ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັກລັດບອກວ່າ ນະ­ຄອນ­ຫຼວງ ມີ 6 ປະ­ກົດ​ການ​ຫຍໍ້­ທໍ້​ຕ້ອງ​ໄດ້​​ແກ້​ໄຂດ່ວນ
Anonymous

Date:
ພັກລັດບອກວ່າ ນະ­ຄອນ­ຫຼວງ ມີ 6 ປະ­ກົດ​ການ​ຫຍໍ້­ທໍ້​ຕ້ອງ​ໄດ້​​ແກ້​ໄຂດ່ວນ
Permalink   
 


ນະ­ຄອນ­ຫຼວງ ມີ 6 ປະ­ກົດ​ການ​ຫຍໍ້­ທໍ້​ຕ້ອງ​ໄດ້​​ແກ້​ໄຂ

  ກອງ ​ປະ­ຊຸມ​ວຽກ​ງານ​ຕ້ານ-ສະ­ກັດ​ກັ້ນ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຈັດ​ຂຶ້ນ​ວັນ​ທີ 6 ເມ­ສາ 2012 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ພົນ​ໂທ ດວງ​ໃຈ ພິ­ຈິດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ ມີ​ທ່ານ​ເຈົ້າ​ຄອງ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ ລັດ­ຖະ­ມົນ­ຕີ​ວ່າ­ການ ຊ່ວຍ​ວ່າ­ການ ກະ­ຊວງ​ກ່ຽວ­ຂ້ອງ ແລະ ພະ­ນັກ­ງານ​ຫຼັກ​ແຫຼ່ງ​ນະ­ຄອນ­ຫຼວງ ເຂົ້າ​ຮ່ວມ.

ທ່ານ ສຸ​ກັນ ມະ­ຫາ­ລາດ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຂຶ້ນ​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຕ້ານ-ສະ­ກັດ​ກັ້ນ ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ທົ່ວ​ນະ­ຄອນ­ຫຼວງ ໃນ​ໄລ­ຍະ 3 ເດືອນ​ຕົ້ນ​ປີ 2012 ແລະ ທິດ​ທາງ​ແຜນ­ການ ຕໍ່­ໜ້າ​ຊຶ່ງ​ເຫັນ​ໄດ້​ວ່າ ພາຍ­ຫຼັງ​ມີ​ຄໍາ​ສັ່ງ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ວ່າ​ດ້ວຍ​ການ​ຕ້ານ-ສະ­ກັດ​ກັ້ນ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ນະ­ຄອນ­ຫຼວງ ກໍ​ໄດ້​ຈັດ​ກອງ​ປະ­ຊຸມ​ທົ່ວ​ນະ­ຄອນ­ຫຼວງ ພ້ອມ​ກັນ​ຄົ້ນ­ຄວ້າ​ຕີ​ລາ­ຄາ​ສົມ​ທຽບ­ໃສ່​ຈຸດ​ພິ­ເສດ​ສະ­ພາບ​ຄວາມ​ເປັນ​ຈິງ​ ຂອງ​ນະ­ຄອນ­ຫຼວງ ແລະ ສັງ​ລວມ​ໄດ້​ວ່າ ນະ­ຄອນ­ຫຼວງ​ມີ 6 ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ທີ່​ຕ້ອງ​ໄດ້​ເອົາ­ໃຈ­ໃສ່ ຄື: 1. ບັນ­ຫາ​ການ​ເສບ-ຊື້-ຂາຍ​ຢາ​ເສບ​ຕິດ 2.ບັນ­ຫາ​ປຸ້ນ​ຈີ້​ຊີງ​ຊັບ​ພົນ­ລະ­ເມືອງ ກໍ່​ອາດ­ຊະ­ຍາ​ກຳ​ທາງ​ອາດ­ຍາ 3.ບັນ­ຫາ​ຈຸດ​ມົ້ວ​ສຸມ-ຫຼິ້ນ​ກິນ​ຟຸມ​ເຟືອຍ​ຂອງ​ບາງ​ຫ້າງ​ຮ້ານ​ບັນ­ເທີງ ຊຶ່ງ​ກໍ​ໃຫ້​ເກີດ​ມີ​ນັກ­ເລງ​ອັນ​ຕະ​ພານ ອາ​ລະ​ວາດ​ຕີ​ກັນ ກຸ່ມ​ແກ້ງ​ກວນ​ເມືອງ 4.ບັນ­ຫາ​ການ​ຈະ­ລາ­ຈອນ​ແອ​ອັດ ສິ່ງ​ກີດ­ຂວາງ​ຕາມ​ເສັ້ນ­ທາງ ແລະ ອຸ­ປະ­ຕິ­ເຫດ​ຕາມ​ທ້ອງ​ຖະ­ໜົນ 5.ບັນ­ຫາ​ຄົນ​ຂໍ­ທານ-ບ້າ​ໃບ້​ເສຍ​ຈິດ ເດັກ​ບໍ່​ມີ​ຜູ້​ປົກ­ຄອງ ແລະ ແຮງ​ງານ​ຕ່າງ­ປະ­ເທດ​ທີ່​ບໍ່​ຖືກ­ຕ້ອງ ແລະ 6.ບັນ­ຫາ​ຄວາມ​ສະ­ອາດ-ສວຍ​ງາມ ການ​ຮັກ­ສາ​ສະ­ພາບ​ແວດ​ລ້ອມ​ຂອງ​ຕົວ​ເມືອງ.

ພາຍ­ຫຼັງ​ຄົ້ນ­ຄວ້າ​ຕີ​ລາ­ຄາ​ແລ້ວ ນະ­ຄອນ­ຫຼວງ ໄດ້​ອອກ​ຄໍາ​ສັ່ງ​ຕ້ານ-ສະ­ກັດ​ກັ້ນ ໂດຍ​ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ຂັ້ນ​ນະ­ຄອນ­ຫຼວງ ຂັ້ນ​ເມືອງ ຂັ້ນ​ບ້ານ ເພື່ອ​ແກ້​ໄຂ.

ຜ່ານ​ການ​ລົງ​ເຄື່ອນ​ໄຫວ​ຂອງ​ພະ­ນັກ­ງານ​ໄດ້​ພົບ​ເຫັນ​ບັນ­ຫາ​ປະ­ກົດ​ການ​ ຫຍໍ້­ທໍ້​ຫຼາຍ​ເປົ້າ​ໝາຍ ຄື: ບັນ­ຫາ​ຢາ​ເສບ​ຕິດ​ກໍາ​ໄດ້​ເປົ້າ​ໝາຍ 1.292 ຄົນ ໃນ​ນັ້ນ​ຜູ້​ເສບ 909 ຄົນ ແລະ ຜູ້​ຂາຍ 39 ຄົນ ການ​ປຸ້ນ​ຈີ້​ຊີງ​ຊັບ​ມີ​ເປົ້າ​ໝາຍ​ເຄື່ອນ​ໄຫວ​ເປັນ​ນັກ­ເລງ​ອັນ​ຕະ​ພານ​ ປຸ້ນ​ຈີ້ 390 ຄົນ ໃນ​ນັ້ນ ຫົວ​ໂປ່​ໂຕ​ການ 75 ຄົນ ແລະ ໄດ້​ປະ­ຕິ­ບັດ​ຕາມ​ລະ­ບຽບ​ກົດ­ໝາຍ​ແລ້ວ.

ສໍາ­ລັບ​ແຜນ­ການ​ຕໍ່­ໜ້າ​ເພື່ອ​ຮັບ­ປະ­ກັນ​ໃຫ້​ນະ­ຄອນ­ຫຼວງ​ມີ​ຄວາມ​ສະ­ຫງົບ​ ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ເຮັດ​ໃຫ້​ບ້ານ​ເມືອງ​ສະ­ອາດ​ສວຍ​ງາມ ແລະ ມີ​ສະ­ພາບ​ແວດ​ລ້ອມ​ທີ່​ດີ ແລະ ສ້າງ​ບ້ານ​ພັດ­ທະ­ນາ​ຕາມ 4 ເນື້ອ​ໃນ 4 ຄາດ­ໝາຍ ຕິດ​ພັນ​ກັບ​ການ​ປະ­ຕິ­ບັດ​ທິດ​ນຳ 3 ສ້າງ ເອົາ 10 ບ້ານ ແລະ 3 ເມືອງ ເປັນ​ຈຸດ​ສຸມ​ຕົວ​ແບບ ປະ­ສົມ​ປະ­ສານ​ກັບ​ການ​ເຮັດ​ທົ່ວ​ໄປ ແລະ ກະ­ຕຸກ​ຊຸກ­ຍູ້​ຂະ​ບວນ​ການ​ແຂ່ງ­ຂັນ​ຮັກ​ຊາດ-ພັດ­ທະ­ນາ ຕາມ 5 ມາດ­ຖານ​ທີ່​ວາງ​ອອກ​ໃຫ້​ເຂັ້ມ​ງວດ.



__________________
Anonymous

Date:
RE: ພັກລັດບອກວ່າ ນະ­ຄອນ­ຫຼວງ ມີ 6 ປະ­ກົດ​ການ​ຫຍໍ້­ທໍ້​ຕ້ອງ​ໄດ້​​ແກ້​ໄຂດ່ວນ
Permalink   
 


ປານນີ້ຈິ່ງຮູ້ຫວະ ທ່ານ ພົນ​ໂທ ດວງ​ໃຈ ພິ­ຈິດ ທ່ານໄປນອນດົມ ຫອຍເມັຽ

ນອ້ຍຢູ່ໃສ? ຢາເສດຕິດເຂົ້າທໍາລາຍ ລູກຫລານລາວທົ່ວປະເທດແລ້ວ

ພວກສູຍັງທໍາທ່າບໍ່ຮູ້ຫຍັງ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard