ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລ ລົ້ມເຫລວໃນການປະຕິບັດຕາມເປົ້າໝາຍຂອງ UN
Anonymous

Date:
ສປປລ ລົ້ມເຫລວໃນການປະຕິບັດຕາມເປົ້າໝາຍຂອງ UN
Permalink   
 


สมาชิกสภาลาวชี้ รัฐยังล้มเหลวในการปฏิบัติตามเป้าหมายแห่งสหัสวรรษของยูเอ็น 2011621162221.jpg

นาย พอนเทบ พนเสนา สมาชิกสภาแห่งชาติและประธานคณะกรรมาธิการสังคมและวัฒนธรรม กล่าวว่า ในระหว่าง 5 ปีที่ผ่านมา รัฐบาลล้มเหลวในการปฏิบัติตามเป้าหมายแห่งสหัสวรรษขององค์การสหประชาชาติ หลายโครงการในแผนการหลุดพ้นจากความยากจน

ซึ่ง โครงการที่รัฐบาลวางเป้าหมายในการลดปัญหาความยากจนลงนั้น ก็มีหลายโครงการ เช่น อาหารที่มีคุณภาพแก่เด็กอายุต่ำกว่า 5 ปี, โครงการความสมดุลด้านฐานะบทบาททางเพศและวัย, สุขภาพแม่และเด็ก, สุขภาพหญิงตั้งครรภ์ และการวางแผนครอบครัวที่ส่งผลให้อัตราการตายของหญิงตั้งครรภ์สูงขึ้น, โครงการด้านสุขอนามัยและโรคต่าง ๆ เช่น โรคท้องร่วง ท้องเสีย

ด้าน การศึกษาในเขตชนบทที่ยังขาดการศึกษา ความไม่สมดุลด้านการศึกษาระหว่างเพศ วัย เขตชนบท และในเมือง คุณภาพของการศึกษาที่ไม่สามารถนำไปใช้ในการพัฒนาประเทศชาติและไม่สามารถ เทียบเท่ากับประเทศเพื่อนบ้านและประชาคมโลกได้



__________________
laoskhamຈາກເຍັຍລະມັນ

Date:
Permalink   
 


ສ.ບ.ດ. ພີ່ນ້ອງເພື່ອນຮ່ວມຊາຕ ທຸກໆທ່ານ..


ພວກຜູ້ນໍາພັກ-ລັດ ມີຊື່ສຽງໂດ່ງດັງມາແຕ່ໃດໆໃນເຣື່ອງການຕົວະຕົ້ມຫລອກລວງ
ແຕ່ປາກົດການທີ່ເກີດຂື້ນແລະເຫດຜົລທີ່ພວກເຂົາແອບອ້າງນີ້ນັ້ນ ຍາກທີ່ຈະເຮັດ
ໃຫ້ຜູ້ຄົນທັງຫລາຍຫລົງເຊື່ອ ສະເພາະຢ່າງຍິ່ງແມ່ນເຣື່ອງການເວລາທີ່ເປັນຂ່າວ
ແລະ ເຫດຜົລໃນການ ** ລາອອກ ** ຂອງທ່ານບົວສອນ ບຸບຜາວັນ ຄືຂ່າວ
*ຮົ່ວໄຫລ * ຢູ່ຮ່າໂນ່ຍ ກ່ອນວຽງຈັນ ສ່ວນເຫດຜົລ ວ່າ ລາອອກຍ້ອນປັນຫາ
ຄອບຄົວ ນັ້ນກໍ່ຂັດກັບກົດຣະບຽບພາຍໃນຂອງສະມາຊິກຊັ້ນນໍາ ຂນາດສະມາຊິກ
ທັມດາແຕ່ລະຄົນ ກວ່າຈະໄດ້ເຂົ້າພັກ ນອກຈາກມີສະມາຊິກສົມບູຣຢ່າງນ້ອຍ
2 ຄົນສເນີແລະຣັບຣອງແລ້ວຍັງຕ້ອງສາບານຕົວຈະບໍ່ມີເຮື່ອງສ່ວນຕົນມາກ່ຽວຂ້ອງ
ຈະເທີດທູນບູຊາພັກເຫນືອກວ່າສິ່ງໃດ ຖືມະຕິຄໍາສັ່ງຂອງພັກເປັນປະກາສິຕ.

ບຸຄຄົນພາຍໃນວົງການນໍາຂອງພັກ-ລັດໄດ້ເປີດເຜີຍໃຫ້ພວກເຮົາຊາບວ່າ ບົວສອນ
ບຸບຜາວັນບໍ່ໄດ້ * ລາອອກ * ແຕ່ກົມການເມືອງພັກປະຕິວັຕປະຊາຊົນລາວ ໄດ້
ປົດຕໍາແຫ່ນງຕາມຄວາມປະສົງຂອງກົມການເມືອງສູນກາງພັກຄອມມູຍນິສວຽດ
ນາມ. ອັນທີ່ຈິງແລ້ວ ຄໍາສັງສບັບນີ້ ມີມາເຖິງ ຈູມມາລີ ໄຊຍະສອນຕັ້ງແຕ່ຕົ້ນ
ເດືອນພຶສຈິກາ 2010 ຊຶ່ງຈູມມາລີ ໄດ້ຫາທາງປະຕິບັດໃຫ້ນິ້ນນວນ ເພື່ອບໍ່ໃຫ້ກະ
ທົບກະເທືອນພາຍໃນແລະການພົວພັນກັບຕ່າງປະເທດ ຄືລໍຖ້າໃຫ້ເຖິງການປະຊຸມ
ໃຫຍ່ຄັ້ງທີ່ 9 ຂອງພັກທີ່ຈະມີໃນເດືອນກຸມພາຫລືຢ່າງຊ້າກໍ່ແມ່ນເດືອນມີນາ 2011.

ສູນກາງພັກຄອມມີວນິສວຽດນາມໄດ້ບົ່ງບອກຢ່າງຈະແຈ້ງວ່າ ບົວສອນ ບຸບຜາວັນ
ໄດ້ຕີຕົວຫ່າງອອກຈາກການພົວພັນກັບວຽດນາມ ແລະ ຫັນໄປ * ຣັບໄຊ້ຜົລປະ
ໂຍຊນຂອງຈີນ ດັ່ງຈະເຫັນຈາກພຶຕຕິກັມຫລາຍຄັ້ງແລະຫລາຍດ້ານໃນຣະຍະ 4ປີ
ກວ່າທີ່ຜ່ານມາ.

ເປັນທີ່ຊາບດີວ່າ ປະເທດລາວບໍ່ມີສນາມກິລາແລະຫໍພັກນັກກິລາ ແມ່ນແຕ່ແຫ່ງ
ດຽວ ຈະຈັດການແຂງຂັນກິລາຣະຫວ່າງແຂວງແຕ່ລະເທື່ອກໍ່ທັງຍາກຢູ່ແລ້ວ.
ການຈັດງານແຂ່ງຂັນກິລາຣະຫວ່າງຊາຕນັ້ນ ເປັນເຣື່ອງທີ່ຫ່າງໄກ
ແຕ່ນາຍົກລັດທະມຸນຕີບຸນຍັງ ວໍລະຈິດ ຜູ້ເຫງີກຫງາກ ບໍ່ຮູ້ອີ່ໂຫ່ນອີ່ເຫນ ເຊື່ອຟັງ
ອາຕີ໋ ສົມສະຫວາດ ເລັ່ງສະຫວັດເປົ່າຫູ ໄດ້ຕົກລົງເປັນເຈົ້າພາບຈັດມາຫາເກມ
ເອຊຽນ ຄັ້ງທີ່ 25 ຂື້ນທີ່ວຽງຈັນ ສະຫາຍບຸນຍັງຜູ້ຫລົງເຊື່ອຟັງວຽດນາມມາ
ຕລອດຊີວິດເຊື່ອວ່າ ລາວບໍ່ມີຫຍັງກໍ່ຈິງ ແຕ່ * ອ້າຍນ້ອງຄົງຊ່ອຍເຫລືອໄດ້ຢ່າງ
ເຕັມທີ່ * ດັ່ງນັ້ນ ຫລັງຈາກປະກາດຣັບເປັນເຈົ້າພາບ ກໍ່ຕິດຕໍ່ໄປຍັງຮ່າໂນ່ຍ ຊຶ່ງ
ກໍ່ໄດ້ຣັບຄໍາຕອບໃນທັນທີວ່າ ວຽດນາມບໍ່ມີງົບປະທານຈະໃຫ້ການຊ່ອຍເຫລືອໃນ
ດ້ານນີ້. ສະຫາຍບຸນຍັງກັບອາຕີ໋ສົມສະຫວາດ ບໍ່ຮູ້ຈະເຮັດແນວໃດໄດ້ແຕ່ເບິ່ງ
ໜ້າກັນ ຈະປະກາດຍົກເລິກມະຫາກັມກິລາຄັ້ງນີ້ກໍ່ເປັນທີ່ອັບອາຍຂາຍໜ້າພັກ-
ລັດທີ່ມີກຽດສະຫງ່າ ຈຶງປະປ່ອຍໃຫ້ເປັນພາຣະຂອງຣັຖບານຊຸດຕໍ່ໄປ. ເພາະສະ
ນັ້ນ ພໍໄດ້ຣັບການແຕ່ງຕັ້ງໃຫ້ເປັນນາຍົກຣັຖມົນຕຣີ ໃນວັນທີ 8 ມິຖຸນາ 2006.
ບົວສອນ ກໍ່ຟ້າວງົມເຣືອງນີ້ ທາງອອກທາງດຽວທີ່ເຂົາມອງເຫັນ ກໍ່ຄືການຊ່ອຍ
ເຫລືອຈາກຈີນ ແລະທັນທີທີ່ໄດ້ພົບປະຄັ້ງແຣກ ກັບທ່ານເວນເຈັຽປາວ ນາຍົກ
ຣັຖມົນຕຣີຈີນ ທີ່ນານນິງ ເນື່ອງໃນໂອກາດສເລີນສລອງຄົບຮອບ 15 ປີແຫ່ງ
ການພົວພັນຂັ້ນຍອດປະມຸຂຣະຫວ່າງຈີນກັບປະເທດສະມາຊິກຂອງກຸ່ມເອຊຽນ.

ແມ່ນວ່າທ່ານເວນເຈັຽປາວຮູ້ມາກ່ອນແລ້ວວ່າວຽດນາມໄດ້ປະຕິເສດທີ່ຈະໃຫ້ການ
ຊ່ອຍເຫລືອແກ່ລາວໃນເຣື່ອງນີ້ ແຕ່ກໍ່ຕົກສະເງີ້ ເມື່ອບົວສອນ ອອກປາກໂດຍ
ກົງຂໍຮ້ອງໃຫ້ຈີນຊ່ວຍເຫລືອຢ່າງບໍ່ມີປະເທດໃດໃນໂລກເຄີຍທໍາມາກ່ອນ ແຕ່
ທ່ານເວນເຈັຽປ່າວເປັນນັກການເມືອງທີ່ຊານສລາດ ແລະມອງເຫັນການໄກ ຈຶ່ງ
ຕອບວ່າ * ເຣື່ອງນີ້ບໍ່ເປັນເຣື່ອງມາກມາຍກ່ຽວກັບການເງິນ ແຕ່ບໍ່ເປັນເຣື່ອງທີ່ບໍ່
ຄາດຄຶດມາກ່ອນຢ່າງໃດກໍ່ຕາມ ໃນຖານະທີປະເທດຂອງທ່ານເປັນເພື່ອນບ້ານ
ທີ່ດີຕລອດ ຂ້າພະເຈົ້າຈະນໍາໄປສເນີຕໍ່ຄນະຣັຖບານ ເພື່ອໃຫ້ຂໍ້ສເນີມີຄວາມ
ຫນັກແຫ້ນນ ຂ້າພະເຈົ້າ ຄຶດວ່າ ທາງຝ່າຍລາວຈະໃຫ້ຫຍັງເລັກໆນ້ອຍໆເປັນ
ການແລກປ່ຽນ.

ດັ່ງນັ້ນ ພໍສຖານທູຕຈີນທີ່ວຽງຈັນແຈ້ງໃຫ້ຊາບວ່າ ຣັຖບານຕົກຫລົງຈະຣັບພິຈາ
ຣະນາເທົ່ານັ້ນ ບົວສອນ ບຸບຜາວັນ ກໍ່ຟ້າວເດີນທາງໄປພົບທ່ານເວນເຈັຽປາວ
ໃນວັນທີ 23 ສິງຫາ 2007ທີ່ປັກກິ່ງ ມີການຕົກລົງກັນຣາຍຣະອຽດກ່ຽວກັບ
ການສ້າງສນາມແລະຫໍພັກນັກກິລາສໍາຣັບມະຫາກັມກິລາເອຊຽນຄັ້ງທີ່ 25 ທີ່
ວຽງຈັນ ດ້ວຍງົບປະມານ 42 ລ້ານໂດລາ. ຂນະດຽວກັນ ເພື່ອຕອບແທນ
ບົວສອນ ໄດ້ຕົກລົງຍົກດິນ 1,500ເຮັກຕາສໍາຣັບສ້າງຄຸ້ມຈີນ ທີ່ບຶງພຣະທາດ
ຫລວງທັນທີທີ່ໄດ້ຊາບຂ່າວນີ້ ພວກກໍາອໍານາດຮ່າໂນ່ຍໄດ້ສັ່ງການໃຫ້ພວກສມຸນ
ໃນລາວປ່າວຂ່າວອະກຸສົນຂື້ນວ່າຈີນ 5 ແສນຄົນຈະຫລັງໄຫລກັນເຂົ້າມາຕັ້ງເມືອງ
ທີ່ວຽງຈັນ.

ສະຫາຍບົວສອນ ບຸບຜາວັນບໍ່ສົນໃຈຕໍ່ຂ່າວອະກຸສົນດັ່ງກ່າວ ກົງກັນຂ້າມກັບຕັ້ງ
ຫນ້າຕິດຕໍ່ພົວພັນໃຫ້ຊິດຍິ່ງຂື້ນກັບຈີນ ແລະກ່າວຕໍ່ບຸຄຄົນໃຫ້ຊິດວ່າ * ໃນເມື່ອ
ອ້າຍນ້ອຍວຽດນັບເປັນລ້ານໆຄົນພາກັນຫລັ່ງໄຫລເຂົ້າມາຢູ່ໃນລາວແລ້ວເປັນຫຍັງ
ພວກເຮົາຈຶ່ງຈະບໍ່ເປິດປະຕູໃຫ້ຈີນເຂົ້າມາເໝືອນກັນ.
ນີ້ທໍາໃຫ້ຮ່າໂນ່ຍເດືອດແຄ້ນແລະແກ້ເຜັດດ້ວຍການຊຸກຍູ້ໃຫ້ ບໍຣິສັດລອງຖັ່ນ ອັນ
ເປັນບໍຣິສັດໃຫ່ຍຂອງພວກຂຸນພົລແລະນັກຣົບເກົ່າວຽດນາມ ສເນີໂຄງການຂ້າມ
ຫົວຣັຖບານ ບົວສອນ ກົງໄປຍັງສະຫາຍຈູມມາລີ ໄຊຍະສອນເລຂາທິການໃຫ່ຍ
ແລະປະທານປະເທດ ເພື່ອສ້າງສນາມກອລ ໂຮງແຮມ 5 ດາວ, ສູນການຄ້າ.
ສ້າງເຮືອນຣາຄາແພງ, ໂຮງພຍາບານ ແລະໂຮງຮຽນວຽດບົນເນື້ອທີ່ 555.4ເຮັກ
ຕາ. ດ້ວຍການລົງທຶນກວ່າ 1.000 ລ້ານໂດລາໃສ່ເຂດດົງໂພສີເມືອງຫາດຊາຍ
ຟອງ.
ສະຫາຍຂຸມມາລີຟ້າວເຊັນອະນຸມັດທັນທີແລະອີກ 1 ອາທິດຕໍ່ມາ ຄື ວັນທີ 3 ມົກ
ກະຣາ 2010 ສະຫາຍອາຕີ໋ ສົມສຫວາດກໍ່ຟ້າວແບກຊວ້ານ ຍ່າງຕາມຫລັງ ເອກ
ອັຄຣາຊທູຕວຽດນາມແລະນາຍພົລເລວັນກຽມ ປະທານແລະຜູ້ຈັດການໃຫຍ່ບໍຣິສັດ
ລອງຖັ່ນ ໄປທໍາພິທີຝັງສີລາລຶກ.

ສິ່ງທີ່ວຽດນາມເດືອດແຄ້ນເປັນພືນເປັນໄຟຕໍ່ບົວສອນ ບຸບຜາວັນ ແມ່ນເຣື່ອງ
ບົວສອນ ຕົກລົງອະນຸຍາຕໃຫ້ໄທດໍາເນີນການກໍ່ສ້າງເຂື່ອນບົນນໍ້າຂອງ
ຊຶ່ງວຽດນາມໝາຍໄວ້ທີ່ແຂວງໄຊຍະບູຣີ ທີ່ຈະສາມາດຜລິດກະແສໄຟຟ້າໄດ້
ເຖິງ 1.260 ເມກາວັຕ.

ເມື່ອຈູມມາລີ ໄຊຍະສອນລ່າຊ້າ ໃນການປົດບົວສອນອອກຈາກຕໍາແໜ່ງນາຍົກ
ຣັຖມົນຕຣີ ຮ່າໂນ່ຍຈຶ່ງສັ່ງໃຫ້ສມຸນທີ່ບອກໄດ້ໃຊ້ຟັງໃນສະພາຕົບມື ຫລື ສະພາ
ນົກເກົ້າຂອງສພຫາຍທອງສິງທໍາມະວົງ ຂື້ນສຽງໃນວັນທີ່ 21 ທັນວາ 2010ກວ່າ
ຫາສະຫາຍບົວສອນ ບຸບຜາວັນ ວ່າ *ຈ່າຍເງິນເກີນກວ່າງົບປະມານ* ທໍາໃຫ້
ສະຫາຍບົວສອນ ລຸກຂື້ນໂຕ້ຕອບໃນທັນທີວ່າ * ຂໍ້ກ່າວຫາດັ່ງກ່າວບໍ່ມີມູນຄວາມ
ຈິງ ແລະຕົວເລກຕ່າງໆທີ່ນໍາມາແອບອ້າງກໍ່ຜິດພາດ*
ທ້າຍທີ່ສຸດ ພວກກໍາອໍານາດທີ່ ຮ່າກ້ອມ ກໍ່ໃຊ້ວິທີການສົກກະປົກ ຄຶເຮັດຂ່າວ *ຮົ່ວ
ໄຫລ* ໄປເຖິງຫູຂອງນັກຂ່າວຕ່າງໆ

ແຕ່ບາບບໍ່ແພ້ບຸນ ພວກກໍາອໍານາດສູງສຸດເກົ່າ ທີ່ຮ່າໂນ່ຍ ພຍາຍາມກໍາຈັດປັດເຂັ່ຽ
ລູກສມຸນທຸກຄົນ ທີ່ຕິດຕໍ່ພົວພັນໄກ້ຊິດກັບຈີນ ແຕ່ມາບັນນີ້ຫງວຽນຝູຈ້ອງ ຜູ້ນິຍົມ
ຈີນ ຊໍ້າຖືກຄັດເລືອກຂື້ນເປັນເລຂາທິການໃຫຍ່ຂອງພັກຄອມມິວນິສວຽດນາມ…

__________________
Anonymous

Date:
Permalink   
 

ດູຕົນທ່ານບົວສອນ ທີ່ເຮັດດີກໍ່ບໍ່ໄດ້ດີ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard