ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ງານລຽງສົ່ງນັກສຶກສາລາວໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ
Anonymous

Date:
ງານລຽງສົ່ງນັກສຶກສາລາວໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ
Permalink   
 


ນັກສຶກສາທີ່ໄດ້ທຶນຈາກຍີ່ປຸ່ນ ຈະເດີນທາງເດືອນເມສານີ້

ຂ່າວ: ສຸກ​ວິ­ໄລ

   ພິ­ທີ​ຈັດ​ງານ​ລ້ຽງ​ສົ່ງ​ນັກ ສຶກ​ສາ​ລາວ​ຈຳ­ນວນ 11 ຄົນ​ທີ່ ຈະ​ເດີນ­ທາງ​ໄປ​ສຶກ​ສາ​ຕໍ່​ທີ່​ປະເທດ​ຍີ່­ປຸ່ນ​ໃນ​ເດືອນ​ເມ­ສາ​ທີ່​ຈະມາ​ເຖິງ ໄດ້​ຈັດ​ຂຶ້ນ​ໃນ​ແລງ​ວັນ​ທີ 28 ມີ­ນາ​ຜ່ານ​ມາ​ທີ່​ເຮືອນ​ພັກ ທ່ານ​ທູດ​ຍີ່­ປຸ່ນ ເຊິ່ງ​ຈັດ​ໂດຍທ່ານ​ນາງ ຈຸນ​ໂກະ ໂຢ​ໂກ​ຕະ ເອກ​ອັກ­ຄະ­ລາ­ຊະ­ທູດ​ຍີ່­ປຸ່ນປະຈຳ ສປປ ລາວ.

   ໃຫ້​ກຽດ​ເຂົ້າ​ຮ່ວມ​ງານ​ລ້ຽງ ຄັ້ງ​ນີ້​ມີ ທ່ານ ດຣ. ປອນ​ເມກ ດາ­ລາ​ລອຍ ປະ­ທານ​ສະ­ມາ­ຄົມມິດ­ຕະ­ພາບ​ລາວ-ຍີ່­ປຸ່ນ, ທ່ານ ນາງ ແສງ​ເດືອນ ຫລ້າ​ຈັນ­ທະບູນ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີລາ, ທ່ານ ສຈ.ດຣ. ສົມ​ສີ ຍໍພັນ​ໄຊ ຮອງ​ອະ­ທິ­ການ​ບໍ­ດີ​ມະຫາ​ວິ­ທະ­ຍາ­ໄລ​ແຫ່ງ​ຊາດ, ມີແຂກ​ທີ່​ຖືກ​ເຊີນ ແລະ ພາກ­ສ່ວນທີ່​ກ່ຽວ­ຂ້ອງ.

   ສຳ­ລັບ​ສົກ​ປີ 2012 ນີ້ ລັດຖະ​ບານ​ຍີ່­ປຸ່ນ​ໄດ້​ໃຫ້​ທຶນ​ແກ່​ນັກສຶກ​ສາ​ລາວ​ຈຳ­ນວນ 11 ຄົນ​ໄປສຶກ​ສາ​ຕໍ່​ທີ່​ປະ­ເທດ​ຍີ່­ປຸ່ນ. ໃນ​ນັ້ນ 4 ຄົນ​ຈະ​ໄປ​ສຶກ​ສາ​ໃນ​ລະ­ດັບ​ວິຊາ​ຊີບ​ຊັ້ນ​ສູງ, 6 ຄົນ​ໄດ້​ທຶນ​ປະລິນ​ຍາ​ຕີ ແລະ ອີກ 1 ຄົນ​ຈະ​ສຶກສາ​ຕໍ່​ລະ­ດັບ​ປະ­ລິນ­ຍາ​ເອກ.

   ໃນ​ງານ​ລ້ຽງ​ສົ່ງ ທ່ານ​ນາງ ຈຸນ​ໂກະ ໂຢ​ໂກ​ຕະ ໄດ້​ກ່າວ​ຊົມເຊີຍ​ບັນ­ດາ​ນັກ​ສຶກ​ສາ​ທີ່​ປະ­ສົບຜົນ­ສຳ­ເລັດ​ໃນ​ການ​ສອບ­ເສັງ ແລະ ຮຽກ­ຮ້ອງ​ໃຫ້​ນັກ​ສຶກ​ສາປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ ການ​ພັດ­ທະ­ນາ​ປະ­ເທດ​ຊາດ. ພ້ອມ​ນັ້ນ ຍັງ​ສະ­ແດງ​ຄວາມ​ຫວັງວ່າ: ນັກ​ສຶກ​ສາ​ເຫລົ່າ​ນີ້​ຈະ​ມີ​ບົດບາດ​ເປັນ​ຂົວ​ຕໍ່​ລະ­ຫວ່າງ​ລາວ ແລະ ຍີ່­ປຸ່ນ​ໃນ​ອະ­ນາ­ຄົດ.

   ທ່ານ ສາຍ​ຄຳ ບຸດ​ທະ​ວົງ ໃນນາມ​ຕາງ­ຫນ້າ​ນັກ​ສຶກ​ສາ​ທີ່​ຈະເດີນ­ທາງ​ໄປ​ສຶກ​ສາ​ຕໍ່​ເຊິ່ງ​ຈະ​ໄປຮຽນ​ລະ­ດັບ​ປະ­ລິນ­ຍາ​ເອກ ສາຂາ​ວິ­ຊາ​ການ​ອະ­ນຸ​ຮັກ​ປ່າ­ໄມ້ທີ່ມະ­ຫາ­ວິ­ທະ­ຍາ­ໄລ​ກີວ​ຊູ ໄດ້​ປະ­ຕິຍານ​ຕົນ​ວ່າ: ຈະ​ຕັ້ງ­ໃຈ​ຮ່ຳ­ຮຽນ ແລະ ສຸມ​ເຫື່ອ­ແຮງ​ສະ­ຕິ​ປັນ­ຍາ ຂອງ​ຕົນ​ເພື່ອ​ເຮັດ​ໃຫ້­ການ​ສຶກສາ​ປະ­ສົບ​ຜົນ­ສຳ­ເລັດ.



__________________
Anonymous

Date:
RE: ງານລຽງສົ່ງນັກສຶກສາລາວໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ
Permalink   
 


ຕັ້ງອົກຕັ້ງໃຈເອົາເນີ້,ນ້ອງນຸ່ງລູກຫຼານເອີ້ຍ ວິຊາຄວາມຮູ້ຈາກປະເທດທີ່ເຂົາຈະເລີນ

ຮຸ່ງເຮືອງສີວິໄລຂອງໂລກເສຣີ ,ໂອກາດດີໆທີ່ເຂົາຈະໃຫ້ທານພວກເຮົາມັນຫາຍາກ

ແທ້ໆ!ຮຽນຈົບມາແລ້ວເອົາມາສອນຕໍ່ໃຫ້ຜູ້ນໍາພັກລັດເຮົາແດ່!ພວກເພີ່ນນັ້ນຮູ້ຈັກ

ແຕ່ວິທີເອົາເງິນເຂົ້າຖົງໂຕເອງເດີ້ !ຊາດຊິເປັນແນວໃດນັ້ນເພີ່ນບໍ່ສົນໃຈດອກ,ທີ່ເພີ່ນ

ເຮັດໄດ້ດີທີ່ສຸດອີກຢ່າງກໍຄື :ເຊີນພວກແກວມາລາວແລ້ວກິນອົບໝາຊຸມກັນ ກິນ

ອີ່ມແລ້ວຕົບມືຊົມເຊີຍວ່າ ມາລາວໄດ້ຮັບການຕ້ອນຮັບອົບອຸ່ນ ແຕ້..ແຕ້...ງອງລໍ້າ!

        ສ.ສີໄຄ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard