ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວໄທຈາກ 7 ແຂວງຕຣຽມສົ່ງຟ້ອງ
Anonymous

Date:
ຊາວໄທຈາກ 7 ແຂວງຕຣຽມສົ່ງຟ້ອງ
Permalink   
 


ຊາວໄທຈາກ 7 ແຂວງຕຣຽມສົ່ງຟ້ອງ

ຊາວບ້ານໃນ 7 ແຂວງ ຕິດແຄມຂອງ ໃນປະເທດໄທ ຕຣຽມຟ້ອງ ບໍຣິສັດ ທີ່ຮ່ວມຢູ່ ໃນໂຄງການ ເຂື່ອນ ໄຊຍະບູຣີ.

F-8-villagers-against-Xayabouli-dam.jpg

ຊາວໄທຈາກ 8 ແຂວງ ທີ່ບໍ່ເຫັນດີ ໃຫ້ສ້າງເຂື່ອນ ໄຊຍະບູຣີ

ຊາວຊຽງຄານ ແລະ ຊາວບ້ານ ໃນ 7 ແຂວງຂອງໄທ ຕຣຽມຍື່ນຄໍາຟ້ອງຮ້ອງ ຕໍ່ສານ ປົກຄອງ ເພື່ອໃຫ້ຍຸຕິ ໂຄງການສ້າງ ເຂື່ອນ ໄຊຍະບູຣີ ໃນລາວ. ອົງການ ທີ່ຈະຖືກ ຟ້ອງຮ້ອງມີຄື: ການໄຟຟ້າ ຜ່າຍຜລິດ ແຫ່ງ ປະເທດໄທ ຄນະກັມມະການ ພລັງງານ ແຫ່ງຊາຕ ຄນະກັມມະການ ແມ່ນໍ້າຂອງ ແລະ ກະຊວງ ພລັງງານ ກົມ ຊັພຍາກອນ ທັງຮຽກຮ້ອງ ຕໍ່ສານ ໃຫ້ຖອນສັນຍາ ຊື້-ຂາຍ ໄຟຟ້າ ລະຫ່ວາງ ການໄຟຟ້າ ຝ່າຍຜລິດ ກັບ ຣັຖບານລາວ ໂດຍອ້າງວ່າ ການລົງນາມ ໃນສັນຍາ ບໍ່ເປັນໄປ ຕາມ ຣັຖທັມມະນູນ ແລະກົດໝາຍ. ຕາມລາຍງານ ຂອງ ໜັງສືພິມ ຜູ້ຈັດການໄທ. ກ່ອນໜ້ານີ້ ເຈົ້າໜ້າທີ່ ເຄືອຂ່າຍ ປະຊາຊົນ 7 ແຂວງ ໄດ້ກ່າວວ່າ:

"ກົມຊັພຍາກອນ ນໍ້າໄດ້ເປີດ ເວທີ ຖາມຄວາມເຫັນ ປະຊາຊົນ ໄປຢ່າງ ເຮັ່ງຮີບ ໃນຂນະທີ່ ເພິ່ນບໍ່ຟັງສຽງ ປະຊາຊົນ ເວົ້າຫຍັງກ່າ ບໍ່ຟັງ ຍັງດື້ເຮັດ ແລ້ວພວກຕົນ ກໍສີ່ຟ້ອງ ສີ່ຟ້ອງຫນ່ວຍງານ ນີ້ ອັນນີ້ຄື ມະຕິຕໍ່ໄປ ສີ່ ດໍາເນີນການ".

ລາຍງານວ່າ ກຸ່ມໂຕແທນ ຊາວບ້ານ ໃນນາມ ເຄືອຂ່າຍ ສະພາ ອົງກອນ ຊຸມຊົນ ລຸ່ມນໍ້າຂອງ 7 ແຂວງ ອັນມີ ແຂວງເລີຽ ໜອງຄາຍ ບືງການ ນະຄອນພະນົມ ມຸກດາຫານ ອໍານາດຈເຣີນ ແລະ ແຂວງ ອຸບົນ ຣາຊະທານີ ຮ່ວມປະຊຸມກັນ ຢູ່ເມືອງ ຊຽງຄານ ແຂວງເລີຽ ໂດຍມີໂຕແທນ ທະນາຍຄວາມ ຈາກເຄືອຂ່າຍ ກົດໝາຍ ແມ່ນໍ້າຂອງ ແລະ ສູນຂໍ້ມູນ ຊຸມຊົນ ເພື່ອຕຽມສົ່ງ ຟ້ອງສານ ປົກຄອງ ກໍຣະນີ ໂຄງການສ້າງ ເຂື່ອນ ໄຊຍະບູຣີ ໃນລາວ ເພາະເຫັນວ່າ ຫລັງຈາກ ສ້າງເຂື່ອນ ໄຊຍະບູຣີ ແລ້ວ ມັນຈະສ້າງ ຄວາມເສັຽຫາຍ ຢ່າງໃຫ່ຽຫລວງ ໃຫ້ແກ່ ຊຸມຊົນ ລຸ່ມແມ່ນໍ້າຂອງ ໂດຍທີ່ບໍ່ ສາມາດ ແກ້ໄຂ ຄືນໄດ້.

ຜູ້ສົ່ງ ຄໍາຟ້ອງ ປະກອບດ້ວຍ ປະຊາຊົນ ທີ່ອາສັຍຢູ່ ຕາມແຄມຂອງ ໃນ ປະເທດໄທ ປະເທດລາວ ວຽດນາມ ແລະກໍາພູຊາ. ຂໍ້ກ່າວຫາ ກໍຄື: ບໍ່ປະຕິບັດ ຕາມເງື່ອນໄຂ ຂອງ ຄນະກັມມະການ ນະໂຍບາຍ ພລັງງານ ແຫ່ງຊາຕ ວ່າດ້ວຍ ການເປີດເຜີຽ ຂໍ້ມູນ ຂ່າວສານ ບໍ່ປະຕິບັດ ຕາມ ຣັຖທັມມະນູນ ມາຕຣາ 57 ແລະ ມາຕຣາ 58 ວ່າດ້ວຍ ການເປີດຂ່າວສານ ແລະ ການຮັບຟັງ ຄວາມຄິດເຫັນ ຂອງ ປະຊາຊົນ ບໍ່ປະຕິບັດ ຕາມຂໍ້ ກົດໝາຍ ຂອງ ຄນະກັມມະການ ລຸ່ມແມ່ນໍ້າຂອງ ວ່າດ້ວຍ ຂັ້ນຕອນ ການແຈ້ງຂ່າວ ການປືກສາ ຫາລື ແລະ ການຕົກລົງ ລ່ວງໜ້າ ກ່ອນດໍາເນີນ ການສ້າງ.



__________________
Anonymous

Date:
Permalink   
 

ນີ້ຄືນິໃສຄົນໄທທີ່ແທ້ຈິ່ງ ບໍ່ຕ່າງຫຍັງກັບຕອນສ້າງເຂື້ອນນໍ້ເທີນສອງ ມັນຕໍ່ຕ້ານສຸດຂີດ



__________________
Anonymous

Date:
Permalink   
 

ຜົນກະທົບຈາກເຂື່ອນນ້ຳເທີນສອງ ປີທີ່ແລ້ວມາເປັນແນວໃດລະ ວ່າເສັຽຫາຍຫລາຍປານໃດ?

ພັກລັດພວກເຈົ້າ ບໍ່ມີໃຜຮຽນຈົບ ເປັນນັກວິຊາການນີ້ຈັກຄົນ



__________________
Anonymous

Date:
Permalink   
 

Anonymous wrote:

ຜົນກະທົບຈາກເຂື່ອນນ້ຳເທີນສອງ ປີທີ່ແລ້ວມາເປັນແນວໃດລະ ວ່າເສັຽຫາຍຫລາຍປານໃດ?

ພັກລັດພວກເຈົ້າ ບໍ່ມີໃຜຮຽນຈົບ ເປັນນັກວິຊາການນີ້ຈັກຄົນ


 ເລື້ອງທໍາມະຊາດບໍ່ມີໃຜຫ້າມມັນໄດ້ດອກພໍ່ຕູ້ເອີຍ ມັນເປັນກັນທວົ່ໂລກ. ເຫັນບໍ່ນໍ້າເປັນຫຍັງຸຖ້ວມກຸງເທບ, ຟິລິບປິນ, ຫວຽດນາມ ແລະ ກໍາປູເຈ້ຍ ຕ່າງກໍ່ປະສົບກັບໄພນໍ້າຖ້ວມກັນທົ່ວໜ້າ ຫຼືວ່າເປັນນໍາເຂື່ອນນໍ້າເທີນສອງນີ້ຕິ. 



__________________
Anonymous

Date:
Permalink   
 

ລູກພັກຄົນນີ້ ສະໝອງອອ່ນຫລາຍ ເພາະວ່າຫົວສະໝອງມັນເປັນແກວ

ແຕ່ແອວມັນເປັນລາວ ກໍເລີຍບໍ່ຟັງຄວາມໃຜ

ປ່າໄມ້ເມືອງລາວ ກາຍເປັນພູຫົວໂລ້ນ ຢ່າບອກເດີ້ ວ່າເປັນຍ້ອງໄພທຳ

ມະຊາດ



__________________
Anonymous

Date:
Permalink   
 

Anonymous wrote:

ລູກພັກຄົນນີ້ ສະໝອງອອ່ນຫລາຍ ເພາະວ່າຫົວສະໝອງມັນເປັນແກວ

ແຕ່ແອວມັນເປັນລາວ ກໍເລີຍບໍ່ຟັງຄວາມໃຜ

ປ່າໄມ້ເມືອງລາວ ກາຍເປັນພູຫົວໂລ້ນ ຢ່າບອກເດີ້ ວ່າເປັນຍ້ອງໄພທຳ

ມະຊາດ


 ນີ້ລະພວກຜູ້ເຖົ້າປັນຍາຄວາຍ ຕອນໂຕເອງເປັນຜູ້ນໍາເປັນຫຍັງໃຫ້ເຂົາເຕາະລົງບັນລັງໄດ້ ປານນັ້ນມາອວຍສະຫຼາດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard