ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກົດໝາຍໄມ້ໃນລາວ ຕ້ອງສອດຄ່ອງກັບກົດ EU
Anonymous

Date:
ກົດໝາຍໄມ້ໃນລາວ ຕ້ອງສອດຄ່ອງກັບກົດ EU
Permalink   
 


ກົດໝາຍໄມ້ໃນລາວ ຕ້ອງສອດຄ່ອງກັບກົດ EU

ไม้แปรูปลาว.jpeg

ການນໍາເຂົ້າ ຜລິດຕະພັນ ໄມ້ ຈາກ ສປປລາວ ຫລື ຈາກປະເທດ ສະມາຊິກ ອາຊຽນ ໄປຍັງຕລາດ ຢູໂຣບ ຕ້ອງເປັນ ການນໍາເຂົ້າ ຈາກແຫຼ່ງ ຜລິດຕະພັນໄມ້ ທີ່ຖືກຕ້ອງ ຕາມກົດໝາຍ ເທົ່ານັ້ນ. ຕາມການ ເປີດເຜີຽ ຂອງ ທ່ານ ຄໍາພຸດ ບັນດານຸວົງ ຮອງ ອະທິບໍດີ ກົມກວດກາ ປ່າໄມ້ ນະຄອນຫລວງ ວຽງຈັນ:

"ວັນທີ່ 23 ເດືອນ 3 ປີ 2013 ມັນເປັນກົດ ຂອງ ອີຢູ ທີ່ວ່າ ເຮັດວຽກຢູ່ ໃນພູມີພາກ ອາຊຽນ ເພາະວ່າ ມັນເປັນ ລະບຽບ ຂອງເຂົາເຈົ້າ ສີ່ກຽມເຣື້ອງ ຕລາດຢູໂຣບ ກ່ຽວກັບໄມ້ ທຸກໆແຫ່ລງ ທີ່ມາ ຂອງ ໄມ້ຫຍັງ ຕ່າງໆ ທີ່ເຮັດເປັນ ຜົນຜລິດຕະພັນ ສົ່ງໄປຫາ ຕລາດ ອີຢູ ພວກນັ້ນ ຈະຕ້ອງຢູ່ ພາຍໄຕ້ ລະບຽບຂອງ ອີຢູ ທີ່ວ່າ ເຮັດອອກມານີ້".

ທ່ານ ຄໍາພຸດ ເວົ້າວ່າ ກ່ອນຈະປະກາດ ໃຊ້ລະບຽບການ ຂອງ ຢູໂຣບນັ້ນ ຝ່າຍລາວ ຕ້ອງໄດ້ ກະຕຽມ ຄວາມຢືນຢັນ ແຫ່ລງທີ່ມາ ຂອງໄມ້ ຢ່າງຖືກຕ້ອງ. ຫລັງຈາກ ປະກາດ ໃຊ້ລະບຽບການ ຂອງ ຢູໂຣບ ແລ້ວ ບໍ່ໄດ້ ໝາຍຄວາມວ່າ ຢູໂຣບ ຈະນໍາເຂົ້າ ຜລິດຕະພັນໄມ້ ຈາກ ລາວ ໂລດ. ຢູໂຣບຕ້ອງ ລໍຖ້າເບິ່ງວ່າ ລາວ ໃຊ້ລະບຽບ ການໃໝ່ ໃນການ ລະບຸ ແຫ່ລງທີ່ມາ ຂອງ ໄມ້ ແບບໃດ ແລະ ມີ ປະສິດທິພາບ ເທົ່າໃດ ກ່ອນຈະຮັບເອົາ ສິນຄ້າ ຜລິດຕະພັນໄມ້ ຈາກ ສປປລາວ ເຂົ້າໄປຂາຍ ໃນຕລາດ ຢູໂຣບ.



-- Edited by buckhumnoy on Tuesday 22nd of November 2011 07:07:14 PM

__________________


Newbie

Status: Offline
Posts: 4
Date:
Permalink   
 

ດຽວນີ້ໄມ້ຢູ່ລາວ ຫວຽດນາມ ແກ່ໄປຂາຍໃຫ້ຈີນ ຈົນໝົດດົງແລ້ວ ຄົງບໍ່ມີໂອກາດໄດ້ຂາຍໃຫ້ EU ດອກ ໂຮງງານປຸງແຕ່ງໄມ້ ຢູ່ແຂວງສະຫວັນນະເຂດ ໃຫ້ຫວຽດນາມຕັ້ງທັບຊື້ໄມ້ເຖື່ອນ ເຊັ່ນ : ໄມ້ປະດົງ,ໄມ້ດູ່,ໄມ້ຂະຍຸງ ໄມ້ດັ່ງກ່າວ
ເປັນໄມ້ຫວງຫ້າມ ແຕ່ເຈົ້າໜ້າທີ່ລາວເຮັດຫູໜາຕາບອດປ່ອຍໃຫ້ຫວຽດຂົນອອກໄປຫວຽດນາມໄດ້ຢ່າງສະບາຍ ທັ້ງໆທີ່ໃບອະນຸຍາດ ຫລື ໂກຕ້າ ເປັນໄມ້ເນື້ອອ່ອນ (ໄມ້ຄຸ້ມຄອງ ) ພາຍຫຼັງໄມ້ອອກຫວິດດ່ານແດນສະຫວັນຍາມໃດ
ພວກຂໍທານຊັ້ນສູງ (ຫົວໜ້າດ່ານແລະເຈົ້າໜ້າທີ່ກ່ຽວຂ້ອງອື່ນໆ) ພາກັນຂີ່ລົດລູຫຼາມາຮັບເງິນຈາກເຖົ້າແກ່ໄມ້ໄປສະເຫວີຍສຸກ ບໍ່ໄດ້ເປັນຫ່ວງນຳຊາຕາກຳຂອງບ້ານເມືອງຊິເປັນແນວໃດຊ່າງຫົວມັນ ເມືອງ ວິລະບູລີ,ເມືອງເຊໂປນ,ເມືອງ
ພິນ,ເມືອງນອງ,ເມືອງພະລານໄຊ ແຂວງສະຫວັນນະເຂດ ເປັນແຫຼ່ງຄ້າໄມ້ເຖື່ອນອັນດັບໜື່ງຂອງ ສປປ ລາວ ແຕ່ເມືອງເຫຼົ່ານີ້ແມ່ນຈັດຢູ່ໃນເມືອງທີ່ທຸກຍາກຂອງແຂວງ. ສ່ວນການລັກລອບຕັດໄມ້ຢືນຕົ້ນກໍ່ແມ່ນເມືອງດັ່ງກ່າວນີ້ລ໋ະທ່ານ
ຫຼາຍກວ່າໝູ່ແມ່ນເມືອງ ວີລະບູລີ ໄມ້ທີ່ຖືກຕັດແມ່ນໄມ້ຫວງຫ້າມດັ່ງທີ່ກ່າວມາ ອັນພິເສດ , ໜ້າເສຍດາຍທີ່ສຸດ ແມ່ນໄມ້ຂະຍູງ ປະຈຸບັນສູນພັນແລ້ວ ແລະ ກຳລັງຈະສູນພັນແມ່ນໄມ້ ປະດົງ ໄມ້ດູ່ ໄມ້ແຕ໊ຄ່າ ໄມ້ກະຈະແມ່ນໄມ້ທີ່ມີແຕ່
ເຂດເມືອງ ວີລະ ແລະເມືອງພີນ ອີກ 2 ປີ ຕ້ອງສູນພັນແນ່ນອນ ທີ່ກ່າວມານີ້ ແມ່ນ ສະເພາະ ແຂວງສະຫວັນນະເຂດເດີ ແຂວງອື່ນຍັງບໍ່ຮູ້ເພາະບໍ່ແມ່ນຖິ່ນຂອງຂ້າພະເຈົ້າ ,,, ເລື້ອງແນວນີ້ມີມາຫຼາຍປີແລ້ວ ພັກ ແລະ ລັດ ໄປຢູ່ໃສ
ຄືບໍ່ມີຜູ້ໃດຮັບຜິດຊອບເລີຍ ເຫັນແກ່ເງິນແສນໄຖ່ ບໍ່ເຫັນແກ່ໃຜ່ແສນເມືອງ ລັດຖະບານໂຈນປຸ້ນຊາດຄັກໆ ພ/ງ ລັດ ກໍ່ເປັນໂຈນຄືກັນ ຍັງມີອີກຫຼາຍໆເລື້ອງ ແຕ່ມື້ນີ້ຂໍໂຈະໄວ້ກ່ອນ ໂອກາດໜ້າຈະມາໃໝ່ ຂໍຂອບໃຈທີ່ laohomelao
ເປີດໂອກາດໃຫ້ສະແດງຄວາມຄິດເຫັນ ຄິດວ່າຄົງຈະມີແບບນີ້ໄປເລື້ອຍໆ..........ລາກ່ອນ


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard