ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເກມວັດອຳນາດ ຄົນລາວຈະໄດ້ຮູ້ວ່າໄຜເປັນຜູ້ມີອຳນາດໂຕຈິງ?
Anonymous

Date:
ເກມວັດອຳນາດ ຄົນລາວຈະໄດ້ຮູ້ວ່າໄຜເປັນຜູ້ມີອຳນາດໂຕຈິງ?
Permalink   
 


ເກມວັດອຳນາດ ຄົນລາວຈະໄດ້ຮູ້ວ່າໄຜເປັນຜູ້ມີອຳນາດໂຕຈິງ?



__________________
Anonymous

Date:
RE: ເກມວັດອຳນາດ ຄົນລາວຈະໄດ້ຮູ້ວ່າໄຜເປັນຜູ້ມີອຳນາດໂຕຈິງ?
Permalink   
 


ພັກລັດ ໃຫ້ຕ່າງຊາດໃຊ້ ສານເຄມີ ຂ້າພີ່ນອ້ງລາວ

429810228_10233165636860472_8630814538650032550_n.jpg?_nc_cat=108&ccb=1-7&_nc_sid=5f2048&_nc_ohc=rmTxBbNSQLsAX8vtvpS&_nc_ht=scontent-msp1-1.xx&oh=00_AfDW7lEhhkTcvBnB75vR_Qf4q2fAZFEshURRzZLpszON6w&oe=65F138F8430848789_10233165630180305_1155272794753790422_n.jpg?_nc_cat=108&ccb=1-7&_nc_sid=5f2048&_nc_ohc=p7vord5gGHsAX_RpAE_&_nc_ht=scontent-msp1-1.xx&oh=00_AfC7-Yj5Uu-OmOLeRb8xgsjFZtJ3X72H8sBzg3LNcBrObw&oe=65F12414429873152_10233165635820446_1462120260157814584_n.jpg?_nc_cat=105&ccb=1-7&_nc_sid=5f2048&_nc_ohc=zfGbI_C5LXQAX_aoFvL&_nc_ht=scontent-msp1-1.xx&oh=00_AfBza70GmWnOl6MDIf2xp8jvyjUigdohx-SxGr7zNc6dRA&oe=65F0E350



__________________
Anonymous

Date:
Permalink   
 

ພັກລັດ ໃຫ້ຕ່າງຊາດໃຊ້ ສານເຄມີ ຂ້າພີ່ນອ້ງລາວ

ຜົນການວິໄຈ ຍົກມາສານເຄມີອັນຕະລາຍ 6 ຢ່າງທີ່ມີອັດຕາສ່ວນເກີນຫຼາຍ ການຮົ່ວໄຫຼຈາກບໍ່ແຮ່ຫາຍາກ ບ້ານທັບເຜິ້ງ ລ້ອງແວ່ນ ເມືອງຊໍາ

1. ອາຊິດ ອົກຊາລິກ/ Oxalic acid
- ເປັນພິດໄພຕໍ່ອະໄວຍະວະ: ລະບົບດູດຊຶມ, ຫມາກໄຂ່ຫຼັງ.
- ອາການ: ເຈັບຫົວ, ວິນຫົວ, ປວດຮາກ, ຮາກ, ຊັກ, ໂຄມາ ແລະເຖິງຂັ້ນເສຍຊີວິດ. ຖ້າສະສົມປະລິມານຫຼາຍ
ຈະລົດລະດັບການດູດຊຶມແຮ່ທາດຕ່າງໆຂອງຮ່າງກາຍແລະເປັນສາເຫດກໍ່ໃຫ້ເກີດໜິ້ວໝາກໄຂ່ຫຼັງ.
2. ຄ່າ PH ຕໍ່າ / Low pH
- ເປັນພິດໄພຕໍ່ອະໄວຍະວະ: ລະບົບຍ່ອຍອາຫານ, ທຸກໆອະໄວຍະວະ, ຫົວໃຈ, ລະບົບພູມຕ້ານທານ.
- ອາການ: ໜຶ່ງໃນຄວາມກັງວົນຕົ້ນຕໍກ່ຽວກັບນ້ໍາກົດຫຼືນໍ້າທີ່ມີອາຊິດສູງ ແມ່ນມັກຈະມີປະລິມານທາດໂລຫະໜັກສູງ: ຖອກທ້ອງ, ປວດຮາກແລະອາຈຽນ,
ເຈັບທ້ອງ, ໜາວສັ່ນ, ອ່ອນເພຍ, ຫາຍໃຈສັ້ນ, ທໍາລາຍລະບົບພູມຕ້ານທານ, ຄວາມເສຍຫາຍຂອງອະໄວຍະວະ.
3. ສານໝູ / Arsenic (As)
- ເປັນພິດໄພຕໍ່ອະໄວຍະວະ: ການຜິດປົກກະຕິຂອງລະບົບຫົວໃຈແລະຫຼອດເລືອດ, ການປ່ຽນແປງຂອງຜິວຫນັງແລະຜົມ,
ການບາດເຈັບຂອງປະສາດສ່ວນກາງ, ບໍ່ສະບາຍທາງເດີນອາຫານ, ຄວາມເສຍຫາຍຕໍ່ຕັບ.
- ອາການ: ຄວາມເສຍຫາຍຕໍ່ເສັ້ນເລືອດຝອຍ, ການເຈັບໄທອອນ, ການລະບາຍອົກດີເດຊັນ, ການປ່ຽນແປງສະພາບສົມດູນຂອງສື່ປະສາດ.
4. ໄຊຢາໄນ / Cyanide
- ເປັນພິດໄພຕໍ່ອະໄວຍະວະ: ອາການໂຄມາ, ເສຍຊີວິດ, ຄວາມດັນເລືອດສູງຫຼືຕ່ໍາ, ສູນເສຍສະຕິ, ບາດເຈັບທີ່ປອດ, ອາການຊັກ.
- ອາການ: ເຈັບໜ້າເອິກ, ແໜ້ນໜ້າເອິກ, ສັບສົນ, ວິນຫົວ, ເຈັບຕາ, ນໍ້າຕາໄຫຼ, ຕື່ນເຕັ້ນ, ຫາຍໃຈຍາກ, ເຈັບຫົວ, ປວດຮາກ, ຫົວໃຈເຕັ້ນໄວ ຫຼື ຊ້າ,
ຫາຍໃຈໄວ ແລະ ຊ້າ, ຫາຍໃຈບໍ່ສະດວກ, ຫາຍໃຈສັ້ນ ແລະ ຮາກ, ອ່ອນເພຍ, ຫາຍໃຈຝືດ.
5. ທອງແດງ / Copper (Cu)
- ເປັນພິດໄພຕໍ່ອະໄວຍະວະ: ລະບົບຍ່ອຍອາຫານ, ຫົວ, ໝາກໄຂ່ຫຼັງ, ຕັບ.
- ອາການ: ຖອກທ້ອງ, ເຈັບຫົວ, ແລະໃນກໍລະນີຮ້າຍແຮງ, ເປັນພິດຕໍ່ຕັບ, ໝາກໄຂ່ຫຼັງລົ້ມເຫຼວ.
6. ກົ່ວ / Lead (Pb)
- ເປັນພິດໄພຕໍ່ອະໄວຍະວະ: ທໍາລາຍປະສານສ່ວນກາງ, ປອດເຮັດວຽກຜິດປົກກະຕິ, ການປ່ຽນແປງທາງດ້ານໂລຫິດວິທະຍາ(ພະຍາດເລືອດຈາງ), ອາການເຈັບສຽບທາງເດີນອາຫານ, ຄວາມເສຍຫາຍຂອງຕັບ, ຄວາມສາມາດໃນການເຮັດວຽກຂອງປອດລົດລົງ, ລະບົບຫົວໃຈຜິດປົກກະຕິ ແລະ ລະບົບຫຼອດເລືອດຜິດປົກກະຕິ.
- ອາການ: ເພີ່ນການອັກເສບໄຊໂຕໄຄ, ເພີ່ມເຊລໍ້າ, ການຢຸດໃຊ້ງານ ເຟີໂຣຄີລາເຕດ, ລະດັບ GSH, SOD, CAT, GPx ຫຼຸດລົງ.
# ໄດ້ຜົນສະຫຼຸບການວິໄຈນໍ້າເບື້ອງຕົ້ນດັ່ງນີ້:
1. ຄ່າ PH: 4.63 (ລະດັບຄວາມເຂັ້ມຂຸ້ນອາຊິດຕໍ່າ, ຖືວ່າເປັນກົດຫຼາຍ)
2. Oxygen (DO): 7.86 (ອົກຊີແຊນ)
3. Iron (Fe): 1.46
4. Manganese (Mn): 3.83 (ມັງການ)
5. Arsenice (AS): 30 (ສານໝູ)
6. Zinc (Zn): 1.08 (ສັງກະສີ)
7. Sodium (Na): 130 (ໂຊດຽມ)
8. Cyanide (Cn): 0.513 (ໄຊຢາໄນ)
9. Lead (Pb): 10.38 (ກົ່ວ)
10. Aluminium (Al): 0.3 (ອາລູມີນຽມ)
11. Copper (Cu): 14.97 (ທອງແດງ)
- ສ່ວນຍັງອີກ 3 ທາດທີ່ສໍາຄັນ ຍັງບໍ່ມີນໍ້າຢາເຄມີທົດລອງເທື່ອ ຄິດວ່າອີກບໍ່ດົນຈະໄດ້ຄໍາຕອບ.


__________________
Anonymous

Date:
Permalink   
 

ພັກລັດ ໃຫ້ຕ່າງຊາດໃຊ້ ສານເຄມີ ຂ້າພີ່ນອ້ງລາວ

ເຫັນໄພມາຮອດແລ້ວ ຊາວລ້ອງແວ່ນ-ລ້ອງຊໍາ ເຂດສີ່ ນໍ້າຕາໄຫຼ:
ລ້ອງແວ່ນ-ລ້ອງຊໍາ ເປັນແຫຼ່ງຜະລິດກະສິກໍາແລະມີທໍາມະຊາດທີ່ອຸດົມສົມບູນ ຢູ່ໃກ້ກັບຖໍ້າວຽງໄຊ ຜ່ານມາສະໄໝຕໍ່ສູ້ກູ້ຊາດປະຊາຊົນພວກເຮົາໄດ້ສົ່ງເຂົ້າສົ່ງນໍ້າ ສົ່ງສະບຽງອາຫານການກິນໃຫ້ກັບທະຫານແນວໜ້າຢູ່ຖໍ້າວຽງໄຊ ຕອນຄໍ່າຄືນເຮັດໄຮ່ເຮັດນາເຮັດສວນ ຕອນສວາຍໄປລີ້ຢູ່ລຸ້ງຢູ່ປ່າ ຖໍ້າວຽງໄຊເປັນແນວໜ້າ ປະຊາຊົນພວກເຮົາເປັນແນວຫຼັງ ເຖິງຈະອຶດໆຢາກໆ ແຕ່ພວກເຮົາກະມີສາຍນໍ້າໃຫ້ຫາປາ ມີປ່າໃຫ້ລ່າສັດ ມີພືດຜັກໃນແຄມນໍ້າແຄມຫ້ວຍໃນປ່າບໍ່ອຶດບໍ່ຢາກ ມາເປັນອາຫານ ປະຊາຊົນບໍ່ໄດ້ຈົ່ມວ່າຂໍພຽງປະເທດຊາດໄດ້ຖືກປົດປ່ອຍ.
ຫຼັງຈາກປະເທດຊາດປົດປ່ອຍແລ້ວ ຈົນມາຮອດທຸກມື້ນີ້ ປະຊາຊົນພວກເຮົາຍັງບໍ່ມີຮອດເສັ້ນທາງຢາງ ຫຼືທາງໜີບແຮ່ ແຕ່ພວກເຮົາກໍ່ບໍ່ໄດ້ວ່າຫຍັງ ພວກເຮົາຍັງເຊື່ອໝັ້ນຕໍ່ການນໍາພັກລັດສະເໝີ.
ຕອນຂ້າພະເຈົ້າຍັງນ້ອຍ ນັບແຕ່ຈື່ຄວາມໄດ້ ພໍ່ເປັນຕາແສງຄອຍບໍລິການທົ່ວເຂດສີ່ຕາແສງ ພໍ່ຮັບແຂກຮັບຄົນທຸກມື້ ມື້ໜຶ່ງຫຼາຍຄັ້ງ ເຂົ້າໃນຕີບແລະອາຫານກະຕ້ອງໃຫ້ແຂກກິນກ່ອນ ຫຼືແບ່ງໄວ້ໜ້ອຍໜຶ່ງເພື່ອໃຫ້ບັນດາລູກໆໄດ້ກິນ ເຖິງຈະກິນເຂົ້າເກືອບບໍ່ອີ່ມທຸກຄາບ ແຕ່ພວກເຮົາກະບໍ່ໄດ້ຈົ່ມວ່າຫຍັງ ພວກເຮົາຮັກປະເທດຊາດ ແລະ ຕ້ອນຮັບແຂກຄົນ ໂດຍສະເພາະແມ່ນພະນັກງານລັດຖະກອນທີ່ລົງພື້ນທີ່ໄປເຮັດວຽກ. ພວກເຮົາຍັງຫວັງວ່າ ຖ້າເຂດສີ່ຕາແສງຫາກຍັງມີຊັບພະຍາກອນທີ່ອຸດົມສົມບູນ ໃນອານາຄົດຈະເປັນແຫຼ່ງພັດທະນາທີ່ມີທ່າແຮງບົ່ມຊ້ອນສູງ.
ອີກດ້ານໜຶ່ງ ປະຊາຊົນເຂດສີ່ຕາແສງ ລ້ອງແວ່ນ-ລ້ອງຊໍາ ອາໃສຢູ່ສ່ວນໃຫຍ່ແມ່ນຜູ້ອາຍຸສູງ ຫຼື ຜູ້ເຖົ້າ ຄົນໜຸ່ມບ່າວສາວຈະໄປຫາເງິນຢູ່ເມືອງໃຫຍ່ ກະຍ້ອນທ້ອງຖິ່ນບໍ່ມີບ່ອນໃຫ້ເຂົາຫາເງິນ ແລະ ສ່ວນໃຫຍ່ພໍ່ແມ່ເຂົາບໍ່ຍອມໄປຢູ່ນໍາເຂົາເຈົ້າກະຍ້ອນຄິດວ່າຈະຍິ່ງສ້າງພາລະໃຫ້ລູກໆ ເພາະຢູ່ເມືອງໃຫຍ່ຄ່າໃຊ້ຈ່າຍສູງ ຢູ່ບ້ານເຂດສີ່ຕາແສງກໍ່ຍັງມີທໍາມະຊາດອຸດົມສົມບູນຫາກິນລ້ຽງຊີບໄດ້ແລ້ວ.
------
ນີ້ແມ່ນເກມຂອງເຂົາ ລາຍງານຂຶ້ນເມືອຫາຂັ້ນເທິງ ເພື່ອເອື້ອອໍານວຍໃຫ້ນາຍທຶນແລະພັກພວກ ໄດ້ເງື່ອນໄຂວ່າປະຊາຊົນເຫັນດີເຫັນພ້ອມໃຫ້ອອກໃບອະນຸຍາດຂຸດຄົ້ນແຮ່ຫາຍາກໄລຍະຍາວ ໃນ ຂໍ້ "4. ສະເໜີໃຫ້ຂັ້ນເທິງ ຊ່ວຍຊຸກຍູ້ບໍລິສັດ ປະກອບເອກະສານຕ່າງໆທີ່ກ່ຽວຂ້ອງໃຫ້ຄົບຖ້ວນ ເພື່ອສະດວກໃນການຄຸ້ມຄອງ ແລະ ຕິດຕາມກວດກາ; ພ້ອມທັງເຮັດໃຫ້ໂຄງການລົງທຶນດັ່ງກ່າວ ຖືກຕ້ອງຕາມລະບຽບກົດໝາຍ" ປະຊາຊົນເຂດນັ້ນ ເຂົາເປັນຄົນຈິງໃຈບໍ່ທັນເກມຢູ່ແລ້ວ ແມ່ນປະຊາຊົນຄົນໃດບອກວ່າເຫັນດີໃຫ້ດໍາເນີນໂຄງການຖາວອນໄດ້ ຄົນນັ້ນຄືມີອະພິສິດແທ້ຄືບໍ່ເຫັນຫົວປະຊາຊົນທົ່ວລ້ອງແວ່ນ-ລ້ອງຊໍາແດ່ ເຂົາຄັດຄ້ານໃຫ້ຢຸດເຊົາໂຄງການນີ້ທັງໝົດ! ຖ້າດໍາເນີນຕໍ່ໄປ ຊີວິດເຂົາເຈົ້າກໍ່ສໍ່າຕົກນາລົກ: ແມ່ນໍ້າລໍາທານນໍາໃຊ້ບໍ່ໄດ້, ພືດຜັກ-ສັດລ້ຽງ-ສິນຄ້າກະເສດ-ເຄື່ອງປ່າຂອງດົງອື່ນໆ ຈະຖືກສາບແສ້ງວ່າມີພິດ ມີສານເຄມີຕົກຄ້າງ ປຽບດັງເປັນປອບ.
ປະຊາຊົນບໍ່ໄດ້ຕໍ່ຕ້ານການຂຸດຄົ້ນບໍ່ແຮ່ ແຕ່ເຂົາເຈົ້າຂັດຄ້ານການຂຸດຄົ້ນແຮ່ທາດທີ່ໃຊ້ສານເຄມີຖອກເທລົງໃສ່ຊັ້ນດິນຈົນກາຍເປັນວັງນໍ້າ ແລະ ຈະສືບຕໍ່ທໍາລາຍຄຸກຄາມຊີວິດການເປັນຢູ່ຂອງເຂົາເຈົ້າຕະຫຼອດໄປ.
-----
ຜົນກວດນໍ້າຕົວຢ່າງຂອງ ນໍ້າແວ່ນ ແລະ ນໍ້າຫ້ວຍມັນ ຖືວ່າຢູ່ລະດັບອັນຕະລາຍສູງ ມີອັດຕາຫຼາຍເກີນມາດຕະຖານທຸກທາດເລີຍ! ຈາກທີມງານວິໄຈຈົບດ້ານນີ້ສະເພາະລະດັບປະລິນຍາໂທ, ລະດັບປະລິນຍາເອກຈາກຕ່າງປະເທດ ແລະ ເຄີຍເຮັດວຽກຢູ່ຫ້ອງທົດລອງວິໄຈຢູ່ຕ່າງປະເທດມາກ່ອນ.
=> ຂໍໃຫ້ປະຊາຊົນລຸ່ມແມ່ນໍ້າຫ້ວຍມັນ, ນໍ້າແວ່ນ ຫຼືອາດນໍ້າຊໍາ ຈົ່ງມີສະຕິຫຼີກລ້ຽງການບໍໂພກນໍ້າ, ການຫາປາມາກິນ, ການຫົດຜັກໂດຍໃຊ້ນໍ້າເຫຼົ່ານີ້ ໃນສ້ວງນີ້ໄປກ່ອນ!!!
 


__________________
Anonymous

Date:
Permalink   
 

ພັກລັດ ໃຫ້ຕ່າງຊາດໃຊ້ ສານເຄມີ ຂ້າພີ່ນອ້ງລາວ

ຂະບວນການຂຸດຄົ້ນແຮ່ຫາຍາກ ຢູ່ບ້ານທັບເຜິ້ງ ລ້ອງແວ່ນ ເມືອງຊໍາເໜືອ ແຂວງຫົວພັນ ມີດັ່ງນີ້:
1. ເຈາະຮູສໍາຫຼວດແຮ່ ແຕ່ 10 - 50ແມັດ ຫຼື ເຈາະຈົນຮອດດິນຊາຍໃຕ້ພື້ນດິນ;
2. ຖ້າຄົ້ນພົບວ່າມີແຮ່ແລ້ວ ຈະທໍາການເຈາະຮູ ເປັນຕາໜ່າງແບບຕາຄ່າຍ ຫາງກັນ 2 ແມັດ ຫຼື ຂະໜາດຕາຄ່າຍເປັນຮູບຈະຕຸລັດ 2ແມັດ × 2ແມັດ ຄວາມເລິກແມ່ນຂຶ້ນກັບຜົນຂອງການເຈາະສໍາຫຼວດມາກ່ອນວ່າແຮ່ຢູ່ເລິກໜ້າຕື້ນພຽງໃດ ແລ້ວປ່ອນຫຼືສອດທໍ່ລົງໄປ ພ້ອມທັງຖອກຂີ້ເລື່ອນໄມ້ລົງໃສ່ຮູທໍ່ນັ້ນຈົນເກືອບເຕັມ ແລ້ວຕໍ່ຫົວກັອກປ່ອຍສານເຄມີ-ສານພິດລະລາຍແຮ່ລົງໃສ່ ເພື່ອໄປລະລາຍແຮ່ໃນຊັ້ນດິນ.
- ສານເຄມີ ແລະ ສານພິດນີ້ຈະຊຶມໄປໃນຊັ້ນດິນ ໄປຕາມສາຍນໍ້າໃຕ້ດິນ, ສະສົມໄວ້ໃຕ້ດິນ ແລະ ໄຫຼຊຶມລົງໃສ່ຫ້ວຍຮ່ອງຄອງບຶງ ແລະ ປ່ອງໃສ່ແມ່ນໍ້າລໍາເຊທີ່ພວກເຮົາອາໄສທໍາມາຫາກິນຢູ່ ແລະ ມັນຈະສະສົມສືບຕໍ່ເປັນບັນຫາແບບນີ້ໄປຫຼາຍສິບປີຫຼາຍຮ້ອຍປີ ຫຼື ຕະຫຼອດໄປກໍ່ອາດເປັນໄດ້.
3. ເຈາະອຸບມົງຢູ່ຕີນພູ ຫຼື ລຸ່ມບ່ອນແຍກແຮ່ທາດ ເພື່ອໄປກັກຕ້ອນເອົາແຮ່ທາດທີ່ຖືກລະລາຍຢູ່ໃນຊັ້ນດິນດ້ານເທິງ ເຈາະຮູສອດທໍ່ໃສ່ລຸ່ມບໍລິເວນຖືກສານເຄມີລະລາຍແຮ່ທາດ ເພື່ອກັກຕ້ອນເອົານໍ້າແຮ່ທີ່ຖືກສານເຄມີລະລາຍແລ້ວ ແລະ ສ້າງໜອງກັກກັນເອົານໍ້າຢູ່ດ້ານລຸ່ມ ທີ່ຕໍ່ລົງມາຈາກອຸບມົງນັ້ນ.
- ສານເຄມີ ສານພິດໃນບໍລິເວນນີ້ ຈະສືບຕໍ່ທໍາການສະສົມ ໄຫຼລົງຫ້ວຍຮ່ອງຄອງບຶງ ໄຫຼລົງສູ່ແມ່ນໍ້າ ພາຍຫຼັງຂຸດຄົ້ນແລ້ວ ຫຼື ອາດຄັນຄູແຕກຫັກຫຼືຄັນຄູນໍ້າລົ້ນອອກໃນລະດູຝົນ. ຢູ່ຕ່າງປະເທດ ອ່າງກັກກັນແຮ່ ເຂົາຈະເຮັດເປັນອ່າງຊີມັງ ພ້ອມທັງໃຊ້ຢາກັນຊຶມໃສ່ຢ່າງດີ ແລະ ເຮັດຫຼັງຄາມຸງໃສ່ເປັນຢ່າງດີ ເພື່ອບໍ່ໃຫ້ຝົນຫຼືພາຍຸພະຕົກໃສ່ ສ່ຽງຕໍ່ການລົ້ນອອກມາໃສ່ພູຜາຫ້ວຍຮ່ອງຄອງບຶງ ແມ່ນໍ້າລໍາເຊ.
4. ພາຍຫຼັງໄດ້ນໍ້າແຮ່ທີ່ຖືກລະລາຍແລ້ວ ກໍ່ນໍາເອົານໍ້າແຮ່ມາໃສ່ອ່າງ ໃຊ້ສານເຄມີເທໃສ່ເພື່ອເຮັດໃຫ້ນໍ້າແຮ່ຕົກພຶກ ເພື່ອຄັດສັນເອົາແຮ່ຫາຍາກຕໍ່ໄປ.
-----
ໜຶ່ງໃນສານແຍກແຮ່ຫາຍາກທີ່ໃຊ້ຫຼາຍຢູ່ລາວຄື ອາຊິດອົກຊາລິກ Oxalic Acid ເຊິ່ງຢູ່ຕ່າງປະເທດເຂົ້າເກືອດຫ້າມໃຊ້ສານເຄມີນີ້ ເພາະມັນທໍາລາຍສິ່ງແວດລ້ອມ, ທໍາລາຍລະບົບນິເວດ, ທໍາລາຍດິນ-ນໍ້າ-ຄົນ-ສັດ-ພືດ
ການນຳໃຊ້ ກົດແຮງ oxalic acid ມັນ ມີ C2 ເຮັດໃຫ້ມີຜົນອັນຕະລາຍຍາວນານ,ເຮັດໃຫ້ປ່າໄມ້ແຫ້ງຕາຍ, ດິນກັບຕົ້ນໄມ້ເຊື່ອມໂຊມ.
ບັນດາໂຄງການທີ່ເຮັດແຮ່ ຊີທູ ຕາມພາສາຈີນ ຫຼື ແຮ່ຫາຍາກ ທີ່ໃຊ້ທາດ oxalic acid ເຂົ້າໄປລະລາຍ ເຫັນວ່າມີຜົນກະທົບອັນຍາວນານ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມຫຼາຍ ດັ່ງນັ້ນ ບໍ່ຄວນອະນຸມັດໃຫ້ມີການຂຸດຄົ້ນ.
ອຸດສາຫະກຳສ່ວນໃຫຍ່ຈະມັກໃຊ້ Oxalic acid  H₂C₂O₄ ເພາະເປັນກົດທີ່ແຮງ ແລະເປື່ອຍກັບແຮ່ຫາຍາກໄດ້ໄວຈະປະຫຍັດຕົ້ນທຶນໄດ້ສູງໃຫ້ແກ່ອຸດສາຫະກຳ.
ບໍ່ຄວນໃຊ້ Oxalic acid  H₂C₂O₄ ໃນການຜະລິດເພາະເປັນອາຊິດອິນຊີທີ່ພົບໃນອາຫານທົ່ວໄປ ໂດຍສະເພາະໃນຜັກ ແລະ ຫມາກໄມ້, ແຕ່ສ່ວນຫຼາຍແມ່ນພົບໃນຜັກ ເປັນກົດທີ່ມີອາຊິດສູງກວ່ານ້ຳສົ້ມ 10,000 ເທົ່າ.
ອາຊິດ Oxalic ແມ່ນເປັນກົດທີ່ເປັນອັນຕະລາຍຕໍ່ຮ່າງກາຍຂອງມະນຸດ. ແຕ່ສາມາດນໍາໃຊ້ໄດ້ຫຼາຍວິທີ, ເຊັ່ນ: ການນໍາໃຊ້ຢາຂ້າເຊື້ອ ໃຊ້ເປັນສ່ວນຜະສົມຢາທຳຄວາມສະອາດ.
ຖ້າຮ່າງກາຍໄດ້ຮັບຂະຫນາດເກີນ, ຈະເຮັດໃຫ້ເກີດຄວາມເປັນພິດ, ເຊັ່ນວ່າຂະຫນາດ 5-15 ກຼາມສາມາດເຮັດໃຫ້ເສຍຊີວິດໄດ້ເລີຍ, ຖ້າສໍາພັດກັບເນື້ອກໍ່ຈະຖືກເຜົາໄໝ້. ຖ້າໄດ້ຮັບໃນປະລິມານຫນ້ອຍ ກໍ່ຈະສືບຕໍ່ສະສົມໃນຮ່າງກາຍ ໂດຍ ຕົກຕະກອນກັບທາດແຄວຊຽມກາຍເປັນຜຶກ oxalate ທີ່ສະສົົມໃນຕົນໂຕຄົນເຮົາແລະສັດ, ທໍາລາຍຫມາກໄຂ່ຫຼັງ, ທໍາລາຍກະເພາະລໍາໄສ້, ທໍາລາຍຫົວໃຈ ແລະ ທໍາລາຍສະຫມອງອື່ນໆ.

 



__________________
Anonymous

Date:
Permalink   
 

ພັກລັດ ໃຫ້ຕ່າງຊາດໃຊ້ ສານເຄມີ ຂ້າພີ່ນອ້ງລາວ

ປະຊາຊົນຂໍໃຫ້ຢຸດຕິໂຄງການນີ້, ແຕ່ບໍຣິສັດຈີນບອກວ່າ: "ຖ້າຕ້ອງການໃຫ້ຢຸດຕິໂຄງການນີ້ ແມ່ນໃຫ້ປະຊາຊົນຫາເງິນມາຈ່າຍແທນ: 300ລ້ານໂດລາ ຈິ່ງໄດ້" ຄວາມຕ້ອງການຂອງປະຊາຊົນແມ່ນຂໍພຽງໃຫ້ນໍ້າແວ່ນແລະນໍາຊໍາກັບຄືນມາຊົມໃຊ້ໄດ້ເປັນປົກກະຕິ ເຂດນີ້ປະຊາຊົນອາໄສຢູ່ໜາແໜ້ນ ອູ່ເຂົ້າອູ່ປາ ສະເພາະ ລ້ອງແວ່ນ ເຂດ4 ຍັງ: 10,000ຄົນແລ້ວ ຍັງບໍ່ລວມເມືອງຊໍາໃຕ້ນໍາອີກ. ຊິເດີມພັນເອົາເງິນມາແລກຊີວິດປະຊາຊົນທີ່ຖືກຄຸກຄາມ ໂດຍບໍ່ມີການຮັບປະກັນອັນຕະລາຍ ມັນຖືກຢູ່ບໍ່ ທ່ານເອີ່ຍ. ຂະໜາດຂ້ອຍເອງຈ້າງ 300ລ້ານໂດລາ ໃຫ້ມາແລກຊີວິດຂ້ອຍຍັງບໍ່ເອົາ; ເງິນບໍ່ໄດ້ແມ່ນທຸກຢ່າງເດີ່ ສໍາລັບຂ້ອຍເງິນບໍ່ມີຄວາມສໍາຄັນຫຍັງເດີ່ ມີຄວາມສາມາດ ມີດິນຢູ່ ມີແມ່ນໍ້າລໍາເຊອຸດົມສົມບູນ ພໍລ້ຽງຊີບ ພີ່ນ້ອງຢູ່ເຢັນເປັນສຸກໄປມາຫາສູ່ຮັກແພງກັນກະພໍແລ້ວ.
 
-----

 

ຖ້າມັນຍັງບໍ່ຢູດ ກໍເຜົາມັນໄປເລີຍພີ່ນອ້ງ

ພັກລັດເຮັດຫຍັງເຂົາບໍ່ໄດ້ດອ໊ກ ເພາະພວກນີ້ມັນຂາຍຊາດເປັນ ຂີ້ີຂ້ານາຍທຶນ



__________________
Anonymous

Date:
Permalink   
 

1681201203_hot-boombo-biz-p-trisha-fisher-asmr-porn-porno-vontakte-21.jpg1681201193_hot-boombo-biz-p-trisha-fisher-asmr-porn-porno-vontakte-33.jpg

ການນຳໄດ້ເງິນ ປະຊາຊົນໄດ້ທຸກ, ນ່າເຫັນໃຈ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard