ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັກລັດພາກັນກອບໂກຍ ພົບມູນຄ່າເສຍຫາຍ 2 ແສນກ່ວາຕື້ກີບ
Anonymous

Date:
ພັກລັດພາກັນກອບໂກຍ ພົບມູນຄ່າເສຍຫາຍ 2 ແສນກ່ວາຕື້ກີບ
Permalink   
 


ພັກລັດພາກັນກອບໂກຍ ພົບມູນຄ່າເສຍຫາຍ 2 ແສນກ່ວາຕື້ກີບ

 

ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ກວດ­ກາ​ລັດ ແລະ ການສໍລາດບາງຫລວງ ປີ 2011 ຈຳ­ນວນ 101 ເປົ້າ​ໝາຍ​ພົບ​ເຫັນ​ມູນ​ຄ່າ​ເສຍ​ຫາຍ 259.037 ຕື້​ກີບ.

ຈາກ​ບົດ​ລາຍ​ງານ​ຂອງ​ທ່ານ ດຣ.ບຸນ​ທອງ ຈິດ​ມະ­ນີ ປະ­ທານ​ຄະ­ນະ​ກວດ­ກາ​ສູນ​ກາງ​ພັກ ປະ­ທານ​ອົງ­ການ​ກວດ­ກາ​ລັດ­ຖະ­ບານ ໃຫ້​ຮູ້​ວ່າ: ລັດ­ຖະ­ບານ​ອົງ­ການ​ປົກ­ຄອງ ແລະ ຄະ­ນະ​ກວດ­ກາ​ແຕ່​ລະ​ຂັ້ນ ໄດ້​ເອົາ­ໃຈ­ໃສ່​ຕິດ­ຕາມ​ກວດ­ກາ​ຄຸ້ມ​ຄອງ​ບໍ­ລິ­ຫານ​ລັດ ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ການ​ປະ­ຕິ­ບັດ​ກົດ­ໝາຍ​ນິ­ຕິ​ກຳ​ຕ່າງໆ​ທີ່​ລັດ​ປະ­ກາດ​ໃຊ້ ພ້ອມ​ທັງ​ກວດ­ກາ​ສະ­ເພາະ​ກິດ​ບາງ​ເປົ້າ​ໝາຍ​ໃນ​ການ​ຂຸດ​ຄົ້ນ​ໄມ້ ສຳ​ປະ­ທານ​ທີ່​ດິນ ໂຄງ­ການ​ລົງ­ທຶນ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ສຳ­ລັບ​ວຽກ​ງານ​ສະ­ກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ໄດ້​ປະ­ຕິ­ບັດ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ວິ­ທີ ເປັນ­ຕົ້ນ​ແມ່ນ​ການ​ໃຫ້​ທຸກ​ການ­ຈັດ­ຕັ້ງ​ຂອງ​ພັກ-ລັດ ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ​ຢູ່​ແຕ່​ລະ​ຂັ້ນ ມີ​ຄວາມ​ຮັບ­ຜິດ­ຊອບ​ຕິດ­ຕາມ-ສຶກ​ສາ​ອົບ­ຮົມ​ພະ­ນັກ­ງານ ສະ­ມາ­ຊິກ​ພັກ ເປັນ​ຂະ​ບວນ ແລະ ປົກ­ກະ­ຕິ ບ່ອນ​ໃດ​ມີ​ປະ­ກົດ​ການ​ດ້ານ​ສໍ້​ລາດ​ບັງ​ຫຼວງ ແມ່ນ​ໄດ້​ດຳ­ເນີນ​ການ​ກວດ­ກາ​ແກ້​ໄຂ​ຕາມ​ກໍ­ລະ­ນີ​ດ້ວຍ​ຄວາມ​ຖືກ­ຕ້ອງ​ ວ່ອງ­ໄວ ຄົ້ນ​ຄ້ວ​າ​ປັບ­ປຸງ​ດ້ານ​ນິ­ຕິ​ກຳ​ທີ່​ເຫັນ​ວ່າ​ມີ​ຄວາມ​ຈຳ­ເປັນ ເຊັ່ນ: ຍຸດ​ທະ​ສາດ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ແຈ້ງ​ຊັບ-ສິນ​ລາຍ​ຮັບ ພ້ອມ​ນັ້ນ​ຍັງ​ໄດ້​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ­ໜ້າ​ໃນ​ ການ­ເຄື່ອນ­ໄຫວ​ແລກ­ປ່ຽນ​ບົດ­ຮຽນ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ດັ່ງ­ກ່າວ​ກັບ​ບັນ­ດາ​ປະ­ເທດ​ ສະ­ມາ­ຊິກ​ອາ​ຊຽນ ກໍ​ຄື​ສາ­ກົນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard