ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: 2 ທົດສະວັດ ມານີ້ ຄຳ ລາວໄດ້ຖືກຂຸດຄົ້ນໄປແລ້ວຫຼາຍໜ້ອຍເທົ່າໃດ?
Anonymous

Date:
2 ທົດສະວັດ ມານີ້ ຄຳ ລາວໄດ້ຖືກຂຸດຄົ້ນໄປແລ້ວຫຼາຍໜ້ອຍເທົ່າໃດ?
Permalink   
 


ຕາມຄຳເຫັນຂອງ ສສຊ
ເຮົາກໍ່ເຄີຍໄດ້ວິເຄາະໄວ້ແລ້ວ...ການເກັບລາຍຮັບຈາກການຂຸດຄຳ...
ການເກັບຄຳສົດໄວ້ ມັນປອດໄພທີ່ສຸດແລ້ວ ແລະ ສະຖຽນນະພາບທີ່ສຸດ
ຈະຂາຍຄຳ ເຮົາສາມາດຂາຍເອົາເງິນສະກຸນໃດກໍ່ໄດ້
ຖ້າເຮັດໄດ້ແທ້ ລັດຖະບານຈະມີຄຳ ສຳຮອງໄວ້ໃນຄັງ
ສະເລ່ຍປີລະ 0.5 - 1 ໂຕນຕໍ່ປີ

 

2 ທົດສະວັດ ມານີ້ ຄຳ ລາວໄດ້ຖືກຂຸດຄົ້ນໄປແລ້ວຫຼາຍໜ້ອຍເທົ່າໃດ?

ປະເທດລາວເລີ່ມຂຸດຄົ້ນຄຳແບບອຸດຫາສະກຳຄັ້ງທຳອິດ ນັບຕັ້ງແຕ່ປີ 2003 ທີ່ບໍ່ຄຳເຊໂປນ, ແຂວງສະຫວັນນະເຂດ,

ຕໍ່ມາຈຶ່ງມີ ພູເບ້ຍ ມາຍນິງ ແລະ ບໍ່ຂຸດຄົ້ນຂະໜາດກາງຫານ້ອຍອື່ນໆຕາມມາໃນໄລຍະ 10 ປີຫຼັງມານີ້. ກ່ອນໜ້ານັ້ນຄືນຫຼັງເປັນການຂຸດຄົ້ນຄຳແບບຊະຊາຍ

ປະຖົມປະຖານຂອງປະຊາຊົນ ແລະ ນາຍທຶນຂະໜາດນ້ອຍ.

ຂໍ້ມູນຈາກ: ສູນສະຖິຕິແຫ່ງຊາດ
ປີ 2003 ຄຳ 8.9 ໂຕນ
ປີ 2004 ຄຳ 7 ໂຕນ
ປີ 2005 ຄຳ 10.13 ໂຕນ
ປີ 2006 ຄຳ 11.91 ໂຕນ
ປີ 2007 ຄຳ 8.2 ໂຕນ
ປີ 2008 ຄຳ 5.8 ໂຕນ
ປີ 2009 ຄຳ 5.35 ໂຕນ
ປີ 2010 ຄຳ 5.1 ໂຕນ
ປີ 2011 ຄຳ 3.4 ໂຕນ
ປີ 2012 ຄຳປະສົມ ເຊໂປນ 3.25 ໂຕນ (2.6 ໂຕນ ຄຳສົດ)
ຄຳປະສົມ ພູເບ້ຍ 6.99 ໂຕນ (5.59 ໂຕນ ຄຳສົດ)
ຄຳສະໄກ. 0.025 ໂຕນ
*ຄຳປະສົມ ຫຼື gold dore ແມ່ນຄຳປະສົມກັບໂຫລະອື່ນໆ ເປັນຕົ້ນແມ່ນ ເງິນ ມີອັດຕາສ່ວນຄຳ 50-80% (ໃນລາວໃຫ້ສູງໄວ້ກ່ອນສະຈັກ 80% ໂຕຈິງອາດບໍ່ເຖິງ ຂຶ້ນກັບແຕ່ລະ ບໍລິສັດ ບໍ່ຄືກັນ)
ປີ 2013 ຄຳປະສົມ ເຊໂປນ 3.83 ໂຕນ (3.06 ໂຕນ ຄຳສົດ)
ຄຳປະສົມ ພູເບ້ຍ 23.39 ໂຕນ (18.71 ໂຕນ ຄຳສົດ)
ຄຳສົດສະໄກ. 0.015 ໂຕນ
ປີ 2014 ຄຳປະສົມ ເຊໂປນ ບໍ່ມີຂໍ້ມູນ
ຄຳປະສົມ ພູເບ້ຍ 28.56 ໂຕນ (22.84 ໂຕນ ຄຳສົດ)
ຄຳສົດສະໄກ. 0.003 ໂຕນ
ຄຳສົດຜົ້ງສາລີ 0.012 ໂຕນ
ປີ 2015 ຄຳປະສົມ ເຊໂປນ ບໍ່ມີຂໍ້ມູນ
ຄຳປະສົມ ພູເບ້ຍ 40.56 ໂຕນ (32.44 ໂຕນ ຄຳສົດ)
ຄຳສົດສະໄກ. 0.0014 ໂຕນ
ຄຳສົດຜົ້ງສາລີ 0.0044 ໂຕນ
ປີ 2016 ຄຳປະສົມ ເຊໂປນ ບໍ່ມີຂໍ້ມູນ
ຄຳປະສົມ ພູເບ້ຍ 38.14 ໂຕນ (30.51 ໂຕນ ຄຳສົດ)
ຄຳສົດສະໄກ. ບໍ່ມີຂໍ້ມູນ
ຄຳສົດຜົ້ງສາລີ ບໍ່ມີຂໍ້ມູນ
ປີ 2017 ຄຳປະສົມ 22.4 ໂຕນ (17.92 ໂຕນ ຄຳ)
ໂລຫະຄຳ 0.4 ໂຕນ
ປີ 2018 ຄຳປະສົມ 24.37 ໂຕນ (19.49 ໂຕນ ຄຳ)
ໂລຫະຄຳ 0.54 ໂຕນ
ປີ 2019 ຄຳປະສົມ 25.98 ໂຕນ (20.78 ໂຕນ ຄຳ)
ໂລຫະຄຳ 1.79 ໂຕນ
ປີ 2020 ຄຳປະສົມ 21.96 ໂຕນ (17.56 ໂຕນ ຄຳ)
ໂລຫະຄຳ 1.52 ໂຕນ
ປີ 2021 ຄຳປະສົມ 32.35 ໂຕນ ( 25.88 ໂຕນ ຄຳ)
ໂລຫະຄຳ 1.96 ໂຕນ
ປີ 2022 ຂໍ້ມູນຍັງບໍ່ຄົບ ແລະ ປີ 2023 ຍັງບໍ່ໄດ້ສະຫຼຸບ
ສະຫຼຸບລວມ
ມີການຂຸດຄົ້ນຄຳອອກໄປແລ້ວຢ່າງໜ້ອຍ 289.44 ໂຕນ ລວມມູນຄ່າ ປະມານ 18 ຕື້ໂດລາ (ຄຳ 1 ກິໂລ ຕໍ່ $63,400) ໃນໄລຍະ 20 ປີທີ່ຜ່ານມາ


__________________
Anonymous

Date:
RE: 2 ທົດສະວັດ ມານີ້ ຄຳ ລາວໄດ້ຖືກຂຸດຄົ້ນໄປແລ້ວຫຼາຍໜ້ອຍເທົ່າໃດ?
Permalink   
 


ຂູດອອກໄປຫລາຍປານນີ້ ຫົນທາງບ້ານຂອ້ຍ ຢູ່ ເຊໂປນ

ຂີ່ຝູ່ນຍັງໄງ່ກູ້ມຢູ່



__________________
Anonymous

Date:
Permalink   
 

2024 ປີທອ່ງທຽ່ວລາວອັບເດດລ່າສຸດ ທາງໄປ ສີໄຄ-ສີເກີດ 

 

 



__________________
Anonymous

Date:
Permalink   
 



__________________
Anonymous

Date:
Permalink   
 

ລາວຕົກຕໍ່າລົງໄປອີກເຖິງ ອັນດັບ 138 ໃນດ້ານຄວາມໂປ່ງໄສ ຈາກ 180 ປະເທດໃນໂລກ

03f57c84-dff4-48cb-9c47-9b7766fec0e3.jpeg

 

ໃນປີ 2023 ທີ່ຜ່ານມາ, ອົງການຄວາມໂປ່ງໄສສາກົລ ໄດ້ຈັດອໍາດັບປະເທດລາວ ຢູ່ໃນອັນດັບທີ່ 136​ ຈາກທັງໝົດ 180 ປະເທດ ມີຄະແນກລວມພຽງແຕ່ 28 ຄະແນນ ຈາກຄະແນນສູງສຸດ 100 ຄະແນນ ເຊິ່ງໜ້ອຍກວ່າປີ 2022.

ໃນປີ 2022 ປະເທດລາວຖືກຈັດໃຫ້ຢູ່ໃນອັນດັບທີ 126 ໃນຈໍານວນ 180 ປະເທດທົ່ວໂລກ ໂດຍມີ 31 ຄະແນນ.

ສາເຫດທີ່ປະເທດລາວ ຢູ່ໃນອັນດັບທີ່ຕ່ຳກວ່າເກົ່າ ຍ້ອນວ່າ ບໍ່ສາມາດປາບປາມ ຜູ້ທີ່ສໍ້ຣາສບັງຫລວງລາຍໃຫຍ່ໄດ້, ແຕ່ທີ່ຜ່ານມາຈະມີແຕ່ພະນັກງານ ທັມມະດາເທົ່ານັ້ນ ທີ່ຖືກປະຕິບັດວິໄນ ຍ້ອນການພົວພັນສໍ້ຣາສບັງຫລວງ.      

ການແກ້ໄຂບັນຫາ ການສໍ້ຣາສບັງຫລວງໃນປັດຈຸບັນ ສ່ວນຫຼາຍແລ້ວ ຜູ້ທີ່ມີຖານະຕໍາແໜ່ງສູງຈະລອດ, ແຕ່ ຜູ້ທີ່ມີຕໍາແໜ່ງນ້ອຍນັ້ນ ຈະບໍ່ລອດ ເຂົ້າທໍານ້ອງທີ່ວ່າ ຂີ້ຊ້າງລອດ ຂີ້ມອດຄາ.

 

 

 

 

 



__________________


Guru

Status: Offline
Posts: 622
Date:
Permalink   
 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard