວນມາກແມ່ນພາກັນມາເບິ່ງວ່າລົດເປັນແນວໃດເພາະມີແຕ່ໄດ້ຍິນແຕ່ຊື່ແຕ່ບໍ່ເຄີຍເຫັນໂຕຈິງວ່າລົດເປັນ
ລັກສະນະແນວໃດ? ຕໍ່ມາໃນປີ 1960 ກໍມີລົດອີກຄັນນຶ່ງເຂົ້າມາໃນເມືອງອີກ ລົດຄັນນີ້ເປັນລົດ ຈິບ ວິນລີ ແລະເປັນລົດຂອງ
ຂອງອ້າຍກ້ວນໄທບ້ານນາຝາຍ. ລົດສອງຄັນນີ້ໄດ້ຮັບໃຊ້ປະຊາຊົນຊາວເມືອງ ພໍ່ຄ້າແມ່ຄ້າ ແລະຊາວໄຮ່ຊາວນາ ແຕ່ສອງເຈົ້າຂອງ
ລົດໄດ້ຕົກລົງກັນຮັບໃຊ້ສັງຄົມແຕກຕ່າງກັນດັ່ງນີ້: ລົດຂອງເຖົ້າແກ່ທອງສຸກເປັນລົດຂົນສົ່ງັນທຸກໜັກຈະຮັບຂົນສົ່ງສິນຄ້າ ເຄື່ອງ
ກໍ່ສ້າງ ແລະ ສິນຄ້າການກະເສດ ດັ່ງເຂົ້າ ມັນ ກ້ວຍອ້ອຍ ແລະອື່ນໆ. ສ່ວນລົດຈິບຂອງອ້າຍກ້ວນນັ້ນຮັບໃຊ້ຄົນໂດຍສານໂດຍສະ
ເພາະ.
ໃນປີ 1964 ພາຍຫຼັງລັດຖະບານລາວໄດ້ອະນຸຍາດໃຫ້ສະຫະລັດນຳເອົາຜູ້ຊຽວຊານເຂົ້າມາພັກພາອາໄສໄດ້ຢູ່ພາຍໃນປະເທດ ຈຶ່ງ
ມີສອງຜົວເມັຍອາສາສະໝັກອາເມຣິກັນເຂົ້າທາພຳນັກຢູ່ໃນເມືອນານ ແລະໄດ້ນຳລົດ ສະກາວ (Scout) ສອງຄັນ, ລັດຈັກ
ຢາມາຮາ ຜູ່ຍິງ 4ຄັນ ແລະ ລົດຖີບ 8 ຄັນ ເຂົ້້າມາມອບໃຫ້ຫ້ອງການເມືອງເພື່ອເປັນສົມບັດຂອງເມືອງ ແຕ່ພາຍລຸນມາທາງເມືອງ
ກໍແບ່ງປັນລົດໃຫຍ່ໃຫ້ກະສິກຳເມືອງໜຶ່ງຄັນ, ໂຮງໝໍໜຶ່ງຄັນ. ສ່ວນລົດຈັກເພິ່ນກໍແບ່ງປັນໃຫ້ໂຮງການເມືອງ ນຶ່ງຄັນ, ໂຮງຮຽນ
ໝວດ ນຶ່ງຄັນ, ກະສິກຳ ນື່ງຄັນ ແລະ ໂຮງໝໍ ນຶ່ງຄັນ. ( ຍຸກນັ້ນຍັງບໍ່ທັນມີຄົນທີ່ມີອຳນາດເຫັນແກ່ໂຕເໝືອນຍຸກຕໍ່ມາ ສິ່ງຂອງ
ຕ່າງໆທີ່ທາງສາກົນຊ່ວນເຫຼືອແມ່ນໄດ້ກັນທົ່ວເຖິງໝົດ). ຄວາມເຕີບໃຫຍ່ຂະຫຍາຍຕົວຂອງເມືອງແມ່ທະວີຄູນຂຶ້ນທຸກໆປີນັບ
ແຕ່ປີ 1959 ຂຶ້ນມາຢ່າງບໍ່ຢຸດຢັ້ງຂອງເມືອງນານຈົນເຖິງກ່ອນການປ່ຽນແປງການປົກຄອງຫຼືຝ່າຍແນວລາວຮັກຊາດໄດຮັບໄຊ
ຊະນະໃນປີ 1975 ໃນທີ່ສຸດໍມີສາຍທາງຫຼວງຈາກກຳແພງນະຕອນຫຼວງພະບາງມາເຖິງເມືອງນານໃນປີ 1972 ແລະຈາກເມືອງ
ບ້ານປາກຄອນເພື່ອເຊື່ອມກັບແຂວງໄຊຍະບູລີ. ເມືອງນານມີໂຮງຮຽນຊັ້ນມັດທະຍົມຂຶ້ນໃນປີ 1973 ແລະເກີດມີ ໝວດປະຖົມ
ສຶກສາ ເຜີ້ມຂຶ້ນອີກ 11 ແຫ່ງ ໃນປີ 1974 ແລະມີປະຊາກອນເຜີ້ມຂື້ນຈາກເດີມ 45%.
ຖ້າທ່ານໃດມີໂອກາດໄກ້ໄປທ່ຽວຊົມເມືອງນານ ກໍໃຫ້ໄປທ່ຽວໃຫ້ຄົບທຸກນ້ານທີ່ຂຶ້ກັບເມືອງ ແລ້ວຢາກໃຫ້ທ່ານໄປເຫັນໂຮງຮຽນ
ທຸກໆແຫ່ງທີ່ສ້າງຂຶ້ນໂດຍພາຍໃຕ້ລັດຖະບານຂອງ ລາຊະອານາຈັກ ໃນຍຸກນັ້ນວ່າມີຄວາມຈິງໃຈກັບຊາດບ້ານເມືອງຂະໜາດໃດ?
ເພາະໂຮງຮຽນເຫຼົ່ານັ້ນຍັງໜາແໜ້ນຢູ່ແລະປຸກຂຶ້ນດ້ວຍໄມ້ໃນປ່າຂອງແຜ່ນດິນລາວທີ່ປະຂາຂົນລາວທຸກຄົນມີສິດເປັນເຈົ້າຂອງທຸກໆ
ຕົ້ນສະເໝີກັນທົ່ວປະເທດ. ແຕ່ກົງກັນຂ້າມກັບໃນຍຸກປັດຈຸບັນ ຈະຫາໄມ້ມາປຸກໂຮງຮຽນກໍບໍ່ມີ ເຖິງມີກໍສວຍໃຊ້ບໍ່ໄດ້ເພາະທາງຜູ້ມີ
ອຳນາດອອກກົດໝາຍຫ້າມປາມໄວ້ເພື່ອຜົນປະໂຫຍດສ່ວນຕົວແລະພວກຜ່ອງດຽວກັນກໍຄືສຳມະຊິກສູນກາງພັກ. ປະຊາຊົນຜູ້ເປັນ
ເຂົ້າຂອງປເທດແລະສົມບັດຂອງຊາດ ຈະໄປຕັດໄມ້ມາປຸກເຣືອນເໝືອນດັ່ງໃນຍຸກຢູ່ພາຍໃຕ້ການປົກຄອງຂອງລັດຖະບານວຽງຈັນ
ແມ່ນບໍ່ໄດ້ ຖ້າໃຜຝືນແມ່ຕິດຄຸກຫລືຖືກນຳໄປງົມຫອຍ.
ປະຊາຊົນຊາວເມືອງໆນານສ່ວນຫລາຍແມ່ນມີຄວາມເຫຼື່ອມໃສໃຈສັດທາໃນພຸດທະສາດສະໜາ ຈຶ່ງເປັນແຫຼ່ງເກີດຂອງວັດວາອາຮາມ
ຂຶ້ນເກືອບທຸກໆໝູ່ບ້ານ ທຸກໆຕາແສງ ທີ່ຂຶ້ນກັບເມືອງ. ເມືອ່ມີການເຕີບໃຫຍ່ຂະຫຍາຍໂຕຂອງວັດວາອາຮາມ ແນ່ແລ້ວພະພິກຂຸສຳ
ມະເນນກໍຕ້ອງເຜີ້ມຈຳນວນຂຶ້ນ, ຈຶ່ງເປັນເຫດໃຫ້ມີນັກຮຽນສົງມີຈຳນວນເຜີ້ມຂຶ້ນຫລາຍເກີນກ່ວາໂຮງຮຽນ ປາລີ ຈະບັນຈຸເຂົ້າຮຽນ
ໃຫ້ຄົບຖ້ວນໄດ້ ດັ່ງນັ້ນທາງເຈົ້າຄະນະເມືອງຈຶ່ງໄດ້ສະເໜີຜ່ານເຈົ້າເມືອງໆນານເພື່ອຂໍໃບອະນຸຍາດແລະທຶນຈາກແຂວງເພື່ອນຳມາປຸກ
ສ້າງໂຮງຮຽນປາລີຫລັງໃໝ່. ໂຮງຮຽນປາລີຫລັງເກົ່າເປັນກຸຕິເກົ່າທີ່ສາມາດບັນຈຸນັກຮຽນໄດ້ພຽງຊາວກ່ວາຮູບເທົ່ານັ້ນ ແລະ ກໍຊຸດ
ໂຊມລົງຫລາຍແລ້ວເພາະມີອາຍຸເກືອບຈະຮອດໜຶ່ງສັດຕະຫວັແລ້ວ. ໃນທີ່ສຸດໂຮງຮຽນ ປາລີ ຫລັງໃໝ່ກໍສ້າງຂຶ້ນສຳເລັດໃນປີຕໍ່ມາ
(ປີ 1963) ແລະໂຮງຮຽນປາລີຫລັງນີ້ສ້າງຂຶ້ນໄດ້ກໍ້ອນເຫື່ອແຮງຂອງອອກຕົນຍາດໂຍມຊາວເມືອງໆນານທັງນັ້ນທີ່ປະກອບສ່ວນ
ແລະສຳຄັນກ່ອນນັ້ນ ກ່ອນໂຮງຮຽນນີ້ຈະເກີດເປັນອາຄານຂຶ້ນມາໄດ້ກໍຍ້ອນປ່າໄມ້ທີ່ເປັນສົມບັດຂອງຊາດແລະປະຊາຊົນທັງຊາດນັ້ນ
ເອງທີ່ທາງລັດຖະບານໄດ້ອະນຸຍາດໃຫ້ປະຊາຊົນຕັດໄມ້ມາສ້າງ. ໂຮງຮຽນສົງຫລັງນີ້ສ້າງຂຶ້ນທີ່ວັດບ້ານໂພນຫີນຊຶ່ງເປັນຈຸດສູນກາງ
ຂອງໂຕເມືອງ, ເປັນອາຄານພື້ນຕິດດິນຊຶ່ງປູດ້ວຍຊີມັງ ມຸງສັງກະສີ ຝາແອ້ມ ຝາຂັ້ນຫ້ອງ ແລະ ເພດານ ເປັນໄມ້ມາຈາກປ່າໄມ້ທີ່
ປະຊາຊົນລາວທັງຊາດເປັນເຈົ້າຂອງທັງນັ້ນ ແລະ ໂຮງຮຽນຫລັງໃໝ່ນີ້ສາມາດບັນຈຸນັກຮຽນສົງໄດ້ຫລາຍກ່ວາ 60 ຕົນ.
ງານແລະບຸນຕ່າງໆໃນ 12 ເດືອນ ທີ່ເປັນປະເພນີຂອງຊາວເມືອງນານບໍ່ມີຫຍັງຫລາຍທີ່ແຕກຕ່າງກັບຊາວເມືອງຫລວງພະບາງ, ການ
ຂັບລຳປະຈຳທ້ອງຖິ່ນແມ່ນແບບດຽວກັບຫລວງພະບາງໝົດເລີຍ. ນ້ຳນານເປັນແມ່ນ້ຳນອຍໆຈົນບໍ່ມີຢູ່ໃນແຜນທີ່ປະເທດ ແຕ່ກໍເປັນ
ດັ່ງສາຍໂລຫິດຂອງຊົນຊາວເມືອງຕະຫລອດເໜືອເຖິງຈຸດທີ່ປ່ອງໃສ່ແມ່ນ້ຳຂອງ, ເຖິງຈະເປັນສາຍນ້ຳທີ່ບໍ່ສາມາດໃຊ້ທາງການເດີນ
ເຮືອໄດ້ແຕ່ກໍບໍ່ມີບັນຫາທີ່ຈະຈັດງານບຸນຊ່ວງຮືອຂຶ້ນໄດ້. ປະເພີບຸນຊ່ວງເຮືອຂອງເມືອງນານແມ່ນຈັດຂຶ້ນໃນວັນອອກພັນສາ ແລະ
ກໍແຕກຕ່າງກັບເມືອງຫຼວງພະບາງທີ່ເພິ່ນຈັດບຸນຊ່ວງເຮືອໃນເດືອນ 9 ທີ່ເປັນລະດູນ້ຳມາກ, ຊາວເມືອງໆນານໄດ້ອອກແຮງຮ່ວມກັນ
ປ້ານຝາຍກັ້ນນ້ຳຂຶ້ນທຸກໆປີເພື່ອຈັດງານຊ່ວງເຮືອແລະໄຫຼເຮືອໄຟ ມີຫລາຍບ້ານໄດ້ນຳເຮືອເຂົ້າມາແຂ່ງຂັ້ນ ແລະສະຖານທີ່ຈັດງານ
ຊ່ວງເຮືອນີ້ກໍຢູ່ຕໍ່ໜ້າຫ້ອງການເມືອງແລະຫ້ອງການເຈົ້າໜ້າທີ່ຕຳຫລວດຂອງເມືອງ ຊຶ່ງເປັນທ່ານ້ຳທີ່ມີເດີ່ນຫຍ້າທຳມະຊາດຕົບແຕ່ງ
ຂຶ້ນເອງແລະມີໜ້າກ້ວາງພຽງພໍກັບປະຊາຊົນທຸກໆໝູ່ບ້ານເຂົ້າມາຮ່ວມບໍ່ວ່າພໍ່ຄ້າຊາວຂາຍແລະພວກທີ່ມາທ໋ຽວຊົມງານ, ແລະແຕ່ລະ
ປີ ກໍແມ່ນເຈົ້າເມືອງເພິ່ນມາເປັນປະທານໃນລານບຸນນີ້. ມີແຕ່ລານບຸນຊ່ວງເຮືອເທົ່ານັ້ນທີ່ແຕກຕ່າງກັບເມືອງຫລວງພະບາງ ນອກ
ຈາກນັ້ນກໍເໝືອກັນທຸກໆງານປະເພນີລາວເຮົາ.
ຂ້າະເຈົ້າຜູ້ຂຽນບໍ່ມີໂອກາດທີ່ຈະກັບຄືນເມືອຢ້ຽວຢາມບ້ານເກີດເມືອງນອນຂອງຕົນເອງຈັກເທື່ອເລີຍນັບແຕຫຼົບໜີເອົາຊີວິດສ່ຽງ
ຕາຍໜີລອດຕາຍອອກມາປະທດໄທແຕ່ປີ 1976 ຈັນເຖິງປັດຈຸບັນນີ້. ຂ້າພະຈົ້າຂຽນຂຶ້ນສ່ວນຫລາຍແມ່ນເຫດການໃນລະຍະ
ປີ 1959 ຂຶ້ນມາ ຫາ 1969 ເທົ່ານັ້ນ ຊຶ່ງເປັນລະຍະເວລາການຂະຫຍາຍໂຕຫລືຄວາມກ້າວໜ້າທາງການພັດທະນາເມືອງຂອງ
ລັດຖະບານໃນຍຸກນັ້ນທີ່ທຸກຢ່າງແມ່ນເພິ່ນສ້າງສາເພື່ອຊາດເພື່ອປະຊາຊົນຈິງໆ ແລະໝູນໃຊ້ສັບພະຍາກອນທຳມະຊາດທີ່ເປັນມູນ
ມັລຂອງຊາດແລະປະຊາຊົນອອກມາສ້າງສາທຸກຢ່າງເພື່ອຮັບໃຊ້ປະຊາຊົນເພື່ອໃຫ້ປະຊາຊົນມີສັງຄົມອັນດີງາມ ໂດຍບໍ່ຄຳນຶງເຖິງ
ຄວາມຮັ່ງມີຂອງສ່ວນຕົວ ເໝືອນກັນກັບລັດຖະບານໃນຍຸກນີ້ ທີ່ຫ້າມປາມປະຊາຊົນຕັ້ດໄມ້ມາປຸກໂຮງຮຽນແລະເຮືອນຊານທີ່
ພັກພາອາໄສຂອງປະຊາຊົນ, ຈົນໂຮງຮຽນເຂດຊົນນະບົດທີ່ມີປ່າໄມ້ອ້ອມຊາບລາບຢູ່ ແຕ່, ບໍ່ວ່າເຮືອນປະຊາຊົນ ແລະໂຮງຮຽນ
ແມ່ນປານກັບຄອກເປັດຄອກໄກ່. ຂ້າພະເຈົ້າບໍ່ຢາກພັນລະນາວ່າເປັນຫຍັງຈຶ່ງບໍ່ກ້າກັບເມືອຢາມຖິ່ນກຳເນີດ ເພາະມີເຫດຈຳເປັນ
ສ່ວນຕົວຈຶ່ງຫຼົບໜີອອກມາ, ຖ້າພີ່ນ້ອງຄົນລາວບໍ່ວ່າຢູ່ພາຍໃນຫລືນອກປະເທດໄດ້ໄປທ໋ຽວຢາມເມືອງນານ ໃຫ້ໄປຊອກເລາະ
ເບິ່ງ ໂຣງຮຽນ ໂຮງໝໍ ທີ່ເພິ່ນສ້າງດ້ວຍໄມ້ຈາກປ່າໄມ້ເມືອງລາວເຮົາໃນອາດີດ ແລ້ວມາປຽບທຽບໃສ່ກັບຍຸກນີ້ເບິ່ງວ່າມີຄວາມ
ແຕກຕ່າງກັບໜ້ອຍຫຼາຍພຽງໃດ?
ຂໍສະແດງຄວາມເສັຍໃຈນຳພີ່ນ້ອງຊາວບ້ານນາຝາຍ ທ່າຫຼີ່ ແລະໝູ່ບ້ານພູສະແຄນແລະອື່ນໆທີ່ປະສົບກັບເຫດອັນບໍ່ໜ້າຈະເກີດຂຶ້ນ
ນັ້ນ ຈົ່ງຢ່າພາກັນປະນາມວ່າເຈົ້າພໍ່ພູຊ້າງແລະພູສະແຄນບໍ່ປົກປັກຮັກສາ ເັກທີ່ເກີດຂຶ້ນນັ້ນແມ່ນມາຈາກຝີມືຂອງລັດຖະບານແລະ
ຜູ່ມີອຳນາດອິດທິພົນທາງການເມືອງໃນຍຸກນີ້ທັງນັ້ນ, ເພາະພວກເຂົາຕັດໄມ້ທຳລາຍປ່າ ສາ້ງເຂື່ອນໄຟຟ້ານ້ຳຕົກຫລາຍເກີນກ່ວາ
ທຳມະຊາດຈະຮັບໄດ້. ການສ້າງເຂື່ອນໄຟຟ້ານັ້ນຈະເຮັດໃຫ້ນ້ຳຢູ່ໜ້າເຂື່ອນລະບາຍອອກບໍ່ທັນຕາມທຳມະຊາດຂອງມັນ ມັນຈຶ່ງ
ຊຶມໄຫຼໄປຕາມພື້ນດິນຊ້ອງໃດທີ່ມີສ່ວນປະສົມຂອງດິນອ່ອນແອ ແລ້ວນ້ຳນັ້ນອາດໄຫຼຊຶມເຂົ້າໄປຈຸດທີ່ເປັນບໍ່ຖ່ານຫີນເລີຍເກີດ
ຄວາມຮ້ອນຂຶ້ນແລ້ວເປັນເຫດໃຫ້ເກີດເປັນແປວໄປຈຶ່ງລະເບີດຂຶ້ນ. ເພາະຕາມຄວາມບອກລົ່າຂອງຜູ້ເຫັນເຫດການວ່າໃນບັນເກີດ
ເຫດນັ້ນຝົນບໍ່ໄດ້ຕົກ ແຕ່ເກີດຍິນສຽງດັງຢ່າງຮ້າຍແຮງດັ່ງສຽງລະເບີດເກີດຂຶ້ນກ່ອນດິຈຈະເຈື່ອນລົງມາ.
( ຕໍ່ຈາກສະບັບທີແລ້ວ )
ນ້ຳຕົກຕາດຫ່ຽນເປັນສະຖານທີ່ສວຍງາມເຖິງຈະບໍ່ໃຫຍ່ບໍ່ໂຕເໝືອນກັນກັບນ້ຳຕົກຕາດທີ່ມີຊື່ສຽງທົ່ວໆໄປ
ພາຍໃນປະເທດລາວຂອງເຮົາ ແຕ່ອາດີດຜ່ານມານັບເປັນຮ້ອຍເປັນພັນປີທີ່ຜ່ານມາ ນ້ຳຕົກຕາດແຫ່ງນີ້ເຄີຍ
ໃຫ້ແລະບັນເທົາຄວາມທຸກສຸກຂອງປວງຊົນທີ່ອາໄສຢູ່ທີ່ນັ້ນແລະໃກ້ຄຽງມາຕະຫລອດ, ບໍວ່າຈະເປັນປູປາ
ກຸ້ງຫອຍກົບຂຽດກໍມີຢ່າງມາກມາຍແລະສາມາດຈັບຫາມາເປັນອາຫານຂອງຄົນທີ່ອາໄສຢູ່ໃນຖິ່ນນັ້ນແລະ
ໃກ້ຄຽງ. ເມື່ອ 50ປີ ກ່ອນນັ້ນຕອນທີ່ຍັງເຍົາເຄີຍໄປຫລີ້ນຕາດຫ່ຽນ ທີ່ຈິງແລ້ວບໍ່ແມ່ນຕັ້ງໃຈໄປທ່ຽວຊົມນ້ຳ
ຕົກຕາດດອກ ພວກເອື້ອຍອ້າຍແລະໄທໃນບ້ານພາກັນໄປຫາເກັບຫອຍຈານກໍເລີຍຫລອຍໄປນຳພວກເພິ່ນ,
ເພາະຢູ່ທີ່ຕາດຫ່ຽນນັ້ນມີຫອຍຈານຫລາຍທີ່ສຸດແລະກໍຜິດກັບທຳມະຊາດຫອຍຈານຢູ່ເຂດອື່ນໆ ຫອຍຈານ
ຢູ່ທີ່ຕາດຫ່ຽນນັ້ນໜ່ວຍໃຫຍ່ກ່ອນຖິ່ນອື່ນປະມານສາມສີ່ເທົ່າ. ຫອຍຈານເຫລົ່ານັ້ນຢູ່ກ້ອງເງີບກີນ ພຽງແຕ່
ເອົາມືງົມລົງໄປກ້ອງເງີບຫີນນັ້ນກໍຈະພໍ້ໂລດບໍຫລຸດສີ່ຫ້າໂຕແຕ່ລະບ່ອນ. ຕົນເອງກໍບໍ່ສົນໃຈເກັບຫອຍຈານ
ເປັນພິເສດດອກ ມີແຕ່ຍ່າງເລາະຕາມສະບັບແບບຂອງເດັກນ້ອຍທີ່ຫລອຍນ້ຳກົ້ນອ້າຍເອື້ອຍໄປໂດຍເພິ່ນບໍ່ຮູ້
ເຫັນນຳ ຈົນກວ່າໄປຮອດເຄິ່ງທາງແລ້ວໄທບ້ານຈຶ່ງທ້ວງຂຶ້ນ, ແຕ່ອ້າຍເອື້ອຍກໍບໍ່ແນ່ໃຈທີ່ຈະໃຫ້ນ້ອງນ້ອຍຂອງ
ເພິ່ນເດີນທາງປ່ຽວຄົນດຽວກັບບ້ານ ເພາະອອກມາໄກຈາກບ້ານແລ້ວ ກໍປະມານເຄິ່ງທາງຫລືກ່ວາພຸ້ນລະ,
ເພິ່ນຈຶ່ງໃຫ້ຫ້ອຍກົ້ນພວກເພິ່ນໄປ ແລະລະຍະທາງແມ່ນໄກພໍສົມຄວນທີ່ຈາກບ້ານຂອງພວກຕົນເອງໄປຫາ
ຕາດຫ່ຽນ ຍ່າງປະມານສອງສາມຊົ່ວໂມງ. ນອກຈາກຄວາມອຸດົມສົມບູນຂອງປູປາກຸ້ງຫອຍແລະກົບຂຽດ
ແລ້ວ ຍັງມີພືດຜັກປ່າຫລາຍໆຊະນິດທີ່ເປັນອາຫານຂອງຄົນຢູ່ອ້ອມແອ້ມໂຂງເຂດນັ້ນເຊັ່ນໜໍ່ໄມ້ ເຫັດປ່າ
ເກືອຍວ່າທຸກປະເພດ. ສິ່ງທີ່ກ່າວມານີ້ບໍ່ວ່າປູປາກົບຂຽດ ຫອຍຈານ ແລະພືດຜັກຕ່າງໆ ຄົນທີ່ອາໄສຢູ່ເຂດ
ນັ້ນແມ່ນພາກັນເບື່ອໄປກໍເປັນໄດ້ ເພາະເຂົາເຈົ້າບໍ່ຫິນພໍເປັນປະມານ ມີແຕ່ເກັບເອົາໄປຂາຍໃຫ້ປະຊາຊົນ
ຢູ່ໃນໂຕເມືອງໆນານພຸ້ນຈົນເປັນສິນຄ້າພາຍໃນຂອງຜູ່ຄົນທີ່ອາໄສຢູ່ຖິ່ນນັນ.
ເປັນໜ້າເສັຍດາຍທີ່ທຳມະຊາດອັນສວຍງາມ ແລະເປັນແຫລ່ງອາຫານພ້ອມທັງເປັນສິນຄ້າປະຈຳທ້ອງຖິ່ນ
ຕ້ອງມາຖືກທຳມະຊາດທຳລາຍທຳມະຊາດດ້ວຍກັນພາຍຫລັງຫ້າສິບປີຕໍ່ມາຫລັງຈາກທີ່ຕົນເອງໄປທ່ຽວ
ຊົມເທື່ອທຳອິດແລະກໍເປັນເທື່ອສຸດທ້າຍຂອງຊີວິດຕົນເອງ, ເພາະມີມະນຸດທີ່ເຫັນແກ່ໂຕພາກັນເຂົ້າມາທຳ
ລາຍທຳມະຊາດ ບໍວ່າການຕັເໄມ້ທຳລາຍປ່າ ການສ້າງເຊື່ອນໄຟຟ້ານ້ຳຕົກທີ່ເປັນແມ່ຫລັກຂອງການສ້າງ
ທຳມະຊາດທຳລາຍທຳມະຊາດ. ຫວັງວ່າປະຊາຊົນລາວຄວນພາກັນລຸກຂຶ້ນຕໍ່ຕ້ານການຕັດໄມ້ທຳລາຍປ່າ
ແລະສ້າງເຂື່ອນໄຟຟ້ານ້ຳຕົກຕາມສາຍທານຫລືຫ້ວຍນ້ຳລຳເຊຕ່າງໆຂອງພັກລັດຜູ່ມີອຳນາດເຫັນແກ່ໄດ້
ສວ່ນຕົວ ແຕ່ບໍເຫັນເຖິງຜົນຮ້າຍທີ່ປະຊາຊົນໄດ້ຮັບຈາກນ້ຳຖ້ວມແລະດິນເຈື່ອນຈາກນ້ຳມືຂອງພັກລັດນີ້.
ເມືອງນານເປັນເມືອງນຶ່ງທີ່ສ້າງປັ້ນສັບພະຍາກອນມະນຸດຂຶ້ນມາຈົນກັບກາຍເປັນເມືອງອັນດັບໜຶ່ງຂອງແຂວງພາຍຫລັງ
ເມືອງຮ້ຽມທີ່ຄອງຕຳແໜ່ງອັນດັບໜຶ່ງມາຕັ້ງແຕ່ປີ 1956 ຈົນເຖິງປີ 1966, ຫລັງຈາກເມືອງຮ້ຽມຖືກທຳລາຍເຜົາຜານ
ຈາກສົງຄາມຂອງທັງສອງຝ່າຍຈົນເປັນເຫດໃຫ້ເມືອງຮ້ຽມພ້ອມກັບໝູ່ບ້ານແລະຕາແສງຕ່າງໆທັ້ງເມືອງກາຍມາເປັນ
ບ້ານປ່າເມືອງຮ້າງ ແລະປະຊາຊົນຕ້ອງຖືກຕ້ອນໂຮມກັນອົບພະຍົບໜີອອກຈາກຖິ່ນຖານກຳເນີດໄປຢູ່ປົນກັບຄົນແຄ້ວນ
ອື່ນຂອງທັງສອງຝ່າຍກໍຄືຝ່າຍປະເທດລາວແລະຝ່າຍລັດຖະບານວຽງຈັນ. ນັບແຕ່ປີ 1966 ເປັນຕົ້ນມາ ເມືອງນານກໍ
ຄອງຕຳແໜ່ງອັນດັບໜຶ່ງທາງດ້ານປະຊາຊົນຊາວເມືອງໄດ້ຮັບການສຶກສາຈົບຂັ້ນປະຖົມສຶກສາຂຶ້ນຮອດຈົບມັດທະຍົມ
ຕົ້ນແລະປາຍ, ທາງວິຊາຊີບທົ່ວໆໄປ ແລະຍັງມີຫລາຍຄົນທີ່ຈົບການສຶກສາຊັ້ນສູງພາຍໃນປະເທດແລ້ວໄປສຶກສາຕໍ່ທີ່
ຕ່າງປະເທດ ຊຶ່ງນັບແຕ່ປີ 1960 ເຖິງປີ 1970.
ໃນລະຍະປີ 1966 ເຖິງປີ 1976 ເມືອງອາດເປັນເມືອງຢູ່ໃນລະດັບທີໜຶ່ງຂອງ 5 ແຂວງພາກເໜືອທີ່ປະຊາຊົນຊາວເມືອງ
ອ່ານອອກຂຽນເປັນມາກກ່ວາ 80% ຂອງຈຳນວນພົນລະເມືອງທັງໝົດຂອງເມືອງ, ຫ້າແຂວງພາກເໜືອ: ແຂວງຫົວຂອງ,
ຟອງສາລີ, ຫລວງພະບາງ ແລະ ຫົວພັນ. ດັ່ງນັ້ນການຈະເລີນຂອງເມືອງນານຈຶ່ງໄດ້ຂະຫຍາຍໂຕຂຶ້ນທຸກໆປີນັບແຕ່ປີ
1960 ເປັນຕົ້ນມາ, ບໍ່ວ່າທາງສັງຄົມ ເສດຖະກິດ ແລະ ການເມືອງເເມ່ນຍົກໃຫ້ເມືອງນານເປັນເມືອງຕົວຢ່າງໃນການພັດ
ທະນາຮອບດ້ານ. ການສຶກສາເປັນເປົ້າໝາຍສຳຄັນຂອງລັດຖະບານໃນຍຸກນັ້ນທີ່ໄດ້ເອົາໃຈໃສ່ເພື່ອຍົກລະດັບສັງຄົມມະ
ນຸດພາຍໃນເມືອງໃຫ້ມີລະດັບການສຶກສາສູງຂຶ້ນເພື່ອຄວາມຕ້ອງການຂອງຊາດໃນອານາຄົດເພື່ອປະກອບສ່ວນເຂົ້າໃນ
ແຜນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງເໝືອນປະເທດອື່ນໆຢູ່ໃນໂລກນີ້. ແນ່ນອນທີ່ສຸດ ນັກລົງທຶນ ນັກທຸ
ລະກິດນ້ອຍບໍ່ວ່າພາຍໃນຫລືຢູ່ຕ່າງປະເທດກໍຈະແລໃສ່ ເມືອງໃດ ແຂວງໃດ ຫລື ປະເທດໃດ ທີ່ພວກເຂົາມີຄວາມໄວ້ວາງ
ໃຈແລະເຊື່ອໝັ້ນຖ້າພວກເຂົາຈະເຂົ້າມາລົງທຶນການຄ້າຂາຍຫລືສ້າງສາຖະໜົນຫົນທາງແລະອື່ນໆ. ດັ່ງທີ່ໄດ້ກ່າວມາ
ເບື້ອງຕົ້ນນັ້ນແລ້ວວ່າ ເມືອງນານເປັນເມືອງປອດສົງຄາມເຖິງວ່າສົງຄາມຍັງແຂ່ງກັນຍາດແຍ່ງດິນແດນ ຂ້າຟັນລັ່ນແທງ
ກັບຢູ່ກໍຕາມ ແຕ່ສົງຄາມນັ້ນບໍ່ໄດ້ເຂົ້າມາສ້າງຄວາມເສັຍຫາຍຫລືລ້າງຜານໃນໂຂງເຂດເມືອງນີ້ໄດ້, ດັ່ງນັ້ນຈຶ່ງມີນັກລົງ
ທຶນ ນັກຮັບເໝົາກໍ່ສ້າງບໍ່ວ່າພາຍໃນປະເທດແລະປະເທດເພື່ອນບ້ານກໍຄືປະເທດໄທກໍຫລັ່ງກັນເຂົ້າມາທຳທຸລະກິດຢູ່ທີ່
ເມືອງນານນັບປີນັບທະວິຄູນຂຶ້ນ ໃນທີ່ສຸດເມືອງນານກໍມີເສັ້ນທາງລົດອອກສູ່ຫລວງພະບາງທາງພາກເໜືອ ແລະ ລົງທາງ
ໃຕ້ກໍເຂົ້າໄປແຂວງໄຊຍະບູລີຊຶ່ງປະກາດເປັນໃຊ້ທາງການໃນປີ 1972. ນອກຈາກທາງສອງເສັ້ນນີ້ແລ້ວຍັງມີເສັ້ນທາງ
ເສັ້ນເກົ່າທີ່ປະຊາຊົນໃຊ້ເຫື່ອແຮງມະນຸດສ້າງທີ່ອອກຈາກເມືອງນານໄປສູ່ບ້ານຄົກຕົມກໍໄດ້ສ້າງເປັນທາງລົດຍົນອັນຖາ
ວອນ ແລະໄດ້ປະກາດເປີດໃຊ້ເປັນທາງການໃນປີດຽວກັນ. ທາງເມືອງຍັງໄດ້ຂະຫຍາຍຕາໜ່າງຂອງການສຶກສາຂຶ້ນ
ໂດຍທາງແຂວງໄດ້ເປີດໂຮງຮຽນອົບຮົມຄູຊັ້ນຕີຫລັກສູດສອງປີຂຶ້ນ, ສ້າງມັດທະຍົມສາມັນສຶກສາຂຶ້ນ ຊຶ່ງເປັນພຽງມັດ
ທະຍົມພາກຕົ້ນເທົ່ານັ້ນ ຄູ່ຄຽງກັນໄປກັບມັດທະຍົມເມືອງນານ ທາງອົງກອນສົງກໍໄດ້ເປີດມັດທະຍົມປາລີຂຶ້ນໃນປີດຽວ
ກັນ (1973) ແລະໂຮງໝໍກໍໄດ້ສ້າງເຜີ້ມເຕີມຂຶ້ນເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ.
ນີ້ລະຄືຜົນງານຂອງລັດຖະບານວຽງຈັນທີ່ຍາດແຍ່ງເວລາມາສ້າງສາເມືອງນານແລະກໍເມືອງອື່ນໆໃນປາງສົງຄາມ
ເຖິງເພິ່ນຈະມີພາລະໜັກທີ່ຮັບຜິດຊອບກ່ຽວກັບສົງຄາມຍັງຍາດແຍ່ງເວລາມາສ້າງສາພັດທະນາປະເທດຊາດໄດ້. ແຕ່
ກົງກັນຂ້າມກັບລັດຖະບານ ສປປລາວ ໃນຍຸກນີ້ທີ່ບໍມີສົງຄາມທີ່ຮັບຜິດຊອບເໝືອນລັດຖະບານວຽງຈັນ ແຕ່ການພັດທະ
ນາປະເທດແມ່ນ ໂຫລ່ຍໂທ່ຍ ທີ່ສຸດ ແລະທຽບໃສ່ລັດຖະບານເກົ່າຂອງຝ່າຍວຽງຈັນບໍໄດ້. ຖ້າລັດຖະບານວຽງຈັນຍັງ
ມີອຳນາດຢູ່ແລະປະເທດລາວຍັງເປັນລາຊາອານາຈັກ ດຽວນີ້ວຽງຈັນຄົງຈະເລີນແລະເປັນປະເທດທີ່ພັດທະນາແລ້ວ ດີ
ບໍດີໄປກ່ອນປະເືທດໄທ ແລະສູສີກັບສິງຄະໂປແລະເກົາຫລີໃຕ້.
ອາວະສານ.
Anonymous wrote:( ຕໍ່ຈາກສະບັບທີແລ້ວ )ເມືອງນານເປັນເມືອງນຶ່ງທີ່ສ້າງປັ້ນສັບພະຍາກອນມະນຸດຂຶ້ນມາຈົນກັບກາຍເປັນເມືອງອັນດັບໜຶ່ງຂອງແຂວງພາຍຫລັງເມືອງຮ້ຽມທີ່ຄອງຕຳແໜ່ງອັນດັບໜຶ່ງມາຕັ້ງແຕ່ປີ 1956 ຈົນເຖິງປີ 1966, ຫລັງຈາກເມືອງຮ້ຽມຖືກທຳລາຍເຜົາຜານຈາກສົງຄາມຂອງທັງສອງຝ່າຍຈົນເປັນເຫດໃຫ້ເມືອງຮ້ຽມພ້ອມກັບໝູ່ບ້ານແລະຕາແສງຕ່າງໆທັ້ງເມືອງກາຍມາເປັນບ້ານປ່າເມືອງຮ້າງ ແລະປະຊາຊົນຕ້ອງຖືກຕ້ອນໂຮມກັນອົບພະຍົບໜີອອກຈາກຖິ່ນຖານກຳເນີດໄປຢູ່ປົນກັບຄົນແຄ້ວນອື່ນຂອງທັງສອງຝ່າຍກໍຄືຝ່າຍປະເທດລາວແລະຝ່າຍລັດຖະບານວຽງຈັນ. ນັບແຕ່ປີ 1966 ເປັນຕົ້ນມາ ເມືອງນານກໍຄອງຕຳແໜ່ງອັນດັບໜຶ່ງທາງດ້ານປະຊາຊົນຊາວເມືອງໄດ້ຮັບການສຶກສາຈົບຂັ້ນປະຖົມສຶກສາຂຶ້ນຮອດຈົບມັດທະຍົມຕົ້ນແລະປາຍ, ທາງວິຊາຊີບທົ່ວໆໄປ ແລະຍັງມີຫລາຍຄົນທີ່ຈົບການສຶກສາຊັ້ນສູງພາຍໃນປະເທດແລ້ວໄປສຶກສາຕໍ່ທີ່ຕ່າງປະເທດ ຊຶ່ງນັບແຕ່ປີ 1960 ເຖິງປີ 1970. ໃນລະຍະປີ 1966 ເຖິງປີ 1976 ເມືອງອາດເປັນເມືອງຢູ່ໃນລະດັບທີໜຶ່ງຂອງ 5 ແຂວງພາກເໜືອທີ່ປະຊາຊົນຊາວເມືອງອ່ານອອກຂຽນເປັນມາກກ່ວາ 80% ຂອງຈຳນວນພົນລະເມືອງທັງໝົດຂອງເມືອງ, ຫ້າແຂວງພາກເໜືອ: ແຂວງຫົວຂອງ,ຟອງສາລີ, ຫລວງພະບາງ ແລະ ຫົວພັນ. ດັ່ງນັ້ນການຈະເລີນຂອງເມືອງນານຈຶ່ງໄດ້ຂະຫຍາຍໂຕຂຶ້ນທຸກໆປີນັບແຕ່ປີ1960 ເປັນຕົ້ນມາ, ບໍ່ວ່າທາງສັງຄົມ ເສດຖະກິດ ແລະ ການເມືອງເເມ່ນຍົກໃຫ້ເມືອງນານເປັນເມືອງຕົວຢ່າງໃນການພັດທະນາຮອບດ້ານ. ການສຶກສາເປັນເປົ້າໝາຍສຳຄັນຂອງລັດຖະບານໃນຍຸກນັ້ນທີ່ໄດ້ເອົາໃຈໃສ່ເພື່ອຍົກລະດັບສັງຄົມມະນຸດພາຍໃນເມືອງໃຫ້ມີລະດັບການສຶກສາສູງຂຶ້ນເພື່ອຄວາມຕ້ອງການຂອງຊາດໃນອານາຄົດເພື່ອປະກອບສ່ວນເຂົ້າໃນແຜນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງເໝືອນປະເທດອື່ນໆຢູ່ໃນໂລກນີ້. ແນ່ນອນທີ່ສຸດ ນັກລົງທຶນ ນັກທຸລະກິດນ້ອຍບໍ່ວ່າພາຍໃນຫລືຢູ່ຕ່າງປະເທດກໍຈະແລໃສ່ ເມືອງໃດ ແຂວງໃດ ຫລື ປະເທດໃດ ທີ່ພວກເຂົາມີຄວາມໄວ້ວາງໃຈແລະເຊື່ອໝັ້ນຖ້າພວກເຂົາຈະເຂົ້າມາລົງທຶນການຄ້າຂາຍຫລືສ້າງສາຖະໜົນຫົນທາງແລະອື່ນໆ. ດັ່ງທີ່ໄດ້ກ່າວມາເບື້ອງຕົ້ນນັ້ນແລ້ວວ່າ ເມືອງນານເປັນເມືອງປອດສົງຄາມເຖິງວ່າສົງຄາມຍັງແຂ່ງກັນຍາດແຍ່ງດິນແດນ ຂ້າຟັນລັ່ນແທງກັບຢູ່ກໍຕາມ ແຕ່ສົງຄາມນັ້ນບໍ່ໄດ້ເຂົ້າມາສ້າງຄວາມເສັຍຫາຍຫລືລ້າງຜານໃນໂຂງເຂດເມືອງນີ້ໄດ້, ດັ່ງນັ້ນຈຶ່ງມີນັກລົງທຶນ ນັກຮັບເໝົາກໍ່ສ້າງບໍ່ວ່າພາຍໃນປະເທດແລະປະເທດເພື່ອນບ້ານກໍຄືປະເທດໄທກໍຫລັ່ງກັນເຂົ້າມາທຳທຸລະກິດຢູ່ທີ່ເມືອງນານນັບປີນັບທະວິຄູນຂຶ້ນ ໃນທີ່ສຸດເມືອງນານກໍມີເສັ້ນທາງລົດອອກສູ່ຫລວງພະບາງທາງພາກເໜືອ ແລະ ລົງທາງໃຕ້ກໍເຂົ້າໄປແຂວງໄຊຍະບູລີຊຶ່ງປະກາດເປັນໃຊ້ທາງການໃນປີ 1972. ນອກຈາກທາງສອງເສັ້ນນີ້ແລ້ວຍັງມີເສັ້ນທາງເສັ້ນເກົ່າທີ່ປະຊາຊົນໃຊ້ເຫື່ອແຮງມະນຸດສ້າງທີ່ອອກຈາກເມືອງນານໄປສູ່ບ້ານຄົກຕົມກໍໄດ້ສ້າງເປັນທາງລົດຍົນອັນຖາວອນ ແລະໄດ້ປະກາດເປີດໃຊ້ເປັນທາງການໃນປີດຽວກັນ. ທາງເມືອງຍັງໄດ້ຂະຫຍາຍຕາໜ່າງຂອງການສຶກສາຂຶ້ນໂດຍທາງແຂວງໄດ້ເປີດໂຮງຮຽນອົບຮົມຄູຊັ້ນຕີຫລັກສູດສອງປີຂຶ້ນ, ສ້າງມັດທະຍົມສາມັນສຶກສາຂຶ້ນ ຊຶ່ງເປັນພຽງມັດທະຍົມພາກຕົ້ນເທົ່ານັ້ນ ຄູ່ຄຽງກັນໄປກັບມັດທະຍົມເມືອງນານ ທາງອົງກອນສົງກໍໄດ້ເປີດມັດທະຍົມປາລີຂຶ້ນໃນປີດຽວກັນ (1973) ແລະໂຮງໝໍກໍໄດ້ສ້າງເຜີ້ມເຕີມຂຶ້ນເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ. ນີ້ລະຄືຜົນງານຂອງລັດຖະບານວຽງຈັນທີ່ຍາດແຍ່ງເວລາມາສ້າງສາເມືອງນານແລະກໍເມືອງອື່ນໆໃນປາງສົງຄາມເຖິງເພິ່ນຈະມີພາລະໜັກທີ່ຮັບຜິດຊອບກ່ຽວກັບສົງຄາມຍັງຍາດແຍ່ງເວລາມາສ້າງສາພັດທະນາປະເທດຊາດໄດ້. ແຕ່ກົງກັນຂ້າມກັບລັດຖະບານ ສປປລາວ ໃນຍຸກນີ້ທີ່ບໍມີສົງຄາມທີ່ຮັບຜິດຊອບເໝືອນລັດຖະບານວຽງຈັນ ແຕ່ການພັດທະນາປະເທດແມ່ນ ໂຫລ່ຍໂທ່ຍ ທີ່ສຸດ ແລະທຽບໃສ່ລັດຖະບານເກົ່າຂອງຝ່າຍວຽງຈັນບໍໄດ້. ຖ້າລັດຖະບານວຽງຈັນຍັງມີອຳນາດຢູ່ແລະປະເທດລາວຍັງເປັນລາຊາອານາຈັກ ດຽວນີ້ວຽງຈັນຄົງຈະເລີນແລະເປັນປະເທດທີ່ພັດທະນາແລ້ວ ດີບໍດີໄປກ່ອນປະເືທດໄທ ແລະສູສີກັບສິງຄະໂປແລະເກົາຫລີໃຕ້. ອາວະສານ.
ອ່ານເບີ່ງບົດປະພັນຂອງທ່ານແລ້ວ ຄືວ່າເມືອງນານນີ້ໄດ້ຮັບການພັທນາ ຈເຣີນສີວິລັຍມາແຕ່ດົນນານເນາະ
ແຕ່ກໍ່ແປກຢູ່ບ່ອນວ່າ ຖນົນຈາກຫລວງພຣະບາງ ຜ່ານເມືອງນານ ຂ້າມຂອງໄປຫາໄຊຍະບູຣີ ແມ່ນຫາກໍ່ເກີດ
ມທາງປູຫີນແຮ່ໃນລະຫວ່າງ 1988 ຫາ 90 ແລະ ຫາກໍ່ມີທາງປູຢາງ ພ້ອມດ້ວຍຂົວຂ້າມນ້ຳຂອງເມື່ອ 2ປີຜ່ານ
ມານີ້ ໃນສມັຍພຣະຣາຊອານາຈັກລາວ ການເດີນທາງອາສັຍແຕ່ທາງນ້ຳເປັນຕົ້ນຕໍ, ໄຟຟ້າໃຊ້ກໍ່ມີໃນຊຸມປີ 90
ມານີ້. ປະຊາຊົນທຸກຍາກຍ້ອນຣະບອບຣາຊາທິປະຕັຍຄອບງຳມາຕັງຫລາຍສັຕວັດ ຫາກໍ່ລົດຜ່ອນລົງໄດ້ໃນ
ປີ 2015ນີ້, ປະຊາຊົນກືກຫນັງສືເປັນຈຳນວນຫລວງຫລາຍຫາກໍ່ປະກາດຈົບຊັ້ນປະຖົມທົ່ວປະເທດໄດ້ໃນປີ 2015ນີ້
ບໍ່ຮູ້ວ່າທ່ານປຽບທຽບໄດ້ແນວໃດ ຈື່ງວ່າເມືອງນານຈະເຣີນມາແຕ່ສມັຍນັ້ນ
ປະຊາຊົນລາວກືກຫນັງສືຫລາຍທີ່ສຸດ ຫລັງປົດປອ່ຍມານີ້ລະ
ເພາະພັກລັດບໍ່ມີງົບປະມານໃຫ້ການສຶກສາ ປະປ່ອຍໃຫ້ຕາມມີຕາມເກີດ
ເງີນເດືອນຄຣູ 3-4 ເດືອນຍັງບໍ່ເບີກຈາຍໃຫ້ເຂົາ ແລ້ວຜູ້ໃດຊິມີຈິດໃຈສອນ
ຄຣູ ບ້ານນອກຕາມຫົວເມືອງຕ່າງໆ ຕ້ອງປີດຮຽນ ແບກແຫລົງໜອງປາ ຫາລຽ້ງ
ຄອບຄົວເພື່ອຄວາມຢູ່ລອດຊີວິດປະຈຳວັນ
ໂຮງຮຽນລະບອບເກົ່າສ້າງ
ໂຮງຮຽນຫລັງປົດປອ່ຍໃໜ່ ພັກລັດສ້າງ
ອ່ານເບີ່ງບົດປະພັນຂອງທ່ານແລ້ວ ຄືວ່າເມືອງນານນີ້ໄດ້ຮັບການພັທນາ ຈເຣີນສີວິລັຍມາແຕ່ດົນນານເນາະແຕ່ກໍ່ແປກຢູ່ບ່ອນວ່າ ຖນົນຈາກຫລວງພຣະບາງ ຜ່ານເມືອງນານ ຂ້າມຂອງໄປຫາໄຊຍະບູຣີ ແມ່ນຫາກໍ່ເກີດມທາງປູຫີນແຮ່ໃນລະຫວ່າງ 1988 ຫາ 90 ແລະ ຫາກໍ່ມີທາງປູຢາງ ພ້ອມດ້ວຍຂົວຂ້າມນ້ຳຂອງເມື່ອ 2ປີຜ່ານມານີ້ ໃນສມັຍພຣະຣາຊອານາຈັກລາວ ການເດີນທາງອາສັຍແຕ່ທາງນ້ຳເປັນຕົ້ນຕໍ, ໄຟຟ້າໃຊ້ກໍ່ມີໃນຊຸມປີ 90ມານີ້. ປະຊາຊົນທຸກຍາກຍ້ອນຣະບອບຣາຊາທິປະຕັຍຄອບງຳມາຕັງຫລາຍສັຕວັດ ຫາກໍ່ລົດຜ່ອນລົງໄດ້ໃນປີ 2015ນີ້, ປະຊາຊົນກືກຫນັງສືເປັນຈຳນວນຫລວງຫລາຍຫາກໍ່ປະກາດຈົບຊັ້ນປະຖົມທົ່ວປະເທດໄດ້ໃນປີ 2015ນີ້ ບໍ່ຮູ້ວ່າທ່ານປຽບທຽບໄດ້ແນວໃດ ຈື່ງວ່າເມືອງນານຈະເຣີນມາແຕ່ສມັຍນັ້ນ
ທ່ານໂອເວີຊີແມັນ ເຄີຍເຫັນອອກມາຕ້ານທຸກກະທູ້ທີ່ຍົກເອົາຄວາມຈິງຂອງບ້ານເມືອງໃນອາດີດຂອງຣັຖະບານວຽງຈັນ
ອອກມາບໍຣິໂພກແກ່ຜູ້ທີ່ເຂົ້າມາຢ້ຽມຢາມເວັບບອດຂອງລາວໂຮມລາວເພື່ອປະຊາທິປະຕັຍນີ້ມີຕລອດ. ຂ້າພະເຈົ້າບໍແປກ
ໃຈດອກທີ່ທ່ານອອກມາດິດເຄຣດິສຂອງທ່ານຜູ້ຂຽນປວັດຂອງເມືອງນານນີ້. ເສັ້ນທາງຣົຖແຕ່ຫລວງພະບາງເຖິງເມືອງນານ
ນັນ ແລະຈາກເມືອງນານໄປຫາບ້ານປາກຄອນແລະເສື່ອມຕໍ່ບ້ານທີ່ເດື່ອແຂວງໄຊຍະບູຣີນັ້ນໄດ້ສ້າງສຳເຣັດແລະປະກາດໃຊ້
ເປັນທາງການໃນປີ 1973. ທີ່ທ່ານກ່າວວ່າເປັນພຽງຖນົນປູດ້ວຍຫີນແຮ່ຫລືດິນແດງກໍຈິງຢູ່ ແຕ່ຢ່າງໜ້ອຍກໍເປັນຜົນງານຂອງ
ຣັຖະບາລພຣະຣາຊະອານາຈັກລາວທີ່ຣິເຣີ່ມສ້າງເພື່ອການຄົມະນາຄົມເພື່ອໃຫ້ຄວາມສະດວກແກ່ສັງຄົມຫລືປະຊາຊົນທີ່
ອາສັຍຢູ່ໃນເຂດນັ້ນ, ທ່ານບໍ່ຮູ້ຄວາມຈິງບໍ່ຕ້ອງອອກມາກ່າວ. ທາງປູຢາງຈາກຫລວງພະບາງຜ່ານເມືອງນານເຂົ້າສູ່ຂົວຂ້າມ
ແມ່ຂອງທີ່ບ້ານປາກຄອນເຂົ້າສູ່ເມືອງທ່າເດື່ອແຂວງໄຊຍະບູຣີນັ້ນ ກໍຈິງດັ່ງທ່ານກ່າວມາວ່າສຳເຣັດກໍ່ສ່້າງມາໃນຣະຍະຊ່ວງ
ປີ 2014-15 ນີ້ ແລະຢ່າງໜ້ອຍເສັ້ນທາງເກົ່າທີ່ຣັຖະບາລພຣະຣາຊະອານາຈັກສ້າງໄວ້ນນັ້ນ ຣັຖະບານ ສປປລາວ ກໍ Up
Grade ແລະຂຍາຍອອກພ້ອມທັງປູຢາງນັ້ນ ກໍກໍ່ສ້າງໄປຕາມຮ່ອງຮອຍຫລທເສັ້ນທາງສາຍເກົ່າເກົ່າທີ່ສ້າງໄວ້ໃນເມືອ່ກ່ອນ
ໜ້ານັ້ນທັງໝົດ.
ສ່ວນທີ່ວ່າປະຊາຊົນເມືອງນານກືກໜັງສືທັງເມືອງນັ້ນ ແມ່ນທ່ານຫລັບຫູຫລັບຕາເວົ້າອອກມາໄດ້ແນວໃດ? ທາງທີ່ດີທ່ານ
ຄວນຫງັບປາກແລະສະຕິອາຣົມໄວ້ຈະດີກ່ວາ ດຽວຈະເປັນໂຣຄຫົວໃຈວາຍຕາຍໄດຕູ້.
[video=https://search.yahoo.com/search;_ylt=Avk_xTbdeFM2o6S8MDcss9ebvZx4?p=lycee+luang+prabang+laos&toggle=1&cop=mss&ei=UTF-8&fr=yfp-t-118&fp=1]
ມືນຫູມືນຕາຫລືຕີ່ຕາເບິ່ງເອົາ ທ່ານ Overseas Man ວ່າຣັຖະບານ ພຣະຣາຊະອານາຈັກ
ເພິ່ນຍາດແຍ່ງທັງທຶນ ທັງເວລາມາສ້າງຣະບົບການສຶກສາ$ນອາດີດນັ້ນເປັນແນວໃດ. ຢ່າ
ມັກແຕ່ອ້າປາກອອກມາຕ້ານໝູ່ຫລາຍ.
Anonymous wrote:[video=https://search.yahoo.com/search;_ylt=Avk_xTbdeFM2o6S8MDcss9ebvZx4?p=lycee+luang+prabang+laos&toggle=1&cop=mss&ei=UTF-8&fr=yfp-t-118&fp=1]ມືນຫູມືນຕາຫລືຕີ່ຕາເບິ່ງເອົາ ທ່ານ Overseas Man ວ່າຣັຖະບານ ພຣະຣາຊະອານາຈັກເພິ່ນຍາດແຍ່ງທັງທຶນ ທັງເວລາມາສ້າງຣະບົບການສຶກສາ$ນອາດີດນັ້ນເປັນແນວໃດ. ຢ່າມັກແຕ່ອ້າປາກອອກມາຕ້ານໝູ່ຫລາຍ.
ຂໍເປັນກຳມະການໃຫ້ພວກເຈົ້າທັງສອງເດີ້.
ຢາກໃຫ້ Overseas Man ນຳເອົາຮູບໂຮງຮຽນແລະຖະໜົນຫລືທາງຣົດ
ຂອງຝາກຝ່າຍແນວລາວຮັກຊາດຢູ່ຊຳເໜືອຫລືເຂດປົກຄອງອື່ນໆກ່ອນ
1975 ອອກມາໂຊສັງຄົມເບິ່ງດູ ທີ່ວ່າເຈົ້ານັ້ນຍ້ອງໜັກຍ້ອງໜາວ່າຝ່າຍແນວລາວສ້າງ
ສາບ້ານເມືອງດີກ່ອນຝ່າຍອະດີດວຽງຈັນໃນສມັຍສົງຄາມ.
Anonymous wrote:ຂໍເປັນກຳມະການໃຫ້ພວກເຈົ້າທັງສອງເດີ້.ຢາກໃຫ້ Overseas Man ນຳເອົາຮູບໂຮງຮຽນແລະຖະໜົນຫລືທາງຣົດຂອງຝາກຝ່າຍແນວລາວຮັກຊາດຢູ່ຊຳເໜືອຫລືເຂດປົກຄອງອື່ນໆກ່ອນ1975 ອອກມາໂຊສັງຄົມເບິ່ງດູ ທີ່ວ່າເຈົ້ານັ້ນຍ້ອງໜັກຍ້ອງໜາວ່າຝ່າຍແນວລາວສ້າງສາບ້ານເມືອງດີກ່ອນຝ່າຍອະດີດວຽງຈັນໃນສມັຍສົງຄາມ.
ຈັ່ງແມ່ນເວົ້າແບບເດັກອົມມືເນາະ, ແມ່ນເອົາສມອງສ່ວນໃດມາຄິດ ກີນຫຍັງມາຄິດ
ກະຮູ້ຢູ່ເດວ່າພວກ ອຳນາດການປົກຄອງຫຸ່ນ ປະຕິການຂາຍຊາດ ເອົາຈັກະພັດ
ອະເມຣິກາ ມາຖີ້ມຣະເບີດ ຢູ່ບໍ່ຂາດສາຍຈົນເງີຍຫົວ ເງີຍຄໍບໍ່ໄດ້. ແມ່ນແຕ່ຈະປຸກເຮືອນ
ຢູ່ກະຍັງບໍ່ໄດ້, ເຮັດນາປູກເຂົ້າກີນກະຍັງບໍ່ໄດ້ ເຮັດແນວໃດຈະສ້າງຖນົນຫົນທາງໄດ້.
ສມັຍພວກຫຸ່ນປະຕິການຂາຍຊາດຢູ່ເຮັດຫຍັງໄດ້ພໍປະມານແດ່, ທາງແຕ່ວຽງຈັນ
ໄປຫາບ້ານຂ້ອຍ ເມືອງວັງວຽງ ລົດພໍແຕ່ຫມົ້ນໄປໄດ້ ໃຊ້ເວລາເດີນທາງເປັນມື້ ຢ່າໂມ້ຫລາຍ
Overseas Man wrote:Anonymous wrote:ຂໍເປັນກຳມະການໃຫ້ພວກເຈົ້າທັງສອງເດີ້.ຢາກໃຫ້ Overseas Man ນຳເອົາຮູບໂຮງຮຽນແລະຖະໜົນຫລືທາງຣົດຂອງຝາກຝ່າຍແນວລາວຮັກຊາດຢູ່ຊຳເໜືອຫລືເຂດປົກຄອງອື່ນໆກ່ອນ1975 ອອກມາໂຊສັງຄົມເບິ່ງດູ ທີ່ວ່າເຈົ້ານັ້ນຍ້ອງໜັກຍ້ອງໜາວ່າຝ່າຍແນວລາວສ້າງສາບ້ານເມືອງດີກ່ອນຝ່າຍອະດີດວຽງຈັນໃນສມັຍສົງຄາມ. ຈັ່ງແມ່ນເວົ້າແບບເດັກອົມມືເນາະ, ແມ່ນເອົາສມອງສ່ວນໃດມາຄິດ ກີນຫຍັງມາຄິດກະຮູ້ຢູ່ເດວ່າພວກ ອຳນາດການປົກຄອງຫຸ່ນ ປະຕິການຂາຍຊາດ ເອົາຈັກະພັດອະເມຣິກາ ມາຖີ້ມຣະເບີດ ຢູ່ບໍ່ຂາດສາຍຈົນເງີຍຫົວ ເງີຍຄໍບໍ່ໄດ້. ແມ່ນແຕ່ຈະປຸກເຮືອນຢູ່ກະຍັງບໍ່ໄດ້, ເຮັດນາປູກເຂົ້າກີນກະຍັງບໍ່ໄດ້ ເຮັດແນວໃດຈະສ້າງຖນົນຫົນທາງໄດ້.ສມັຍພວກຫຸ່ນປະຕິການຂາຍຊາດຢູ່ເຮັດຫຍັງໄດ້ພໍປະມານແດ່, ທາງແຕ່ວຽງຈັນໄປຫາບ້ານຂ້ອຍ ເມືອງວັງວຽງ ລົດພໍແຕ່ຫມົ້ນໄປໄດ້ ໃຊ້ເວລາເດີນທາງເປັນມື້ ຢ່າໂມ້ຫລາຍ
ເຄີຍທຽວເມືອຫລວງພະບາງພາຍຫລາຍເທື່ອຫລັງເຊັນສັນຍາຢຸດຍິງປີ 1973 ກ່ອນສ້າງຕັ້ງຣັຖະບານປະສົມສອງຝ່າຍ
ແລະໃຊ້ຣົດຈັກໄປເປັນໝູ່ກັນຫລາຍກ່ວາສິບຄົນແຕ່ລະເທື່ອ. ອອກຈາກວຽງຈັນ 6ໂມງ ເຊົ້າ ໄປເຖິງວັງວຽງ 11 ໂມງ
ເຊົ້າວັນດຽວກັນ ໃຊ້ເວລາພຽງ 5ຊົ່ວໂມງ ເທົ່ານັ້ນ. ພັກຢູ່ວັງວຽງໃນວັນດັ່ງກ່າວນັ້ນແລະກໍອກເດີນທາງໃນມື້ຕໍ່ມາແຕ່
6ໂມງ ເຊົ້າ ແລະໄປຮອດສາລາພຄູນໃຕເວລາຕອນທ່ຽງ 12ໂມງສວາຍວັນດຽວກັນ ໃຊ້ເວລາ 6ຊົ່ວໂມງ ເພາະມີທາງ
ຂຶ້ນພູແລະທາງໂຄ້ງຫລາຍສິບແຫ່ງຊຶ່ງເຣີ່ທແຕ່ກາສີຂຶ້ນໄປ. ອອກຈາກສາລາພູຄູນ 1ໂມງແລງໄປເຖິງເມືອງຊຽງເງິນ
ແຂວງຫລວງພະບາງເວລາ 5 ໂມງແລງັນດຽວກັນ ພັກຜ່ອນຢູ່ຊຽງເງິນບາງເທື່ອ ແລະ ແລ່ນຕໍ່ເຂົ້າເມືອງຫລວງພະບາງ
ເລີຍກໍບາວເທື່ອຄືກັນ ແລະໃຊ້ເວລາພຽງຊົ່ວໂມງເຄິງເທົ່ານັ້ນວ່າຢ່າງຊ່າ ແຕ່ປົກະຕິແລ້ວພຽງຊົ່ວໂມງສິບນາທີເທົ່ານັ້ນ.
ບໍ່ມີຈັກເທື່ອດອກທີ່ຂີ່ຣົດແຕວຽງຈັນຫາວັງວຽງທີ່ໃຊ້ເວລາໝົດມີ້ໝົດເວັນທີ່ອາດຍາເວົ້ານັ້ນ, ຫົທາງກໍບໍ່ເປັນຄືອາດຍາວ່າ
ມານັ້ນດອກ ມັນກໍຫລົມຣົດສອງຄັນຢູ່ແລ້ວ ຕ່າງແຕ່ເປັນເສັ້ນທາງປູຫີນແຮ່ນ້ອຍປົນຫລືມິກສ໌ກັບດິນແດງ ແຕ່ກໍບໍ່ເຖິງ
ຂັ້ນທາງເປັນເບື່ອມເປັນຕົມເໝືອນທຸກວັນນີ້. ຖ້າເດີນທາງດ້ວຍຣົດໂດຍສານສອງແຖວແມ່ນໃຊ້ເວລາວດົນນານກ່ອນຣົດ
ສ່ວນຕົວຫຼືແທັກຊີ ເພາະຣົດສອງແຖວແມ່ນຈອດຮັບຂຶ້ນແລະລົງຂອງຜູ້ໂດສານໄປສຸດທາງ, ເຖິງປານນັ້ນອອກຈາກວຽງ
ຈັນຫາວັງວຽງກໍຢູ່ໃນຮາວ 7 ຫາ 8 ຊົ່ວໂມງເທົ່ານັ້ນ ກໍຄື ອອກຈາກວຽງຈັນ 7ໂມງເຊົ້າ ເຖິງວັງວຽງ 2 ຫຼື 3 ໂມງແລງ
ຖ້າເປັນຣົດໂດຍສານສອງແຖວ, ຖ້າເປັນຣົດສ່ວນຕົວຫຼືແທັກຊີ ແມ່ນເຖິງວັງວຽງເວລາ 11ເຄິ່ງເຊົ້າວັນດຽວກັນ