ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາ ທາງເລກທີ່ 13 ສາຍເໝືອ ແລະ ຂໍ້ສົງໃສ
Anonymous

Date:
ບັນຫາ ທາງເລກທີ່ 13 ສາຍເໝືອ ແລະ ຂໍ້ສົງໃສ
Permalink   
 


 ບັນຫາ ທາງເລກທີ່ 13 ສາຍເໝືອ ແລະ ຂໍ້ສົງໃສ

1 ເປັນຫັຍງ ຈຶ່ງລອກໜ້າທາງ ເປັນຢ່ານໆ ຈາກນາຊາຍທອງ ຈົນຮອດວັງວຽງ

ບັນຫາຄືຂືີ້ຟຸ່ນ ທຳລາຍສຸຂພາບ ປປຊ ແລະທາງເພຕື້ມ ເຮັດໃຫ້ລົດເພຕື້ມ ໂດຍສເພາະຊ່ວງລ່າງ ມັນເຮັດໃຫ້ມີຄ່າໃຊ້ຈ່າຍເພຶ່ມ

2. ສພາບ ຄໍກວດ ຄືບັນຫາ ລົດຕິດ ທຸກບ່ອນທີ່ມີ ຕະຫລາດ ຕາມສາຍທາງ 13 ເຫນືອ

ເຮັດໃຫ້ການສັນຈອນລຳບາກ ຄວນຫຍັບຍ້າຍເຂົ້າໃນ

3. ຖ້າຈະກໍ່ສ້າງ ເປັນຫຍັງ ບໍ່ຕິດປ້າຍບອກ

4. ເປັນຫຍັງບໍ່ຕັດແລວທາງໃໝ່ ບ່ອນທີ່ຄົດ  ໂຄ້ງຫລາຍ  

5.   ເປັນຫຍັງບໍ່ກຳນົດການສ້າງເຮືອນຂອງ ປປຊ ໃຫ້ຫ່າງຈາກຖະໜົນ ຢ່າງໜ້ອຍ 5 ແມັດ  

ເພາະມັນອັນຕະລາຍ 

ກະຊວງ ຄຂປກ ໄປການແຕ່ລະມີື້ເຮັດຫຍັງ

ເຄີຍຄິດວ່ານີ້ຄືບັນຫາບໍ່.??



__________________
Anonymous

Date:
Permalink   
 

ຂ້ອຍຕ້ອງຂໍຂອບໃຈທີ່ທ່ນຍົກບັນຫານີ້ມາເວົ້າ ຂ້ອຍໄປແລ້ວຖ້ຽວໜຶ່ງລະຫວ່າງທ້າຍເດືອນ 12 ປີ 11

ມາມື້ນີ້ 17 ກຸມພາ ຂ້ອຍມີໂອກາດໄປທາງເສັ້ນນີ້ອີກປະກົດວ່າທາງເພຮ້າຍກວ່າເກົ່າຕັ້ງແຕ່ວຽງຈັນຈົນກາຍກາສີ, ເພີ່ນເຮັດຫຍັງຢູ່ລັດຖະມົນຕີ

ກະຊວງຄົມມະນາຄົມ ຫລືໂຍທາ ທີ່ວ່າເປັນຫຍັງບໍ່ຮີບສ້ອມແປງບາດລະດູຝົນມາປະຊາຊົນຊິເຮັດແນວໃດ?

ຄ່າທາງກະຄືເສຍຢູ່ຄ່າເຕັກນິກລົດກະເສຍຢູ່ແຖມຍັງມີຄ່າຫຍັງຕື່ມອີກພາກັນແດກໝົດແລ້ວຫວະເງິນຫັ້ນຄືບໍ່ສ້ອມແດ່



__________________
Anonymous

Date:
Permalink   
 

ເຫັນດີນຳ ເຈົ້າຂອງ ກະທູ້ນີ້ ແລະ ກໍ່ດີໃຈນຳທີ່ທ່ານຍົກບັນຫານີ້ວ່າສົນທະນາ ຂພຈ ບໍ່ເຂົ້າໃຈບັນຫາຄືກັນເປັນຫັຍງເພິ່ນບໍ່ເບິ່ງຄືບັນຫານີ້ແດ່ ທັງໆທີ່ທາງເລກທີ່ 13 ເປັນທາງສາຍຫຼັຂອງະເທດລາວ ຖືວ່າເປັນສາຍເລືອດຂອງຄົນລາວກໍ່ວ່າໄດ້,ແຕ່ເປັນຫັຍງ ພັກ ແລະ ລັດຖະບານເຮົາຄືບໍ່ເອົາໃຈໃສ່ແດ່ປ່ອງໃຫ້ມັນເປ້ເພຈົນໄປມາລຳບາກ,ແລະ ຂ້າພະເຈົ້າສົນໃຈວ່າມັນແມ່ນໜ້າທີ່ຂອງພາກສ່ວນໃດທີ່ຮັບຜິດຊອບ ແມ່ນລັດຖະບານກະຊວງໂຍທາ ຫຼືວ່າພາກສ່ວນແຂວງວຽງຈັນ, ຖ້າແມ່ນຄວາມຮັບຜິດຊອບຂອງພາກສ່ວນໃດກໍ່ຄວນຮີບຮ້ອນກັນປັບປຸງແດ່ ເພາະ ວ່າທ່ານກໍ່ຄວນຄິດວ່າເມືອງວັງວຽງເປັນເມືອງແຫ່ງການທ່ອງທ່ຽວ ແລະ ເປັນທາງຜ່ານໄປເມືອງມໍລະດົກໂລກ ມື້ໜຶ່ງໆ ແຂກຕ່າງປະເທດ ຜ່ານໄປຜ່ານມາຈົນບັນບໍ່ຖ້ວນຄວນອາຍເພິ່ນແດ່

ຖ້າເປັນພາກສ່ວນແຂວງວຽງຈັນຮັບຜິດຊອບແຮ່ງຮີບເລິ່ງດ່ວນຕື່ມ ເພາະວ່າແຂວງວຽງຈັນກໍ່ເປັນແຂວງເກືອບວ່າເປັນອັນດັບ1ຂອງປະເທດດ້ານອຸດສາຫະກຳ,ແຕ່ຕາມທີ່ຂ້າພະເຈົ້າສັງເກດເບິ່ງແລ້ວແຂວງວຽງຈັນນີ້ທ່ານເຈົ້າແຂວງວຽງຈັນນີ້ແມ່ນບໍ່ມີຄວາມສາມາດພຽງພໍ ທີ່ຈະບໍລິຫານແຂວງຂອງຕົວເອງ ບັນຫາທາງນີ້ຍັງຄິດວ່າເປັນບັນຫາໃຫຍ່,ແມ້ແຕ່ນ້ຳປະປາຍັງບໍ່ມີຄວາມສາມດທີ່ຈະສະໜອງໃຫ້ປະປາຊົນ ແຂວງວຽງຈັນຍັງບໍ່ມີນ້ຳປະປາໃຊ້ ຄື ເມືອງໝື່ນ,ເມືອງແມດ ແລະ ເມືອງກາສີ

ສະນັ້ນທ່ານເຈົ້າແຂວງຄວນຫັນມາເບິ່ງແດ້ບໍ່ແມ່ນເມົານຳກອບໂກຍ



__________________
Anonymous

Date:
Permalink   
 

ກໍາລັງສ້ອມແປງມັນກໍ່ຫຍຸ້ງຍາກແດ່ຫັນແລ້ວພີ້ນ້ອງເອີຍ 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard