ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມອບ-ຮັບໜ້າ​ທີ່ ​​ກະຊວງການເງິນ ລະຫວ່າງຜູ້ເກົ່າແລະຜູ້ໃໝ່
Anonymous

Date:
ມອບ-ຮັບໜ້າ​ທີ່ ​​ກະຊວງການເງິນ ລະຫວ່າງຜູ້ເກົ່າແລະຜູ້ໃໝ່
Permalink   
 


ມອບ-ຮັບໜ້າ​ທີ່ລັດຖະມົນຕີ ວ່າການ​​ກະຊວງການເງິນ

1.jpg

  ໃນ​ວັນ​ທີ 13 ມີ​ນານີ້, ຢູ່​​​ກະ ຊວງ​ການ​ເງິນ, ໄດ້​ມີ​ພິທີມອບ-ຮັບໜ້າ​ທີ​່ເລຂາ ຄະນະພັກ-ລັດ ຖະມົນຕີວ່າການ​ກະຊວງການ ເງິນລະຫວ່າງສະຫາຍ ພູເພັດ ຄຳພູນ ວົງ ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າກາ​ນ​ກະຊວງ​ການ​ເງິນ​ຜູ້​ເກົ່າ ແລະ ສະຫາຍ ດຣ ລຽນ ທິ​ແກ້ວ ​ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຜູ້​ໃໝ່ ໂດຍ​ການ​ເປັນ​ກຽດ​ເຂົ້າຮ່ວມ  ຂອງສະ ຫາຍ ສົມ​ສະຫວາດ ເລັ່ງ ສະຫວັດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງນາ​ຍົກ​ລັດຖະມົນຕີ, ຜູ້ຊີ້ນຳວຽກງານ ເສດຖະກິດ, ມີ​ຄະນະ​ພັກ, ບັນດາ​ລັດຖະມົນຕີ​ຊ່ວຍ​ວ່າການ, ບັນ ດາ​​ຫົວໜ້າ​ກົມ-ຮອງ ກົມ ​ແລະ ພະນັກງານ​ຫລັກ​ແຫ​ລ່ງຂອງ​ຂະ​ແໜງ​ການ​ເງິນ​ເຂົ້າຮ່ວມ​ເປັນ​ສັກ​ຂີ​ພິຍານ.

    ໃນ​ພິທີ​ດັ່ງກ່າວ, ສະຫາຍ ທອງຈັນ ໂຂງພູມຄໍາ ຮອງຫົວ ໜ້າຄະນະຈັດຕັ້ງສູນກາງພັກ ​ໄດ້​ຂຶ້ນຜ່ານຄຳ​ສັ່ງຂອງ​ກົມ​ການ​

ເມືອງ​ສູນ​ກາງ​ພັກ ເລກທີ 01/ກມສພ ລົງວັນທີ 17 ກຸມພາ 2014 ວ່າດ້ວຍ​ການຍົກຍ້າຍພະ ນັກງານການ​ນຳ​ຂັ້ນສູງ​ໄປຮັບ ໜ້າ​ທີ​່ໃໝ່ ​ແລະ ລັດຖະດຳລັດ​ຂອງ​ປະທານ​ປະ​ເທດສາທາລະນະ​ລັດ ​ປະຊາທິປະ​ໄຕ ປະຊາຊົນ​ລາວ ສະບັບເລກທີ 098/ປປທ ລົງວັນທີ 3 ມີນາ 2014 ວ່າ​ດ້ວຍ​ການ​ຍົກຍ້າຍລັດຖະມົນຕີວ່າ ການກະຊວງ​ການ​ເງິນ​ໄປຮັບໜ້າ​ທ່ີ​ໃໝ່ ​ໂດຍຍົກ ຍ້າຍສະຫາຍ ພູ​ເພັດ ຄຳ​ພູນ​ວົງ ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ພັກ, ລັດ ຖະມົນຕີ​ວ່າກາ​ນ​ກະຊວງ​ການ​ເງິນ​ຜູ້​ເກົ່າ​ໄປຮັບ ໜ້າ​ທີ​່ໃໝ່ຢູ່​ຫ້ອງ​ວ່າການ​ລັດຖະບານ ​ແລະ ລັດ ຖະດຳລັດ​ຂອງ​ປະທານ​ປະ​ເທດ ສາທາລະນະ​ລັດ ​ປະຊາທິປະ​ໄຕ ປະຊາຊົນ​ລາວ ສະບັບເລກທີ 100/ປປທ ລົງວັນທີ 3 ມີນາ 2014 ວ່າ​ດ້ວຍ​ການ​ແຕ່ງຕັ້ງລັດ ຖະມົນຕີວ່າການກະຊວງ​ການ​ເງິນ​ຜູ້ໃໝ່ ​ໂດຍແຕ່ງຕັ້ງສະຫາຍ ດຣ. ລຽນ ທິ​ແກ້ວ ​ກຳມະການ​ສູນ​ກາງ​ພັກ, ​ເລຂາ​​ພັກແຂວງ, ເຈົ້າ​ແຂວງໆ​ໄຊ​ຍະ​ບູລີ ເປັນລັດ ຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຜູ້​ໃໝ່. ພາຍຫລັງທີ່ສະຫາຍ ພູເພັດ ຄຳພູນວົງ ໄດ້ລາຍງານ ສະພາບວຽກງານ ຮອບດ້ານໃນ ໄລຍະ 2 ປີກວ່າ ທີ່ໄດຮ່ວມກັບຄະນະນຳ, ພະນັກງານການນຳຫລັກແຫລ່ງ ກໍຄືພະນັກງານທຸກຂັ້ນໃນທົ່ວກະຊວງເຮັດສຳເລັດ ໜ້າທີ່ໆ ຂັ້ນເທິງມອບໝາຍໃຫ້ ແລ້ວ ສະຫາຍ ສົມສະຫວາດ ເລັ່ງສະຫວັດກໍໄດ້ໃຫ້ກຽດໂອ້ລົມເພື່ອເປັນທິດນຳໃຫ້ແກ່ການຈັດ ຕັ້ງປະຕິບັດວຽກງານໃນໄລຍະໃໝ່ຊຶ່ງສະຫາຍໄດ້ສະແດງ ຄວາມຊົ​ມ​ເຊີ​ຍຕໍ່​ຜົນງານ​ຂອງ​ກະຊວງ​ການ​ເງິນທີ່​ຍາດມາໄດ້​ໃນ​ໄລຍະ​ຜ່ານ​ ມາພ້ອມທັງໄດ້ ແນະນຳໃຫ້ລັດຖະມົນຕີວ່າການກະຊວງການເງິນຜູ້​​ໃໝ່​ໃຫ້ກຽມ ພ້ອມ​ຊີ້ນຳໆພາ​ພະ​ນັກ​ງານຫລັກ​ແຫລ​່ງ​ ​ກໍຄືພະນັກງານທຸກຂັ້ນໃນທົ່ວກະຊວງ ໂດຍ​ສະ​ເພາະໃນ​ວຽກ​ງານ​ການ​ເງິນ​ໃຫ້​ມີ​ຄວາມຖືກຕ້ອງ​ເໝາະ​ສົມ​ກັບ​ສະພາບ​ວຽກ ​ງານ​ຕົວ​ຈິງ​ໃນ​ປັດຈຸ​ບັນ. ຈາກນັ້ນ ສະຫາຍ ດຣ. ລຽນ ທິ​ແກ້ວ ​ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ພັກ,  ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຜູ້​ໃໝ່ກໍ ໄດ້ກ່າວຮັບໜ້າທີ່ຊຶ່ງສະຫາຍຈະພະຍາຍາມສຸມທຸກສະຕິປັນຍາເຫື່ອແຮງ ແລະ ຄວາມສາມາດ ຂອງຕົນເຂົ້າໃນວຽກງານດ້ວຍຄວາມຮັບຜິດຊອບສູງເພື່ອສືບຕໍ່ສຳເລັດໜ້າທີ່ໆໄດ້ຮັບມອບໝາຍ ກໍຄືເຮັດໃຫ້ສະຖານະພາບ ຂອງກະຊວງການເງິນມີຄວາມເຂັ້ມແຂງ ແລະ ເຮັດສຳເລັດໜ້າຂອງຕົນຮັບຜິດຊອບເປັນຢ່າງດີ.



__________________
Anonymous

Date:
RE: ມອບ-ຮັບໜ້າ​ທີ່ ​​ກະຊວງການເງິນ ລະຫວ່າງຜູ້ເກົ່າແລະຜູ້ໃໝ່
Permalink   
 


ຂໍສະແດງຄວາມຍິນດີນຳ, ຂໍໃຫ້ກິນນ້ອຍລົງກວ່າຣັຖມົນຕຣີຄົນເກົ່າເນີ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard