ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທະນາຄານໂລກ ມອບ 8 ລ້ານໂດລາ ຄຸ້ມຄອງຊັບພະຍາກອນຕາມລໍານໍ້າຂອງ
Anonymous

Date:
ທະນາຄານໂລກ ມອບ 8 ລ້ານໂດລາ ຄຸ້ມຄອງຊັບພະຍາກອນຕາມລໍານໍ້າຂອງ
Permalink   
 


ທະນາຄານໂລກ ມອບ 8 ລ້ານໂດລາ ຄຸ້ມຄອງຊັບພະຍາກອນຕາມລໍານໍ້າຂອງ

5.4.2012khgurhgh1645oj6725687.jpg
 

ທະ­ນາ­ຄານ ​ໂລກ​ໃຫ້­ການ ສະ­ຫນັບ­ສະ­ຫນູນ​ແກ່​ຄະ­ນະ​ກໍາມະ​ການ​ແມ່­ນ້ໍາຂອງ​ສາ­ກົນ​ໃນມູນ​ຄ່າ 8 ລ້ານ​ໂດ​ລາ​ສະ­ຫະ­ລັດ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຄຸ້ມ​ຄອງຊັບ­ພະ­ຍາ­ກອນ​ຕາມ​ລຳ​ນ້ຳ ຂອງ, ເຊິ່ງ​ມີ​ກຳ­ນົດ 5 ປີ (2012-2017) ໂດຍ​ເປົ້າຫມາຍ​ແນ­ໃສ່​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ວຽກ​ງານ​ການ​ປຶກສາ​ຫາ­ລື ແລະ ຈັດ​ຕັ້ງ​ປະ­ຕິ­ບັດການ​ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ ແມ່­ນ້ຳ​ຂອງ​ຕອນ​ລຸ່ມ​ລວມ​ມີ 4 ປະ­ເທດ​ຄື: ສປປ ລາວ, ໄທ, ກຳປູ​ເຈຍ ແລະ ຫວຽດ­ນາມ.

   ທ່ານ ຮັນສ໌​ກຸດ​ແມນ ຜູ້​ອໍານວຍ​ການ​ໃຫຍ່​ອົງ­ການ​ແມ່­ນ້ໍາຂອງ​ສາ­ກົນ​ກ່າວ​ວ່າ: ການ​ປະກອບ​ສ່ວນ​ຂອງ​ທະ­ນາ­ຄານ​ໂລກ ຈະ​ຊ່ວຍ​ເພີ່ມ​ທະ­ວີ​ການ​ພົວ­ພັນລະ­ຫວ່າງ​ປະ­ເທດ​ຂອງ​ບັນ­ດາ ລັດ­ຖະ­ບານ ແລະ ຄູ່​ຮ່ວມ​ພັດທະ​ນາ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ​ຂຶ້ນ, ໂດຍ​ສະ­ເພາະ​ທຶນ​ດັ່ງ­ກ່າວ​ຈະ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ໂຄງ­ການ​ຄຸ້ມ​ ຄອງຊັບ­ພະ­ຍາ­ກອນ​ນ້ໍາ​ແບບ​ປະ­ສົມປະ­ສານ​ຕາມ​ລຳ​ແມ່­ນ້ໍາຂອງ​ໃຫ້ມີ​ການ​ ພັດ­ທະ­ນາ​ຮ່ວມ​ກັນ​ໃນການ​ຄຸ້ມ​ຄອງ​ນ້ໍາ ແລະ ແຫລ່ງນ້ຳ ເພື່ອ​ຮັບ­ປະ­ກັນ​ການ​ຂະຫຍາຍ​ຕົວ​ທາງ​ດ້ານ​ເສດ­ຖະ­ກິດ ແລະ ສັງ­ຄົມ​ໃນ­ຕໍ່­ຫນ້າ​ບໍ່​ໃຫ້​ມີ​ຜົນ​ກະ­ທົບ​ຕໍ່​ຄວາມ​ຍືນ​ຍົງ​ຂອງ ລະ­ບົບ​ນິ­ເວດ.

   ນອກ­ຈາກ​ນັ້ນ​ ອົງ­ການ​ແມ່ນ້ໍາ­ຂອງ​ສາ­ກົນ​ຈະ​ນໍາໃຊ້​ທຶນ​ດັ່ງກ່າວ​ຊ່ວຍ​ບັນ­ດາ​ປະ­ເທດ​ ສະ­ມາ­ຊິກ​ໃນ​ການ​ນໍາໃຊ້​ຫລັກ­ການ​ຄຸ້ມຄອງ​ແຫລ່ງ​ນ້ໍາແບບ​ເຊື່ອມ​ໂຍງເຂົ້າ​ ໃນ​ການ​ຕັດ­ສິນ​ບັນ­ຫາ​ລະ ດັບ​ຊາດ​ກໍ່​ຄື​ການ​ປະ­ຕິ­ບັດ​ວຽກງານ​ການ​ຄຸ້ມ​ຄອງ​ຊາຍ​ແດນຮ່ວມ​ເຊັ່ນ​ວ່າ: ໂຄງ­ການ​ຮ່ວມຄຸ້ມ​ຄອງ​ການ​ປະ­ມົງ​ຕາມ​ລຳ​ແມ່ນ້ໍາ­ຂອງ ແລະ ແມ່­ນ້ໍາເຊ​ກອງ​ໃນ ສປປ ລາວ ແລະ ກໍາ­ປູ­ເຈຍ.

  ອົງ­ການ​ແມ່­ນ້ໍາຂອງ​ສາ­ກົນ​ເປັນ​ອົງ­ການ​ລະ­ຫວ່າງ​ລັດ​ຖະບານ​ທີ່​ ຮັບ­ຜິດ­ຊອບ​ປະ­ສານ​ງານຮ່ວມ​ມື ເພື່ອ​ການ​ຄຸ້ມ​ຄອງ​ອ່າງ​ແມ່­ນ້ໍາ​ຂອງ​ແບບ​ຍືນ​ຍົງ​ໂດຍ​ມີສະ­ມາ­ຊິກ​ຮ່ວມ​ກັນ 4 ປະ­ເທດ​ຄື: ສປປ ລາວ, ໄທ, ກຳ­ປູ­ເຈຍ ແລະ ຫວຽດ­ນາມ ເພື່ອ​ການ​ຮັກ­ສາ​ເສລີ​ພາບ​ໃນ​ການ​ແລ່ນ​ເຮືອ, ການຄົ້ນ​ຫາ​ໂອ­ກາດ​ທາງ​ດ້ານ​ກະ​ສິກຳ, ການ​ປະ­ມົງ​ທີ່​ຍືນ​ຍົງ, ການຄຸ້ມ​ຄອງ ແລະ ບໍ­ລິ­ຫານ​ຈັດ­ການກ່ຽວ​ກັບ​ໄພ​ນ້ຳ​ຖ້ວມ ແລະ ຮັກສາ​ຄວາມ​ສົມ​ດຸນ​ລະ­ບົບ​ນິ­ເວດຂອງ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ.

   ພິ­ທີ​ເຊັນ​ສັນ­ຍາ​ໄດ້​ຈັດ​ຂຶ້ນ​ໃນຕອນ​ແລງ​ວານ​ນີ້​ທີ່​ຫ້ອງ­ການ​ອົງ­ການ​ ແມ່­ນ້ຳ​ຂອງ​ສາ­ກົນ​ລະຫວ່າງ ທ່ານ  ຮັນສ໌​ກຸດ​ແມນ ຜູ້ອໍານວຍ​ການ​ໃຫຍ່​ອົງ­ການ​ແມ່ນ້ໍາ­ຂອງ​ສາ­ກົນ ແລະ ທ່ານນາງ ແອນ​ແນັດ​ເຕ້ ດີ​ໂຊນ ຜູ້​ອໍາ­ນວຍການ​ປະ­ຈໍາ​ພາກ​ພື້ນ​ຕາ­ເວັນອອກ​ສ່ຽງ​ໃຕ້​ຕາງ­ຫນ້າ​ຈາກ​ທະນາ​ຄານ​ ໂລກ​ມີ​ບັນ­ດາ​ຄະ­ນະ​ນໍາທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard