ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລັດວິສາຫະກິດລາວ ບໍ່ໂປ່ງໃສມີແຕ່ຂາດທືນ
Anonymous

Date:
ລັດວິສາຫະກິດລາວ ບໍ່ໂປ່ງໃສມີແຕ່ຂາດທືນ
Permalink   
 


ລັດວິສາຫະກິດລາວ ບໍ່ໂປ່ງໃສມີແຕ່ຂາດທືນ



__________________
Anonymous

Date:
Permalink   
 

429661517_787607766732902_2464440417008236264_n.jpg?_nc_cat=103&ccb=1-7&_nc_sid=5f2048&_nc_ohc=Ki-co7vu1psAX9iA3T9&_nc_ht=scontent-msp1-1.xx&oh=00_AfBaHSDlkxyTLs07lBtXxO1ei8h8ILersWixgORhs4D-UA&oe=65ED1229

ໃນລະຫວ່າງວັນທີ 5-6 ມີນາ 2024 ທີ່ກະຊວງການເງິນ, ໄດ້ມີກອງປະຊຸມສຳມະນາວິທະຍາສາດ ວິຊາສະເພາະການເງິນ ລະຫວ່າງ ກະຊວງການເງິນ ສປປ ລາວ ແລະ ກະຊວງການເງິນ ສສ.ຫວຽດນາມ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ; ຕາງໜ້າກະຊວງການເງິນ ສສ.ຫວຽດນາມ ນຳໂດຍທ່ານ ນາງ ຮວາງ ຊຽວ ຫຼິງ ຮອງຫົວໜ້າກົມຮ່ວມມື ກະຊວງການເງິນ, ມີຄະນະນໍາຫ້ອງການ, ຄະນະກົມ ແລະ ສະຖາບັນອ້ອມຂ້າງກະຊວງເຂົ້າຮ່ວມ.
ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໄດ້ເນັ້ນບາງບັນຫາສຳຄັນວ່າ: ກອງປະຊຸມສຳມະນາວິທະຍາສາດດັ່ງກ່າວ ແມ່ນມີຄວາມໝາຍສຳຄັນທີ່ສຸດ ໃນວຽກງານຂະແໜງການເງິນ ຊຶ່ງປັດຈຸບັນ, ສະພາບເສດຖະກິດ ຂອງ ສປປ ລາວ ເຫັນວ່າຍັງຢູ່ໄລຍະທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍດ້ານ; ເສດຖະກິດຂະຫຍາຍຕົວ ໃນລະດັບ 4%, ອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ (24.8%), ເງິນກີບອ່ອນຄ່າ ຄຽງຄູ່ກັບລາຄາສິນຄ້າປັບຕົວຂຶ້ນ, ເຊິ່ງເປັນສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ, ເຊິ່ງເປັນບັນຫາທ້າທາຍເຮັດໃຫ້ໂຄງສ້າງເສດຖະກິດມະຫາພາກຂາດຄວາມສົມດຸນ, ງົບປະມານ ແລະ ເງິນຕາຕ່າງປະເທດ ມີຈໍາກັດ, ພັນທະຊຳລະໜີ້ສິນຕ່າງປະເທດມີຫຼາຍ ແລະ ການຜະລິດສະໜອງພາຍໃນ, ການສົ່ງອອກສິນຄ້າໄປຕ່າງປະເທດ ກໍຍັງບໍ່ທັນແຂງແຮງ.
ລັດຖະບານ ສປປ ລາວ ໄດ້ມີຫຼາຍມາດຕະການແກ້ໄຂ, ໃນນັ້ນ ມາດຕະການທາງດ້ານການເງິນ ແມ່ນສືບຕໍ່ຂຸດຄົ້ນທ່າແຮງບົ່ມຊ້ອນ ເພື່ອຂະຫຍາຍຖານລາຍຮັບໃຫ້ເພີ່ມຂຶ້ນ, ຄຸ້ມຄອງການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ເປັນທັນສະໄໝ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຍົກສູງບົດບາດຄວາມເປັນເຈົ້າການ ລວມສູນການຄຸ້ມຄອງງົບປະມານແຫ່ງລັດ. ສ່ວນມາດຕະການທາງດ້ານເງິນຕາ ແມ່ນສືບຕໍ່ດຳເນີນປະຕິບັດນະໂຍບາຍເງິນຕາແບບຮັດກຸມ ເພື່ອຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບ ເພື່ອຫຼຸດອັດຕາເງິນເຟີ້ໃນປີ 2024.
ກອງປະຊຸມສຳຄັນນີ້ ບັນດາທ່ານ ແມ່ນໄດ້ພ້ອມກັນແລກປ່ຽນ ບົດຮຽນປະສົບການຊຶ່ງກັນ ແລະ ກັນ ໃນບາງບັນຫາສຳຄັນຄື: ການຄຸ້ມຄອງເສດຖະກິດມະຫາພາກ ຂອງ ສປປ ລາວ; ບົດຮຽນ ກ່ຽວກັບນະໂຍບາຍດ້ານການເງິນຕໍ່ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ; ບົດຮຽນ ກ່ຽວກັບຍຸດທະສາດການແກ້ໄຂໜີ້ສິນສາທາລະນະ; ການແບ່ງຂັ້ນຄຸ້ມຄອງງົບປະມານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ; ການສ້າງຄວາມເຂັ້ມແຂງ ໃນການປະຕິຮູບລັດວິສາຫະກິດ; ການພັດທະນາຫັນເປັນທັນສະໄໝ ແລະ ອື່ນໆ.
ທ່ານ ວິເລດ ກິນນະວົງ ວ່າການແທນຫົວໜ້າກົມນະໂຍບາຍການເງິນ ແລະ ທ່ານ ນາງ ຮວາງ ຊຽວ ຫຼິງ ໄດ້ຜັດປ່ຽນກັນຂຶ້ນ ສະເໜີ ສະພາບເສດຖະກິດມະຫາພາກ ຂອງປະເທດຕົນ ໂດຍໄດ້ຍົກໃຫ້ເຫັນ ຈຸດພິເສດຂອງການຂະຫຍາຍຕົວຂອງປະເທດ ໃນແຕ່ລະໄລຍະ ພ້ອມທັງຄາດຄະເນ ແຜນງົບປະມານ ການເງິນໃນຕໍ່ໜ້າ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard