ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວ ບໍ່ ອະນຸຍາດ ອົງການ NGO ເຂົ້າໄປ ເຮັດວຽກ ໃນພື້ນທີ່ ການພັທນາ ຂອງ ຣັຖບານ.
Anonymous

Date:
ທາງການລາວ ບໍ່ ອະນຸຍາດ ອົງການ NGO ເຂົ້າໄປ ເຮັດວຽກ ໃນພື້ນທີ່ ການພັທນາ ຂອງ ຣັຖບານ.
Permalink   
 


ທາງການລາວ ບໍ່ ອະນຸຍາດ ອົງການ NGO ເຂົ້າໄປ ເຮັດວຽກ ໃນພື້ນທີ່ ການພັທນາ ຂອງ ຣັຖບານ.

F-NGO-in-Laos.jpg

ອົງການ ສາກົນ ໃນລາວ ຖແລງວ່າ ບັນຫາ ການເຂົ້າ ໄປເຮັດວຽກ ຂອງຫ້ອງການ NGO ໃນພື້ນທີ່ ການພັທນາ ຂອງຣັຖບານ ແມ່ນບໍ່ຖືກ ອະນຸຍາດ ເຊັ່ນ ໂຄງການ ສ້າງເຂື່ອນ ໄຟຟ້າ ຂຸດຄົ້ນແຮ່ທາດ ແລະ ໂຄງການ ພັທນາ ທີ່ບໍ່ຍືນຍົງ ຕ່າງໆ ຂອງຣັຖບານ ຍ້ອນຣັຖບານ ບໍ່ຢາກໃຫ້ ມີບັນຫາ ກັບຊາວບ້ານ ກຸ່ມທີ່ຖືກ ໂຍກຍ້າຍ ດັ່ງເຈົ້າຫນ້າທີ່ ສາກົນ ທ່ານນື່ງເວົ້າວ່າ:

"ເລື້ອງ NGO ນີ້ມີບາງ ໂຄງການເຂົາ ຈະມີບັນຫາ ຣັຖບານ ບໍ່ຢາກ ໃຫ້ເຂົ້າເນາະ ເພາະວ່າເຂົາ ມີແຜນ ຕົວຢ່າງ ວ່າເຂົາຊີ່ ເຮັດເຂື່ອນ ເຂົາໄປ ເຮັດມັນ ກໍບໍ່ຍືນຍົງ ຈື່ງບໍ່ຢາກໃຫ້ ປະຊາຊົນ ຮູ້ ຈື່ງປ່ອຍ ໃຫ້ຫາກີນ ຕາມທັມມະຊາດ ກໍຕ້ອງ ທົນທຸກໄປ".

ທ່ານກ່າວ ຕໍ່ໄປວ່າ ການເຮັດວຽກ ຂອງອົງການ NGO ຕ້ອງການ ຄວາມຮ່ວມມື ຈາກ ຣັຖບານ ແລະ ກໍຕ້ອງເຮັດຕາມ ທີ່ ຣັຖບານ ຕ້ອງການ ຈື່ງຈະເຮັດໄດ້ ເຖີງແມ່ນ ວ່າການສຳຣວດ ໃນເຂດທີ່ ຫວງຫ້າມ ຈະເຫັນ ບັນຫາ ຄວາມທຸກຍາກ ລຳບາກ ຂອງ ປະຊາຊົນ ກໍຕາມ ແຕ່ບໍ່ສາມາດ ດຳເນີນ ໂຄງການ ດ້ວຍຕົນເອງໄດ້ ຕ້ອງໄດ້ຮັບ ອະນຸຍາດ ຈາກ ຣັຖບານກອ່ນ ໂດຍສະເພາະ ໃນເຂດທີ່ ຣັຖບານ ໃຫ້ ສຳປະທານ.

ທ່ານວ່າ ພືດຕິກັມ ດັ່ງກ່າວ ຂອງຣັຖບານ ສົ່ງຜົລກະທົບ ຕໍ່ຊາວບ້ານ ຜູ້ທີ່ ຖືກໂຍກຍ້າຍ ຈາກໂຄງການ ພັທນາ ໃນການໄດ້ ຮັບການຊ່ອຍເຫລືອ ແລະ ຄ່າຊົດເຊີຍ ຮ່ວມທັງ ການພັທນາ ຊິວິດໄຫມ່ ຂອງພວກ ຂະເຈົ້າ. ບາງຄັ້ງກໍຖືກ ເລື່ອນເວລາ ໃນການໃຫ້ ຄ່າຊົດເຊີຍ ແລະ ກໍບໍ່ມີ ອົງການໃດ ເຂົ້າໄປໃຫ້ ການຊ່ອຍເຫລືອ ຂະເຈົ້າ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard