ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຈົດຈຳບຸນຄຸນວິລະບຸລຸດລາວໄວ້ໃນໃຈຕະຫຼອດການ
Anonymous

Date:
ຈົດຈຳບຸນຄຸນວິລະບຸລຸດລາວໄວ້ໃນໃຈຕະຫຼອດການ
Permalink   
 


ຜ່ານ​ຂະ​ບວນ​ວິ­ວັດ​ຫຼາຍ​ຍຸກ​ຫຼາຍ​ສະ­ໄໝ ຢູ່​ໃນ​ບົນ​ດິນ­ແດນ​ລ້ານ​ຊ້າງ​ອັນ​ແສນ​ຮັກ ແລະ ຫວງ​ແຫນ​ນັ້ນ ມັນ​ໄດ້​ກຳ­ເນີດ​ເກີດ​ມີ​ວິ­ລະ​ບູ​ລຸດ ຜູ້​ປີ​ຊາ​ສາ­ມາດ​ອົງ­ອາດ​ກ້າ­ຫານ ເພື່ອ​ປົກ​ປ້ອງ​ປິ­ຕຸ​ພູມ​ຂອງ​ຕົນ​ເອົາ​ໄວ້ ໂດຍ​ບໍ່​ໃຫ້​ຊາດ​ໃດໆ​ເຂົ້າ​ມາ​ຄຸ້ມ​ຄອງ ແລະ ຍາດ​ແຍ່ງ​ເອົາ​ໄປ​ຕາມ­ໃຈ​ມັກ ເມື່ອ​ຢ້ອນ​ເຖິງ​ສະ­ໄໝ​ຈັກ­ກະ­ພັດ​ຝຣັ່ງ ແລະ ອາ­ເມ­ລິ­ກາ ເຂົ້າ​ມາ​ຮຸກ​ຮານ​ເມືອງ​ລາວ ພວກ​ເຂົາ​ກໍ​ຫວັງ​ຢາກ​ເອົາ​ເປັນ​ຫົວ​ເມືອງ​ຂຶ້ນ ຫຼື ກືນ​ກິນ​ປະ­ເທດ​ເຮົາ​ຢ່າງ​ງ່າຍ­ດາຍ ພວກ​ເຂົາ​ໄດ້​ໃຊ້​ກົນ­ອຸ­ບາຍ​ຫຼາຍ​ລ່ຽມ ຮ້ອຍ​ແປດ​ພັນ​ປະ­ການ ເພື່ອ​ທຳ​ສົງ­ຄາມ​ກັບ​ອິນ­ດູ­ຈີນ ເວົ້າ​ລວມ ເວົ້າ​ສະ­ເພາະ​ແມ່ນ ຢູ່​ໃນ​ປະ­ເທດ​ລາວ​ຂອງ​ພວກ​ເຮົາ ຕັ້ງ​ເປັນ​ຫຼາຍ​ສິບ​ປີ ແຕ່​ກໍ​ບໍ່​ໄດ້​ຕາມ​ຈຸດ­ປະ­ສົງ​ຂອງ​ພວກ​ມັນ ສຸດ​ທ້າຍ​ກໍ​ຖືກ​ປະ​ລາ​ໄຊ ຢ່າງ​ອັບ­ອາຍ​ຂາຍ­ໜ້າ.

ຕໍ່­ໜ້າ​ເຫດ­ຜົນ​ເງື່ອນ­ໄຂ​ທີ່​ໄດ້​ຮັບ​ໄຊ­ຊະ­ນະ​ມາ​ຂ້າງ​ເທິງ​ນັ້ນ ມັນ​ຍ້ອນ​ໃຜ ກໍ​ຍ້ອນ​ແຕ່​ແມ່ນ​ຜູ້­ນຳ​ເຮົາ​ທັງ​ນັ້ນ ທີ່​ໄດ້​ມີ​ບົດ­ບາດ​ການ​ນຳ­ພາ​ທີ່​ມີ​ຄວາມ​ປີ​ຊາ​ສາ­ມາດ ແລະ ສະ­ຫຼາດ​ສ່ອງ​ໃສ ດ້ານ​ສະ­ຕິ​ປັນ­ຍາ ເພື່ອ​ເຕົ້າ­ໂຮມ​ເອົາ​ທຸກ​ຊັ້ນ​ຄົນ ໃຫ້​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ພ້ອມ​ກັນ​ຕໍ່­ສູ້ ແລະ ກູ້​ເອົາ​ອິດ­ສະ­ຫຼະ­ພາບ​ມາ​ໃຫ້​ປະ­ເທດ​ຊາດ​ຂອງ​ຕົນ ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ບໍ່​ໄດ້​ຢູ່​ໂດດ­ດ່ຽວ ຊຶ່ງ​ເວ­ລາ​ໃດ​ກໍ​ໄດ້​ຢູ່​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ມະ­ຫາ­ຊົນ ຫຼື ພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ເພື່ອ​ຊອກ​ເອົາ​ຄວາມ​ຢູ່​ດີ​ກິນ​ດີ​ມາ­ສູ່​ປະ­ຊາ­ຊົນ ກໍ​ຄື​ປະ­ເທດ​ຊາດ​ຂອງ​ຕົນ​ຢູ່​ສະ­ເໝີ.

ສິ່ງ​ສຳ­ຄັນ​ໄປ​ກ່ວ​າ​ນັ້ນ​ແມ່ນ​ພັກ ແລະ ຜູ້­ນຳ​ເຮົາ ໄດ້​ຢືນ­ຢັນ​ດ້ານ​ຫຼັກ​ໝັ້ນ​ຊົນ​ຊັ້ນ ແລະ ມີ​ສະ­ຕິ­ຊາດ​ສູງ ຍອມ​ສະ­ຫຼະ​ສິດ​ສ່ວນ​ຕົວ​ເພື່ອ​ປະ­ເທດ​ຊາດ ຜູ້­ນຳ​ເຮົາ​ບໍ່​ເຄີຍ​ມີ​ແນວ​ຄິດ​ສໍ້​ຫຼວງ​ບັງ​ລາດ ຫຼື ສໍ້​ລາດ​ບັງ​ຫຼວງ ຊຶ່ງ​ເວ­ລາ​ໃດ​ກໍ​ຮ້ອງ​ຄຳ​ຂວັນ​ທີ່​ວ່າ: ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ແມ່ນ​ກຳ­ເນີດ​ມາ​ຈາກ​ປະ­ຊາ­ຊົນ ແລະ ເຮັດ​ວຽກ​ງານ​ຮັບ​ໃຊ້​ປະ­ຊາ­ຊົນ ທຸກ​ສິ່ງ​ຢ່າງ​ກໍ​ມີ​ແຕ່​ຫວັງ ຢາກ​ໃຫ້​ປະ­ເທດ​ຊາດ ມີ​ຄວາມ​ຈະ­ເລີນ​ຜາ​ສຸກ​ທັງ​ນັ້ນ.

ດັ່ງ­ນັ້ນ ພວກ​ເຮົາ​ເປັນ​ຄົນ​ຍຸກ​ສະ­ໄໝ ຕ້ອງ​ຮ່ຳ­ຮຽນ​ເອົາ​ນ້ຳ­ໃຈ​ອັນ​ແສນ​ປະ­ເສີດ ແນວ​ຄິດ​ທີ່​ຜ່ອງ​ໃສ ແລະ ການ​ກະ­ທຳ​ອັນ​ດີ­ງາມ​ຂອງ​ຜູ້­ນຳ​ເຮົາ​ໄວ້​ຈົນ​ຊົ່ວ​ໃດໆ ແລະ ພວກ​ເຮົາ​ຕ້ອງ​ຈົດ​ຈຳ​ບຸນ­ຄຸນ​ຂອງ​ບັນ­ດາ​ທ່ານ​ຜູ້­ນຳ ວິ­ລະ​ບູ​ລຸດ​ຜູ້​ກ້າ­ແກ່ນ ໄວ້​ໃນ​ດວງ​ໃຈ​ຂອງ​ເຮົາ​ຕະ­ຫຼອດ​ການ.



__________________
Anonymous

Date:
RE: ຈົດຈຳບຸນຄຸນວິລະບຸລຸດລາວໄວ້ໃນໃຈຕະຫຼອດການ
Permalink   
 


ປະເທດໃດ໋ແດ່ທີ່ເຄີຍເປັນຫລືເປັນເມືອງຂຶ້ນຂອງອາເມລິກາ? ບໍ່ມີ ຕື່ນໄດ້ແລ້ວພໍ່ອາວ, ຕອນເຈົ້າຍັງຢູ່ປ່າຢູ່ດົງ ເຈົ້າບໍ່ມີໂອກາດໄດ້ສຶກສາຄົ້ນຄ້ວາຫາຄວາມຈິງ ເຈົ້າເຊື່ອໃນການໂຄສະນາຫລອກລວງຂອງບັນດາທ່ານຜູ່ນໍາ ຂ້ອຍບໍ່ຕິ. ແຕ່ໃນປັດຈຸບັນ ເຈົ້າມີໂອກາດໄດ້ສໍາຜັດກັບໂລກກ້ວາງ ມີໂອກາດໄດ້ເຫັນແສງສະຫວ່າງ ຈະໄປນອນຈົມຢູ່ກັບຄວາມມືດຈັ່ງຊັ້ນອີກບໍ?

__________________
Anonymous

Date:
Permalink   
 

ເຈົ້າຈົດຈຳເອົາສາ ພໍ່ອາວ

ຂອ້ຍບໍ່ເອົານຳເຈົ້າແລ້ວຜູ້ນຳໂກງຊາດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard