ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣົດ Vigo ກະຊວງໃດ ? ບັນທຸກໄມ້ຂະຍຸງເຖື່ອນ
Anonymous

Date:
ຣົດ Vigo ກະຊວງໃດ ? ບັນທຸກໄມ້ຂະຍຸງເຖື່ອນ
Permalink   
 


ກັກ VIGO 2 ຄັນ ບັນທຸກໄມ້ຂະຍຸງເຖື່ອນ

v.png

ເຈົ້າໜ້າທີ່ຕໍາຫຼວດເສດຖະກິດກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ກັກລົດໂຕໂຢຕ້າວີໂກ້ແຊັມ ສີປອນທອງ 2 ຄັນໝາຍເລກທະບຽນ ກກ 9761 ແລະ
ກກ 1847 ກໍາແພງນະຄອນ (ປ້າຍສີຟ້າ) ທີ່ບັນທຸກໄມ້ຂະຍຸງຈໍານວນ 84 ໂຕ, ໜັກ 1341 ກິໂລກຼາມ ຢູ່ເສັ້ນທາງ 13 ໃຕ້ຢູ່ດ່ານ ບ້ານນາຊາຍ ເມືອງໄຊບູລີ ແຂວງສະ
ຫວັນນະເຂດ ພ້ອມກັກຕົວຜູ້ຂັບຂີ່ລົດດັ່ງກ່າວຄື: ທ້າວ ສາຍພອນ ອາຍຸ 35 ປີ ປະຊາຊົນບ້ານຜາທອງ ແລະ ທ້າວ ກົງໃຈ ອາຍຸ 36 ປີ ຄ້າ-ຂາຍ ຢູ່ບ້ານນໍ້າຢ້າງ ເມືອງ
ວຽງທອງ ແຂວງບໍລິຄໍາໄຊ ມາສອບສວນດໍາເນີນຄະດີ ໃນວັນທີ 10 ສິງຫານີ້.
ເຈົ້າໜ້າທີ່ຕໍາຫຼວດເສດຖະກິດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ພວກເຮົາໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີກຸ່ມບໍ່ດີກໍາລັງລັກ
ລອບຂົນສົ່ງໄມ້ຜິດກົດໝາຍ ໂດຍນໍາໃຊ້ລົດຍີ່ຫໍ້ໂຕໂຢຕ້າ ວີໂກ້ແຊັມສີປອນທອງ ຈໍານວນ 2 ຄັນ ໝາຍເລກທະບຽນ ກກ 9761 ແລະ ກກ 1847 ກໍາແພງນະຄອນ
(ປ້າຍສີຟ້າ) ໂດຍພວກເຂົາໄດ້ດັດແປງທາງໃນຫ້ອງຂັບແລ້ວເອົາໄມ້ຂະຍຸງຊຸກເຊື່ອງໄວ້ໂດຍໃຊ້ຜ້າຫົ່ມປົກໄວ້ ແລ່ນຕາມເສັ້ນທາງເລກທີ 13 ໃຕ້ ຈາກແຂວງສາລະວັນ
ມຸ່ງໜ້າຈະຂຶ້ນເມືອແຂວງຄໍາມ່ວນ, ຫຼັງຈາກນັ້ນ, ຈຶ່ງໄດ້ອອກເຄື່ອນໄຫວກວດກາຕິດຕາມລົດເປົ້າໝາຍລົດຄັນດັ່ງກ່າວ,ແລ້ວປະສານສົມທົບກັບຕໍາຫຼວດເສດຖະກິດ
ຢູ່ຈຸດກວດດ່ານບ້ານນາຊາຍເມືອງໄຊບູລີ ແຂວງສະຫວັນນະເຂດ ຈົນມາຮອດເວລາ 7:00 ໂມງເຊົ້າຂອງວັນທີ 10 ສິງຫາ 2014 ຈຶ່ງພົບເຫັນລົດເປົ້າໝາຍຄັນດັ່ງ
ກ່າວທີ່ແລ່ນດ້ວຍຄວາມໄວສູງ; ດັ່ງນັ້ນ, ຈຶ່ງໄດ້ສະກັດລົດພ້ອມທັງກວດຄົ້ນພົບເຫັນພາຍໃນລົດມີໄມ້ຂະຍຸງທັງສອງຄັນ, ຄັນທີໜຶ່ງມີໄມ້ຂະຍຸງ ຈໍານວນ 39 ໂຕ, ນໍ້າ
ໜັກ 700 ກິໂລ ບໍລິມາດ 0,466 ແມັດກ້ອນ ແລະ ຄັນທີສອງມີໄມ້ຂະຍຸງຈໍານວນ 45 ໂຕນໍ້າໜັກ 641 ກິໂລ ບໍລິມາດ 0,427 ແມັດກ້ອນ.
ຜູ້ຖືກຫາທັງສອງຄົນໄດ້ຮັບສາລະພາບວ່າ: ໄດ້ຊື້ໄມ້ຂະຍຸງມາແຕ່ເມືອງຄົງເຊໂດນ ແຂວງສາລະວັນ ໃນລາຄາກິໂລລະ 15,000 ກີບ ເພື່ອເອົາໄປຂາຍຢູ່ແຂວງຄໍາມ່ວນ
ໃນລາຄາກິໂລລະ 400 ບາດ. ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນຄະດີຕໍ່ເປົ້າໝາຍທັງສອງ ແລະ ສືບຫາກໍາມະສິດນໍາໃຊ້ລົດປ້າຍຟ້າ ( ປ້າຍລັດ) ທັງສອງຄັນນັ້ນແມ່ນ
ຂອງພາກສ່ວນໃດ, ມີເອກະສານຖືກຕ້ອງຕາມລະບຽບ ຫຼື ບໍ່

ປ້າຍສີຟ້າ ແມ່ນລົດ ພະນັກງານພັກລັດແມ່ນບໍ່ ? ກກ 9761

acttr?p=OTMwNjMzMzk3NgfDHJJ1t3qEs3GZ3rXmzymSC%2F6e2wbp6M02XlLYBKHnz7ent1zWOT%2B2x5ittTjm5WberEnSfTXywGIY4fSNIsapcW5Wks3vDVlsRXfbKOsCJxsns7TmK70wtHUc8PuxwgZmBNCKeP3T5uUs1xI6%2FjrV9f6fetTssvbki94U70Su&m=FP30_%3A_not_top&t=1408596079754

acttr?p=YTM0MzQ0MzEzODAHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh58%2B3p7dc1jk%2FtseYrbU45uVm3qxJ0n018sBiGOH0jSLGqXFuVpLN7w1ZbEV32yjrAicbJ7O05iu9MLR1HPD7scIGZgTQinj90xYgUSUY8ZDnP%2FbPtC%2FpIRRWN1mOtWdnMQ%3D%3D&m=FP30_%3A_not_top&t=1408596572689



__________________
Anonymous

Date:
Permalink   
 

ເງິນເດືອນນ້ອຍ ເບີກບໍ່ປົກກະຕິກໍ່ຕ້ອງໄດ້ປະຕິບັດນະໂຍບາຍເພິ່ງຕົນເອງກຸ້ມຕົນເອງ

ຕາມທີ່ພັກນຳພາ.



__________________
Anonymous

Date:
Permalink   
 

Anonymous wrote:

ເງິນເດືອນນ້ອຍ ເບີກບໍ່ປົກກະຕິກໍ່ຕ້ອງໄດ້ປະຕິບັດນະໂຍບາຍເພິ່ງຕົນເອງກຸ້ມຕົນເອງ

ຕາມທີ່ພັກນຳພາ.


 ຫລານສາວຂ້ອຍຈົບແພທສາດມາແລະໄປເປັນນາງໝໍ (ດຣ.) ຢູ່ໂຮງໝໍປາກຊັນເຣີ່ມແຕ່

ເດືອນ 4 ປີນີ້ມາ, ຮວມທັງໝົດ 4 ເດືອນ ຍັງບໍ່ທັນໄດ້ຣັບເງິນເດືອນຈັກເດືອນເລີຍຂັ້ນວ່່າ

ເປັນທ່ານໝໍຍິງ. ຣັຖະບານລາວຕັ້ງທູກຍາກແລະບໍ່ມີເງິນເດືອຍມາຈ່າຍໃຫ້ພະນັກງານຣັດ

ເລີຍ ບາດເງີນເດືອນທັງເງິນພິເສດຂອງພະນັກງານສັມະຊິກສູນກາງພັກແມ່ບໍ່ຂາດຈັກເດືອນ

ພ້ອມທັງໄດ້ຮັບເບັ້ຍບຳເນັດທຸກໆເດືອນອີກ. ຫລານສາວຂ້ອຍເປັນລູກຫຼານຂອງປະຊາຊົນຄົນທັມະ

ດາຂອງອະດີດນັກການເມືອງເກົ່າຂອງຝ່າຍວຽງຈັນກ່ອນ 75 ພໍຈົບແພທສາດກໍຖືກສົ່ງໄປປະຈຳ

ການຢູ່ຕ່າງແຂວງ ບາດລູກຫລານພັກລັດວ່າແຕ່ຈົບແມ່ນໄດ້ປະຈຳການຢູ່ນະຄອນຫຼວງໂລດ ມັນ

ບໍ່ມີຄວາມຍຸຕິທັມເລີຍອັນພັກລັດເຮັດກັບປະຊາຊົນອະດີດຝ່າຍວຽງຈັນ ຫຼືຄົນພື້ນຖານຂອງວຽງ

ຈັນທີ່ບໍ່ແມ່ນສັມະຊິກພັກຫຼືມີມູນເຊື້ອເຮັດການປະຕິວັດນຳພວກເຂົາມາ ແຕ່ປີ 1945 ມາເຖິງ 75

(30ປີເຮັດການປະຕິວັດດັ່ງທະຫານອ້າຍນ້ອງມາຄຸຍໂມ້ຫລັງປົດປ່ອຍປະເທດສູ່ພີ່ນອງປະຊາຊົນ

ອະດີດຝ່າຍວຽງຈັນຟັງ ບາດພໍ່ແມ່ປະຊາຊົນຖາມວ່າອາຍຸຈັກປີແລ້ວ ພວກທະຫານທີ່ມາຄຸຍໂມ້ວ່າ

ເຮັດການປະຕິວັດມາ 30 ປີກໍຕອບວ່າ ອາຍຸໄດ້ 21-22ປີ).



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard