ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະພາ ສະຫະຣັຖ ພິຈາຣະນາ ຮ່າງກົດໝາຍ ອະນຸຍາຕ ໃຫ້ ມີກາຣ ຝັງສົພ ຂອງ ອະດີດ ນັກຣົບເກົ່າ ລາວ ມົ້ງ
Anonymous

Date:
ສະພາ ສະຫະຣັຖ ພິຈາຣະນາ ຮ່າງກົດໝາຍ ອະນຸຍາຕ ໃຫ້ ມີກາຣ ຝັງສົພ ຂອງ ອະດີດ ນັກຣົບເກົ່າ ລາວ ມົ້ງ
Permalink   
 


ຄນະຜູ້ນໍາ ຊາວລາວ ແລະ ຊາວມົ້ງລາວ ອະເມຣິກັນ ຮ່ວມກັບ ສູນວິຈັຍ ນະໂຍບາຍ ສາທາຣະນະຊົນ ທີ່ ກຸງ ວໍຊິງຕັນ ຍື່ນຄຳຮ້ອງ ໃຫ້ທາງ ສະພາ ສະຫະຣັຖ  ພິຈາຣະນາ ຮ່າງກົດໝາຍ ອະນຸຍາຕ ໃຫ້ຝັງສົພ ຂອງ ບັນດາ ອະດີດ ນັກຣົບເກົ່າ ທັ້ງ ຊາວລາວ ແລະ ຊາວມົ້ງລາວ ຢູ່ສຸສານ ແຫ່ງຊາຕ ເພື່ອ ເປັນກາຣ ຣະລຶກເຖີງ ກາຣ ເສັຽສະລະ ແລະ ຄວາມຮ່ວມມື ຂອງ ນັກຣົບ ລາວ ແລະ ລາວມົ້ງ ທີ່ໄດ້ ຮ່ວມມືກັບ ກຳລັງ ທະຫາຣ ອະເມຣິກັນ ໃນປາງ ສົງຄາມ ວຽຕນາມ.

ໃນກາຣ ຮຽກຮ້ອງ ຄັ້ງນີ້ ທ່ານ ວັງຢີ ວາງ ປະທານ ສະມາຄົມ ນັກຣົບເກົ່າ ລາວ ແລະ ມົ້ງລາວ ພ້ອມດ້ວຍ ຄນະຜູ້ນຳ ຈາກ ປະຊາຄົມ ລາວ-ມົ້ງ ອະເມຣິກັນ ຫລາຍໆຄົນ ໄດ້ພາກັນ ນຳເອົາ ຈົດໝາຍ ນັບເປັນ ພັນໆສະບັບ ໄປຍື່ນຕໍ່ ສະມາຊິກ ສະພາ ເພື່ອຂໍ ອຸທອນ ພ້ອມກັບ ພົບປະ ຫາຣື ກັບ ສະມາຊິກ ຣັຖສະພາ ຫລາຍໆທ່ານ ເພື່ອໃຫ້ຊ່ວຍ ສນັບສນູນ ຂໍ້ຮຽກຮ້ອງ ຂອງ ເຂົາເຈົ້າ ໃນຄັ້ງນີ້.

ຢ່າງໃດ ກໍຕາມ ສະມາຊິກ ສະພາ ຫລາຍໆທ່ານ ຊຶ່ງມີທ່ານ Jim Costa ສັງກັດ ພັກເດໂມເກຼຕ ຈາກຣັຖ California, ທ່ານ Frank Wolf (R-VA), ທ່ານ Jim Langevin (D-RI), ທ່ານ Thomas Petri (R-WI), ທ່ານ Jim Moran (D-VA), ທ່ານ Tim Holden (D-PA) ແລະ ສະມາຊິກ ອື່ນໆ ໄດ້ນຳເອົາ ຮ່າງ ຍັຕຕິ H.R. 3192 ສເນີຕໍ່ ສະພາ ໃຫ້ ພິຈາຣະນາ ຄືນໃໝ່ ເພື່ອເປັນກາຣ ໃຫ້ກຽຕ ແລະ ຣະລຶກເຖີງ ຄຸນງາມ ຄວາມດີ ແລະ ກາຣ ເສັຽສະລະ ຂອງ ບັນດາ ອະດີດ ນັກຣົບເກົ່າ ຊາວລາວ ແລະ ຊາວມົ້ງລາວ ທີ່ໄດ້ ໃຫ້ການຕໍ່ສູ້ ຮ່ວມກັບ ກອງ ກຳລັງທັບ ສະຫະຣັຖ ໃນປາງ ສົງຄາມ ວຽຕນາມ ທີ່ ສິ້ນສຸດລົງ ໃນປີ 1975 ນັ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard