ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ຄຳເຊໂປນ ຈະມອບລາຍຮັບໃຫ້ແກ່ລັດຖະບານ 205 ລ້ານໂດລາ
Anonymous

Date:
ບໍ່ຄຳເຊໂປນ ຈະມອບລາຍຮັບໃຫ້ແກ່ລັດຖະບານ 205 ລ້ານໂດລາ
Permalink   
 


ບໍ່ຄຳເຊໂປນ ຈະມອບລາຍຮັບໃຫ້ແກ່ລັດຖະບານ 205 ລ້ານໂດລາ

sepon%20gold%206.3.2012thyjhthtth68876.jpg

 ສໍາ­ລັບ ​ປີ 2011 ຄາດ​ວ່າ ລາຍ​ຮັບ​ຂອງ​ລັດ­ຖະ­ບານ​ລາວ ຈາກ​ໂຄງ­ການ​ບໍ່​ຄໍາ-ທອງ​ເຊ​ໂປນ​ຂອງ​ບໍ­ລິ­ສັດ MMG LXML ຈະ​ໄດ້​ປະ­ມານ 205 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື 1.624.010.000.000 ກີບ.

ຕົວ ​ເລກ​ລາຍ​ຮັບ​ດັ່ງ­ກ່າວ ລວມ​ດ້ວຍ​ເງິນ​ປັນ​ຜົນ​ຈາກ​ການ​ຖື​ຫຸ້ນ 10% ຂອງ​ລັດ­ຖະ­ບານ ປະ­ຈຳ​ປີ 2011 ຈຳ­ນວນ 15 ລ້ານ​ໂດ​ລາ (118.830.000.000 ກີບ) ຈະ​ເຮັດ​ໃຫ້​ລາຍ​ຮັບ​ທີ່​ໄດ້​ມອບ​ໃຫ້​ລັດ­ຖະ­ບານ​ທັງ​ໝົດ ມີ​ປະ­ມານ 800 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 6.337.600.000.000 ກີບ.

ການ ​ຜະ­ລິດ​ທອງ ໃນ​ປີ 2011 ໄດ້​ເພີ່ມ​ຂຶ້ນ 23% ທຽບ­ໃສ່​ປີ​ທີ່​ຜ່ານ​ມາ ທີ່​ບັນ­ລຸ​ໄດ້ 78,859 ໂຕນ ເຊິ່ງ​ເປັນ​ສະ­ຖິ­ຕິ​ໃໜ່ ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ບໍ­ລິ­ສັດ MMG (Minerals and Metals Group) ເຊິ່ງ​ເປັນ​ບໍ­ລິ­ສັດ​ແມ່​ຂອງ​ບໍ­ລິ­ສັດ​ລ້ານ​ຊ້າງ​ມີ​ເນ​ໂຣນ​ສ ລິ​ມິ​ເຕັດ ຜູ້​ດຳ­ເນີນ​ບໍ່​ຄຳ​ເຊ​ໂປນ.

ການ ​ຜະ­ລິດ​ທີ່​ເພີ່ມ​ຂຶ້ນ​ນີ້ ແມ່ນ​ໜາກ​ຜົນ​ຂອງ​ການ​ຂະ­ຫຍາຍ​ໃຫຍ່​ຂອງ​ໂຮງ­ງານ​ຜະ­ລິດ​ທອງ ທີ່​ໄດ້​ສໍາ­ເລັດ​ລົງ​ໃນ​ທ້າຍ​ປີ 2010 ບໍ­ລິ­ສັດ​ຄາດ​ວ່າ​ຈະ​ຜະ­ລິດ​ທອງ​ແຜ່ນ​ໃຫ້​ໄດ້​ປະ­ມານ 80.000 ໂຕນ ສຳ­ລັບ​ປີ 2012 ນີ້.

ພ້ອມ ​ດຽວ​ກັນ​ນັ້ນ ການ​ຜະ­ລິດ​ຄຳ ແມ່ນ​ໄດ້​ຈຳ­ນວນ 74,484 ອອນ​ສ ເຊິ່ງ​ເປັນ​ໄປ​ຕາມ​ແຜນ­ການ​ຜະ­ລິດ ປະ­ຈຳ​ປີ ສ່ວນ​ການ​ຜະ­ລິດ​ຄຳ ປະ­ຈຳ​ປີ 2012 ແມ່ນ​ຄາດ​ວ່າ​ຈະ​ຢູ່​ໃນ​ລະ­ດັບ 60,00-65,00 ອອນ​ສ ທັງ​ນີ້​ກໍ​ອີງ​ຕາມ​ການ​ຫຼຸດ​ລົງ​ຂອງ​ປະ­ລິ­ມານ​ແຮ່​ຄຳ​ຜຸ​ພັງ​ທີ່​ມີ​ຢູ່ ຄາດ​ວ່າ​ແຮ່​ຄຳ​ຜຸ​ພັງ​ຈະ​ໝົດ​ລົງ​ໃນ​ປີ 2013.

ທ່ານ ສະ​ໜານ ອະ​ເນ​ກາ ອໍາ­ນວຍ​ການ​ຂອງ​ບໍ­ລິ­ສັດ MMG LXML Sepon ໄດ້​ກ່າວ​ວ່າ "ຄຽງ​ຄູ່​ກັບ​ການ​ຜະ­ລິດ​ຄຳ ແລະ ທອງ ພວກ​ເຮົາ​ກຳ­ລັງ​ຕັ້ງ­ໜ້າ​ດຳ­ເນີນ​ການ​ສຳ​ຫຼວດ​ຄົ້ນ​ຫາ​ແຫຼ່ງ​ແຮ່​ຄຳ​ເຄົ້າ ເພື່ອ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ສາ­ມາດ​ຂະ­ຫຍາຍ​ອາ­ຍຸ​ໂຄງ­ການ​ຜະ­ລິດ​ຄຳ​ອອກ​ໄປ ​ຕື່ມ​ອີກ".

ທ່ານ ສະ​ໜານ ຍັງ​ໄດ້​ກ່າວ​ຕື່ມ​ອີ​ກວ່າ: "ຖ້າ​ຜົນ​ການ​ສຶກ​ສາ​ຫາກ​ບົ່ງ​ບອກ​ວ່າ ການ​ປຸງ​ແຕ່ງ​ແຮ່​ຄຳ​ເຄົ້າ​ມີ​ຄວາມ​ເປັນ​ໄປ​ໄດ້​ນັ້ນ ກໍ​ໝາຍ​ຄວາມ​ວ່າ ພວກ​ເຮົາ​ຈະ​ສາ­ມາດ​ສ້າງ​ລາຍ​ຮັບ​ໃຫ້​ລັດ­ຖະ­ບານ​ຂອງ ສປປ ລາວ ໄດ້​ຫຼາຍ​ຂຶ້ນ".



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard