ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້າຫນ້າທີ່ອາວຸໂສອາເຊັມ ຕົກລົງຮັບ 9 ບັນຫາ ແລະ 22 ຂໍ້ສະເຫນີຂອງລາວ
Anonymous

Date:
ເຈົ້າຫນ້າທີ່ອາວຸໂສອາເຊັມ ຕົກລົງຮັບ 9 ບັນຫາ ແລະ 22 ຂໍ້ສະເຫນີຂອງລາວ
Permalink   
 


ເຈົ້າຫນ້າທີ່ອາວຸໂສອາເຊັມ ຕົກລົງຮັບ 9 ບັນຫາ ແລະ 22 ຂໍ້ສະເຫນີຂອງລາວ

 ກອງ ​ປະ­ຊຸມ​ເຈົ້າ​ຫນ້າ­ທີ່ອາ­ວຸ­ໂສ​ອາ​ເຊັມ ທີ່​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 1-2 ມີ­ນາ 2012 ທີ່​ນະ­ຄອນ­ຫລວງ​ໂກ​ເປັນ​ຮາກປະ­ເທດ​ດານ​ມາກ ຄະ­ນະ​ຜູ້​ແທນລາວ​ນຳ​ໂດຍ ທ່ານ ບຸນ​ເກີດ ສັງ ສົມ​ສັກ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ ທັງ​ເປັນ​ຫົວ­ຫນ້າ​ເຈົ້າ​ຫນ້າ­ທີ່​ອາວຸ​ໂສ​ອາ​ເຊັມ​ຂອງ ສປປ ລາວ ໄດ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ດັ່ງກ່າວ ແລະ ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ປະ­ເທດສະ­ມາ­ຊິກ​ອາ​ເຊັມ 46 ປະ­ເທດ, ກອງ​ເລ­ຂາ​ອາ​ຊຽນ ແລະ ຄະ­ນະກຳ­ມາ​ທິ​ການ​ເອີ​ຣົບ.

ຜ່ານ ​ການ​ປຶກ­ສາ​ຫາ­ລື​ຢ່າງເຄັ່ງ­ຮ້ອນ​ຕະ­ຫລອດ​ເວ­ລາ 2 ວັນ ກອງ​ປະ­ຊຸມ​ໄດ້​ຕົກ­ລົງ​ຮັບ 9 ບັນຫາ​ຄື: 1 ຕົກ­ລົງ​ຮັບ​ເອົາ​ປະ­ເທດອົດ​ສະ​ຕຣາ​ລີ, ນິວ​ຊີ​ແລນ ແລະ ຣັດ​ເຊຍ ເຂົ້າ​ສັງ­ກັດ​ຢູ່​ໃນ​ກຸ່ມ​ອາຊີ ບັນ­ຫາ​ນີ້​ໄດ້​ຄ້າງ​ຄາ​ມາ​ແຕ່ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງທີ 8 ໃນ​ປີ 2010 ແລະ ໄດ້​ມອບໃຫ້ ສປປ ລາວ ເຈົ້າ­ພາບ​ອາ​ເຊັມ 9 ເປັນ​ຜູ້​ແກ້​ໄຂ ແລະ ສປປ ລາວ ສາ­ມາດ​ແກ້​ໄຂ​ຢ່າງ​ສຳ­ເລັດ​ໃນກອງ​ປະ­ຊຸມ​ຄັ້ງ​ນີ້. 2. ຝ່າຍ​ເອີ​ຣົບຮັບ​ຕົກ­ລົງ​ເອົາ​ສະ­ມາ­ຊິກ​ໃຫມ່ 2 ປະ­ເທດ​ຄື: ປະ­ເທດ​ນອກ​ແວ ແລະ ສະ​ວິດ ເຂົ້າ​ໃນ​ກຸ່ມ​ເອີ​ຣົບ ສ່ວນ​ປະ­ເທດ​ບັງ​ກະ­ລາ​ເທດ ເຂົ້າ ຢູ່​ໃນ​ກຸ່ມ​ອາ­ຊີ ບັນ­ຫາ​ການ​ຮັບ ເອົາ​ປະ­ເທດ​ນອກ​ແວ ແລະ ສະ ວິດ ນີ້​ກໍ່​ເປັນ​ບັນ­ຫາ​ຄ້າງ​ຄາ​ມາ​ນານ ສົມ­ຄວນ ແລະ ກໍ່​ສາ­ມາດ​ແກ້​ໄຂ ໃນ​ຄັ້ງ​ນີ້. 3. ເຫັນ​ດີ​ຮັບ​ເອົາ​ຫົວ ຂໍ້​ກອງ​ປະ­ຊຸມ​ອາ​ເຊັມ 9 “ເພື່ອສັນ­ຕິ­ພາບ, ຄູ່​ຮ່ວມ​ມື​ເພື່ອ​ຄວາມສົມ­ບູນ​ພູນ​ສຸກ” ທັງ​ໄດ້​ເຫັນ​ດີ​ຮັບເອົາ​ສັນ­ຍະ­ລັກ ASEM 9 ເຊິ່ງຈະ​ນຳ​ໃຊ້​ຄວບ​ຄູ່​ກັບ​ກາ​ສັນ​ຍະລັກ​ຂອງ ASEM, ຮັບ​ເອົາ​ດ້ານຫລັກ­ການ​ວາ­ລະ​ກອງ​ປະ­ຊຸມ ແຕ່​ກອງ​ປະ­ຊຸມ​ແນະ­ນຳ​ໃຫ້​ປັບປຸງ​ຢ່າງ​ມີ​ຈຸດ​ສຸມ.

   ພ້ອມ​ດຽວ​ກັນ ກອງ​ປະ­ຊຸມຍັງ​ເຫັນ​ດີ​ໃຫ້ ສປປ ລາວ ສ້າງເອ­ກະ­ສານ 2 ສະ­ບັບ​ຄື: ຖະແຫລງ​ການ​ຂອງ​ປະ­ທານ ແລະ ຖະ­ແຫລງ­ການ​ວຽງ​ຈັນ ວ່າດ້ວຍ​ການ​ເພີ່ມ​ທະ­ວີ​ການ​ເປັນ​ຄູ່ ຮ່ວມເພື່ອ​ສັນ­ຕິ­ພາບ ແລະ ການພັດ­ທະ­ນາ, ຕົກ­ລົງ​ໃຫ້ ສປປ ລາວ ເຊີນ​ທ່ານ​ປະ­ທາ­ນາ­ທິ­ບໍ­ດີແຫ່ງສາ­ທາ­ລະ­ນະ​ລັດ ສະ­ຫະພາບ​ມຽນ​ມາ. ເຫັນ​ດີ​ດ້ານ​ຫລັກການ​ໃຫ້ ສປປ ລາວ ເຊີນ​ຜູ້­ ນຳອູ​ກຣາ​ອິນ (Ukrain) ເຂົ້າ​ຮ່ວມໃນ​ພິ­ທີ​ເປີດ​ກອງ​ປະ­ຊຸມ ແລະ ໃຫ້ບັນ­ດາ​ຜູ້­ນຳ 3 ປະ­ເທດ ຈາກ​ອາຊີ ແລະ ເອີ​ຣົບ ເຂົ້າ​ຮ່ວມ​ຮັບ​ປະທານ​ອາ­ຫານ​ເຊົ້າ​ກັບ​ຄະ­ນະ​ຜູ້ແທນ​ກອງ​ປະ­ຊຸມ​ອາ­ຊີ-ເອີ​ ຣົບພາກ​ທຸ­ລະ​ກິດ (AEEF).

   ນອກ­ຈາກ​ນີ້​ແລ້ວ ກອງ​ປະຊຸມ​ຍັງ​ເຫັນ​ດີ​ຕໍ່​ຂໍ້​ສະ­ເຫນີ​ຈຳນວນ 22 ຂໍ້​ຂອງ​ຄະ­ນະ​ຜູ້​ແທນລາວ​ໃນ​ການ​ກະ­ກຽມ​ກອງ​ປະຊຸມ ASEM 9.

   ກອງ​ປະ­ຊຸມ​ເຈົ້າ​ຫນ້າ­ທີ່​ອາ​ວຸໂສ​ຄັ້ງ​ນີ້ ເປັນ​ກອງ​ປະ­ຊຸມ​ທີ່​ມີການ​ຕົກ­ລົງ​ເປັນ​ປະ­ຫວັດ­ສາດເພາະ​ສາ­ມາດ​ແກ້​ໄຂ​ ບັນ­ຫາ​ຄົງ ຄ້າງ​ມາ​ແລ້ວ​ດົນ​ນານ​ເຖິງ 16 ປີ ກ່ຽວ​ກັບ​ວ່າ ອາ​ເຊັມ ແມ່ນການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງພາກ​ພື້ນ​ກັບ​ພາກ​ພື້ນຫມາຍຄວາມ​ ວ່າລະ­ຫວ່າງ​ອາ­ຊີ  ແລະ ເອີ​ຣົບ ແຕ່​ຫາກ​ບໍ່​ແມ່ນ​ລະ­ຫວ່າງກຸ່ມ​ກັບ​ກຸ່ມ​ຄື​ອາ­ຊີ​ກັບ​ອີ​ຢູ.

   ນອກ​ນີ້​ ກອງ​ປະ­ຊຸມ​ຍັງ​ໄດ້ຍ້ອງ­ຍໍ​ຊົມ­ເຊີຍ ສປປ ລາວ ທີ່​ໄດ້ຫ້າງ​ຫາ​ກະ­ກຽມ​ກອງ​ປະ­ຊຸມ​ສຸດຍອດ​ອາ​ເຊັມ ຄັ້ງ​ທີ 9 ໂດຍ​ມີຄວາມ​ຄືບ​ຫນ້າ​ຕົວ​ຈິງ​ຫລາຍດ້ານ ບໍ່​ວ່າ​ທາງ​ດ້ານ​ເນື້ອ​ໃນ ແລະ ກໍ່­ສ້າງ​ໂຄງ​ລ່າງ ທັງ​ນີ້ ສປປ ລາວ ຈະ​ເປັນ​ເຈົ້າ­ພາບ​ຈັດ​ກອງປະ­ຊຸມ​ເຈົ້າ​ຫນ້າ­ທີ່​ອາ­ວຸ­ໂສ ໃນເດືອນ​ມິ­ຖຸ­ນາ ແລະ ກັນ­ຍາ​ປີ 2012 ເພື່ອ​ສືບ­ຕໍ່​ຜັນ​ຂະ­ຫຍາຍຂອງ​ກອງ​ປະ­ຊຸມ​ຄັ້ງ​ທີ່​ຜ່ານ​ມາ ແລະ ສືບ­ຕໍ່​ກະ­ກຽມ​ກອງ​ປະ­ຊຸມສຸດ​ຍອດ​ອາ​ເຊັມ ຄັ້ງ​ທີ 9 ທີ່​ຈະຈັດ​ຂຶ້ນ​ໃນ​ວັນ​ທີ 5-6 ພະ­ຈິກ 2012 ຢູ່​ນະ­ຄອນ­ຫລວງ​ວຽງຈັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard