ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂົວແຫ່ງທີ່ 4 ອາຈແລ້ວກາງປີໜ້າ
Anonymous

Date:
ຂົວແຫ່ງທີ່ 4 ອາຈແລ້ວກາງປີໜ້າ
Permalink   
 


ຂົວແຫ່ງທີ່ 4 ອາຈແລ້ວກາງປີໜ້າ

ຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 4 ອາຈສ້າງແລ້ວ ໃນກາງ ປີ 2013

ໂຄງການ ສ້າງຂົວ ແຫ່ງທີ່ 4 ລະຫວ່າງ ແຂວງບໍ່ແກ້ວ ຂອງລາວ ກັບແຂວງ ຊຽງຮາຍ ຂອງໄທ ທີ່ກໍານົດວ່າ ຈະສ້າງໃຫ້ ແລ້ວໃນທ້າຍ ປີ 2012 ນັ້ນ ຈະເລື່ອນອອກໄປ ເຖີງກາງປີ 2013 ຫລັງຈາກ ບໍຣິສັດ ຮັບເໝົາກໍ່ສ້າງ ຂອງຈີນ ໄດ້ຂໍເລື່ອນ ເວລາ ອອກໄປອີກ. ຕາມເຈົ້າໜ້າທີ່ ກ່ຽວຂ້ອງ ຝ່າຍລາວ ໄດ້ກ່າວ ເທື່ອລ້າສຸດນີ້:

"ຜູ້ຣັບເໝົາ ຂໍສະເໜີ ຕໍ່ເວລາ ໄປອີກ 6 ເດືອນ ຖ້າວ່າ ອະນຸມັດ ກໍສີ່ແມ່ນ ກາງປີ ປະມານເດືອນ 6 ປີ 2013".

ທ່ານວ່າ ປັດຈຸບັນ ເຈົ້າໜ້າທີ່ ຝ່າຍໄທ ແລະລາວ ກໍາລັງ ພິຈາຣະນາ ການຂໍຕໍ່ ເວລາຂອງ ບໍຣິສັດຈີນ ຢູ່ ຍັງບໍ່ຮູ້ວ່າ ຈະເປັນແນວໃດ. ເມື່ອວັນທີ່ 13 ມົກກະຣາ ຜ່ານມາ ເຈົ້າໜ້າທີ່ ໂຄງການ ຂົວ ມິຕພາບ ຝ່າຍໄທ ເຄີຽບອກກັບ ວິທຍຸ ເອເຊັຽເສຣີ ວ່າສາເຫດທີ່ ບໍຣິສັດ ຮັບເໝົາກໍ່ສ້າງ ຂອງຈີນ ຂໍຕໍ່ເວລານັ້ນ ຍ້ອນເຂົາເຈົ້າ ປະສົບກັບ ບັນຫາ ງົບປະມານ ແລະ ມີການປ່ຽນ ຜູ້ບໍຣິຫານ ວຽກງານ ການກໍ່ສ້າງ ແຕ່ວ່າ ເວລານັ້ນ ຍັງບໍ່ທັນໄດ້ ໃຫ້ຄໍາຕອບ ແຕ່ຢ່າງໃດເທື່ອ.

ປັດຈຸບັນ ວຽກງານ ກໍ່ສ້າງຂົວ ໄດ້ຄືບໜ້າ ໄປແລ້ວ ປະມານ 33% ເພີ້ມຈາກ 6% ໃນເດືອນ ມົກກະຣາ ຊື່ງຖືວ່າ ໄວຫລາຍ ພໍສົມຄວນ ຫລັງຈາກຈີນ ໄດ້ສົ່ງຄົນງານ ແລະ ອຸບປະກອນ ເຄື່ອງຈັກມາຕື່ມ. ຢູ່ໃນ ວຽກງານ ກໍ່ສ້າງຂົວນັ້ນ ມີຄົນງານຈີນ 185 ຄົນ ແລະ ຄົນງານລາວ 48 ຄົນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard