ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເສດຖະກິດຕົກຕ່ຳ ເງິນກີບເຟີ້ ສະທ້ອນແນວຄິດການເມືອງລາວ
Anonymous

Date:
ເສດຖະກິດຕົກຕ່ຳ ເງິນກີບເຟີ້ ສະທ້ອນແນວຄິດການເມືອງລາວ
Permalink   
 


ເສດຖະກິດຕົກຕ່ຳ ເງິນກີບເຟີ້ ສະທ້ອນແນວຄິດການເມືອງລາວ


ຂດພິເສດ ສາມຫຼ່ຽມຄຳ ມີອາຊຍາກັມ ຫຼາຍຢ່າງ ລາວຄວມຄຸມບໍ່ໄດ້

861bee10-f60d-441a-b60b-cee41fc64daa.jpe

 

“ມາເຟັຍທັງໝົົດ ທີ່ເຂົ້າມາໃນປະເທດໄທຍ, ກັມພູຊາ, ລາວ, ພະມ້າ ແລະ ຟີລິບປິນສ໌. ຈະສັງເຫດເຫັນວ່າ ຈີນຕ່າງໆເຫຼົ່ານີ້ ເຂົ້າໄປໃນປະເທດ ທີ່ມີລະບົບອ່ອນແອ, ມີຄໍຣັບຊັ່ນ ຫຼືການສໍ້ຣາສບັງຫຼວງຫຼາຍ ໃນໝູ່ຣັຖກອນ. ຈີນ ທີ່ເຮັດທຸຣະກິຈສີເທົາ-ສີດຳ ຈະບໍ່ໄປປະເທດ ທີ່ມີກົດໝາຍເຂັ້ມແຂງ ເຊັ່ນສິງກະໂປຣ໌, ມາເລເຊັຽ ຫຼືປະເທດ ທີ່ມີລະບົບ ທີ່ໂປ່ງໃສ ພຽງພໍ.”

ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ເປັນເຂດພິເສດ ທີ່ຖືກຄອບຄຸມ ດ້ວຍກຸ່ມຄົນຈີນ ທີ່ເອີ້ນວ່າ ໜ່ວຍສະເພາະກິຈ; ເຈົ້າໜ້າທີ່ລາວ ບໍ່ສາມາດເຂົ້າໄປໃກ້ໄດ້ເລີຍ; ຜູ້ໃດມີບັນຫາຫຍັງ ພາຍໃນເຂດ ເສຖກິຈພິເສດ ກໍຕ້ອງໂທຫາ ໜ່ວຍສະເພາະກິຈ ດັ່ງກ່າວ.

ດັ່ງຜູ້ຍິງລາວຄົນນຶ່ງ ທີ່ເຮັດວຽກ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ແລະທີ່ເວົ້າ ເປັນພາສາໄທຍ ກັບວິທະຍຸ ເອເຊັຽ ເສຣີ ເພາະຢ້ານບໍ່ມີຄວາມປອດພັຍວ່າ:

“ສົມມຸດວ່າ ຖ້າຢູ່ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ແລະຖ້າມີເຣື່ອງ ກໍຕ້ອງໂທໄປຫາ ໜ່ວຍສະເພາະກິຈ ໂດຍກົງ. ຕຳຣວດນອກ ຫຼືຕຳຣວດລາວ ທີ່ຢູ່ນອກ ກໍຈະຊ່ອຍຫຍັງບໍ່ໄດ້ ກໍຍ້ອນວ່າ ຂະເຈົ້າບໍ່ໄດ້ຄຸມຢູ່ບ່ອນນັ້ນ. ຂ້າງໃນນັ້ນ ກໍຈະເປັນສະເພາະກິຈ ຫຼືຍາມ ທີ່ເບິ່ງແຍງເທົ່ານັ້ນ ຕຳຣວດພາຍນອກ ຈະຊ່ວຍອີຫຍັງບໍ່ໄດ້ເລີຍ.

ເຈົ້າໜ້າທີ່ຕຳຣວດລາວ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊຶ່ງເປັນບ່ອນເຂດເສຖກິຈ ພິເສດ ສາມຫຼ່ຽມ ຕັ້ງຢູ່ ກໍກ່າວໃນວັນທີ່ 21 ພຶສຈິກາ 2022 ກັບວິທະຍຸ ເອເຊັຽ ເສຣີ ໃນທຳນອງດຽວກັນວ່າ ຖ້າຄົນງານລາວ ຫຼືຄົນງານຕ່າງປະເທດ ທີ່ເຮັດວຽກ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ຕ້ອງການການຊ່ວຍເຫຼືອ ກໍຕ້ອງຕິດຕໍ່ ກັບໜ່ວຍສະເພາະກິຈ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ເທົ່ານັ້ນ ເພາະວ່າ ເຈົ້າໜ້າທີ່ລາວ ຫຼືຕຳຣວດລາວ ບໍ່ມີສິດ, ບໍ່ມີອຳນາດ ທີ່ຈະເຂົ້າໄປແກ້ໄຂຫຍັງໄດ້ ໃນເຂດດັ່ງກ່າວ.

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard