ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຜຈ ທະຫານລາວອອກຫນ້າວິຈານສື່ລາວແຮງ ໄຮ້ຄຸນນະພາບ
Anonymous

Date:
ເຜຈ ທະຫານລາວອອກຫນ້າວິຈານສື່ລາວແຮງ ໄຮ້ຄຸນນະພາບ
Permalink   
 


ເຜຈທະຫານລາວອອກຫນ້າວິຈານສື່ລາວແຮງ ໄຮ້ຄຸນນະພາບ



__________________
Anonymous

Date:
RE: ເຜຈ ທະຫານລາວອອກຫນ້າວິຈານສື່ລາວແຮງ ໄຮ້ຄຸນນະພາບ
Permalink   
 


ຖ້າຈະຈັດປະເພດ ຫຼື ສາຍຂອງສື່ສັງຄົມອອນລາຍບ້ານເຮົາ ທັງໃນຮູບແບບ Facebook, YouTube, TikTok ແລະອື່ນໆ ຈະແບ່ງໄດ້ປະມານນີ້:
1. ສາຍທ່ອງທ່ຽວທຳມະຊາດ ແລະ ວິຖີຊິວິດຂອງຄົນລາວ... ສາຍນີ້ຈະນຳສະເໜີກ່ຽວກັບສະຖານທີ່ທ່ອງທ່ຽວຕ່າງໆໃນລາວ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ຫຼື ມະນຸດສ້າງຂຶ້ນ ພ້ອມກັບນຳສະເໜີວິຖີຊິວິດຂອງປະຊາຊົນບັນດາເຜົ່າຕາມເສັ້ນທາງການທ່ອງທ່ຽວ, ເຊິ່ງຈະມີຜູ້ນຳສະເໜີເປັນຄົນລາວເອງ ແລະ ຕ່າງປະເທດຈຳນວນໜຶ່ງ... ການນຳສະເໜີແບບນີ້ແມ່ນດີຫຼາຍ ແຕ່ສາຍນີ້ຄົນນຳສະເໜີຄ່ອນຂ້າງໜ້ອຍ. (ດີຫຼາຍ)
2. ສາຍບັນເທິງ, ມ່ວນຊື່ນຊວນຫົວ ສາຍນີ້ມີທັງແບບທຸລະກິດການຕະຫຼາດ ແລະ ພຽງຕ້ອງການລາຍຮັບຈາກການເບິ່ງ. ຈະເນັ້ນຄວາມບັນເທິງສ້າງສີສັນຕະຫຼົກຊວນຫົວ ຕາມສະຕາຍຂອງແຕ່ລະຄົນ, ແຕ່ລະກຸ່ມ ສາມາດສ້າງສຽງຫົວ ແລະ ຄາຍຄວາມຄຽດຂອງຜູ້ເບິ່ງໄດ້...ເປັນສາຍທີ່ມີຫົວຄິດປະດິດສ້າງທີ່ດີຫຼາຍ, ສາຍນີ້ຢູ່ລາວ ມີຜູ້ນຳສະເໜີຫຼາຍພໍສົມຄວນ ເປັນເນື້ອຫາທີ່ສະບາຍໆ ເບົາສະໝອງ. (ດີຫຼາຍ)
3. ສາຍການຕະຫຼາດ ແລະ ທຸລະກິດ ສາຍນີ້ກໍ່ມີຫຼາຍ ຍິ່ງນັບມື້ຍິ່ງເພີ່ມຂຶ້ນ ຍິ່ງສະເພາະຂາຍເຄື່ອງອອນລາຍຍິ່ງຫຼາຍ ແຕ່ກໍ່ເປັນດາບສອງຄົມ ເພາະຈະມີພວກທີ່ຫາກິນສໍ້ໂກງໃນການຂາຍເຄື່ອງອອນລາຍ, ການຕົວະຍົວະໃນການເຮັດທຸລະກິດອື່ນໆ ໂດຍສະເພາະການຕົວະໃຫ້ລົງທຶນອອນລາຍ...ໃຫ້ມີສະຕິບັນຫາທ່ານ "ໃນໂລກນີ້ເງີນບໍ່ໄດ້ແລ່ນມາຫາເຮົາງ່າຍ ຖ້າບໍ່ລົງມືເຮັດ". (ປານການ)
4. ສາຍຂ່າວ(ໄຮ້ການວິເຄາະ) ຫຼື ຂ່າວໃສ່ສີຕີໄຂ່ ຈະເປັນກຸ່ມຄົນ ຫຼື ບຸກຄົນທີ່ຢູ່ນອກປະເທດລາວເປັນສ່ວນໃຫຍ່(ເພາະຖ້າຢູ່ໃນປະເທດລາວແມ່ນບໍ່ລອດ) ຈະມັກສ້າງຂ່າວເກີນຈິງ ໃສ່ສີຕິໄຂ່ ບໍ່ມີການວິເຄາະ ເນື້ອຫາຂ່າວແທ້ໆ ມີປະມານ 3-4 ແຕ່ຕື່ມແຕ່ງເຂົ້າໃສ່ໄປ 6-7 ເພື່ອໃຫ້ຂ່າວໄດ້ 10 ຫຼື ສ້າງຂ່າວມາລອຍໆ ເພື່ອສ້າງກະແສໃນສັງຄົມ ເພື່ອຫວັງແຕ່ຍອດເບິ່ງ(ເພາະໄດ້ເງິນ) ກໍ່ມີ ໂດຍບໍ່ສົນໃຈຜົນກະທົບທີ່ຈະຕາມມາ (ຕົວຢ່າງ ຂ່າວລິງໃຫຍ່ຢູ່ພູເບ້ຍ). (ບໍ່ດີ)
5. ສາຍສ້າງກະແສ ສາຍນີ້ບໍ່ເນັ້ນຫຍັງ ເນັ້ນແຕ່ສ້າງກະແສໃນສັງຄົມເທົ່ານັ້ນ ບໍ່ວ່າຈະເລື່ອງຂອງບຸກຄົນ, ສ່ວນລວມ, ບ້ານເມືອງ, ປະເທດ ຫຼື ລະຫວ່າງປະເທດ ໂດຍບໍ່ສົນໃຈດອກວ່າຈະສ້າງຈິບຫາຍໃຫ້ໃຜ... (ຕັ້ງບໍ່ມັກດີ)
6. ສາຍຈອບ(ຈັບຜິດ) ສາຍນີ້ບໍ່ໄດ້ຄິດຫຍັງໃນສະໝອງ ນອກຈາກຈອບຈັບຜິດແຕ່ຄົນອື່ນ ມັນເອົາເລື່ອງຜິດພາດຂອງຄົນອື່ນໄປຂະຫຍາຍຕໍ່...ໂດຍສະເພາະບາງຈຳພວກທີ່ມັກຈັບເອົາຄອມເມັ້ນຂອງຄົນລາວທີ່ບໍ່ດີຈຳນວນໜຶ່ງ ໄປຂະຫຍາຍຕໍ່ໃຫ້ເປັນເລື່ອງໃຫຍ່...ເມັ້ນດີໆ ມີເປັນຮ້ອຍເປັນພັນ ພັດບໍ່ເຮັດເອົາໄປຂະຫຍາຍ...ແຕ່ເມັ້ນບໍ່ດີດ້າມ ສິບ ຈັບເອົາໄປຫຼີ້ນຂ່າວໃຫຍ່ໂຕເວີ້ວັງ... (ຕັ້ງສັນດານບໍ່ດີ)
7. ສາຍບຸນຫວັງໂລບ ສາຍນີ້ຈະເຮັດເປັນຂະບວນການ ເຮັດເໝືອນກັບວ່າ ໄປຊ່ວຍເຫຼືອຜູ້ຄົນ, ຜູ້ທຸກຍາກ, ຜູ້ລຳບາກຂາດເຂີນ ຫຼື ຜູ້ພິການ...ບາງຄັ້ງເປີດບໍລິຈາກຂາຍຄວາມສົງສານ ເພື່ອສ້າງຮັ່ງຄູນມີໃຫ້ແກ່ຕົນ ຍິ່ງປັດຈຸບັນນີ້ ມີບາງກຸ່ມໃຊ້ຄວາມຮັກຂອງບ່າວສາວເປັນເຄື່ອງມື ທາງການຕ້ອງແກ້ໄຂບັນຫານີ້ຄັກແນ່ (ບໍ່ດີບາບໜາ)
8. ສາຍອວຍບ້າຍ້ອງ ສາຍນີ້ສະບາຍໆ ຫົວຂໍ້ບໍ່ມີຫຍັງ ນອກຈາກການອວຍຍ້ອງແບບເກີນເຫດ ບໍ່ວ່າຈະອວຍຍ້ອງເລື່ອງນ້ອຍໆ ຫາ ເລື່ອງໃຫຍ່ໆ ຈະອວຍປະເທດລາວເອງ ຫຼື ຕ່າງປະເທດ(ທັງສອງຂ້າງ)...ບາງຄົນກໍ່ອວຍຈົນເວີເກີນຈິງ(ຂະໜາດບໍ່ໄດ້ໄປໃສໄກໃດນີ້ ຖ້າໄດ້ໄປບ່ອນໄກຈະເລີນກວ່ານີ້ຢ້ານຊັອກຕາຍກ່ອນ...ຮູ້ຢູ່ວ່າຫວັງຍອດຄົນເບິ່ງເອົາແຕ່ເງີນ..ແຕ່ມັນກໍ່ອອກປອມໆ)...ແຕ່ກໍ່ຫ້າມບໍ່ໄດ້ ມັນບໍ່ມີກົດໝາຍໃດຫ້າມຍ້ອງອວຍກັນ ແຖມຄົນເຫຼົ່ານັ້ນພັດບ້າຍ້ອງນຳແນ່...ຍ້ອງຫຼາຍໆແຮງໄດ້ເງີນຫຼາຍ...ລອງໄປເວົ້າບໍ່ເຖິງໃຈເພິ່ນແມະ...ບໍ່ໄດ້ເກີດໂລດແລະ (ປານກາງ)
ສາຍສື່ສັງຄົມອອນລາຍທີ່ບໍ່ຄ່ອຍມີ ຫຼື ຍັງບໍ່ມີໃນບ້ານເຮົາ:
1. ສາຍຂ່າວແບບວິເຄາະຂໍ້ມູນລະອຽດ (ນອກຈາກຂ່າວທາງການ)
2. ສາຍວິທະຍາສາດ, ເຕັກໂນໂລຊີ ແລະ ອາວະກາດ.
3. ສາຍສອນເຕັກນິກຕ່າງໆ(ນາຍຊ່າງ, ສ້ອມແປງ, ກະສິກຳ...)
4. ສາຍສອນວິຊາຮຽນ ແລະ ຄວາມຮູ້ທົ່ວໄປ
5. ສາຍສອນພາສາຕ່າງປະເທດ
6. ສາຍວິເຄາະເສດຖະກິດ, ການເງິນ ແລະ ການຕະຫຼາດ
7. ສາຍສຸຂະພາບ ແລະ ສາທາລະນະສຸກ.
9. ສາຍຂ່າວການເຄື່ອນໄຫວຕ່າງປະເທດ
10. ສາຍສິລະປະລາວ ແລະ ສາກົນ.
11. ສາຍປະຫວັດສາດລາວ ແລະ ສາກົນ.
12. ສາຍທະຫານ
ແລະ ອື່ນໆ ...
ເວົ້າລວມແລ້ວ...ສື່ສັງຄົມອອນລາຍບ້ານເຮົາຍັງບໍ່ຄ່ອຍມີເນື້ອຫາສາລະທີ່ເປັນປະໂຫຍດພໍປານໃດ.
ໂດຍ: ພ.ສະຫວັນ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard