ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຮັດແຮງເກີນກວ່າເຫດ.ຕຳຫຼວດ ຢູ່ດ່ານບ້ານດົງສະຫວັນ, ເມືອງເຊໂປນ
Anonymous

Date:
ເຮັດແຮງເກີນກວ່າເຫດ.ຕຳຫຼວດ ຢູ່ດ່ານບ້ານດົງສະຫວັນ, ເມືອງເຊໂປນ
Permalink   
 


ມື້ນີ້ນຳສະເໜີເລື່ອງຈິງ ທີ່ເກີດຂຶ້ນລະຫວ່າງ ຕຳຫຼວດສະເພາະກິດທີ່ປະຈຳການຢູ່ດ່ານບ້ານດົງສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ (ປະຈຳການຊ່ວງເດືອນ 8/2014)

ເລື່ອງມີຢູ່ວ່າ... ຕອນຄ່ຳຂອງວັນທີ13/8/2014 ຂ້ອຍໄປຊື້ເຄື່ອງກິນຢູ່ຕະຫຼາດຂາຍເຄື່ອງກິນສຸກທີ່ຕະຫຼາດແລງ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ພົບກັບເຫດການອັນສະເທືອນໃຈ ໂຫດຮ້າຍປ່າເຖື່ອນທີ່ສຸດ ເຖິງເວລາຜ່ານໄປຫຼາຍວັນແລ້ວ ແຕ່ພາບຄວາມໂຫດຮ້າຍທີ່ມະນຸດກະທຳຕໍ່ມະນຸດດ້ວຍກັນນັ້ນກໍ່ຍັງຕິດຕາຂ້ອຍຢູ່ ທ້າວເສີມໄຊຂ້ອຍເຫັນລາວມາຕັ້ງແຕ່ນ້ອຍ ບໍ່ເຄີຍມີປະຫວັດເຊື່ອມເສຍ ບໍ່ເຄີຍຜິດຖຽງກັບໃຜ
ໄດ້ມີຕຳຫຼວດ 4 ຄົນປືນອາກ້າຄົບມື ແລ່ນເຂົ້າໄປຕົບຕີທ້າວເສີມໄຊ ລາວລົ້ມລົງແລ້ວກໍ່ຍັງເອົາປືນທັ່ງໃສ່ຫົວລາວອີກ ທຸກຄົນກໍ່ຕົກໃຈ ຜູ້ຢືນເບິ່ງ ຜູ້ ໝູບ ຜູ້ແລ່ນ ສ້າງຄວາມແຕກຕື່ນໃນຕະຫຼາດ ຕ່າງຄິດວ່າທ້າວເສີມໄຊໄປຂ້າໃຜມາຫຼືໄປຕຳຄົນຕາຍມາບໍ ທັນໃດນັ້ນພໍ່ແລະແມ່ຂອງລາວກໍ່ອອກມາຫ້າມບໍ່ໃຫ້ຕີ ລູກຂ້ອຍຜິດຫຍັງ ຕຳຫຼວດ4 ຄົນກາບໍ່ຟັງ ຕີລູກລາວໃຫ້ເບິ່ງອີກ ເອົາຕີນທັ່ງຂຶ້ນລົດ ຕໍ່ໜ້າພໍ່ແມ່ຂອງລາວໂດຍທີ່ຍັງບໍ່ຮູ້ວ່າລູກຊາຍໄປເຮັດຫຍັງຜິດມາ ມີຕຳຫຼວດຜູ້ໜຶ່ງຍູ້ພໍ່ລາວລົ້ມລົງ ແມ່ຂອງລາວຫິ້ວເກີບລູກຊາຍແລ່ນໄປໃສ່ລົດກະບະວີໂກ້ຂອງຕຳຫຼວດສິຍື່ນໃຫ້ລູກຊາຍ ຕຳຫຼວດກາບໍ່ເອົາ ຝ້າວແລ່ນອອກໄປຈາກເຮືອນທ້າວເສີມໄຊ ຢ່າງໄວວາ ເປັນພາບທີ່ສະເທືອນໃຈທີ່ສຸດບໍ່ເຄິຍພົບເຄີຍເຫັນ ໃນຕອນນັ້ນພໍ່ແມ່ຍັງສະເທືອນໃຈເຮັດຫຍັງບໍ່ຖືກ ມີຜູ້ໜຶ່ງຮ້ອງໃສ່ວ່າ: ......ນຳໄປໄວໆໂລດ ເຂົາສິເອົາລູກເຈົ້າໄປຂ້າກາບໍ່ຮູ້ໃດຫັ້ນ.... ຂະນາດຢູ່ເຮືອນເຈົ້າແທ້ໆມັນຍັງເຮັດໂຫດປານນີ້ ຮີບໄປໄວໆ......ຜົນຕາມຄາດ ຂ້ອຍຮູ້ພາຍຫຼັງວ່າສະໝອງລາວບວມໄປເຂົ້າໂຮງໝໍ....,,,,.........ເລື່ອງນີ້ ມີຜູ້ເຫັນເຫດການຫຼາຍຄົນໃນຕະຫຼາດ ຈິງເປັນກະແສໃນຕອນນີ້ເປັນວົງກວ້າງ ພະນັກງານ ພໍ່ຄ້າແມ່ຄ້າ ປະຊາຊົນ ແລະຈະມີການນຳສະເໜີເລື່ອງດັ່ງກ່າວຕໍ່ການປະຊຸມພັກທ້າຍເດືອນ ເພື່ອໃຫ້ກວດສອບວິໃນປະຕິບັດທີ່ເກິນກວ່າເຫດ

ຕາມບົດບັນທຶກບອກວ່າລາວແກ່ວງກະປ່ອງ(ໂຍມ)ໃສ່ເຈົ້າໜ້າທີ່ດ່ານບ້ານດົງ ແລະໄດ້ຈັບເອົາລາວທັນທີ ເຊິ່ງມັນໄດ້ຂັດກັບຄວາມຈິງທີ່ຂ້ອຍເຫັນເຂົາມາຈັບເອົາທີ່ເຮືອນຂອງທ້າວເສີມໄຊ ຢູ່ຕະຫຼາດເມືອງເຊໂປນ ຫ່າງຈາກດ່ານບ້ານດົງສະຫວັນ 20 km

ຜ່ານການບອກເລົ່າທ້າວເສີມໄຊ ລາວບອກວ່າ : ຂັບລົດໄປຮັບເອົານ້ອງເມຍໄປຮຽນຢູ່ຫວຽດນາມກັບມາຮອດຊາຍແດນບໍມີລົດເມືອຢູ່ຊາຍແດນ ບ້ານແດນສະຫວັນ ຂາກັບມາໄດ້ຈອດລົດກົດແວ່ນລົງໃຫ້ກວດ ພໍບໍມີຫຍັງເຈົ້າໜ້າທີ່ກໍ່ໃຫ້ໄປ ແຕ່ໃນຄະນະສິເອົາແວ່ນຂຶ້ນໄດ້ເອົາກະປ໋ອງສະປອນເຊີ້ຢູ່ໃນມື ປ່ອນອອກຈາກລົດຈິ່ງເອົາແວ່ນຂຶ້ນ ພໍມາຮອດເຮືອນ ອອກມາຢືນໜ້າບ້ານ ຕຳຫຼວດກາເອົາປືນຄົບມື ແລ່ນເຂົ້າມາຫາລາວຖາມວ່າ: ມີຫຍັງບໍ່ ເວົ້າບໍ່ສຸດຄວາມກໍ່ ຖືກຕຳຫຼວດ4ຄົນ ເຕະກອງລົງກັບພື້ນ ປືນທັ່ງຫົວ ຕີນຢຽບຫຼັງຢຽບຄໍ ຂ້ອຍມຶນໄປໝົດ ທັນເຫັນພໍ່ຂ້ອຍຖືກເຂົາຍູ້ລົ້ມລົງ ຕອນຂັບລົດອອກໄປ ຫາດ່ານບ້ານດົງ ໄດ້ມີສອງຄົນຈັບມືໄວ້ ຜູ້ຢູ່ຂ້າງໂຊເຟີ້ ຫັນຫຼັງມາຕົບໜ້າຕົບຫົວ ບີບປາກ ພໍໄປຮອດດ່ານ ເຂົາເອົາກະແຈມື ມາໃສ່ ແລ້ວຊ້ອມ ໃຫ້ຍອມຮັບວ່າສູບຢາມ້າ ...ຢາສູບຂ້ອຍຍັງບໍໄດ້ສູບ ແຮງຂ້ອຍປະຕິເສດແຮງຖືກຕີ ຕີຫົວ ເອົາປະຕິທິນຕັ້ງໂຕະຟາດຫົວຂ້ອຍ ແລະບໍ່ໃຫ້ເວົ້າວ່າຈັບຢູ່ເຮືອນ

ຕໍ່ມາຂ້ອຍເອງມີຄວາມຢາກຮູ້ເລື່ອງກ່ຽວກັບທ້າວເສີມໄຊ ຂ້ອຍໄດ້ສອບຖາມພະນັກງານຢູ່ໃນດ່ານບ້ານດົງສະຫວັນທີ່ຮູ້ເຫດການບອກວ່າ : ເຮົາກາວ່າມັນກາບໍ່ສົມຄວນດອກນາຍສັ່ງແນ່ ໝໍຍ້ອງຢາກໄດ້ຜົນງານແນ່ ເຂົາເອົາແບ້ມາກິນ 4 ໂຕ ຢູ່ໃນດ່ານ ຮອງຫົວໜ້າປກສ ມາແຕ່ແຂວງ ໄດ້ສັ່ງໃຫ້ໄປເອົາໂຕໝໍ ຖິ້ມກະປ໋ອງລົງຈາກລົດມື້ກີ້ມາໃຫ້ໄດ້ ຖ້າເອົາມາບໍ່ໄດ້ ສູຕົກການ ລາວໂຫດນາຍນີ້ນະ ແຕ່ກ່ອນລາວໄປຕີບູນເມືອງຊົນ ຮອງເຈົ້າເມືອງເມືອງຊົນເວົ້າຢອກລາວວ່າໄມ້ຄືຮູຂີ້ນິກາສິເອົາເມືອ ເອົາເມືອເຮັດຫຍັງ ເອົາລົງໆ ລາວຈົກປືນສິຍິງຮອດ ຮອງເຈົ້າເມືອງ

ຂ້ອຍຄິດວ່າສັງຄົມລາວເກີດເຫດໂຫດຮ້າຍປານນີ້ເຮົາສິມີມາດຕາການແນວໃດເພື່ອບໍໃຫ້ມັນເກິດຂຶ້ນອີກກັບປະຊາຊົນຜູ້ທີ່ບໍ່ມີອຳນາດ ລູກນ້ອງຂາຍນາຍ ນາຍຂາຍລູກນ້ອງ ຈັກແມ່ນອີຫຍັງເປັນຈິງແທ້ ແຕ່ເລື່ອງທີ່ເກີດຂຶ້ນແທ້ ຄື ຂ້ອຍ ແມ່ຄ້າປະຊາຊົນໄດ້ເຫັນເຈົ້າໜ້າທີ່ຕຳຫຼວດທຸບຕີປະຊາຊົນແບບປ່າເຖື່ອນ

ຫຼືວ່າ ສັງຄົມຄວນລືມເລື່ອງນີ້ໃຫ້ຄືກັບວ່າບໍ່ມີຫຍັງເກີດຂຶ້ນ ບໍ່ຕ້ອງມີການກວດສອບຄວາມຈິງບໍ່ຕ້ອງມີການກວດວິໃນປະຕິບັດ ເຮັດເກີນກວ່າເຫດ ແມ່ນໜ່ວຍງານໃດ ແລະຂັ້ນໃດ ມີຄວາມເປັນທຳ ຂັ້ນແຂວງຂ້ອຍຄິດວ່າ.............. ຂ້ອຍຂໍຄວາມຄິດເຫັນ ແມ່ນໃຜກາບໍ່ຢາກໃຫ້ເກີດກັບຄົນທຸກຄົນບໍ່ວ່າໃຜ ລູກໃຜຫຼານໃຜກໍ່ເຈັບປວດທັ້ງນັ້ນ ຖ້າເກີດເຫດການແບບນີ້ ກັບຄອບຄົວຫຼືຄົນທີ່ຮູ້ຈັກຜູ້ທີ່ໄດ້ອ່ານຈະເຮັດແນວໃດ ?

10430510_703361246385134_2932664265350936950_n.jpg?oh=d98bffa2b7e18e2cc634713104bb9332&oe=54651E4610616033_703361263051799_3572522315099534280_n.jpg?oh=e88f1abdc0baf88f78f75733c8685f15&oe=547A9D0E&__gda__=1416334262_04a6787a7216aa28561528d31534ecd010570413_703361279718464_3686162520919605688_n.jpg1908404_703361349718457_3286212362651168636_n.jpg?oh=026cd132163168a0a340f13ccc3f1e4e&oe=546FC904&__gda__=1417457209_f6f54d72b3891c14d41284367a8f62e2

acttr?p=YTQyMDE5MjQxMzEHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh58%2B3p7dc1jk%2FtseYrbU45uVm3qxJ0n018sBiGOH0jSLGqXFuVpLN7w1ZbEV32yjrAicbJ7O05iu9MLR1HPD7scIGZgTQinj90xo6%2BTm3drbn1fX%2Bn3rU7LJRHwU7MXdsgQ%3D%3D&m=FP30_%3A_not_top&t=1408815503483



__________________
Anonymous

Date:
RE: ເຮັດແຮງເກີນກວ່າເຫດ.ຕຳຫຼວດ ຢູ່ດ່ານບ້ານດົງສະຫວັນ, ເມືອງເຊໂປນ
Permalink   
 


ຕຳຣວດອ້າຍນ້ອງໂຫດມາແຕ່ປີ 1975 ພຸ້ນນະ ພວກນີ້ຢູ່ເໜືອກົດໝາຍ

ເພາະມີພັກປະຊາຊົນປະຕິວັດລາວເປັນຜູ່ສະໜັບສະໜູນໃນການປາບປາມ

ແລະທຳຮ້າຍປະຊາຊົນຜູ່ບໍ່ມີຄວາມຜິດ.

 



__________________
Anonymous

Date:
Permalink   
 

ພວກເຮົາປະຊາຊົນຊາວເຊໂປນໃຫ້ມັນມາລັດເອົາເງິນເລື່ອງໄມ້ເທື່ອນຍັງບໍ່ພໍແຖມມັນຍັງທົບຕີລູກຫຼານພວກເຮົາອີກ.

ພວກເຮົາສູ້ມັນບໍ່ໄດ້ບໍຕຳຫຼວດບໍ່ເກີນສິກະໃຊ້ແບບກອງຫຼອນ.ບ້ານກະບ້ານເກີດເຮົາມັນມາແຕ່ໃສ່



__________________
Anonymous

Date:
Permalink   
 



__________________
Anonymous

Date:
Permalink   
 

ແລ້ວພວກທ່ານຂະຍອມມັນເຮັດແບບນີ້ບໍ່ຫລືຈົນກວ່າຈະປອ່ຍໃຫ້ມັນຂ້າລູກຫລານພວກທ່ານຂົນຕາຍບໍ  , ຖ້າສະເພາະຂ້ອຍຖ້າມາບຸກລຸກບ້ານຂ້ອຍແບບນີ້ແມ່ນພວກມັນຕາຍຄາຮົວບ້ານແລ້ວຖ້າເຮັດກັບຄົນໃນຄອບຄົວຂອງຂ້ອຍ ແລະ ພວກທ່ານເດ້ຈະຍອມຫວາ ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard