ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພວກຖ່ວງດືງຄວາມຄວາມຈະເລີນປະເທດຊາດ
Anonymous

Date:
ພວກຖ່ວງດືງຄວາມຄວາມຈະເລີນປະເທດຊາດ
Permalink   
 


ພວກຖ່ວງດືງຄວາມຄວາມຈະເລີນປະເທດຊາດ

ທາງການລາວ ຈະນຳການປົກຄອງ ລະດັບຕາແສງ ມາໃຊ້ຄືນ

ຄະນະບໍຣິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ອອກມະຕິສະບັບເລຂທີ 5/ຄບສພ ລົງວັນທີ 05 ກັນຍາ 2023 ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂຍາຍ ແນວທາງປ່ຽນແປງໃໝ່ ລວງເລິກສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການ ນຳພາຂອງພັກ ເຊິ່ງຈະມີການປ່ຽນແປງໃໝ່ ບາງດ້ານກ່ຽວກັບກົລໄກ, ກົງຈັກ, ການຈັດຕັ້ງພັກ-ຣັຖຂັ້ນສູນກາງ ແລະ ທ້ອງຖິ່ນໂດຍຈະຄົ້ນຄ້ວາ ເຂົ້າໃນການນຳໃຊ້ການປົກຄອງ 3 ຂັ້ນຄື, ແຂວງ, ເມືອງ ແລະ ຕາແສງ. ສ່ວນບ້ານຈະຖືກຫັນປ່ຽນໄປ ເປັນການຈັດຕັ້ງຂອງຊຸມຊົນ ໂດຍມີການການເລືອກຕັ້ງ ຕາມກົດໝາຍທີ່ກ່ຽວຂ້ອງ, ອີງຕາມການຣາຍງານຂອງ

ໜັງສືພິມປະຊາຊົນ ໃນວັນທີ 21 ພຶສຈິກາ 2023.

ກ່ຽວກັບເຣື່ອງນີ້ ໂດຍສະເພາະການຄົ້ນຄ້ວາ ຫັນກັບໄປໃຊ້ການປົກຄອງ ທີ່ມີຂັ້ນຕາແສງ ກຳລັງຢູ່ໃນລະຫວ່າງການຄົ້ນຄ້ວາ ແລະ ຫາລືຢູ່ໃນຫຼາຍແຂວງ ແຕ່ຍັງເປັນພຽງແຕ່ແນວຄິດ ບໍ່ທັນມີມະຕິແບບເປັນທາງການເທື່ອວ່າ ຈະກັບມານຳໃຊ້ການປົກຄອງໃນຂັ້ນຕາແສງ ເມື່ອໃດແທ້.

ດັ່ງເຈົ້າໜ້າທີ່ຂແນງການປົກຄອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ພຶສຈິການີ້ວ່າ:

“ຍັງບໍ່ຈັດຕັ້ງປະຕິບັດບໍ່ທັນໄດ້ ຍາມໃດເພິ່ນຍັງບໍ່ໄດ້ເຊື່ອມຊືມ ເທື່ອນ່າ ເຂົາເຈົ້າເວົ້າຢູ່ວ່າຕໍ່ໄປ ຊິເປັນຕາແສງ ແຕ່ວ່າດຽວນີ້ກາບໍ່ທັນໄດ້ອັນນັ້ນ ບໍ່ທັນໄດ້ຈັດຕັ້ງປະຕິບັດ.”

ເຈົ້າໜ້າທີ່ຂແນງການປົກຄອງ ອີກທ່ານນຶ່ງກ່າວວ່າ ທ່ານໄດ້ຮັບຮູ້ມະຕິດັ່ງກ່າວແລ້ວ ແຕ່ກໍເຫັນວ່າຈະຍັງບໍ່ທັນໄດ້ມີການຈັດຕັ້ງປະຕິບັດໃນໄວໆ ນີ້ເທື່ອ ແລະເຊື່ອວ່າໜ້າຈະຜ່ານການຄົ້ນຄ້ວາ ພິຈາຣະນາ ແລະຮັບຮອງອີກຫຼາຍຂັ້ນຕອນ ຈຶ່ງຈະປັດຕິບັດໃນໂຕຈິງໄດ້.

 

 



__________________
Anonymous

Date:
Permalink   
 

45606b1ef5d048529ffe00f058960bbf.jpg

ຍຸກສັກດິນາຄອມມຸຍໄດ້ຂີ່ຣົຖໄຟຄວາມໄວສູງ ໄດ້ຂີ່ວິໂກ້ຂຶ້ນທາງດ່ວນ

ໄປກອດສາວຮ້ານເບຍຮ່ອມຄະຍອມ ຍັງບໍ່ດີໃຈຫວາທ່ານ ຫຳນ້ອຍ ?



__________________
Anonymous

Date:
Permalink   
 

Anonymous wrote:

45606b1ef5d048529ffe00f058960bbf.jpg

ຍຸກສັກດິນາຄອມມຸຍໄດ້ຂີ່ຣົຖໄຟຄວາມໄວສູງ ໄດ້ຂີ່ວິໂກ້ຂຶ້ນທາງດ່ວນ

ໄປກອດສາວຮ້ານເບຍຮ່ອມຄະຍອມ ຍັງບໍ່ດີໃຈຫວາທ່ານ ຫຳນ້ອຍ ?

ຮ້ານເບຍເຮົາກະບໍ່ໄດ້ໄປ ຣົົຖໄຟເຮົາກະບໍ່ໄດ້ຂີ່ິ

ອັນວິໂກ້ແລ່ນທາງດ່ວນແຮ່ງແລ້ວ ກອດສາວນ້ອຍ ຂານຸຸຸ້ມໆ ແຮ່ງບໍ່ມີເດີ້

ແລ້ວສິດີໃຈໄດ້ແນວໃດນໍ ທ່ານ ?


 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard