ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໄປຫາໄກສອນ ອີກແລ້ວ ຄະນະບໍລິຫານງານພັກແຂວງຈຳປາສັກ,
Anonymous

Date:
ໄປຫາໄກສອນ ອີກແລ້ວ ຄະນະບໍລິຫານງານພັກແຂວງຈຳປາສັກ,
Permalink   
 
ຂ່າວມໍລະນະກຳຂອງ

ທ່ານແສງອາລຸນ ພອນຈິດ

10446147_801945266506068_5099300613754942255_o.jpg

ຂ້າພະເຈົ້າຄອບຄົວນາງໝ້າຍ ໄພທູນ ພອນຈິດ, ທ່ານໜິດໜໍ່ແກ້ວ ພອນຈິດ, ທ່ານວົງພະຈັນ ພອນຈິດ, ທ່ານກົບ ພອນຈິດ, ທ່ານສົມພະໄທ, ທ່ານອຸ້ມ ພອນສະຫວັນ, ທ່ານບຸນລ້ວນ ວັນນາສີ, ທ່ານຄຳຈັນ ພິມມະສອນ, ທ່ານອຸ່ນເຮືອນ ໄຊຍະວົງ, ຄະນະບໍລິຫານງານພັກແຂວງຈຳປາສັກ, ຄະນະໂຄສະນາອົບຮົມແຂວງຈຳປາສັກ ພ້ອມດ້ວຍລູກຫຼານໝົດທຸກຄົນ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ທີ່ຢູ່ໃກ້ ແລະ ຢູ່ໄກ ຊາບທົ່ວເຖິງກັນວ່າ: ທ່ານແສງອາລຸນ ພອນຈິດ ອະດີດ ກຳມະການພັກ ແຂວງຈຳປາສັກ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ອະດີດຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳແຂວງຈຳປາສັກ ແລະ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ຜູ້ເປັນຜົວ, ເປັນພໍ່, ເປັນພໍ່ເຖົ້າຂອງຂ້າພະເຈົ້າ ໄດ້ເຖິງແກ່ມໍລະນະກຳໄປແລ້ວ ໃນມື້ວັນສຸກ ທີ 27/06/2014 ເວລາ 21:00 ໂມງ ດ້ວຍພະຍາດຂອງຜູ້ກ່ຽວເອງ ລວມອາຍຸໄດ້ 55 ປີ.
- ສົບຂອງເພິ່ນໄດ້ບໍາເພັນກຸສົນໄວ້ທ່ີເຮືອນຂອງຜູ້ກ່ຽວ ບ້ານພັດທະນາໂພນໄຊ ເມືອງປາກເຊ ແຂວງຈຳປາສັກ.
- ສ່ວນວັນຊາປະນະກິດສົບຈະໄດ້ຈັດຂຶ້ນໃນມື້ວັນຫັດ ທີ 03/07/2014 ເວລາ 13 :30 ໂມງ, ຈະໄດ້ເຄື່ອນຍ້າຍສົບອອກສູ່ປ່າຊ້າຫຼັກ 9 ທາງງສະຜ່າຍ.
ກຳນົດວັນຕັ້ງບຸນມີດັ່ງນີ້ :
- ໃນມື້ອອກໃໝ່ 9 ຄຳ່ ເດືອນ 8 ພ.ສ 2557 ກົງກັບວັນເສົາທີ 05/07/2014 ເປັນມື້ຕັ້ງ ແລະ ຕົກແຕ່ງເຄື່ອງກອງບຸນ ແລະ ເຄື່ອງໄຊຍະທານຕ່າງໆ ຕອນແລງ ເວລາ 16 :00 ໂມງ ສູດປະລິຕະມຸງຄຸນ ແລະ ຟັງທຳມະເທດສະໜາ.
- ໃນມື້ອອກໃໝ່ 10 ຄຳ່ ເດືອນ 8 ພ.ສ 2557 ກົງກັບວັນອາທິດ ທີ 06/07/2014 ຕອນເຊົ້າທຳພິທີຕັກບາດ ຖວາຍເຄ່ືອງໄຊຍະທານຕ່າງໆ ແດ່ພຣະສົງ 9 ອົງ ແລະ ເລີກແລ້ວໃນວັນນັ້ນ.
ດັ່ງນັ້ນ ຈິ່ງຂ່າວມາຍັງຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ທ່ີຢູ່ໃກ້ ແລະ ຢູ່ໄກ ຈົ່ງເສຍສະຫຼະເວລາອັນມີຄຸນຄ່າມາຮ່ວມທຳບຸນ ກິນທານນຳພວກຂ້າພະເຈົ້າດ້ວຍ.
( ຂ່າວມາດ້ວຍຄວາມນັບຖື ແລະ ຮັກແພງ )

__________________
Anonymous

Date:
RE: ໄປຫາໄກສອນ ອີກແລ້ວ ຄະນະບໍລິຫານງານພັກແຂວງຈຳປາສັກ,
Permalink   
 
ໃຜຮູ້ຂ່າວມາແຈ້ງດ່ວນ ບັກອັນຕະພານເຈົ້າພໍ່ນັກເລງ ລູກຊາຍນາຍພົນ ດວງໃຈ ພິຈິດ ໄປຍິງຄົນຕາຍຢູ່ພາກໃຕ້ ໝໍນີ້ເປັນມີ່ຮູ້ກັນວ່າອັນຕະພານເບີ1 ຢາກຕີໃຜກໍ່ຕີ ຢາກຂ້າໃຜກໍ່ຂ້າ ເອົາເງີນຫວ່ານໃຫ້ຜູ້ສາວ

__________________
Anonymous

Date:
ໄປຫາໄກສອນ ອີກແລ້ວ ຄະນະບໍລິຫານງານພັກແຂວງຈຳປາສັກ,
Permalink   
 
Anonymous wrote:

ໃຜຮູ້ຂ່າວມາແຈ້ງດ່ວນ ບັກອັນຕະພານເຈົ້າພໍ່ນັກເລງ ລູກຊາຍນາຍພົນ ດວງໃຈ ພິຈິດ ໄປຍິງຄົນຕາຍຢູ່ພາກໃຕ້ ໝໍນີ້ເປັນມີ່ຮູ້ກັນວ່າອັນຕະພານເບີ1 ຢາກຕີໃຜກໍ່ຕີ ຢາກຂ້າໃຜກໍ່ຂ້າ ເອົາເງີນຫວ່ານໃຫ້ຜູ້ສາວ

 ບັກໃດຄືເກັງແທ້ ? ນີ້ຄື ຕະກູນ ດວງໃຈ ພິຈິດ

55.jpg56.jpg

Attachments
__________________
Anonymous

Date:
RE: ໄປຫາໄກສອນ ອີກແລ້ວ ຄະນະບໍລິຫານງານພັກແຂວງຈຳປາສັກ,
Permalink   
 
ບັກຢູ່ຊ້າຍມື ມັນເກັ່ງຫລາຍດຽວມັນໄດ້ໄປຢູ່ກັບພໍ່ກັບແມ່ນມັນໄວໆນີ້ລະເພາະບັກຕົ້ງມັນກໍ່ໄປແລ້ວ ແລະ ຄົນອື່ນໆລະວັງໄວ້ໃຫ້ດີ

__________________
Anonymous

Date:
Permalink   
 
ຂໍສະແດງຄວາມເສົ້າສະຫຼົດໃຈນຳຄອບຄົວແລະຍາດມິດຂອງທ່ານແສງອາລຸນ ພອນຈິດ

ແລະຂໍວິ້ງວອນໃຫ້ດວງວິນຍານຂອງທ່ານຈົ່ງໄປສູ່ສຸຂະຕິດ້ວຍເຖີດ, ສາທຸໆໆ !

__________________
Anonymous

Date:
Permalink   
 
ບັກຢູ່ຊ້າຍມື ມັນເກັ່ງຫລາຍດຽວມັນໄດ້ໄປຢູ່ກັບພໍ່ກັບແມ່ນມັນໄວໆນີ້ລະເພາະບັກຕົ້ງມັນກໍ່ໄປແລ້ວ ແລະ ຄົນອື່ນໆລະວັງໄວ້ໃຫ້ດີ

ຖາມແດ່ທ່ານ ປະທານ ຕົ້ງທີ່ ໂດງດັງ ໄປໃສແລ້ວ ທ່ານ ຂພຈ ກໍ່ ຕິດຕາມຄວາມ ໂດງດັງຂອງເພິ່ນຢູ່ ຊ່ວງນີ້ ຄືມິດງຽບ ບໍ່ຮູ້ວ່າເພິ່ນໄປທາງໃດ

 ແມ່ນໃຜບັກຕົ້ງ,ເອົາຮູບມາລົງໃຫ້ເບິ່ງແດ່ຖ້າມີ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard