ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະຣັຖ ອະເມຣິກາ ຝຶກອົບຮົມ ກວດເຊື້ອ HIV/AIDS ໃນຫ້ອງ ທົດລອງ ແກ່ ກອງທັບ ປະຊາຊົນ ລາວ
Anonymous

Date:
ສະຫະຣັຖ ອະເມຣິກາ ຝຶກອົບຮົມ ກວດເຊື້ອ HIV/AIDS ໃນຫ້ອງ ທົດລອງ ແກ່ ກອງທັບ ປະຊາຊົນ ລາວ
Permalink   
 


ສະຫະຣັຖ ອະເມຣິກາ ຝຶກອົບຮົມ ກວດເຊື້ອ HIV/AIDS ໃນຫ້ອງ ທົດລອງ ແກ່ ກອງທັບ ປະຊາຊົນ ລາວ

F-lao-army-trained-HIV.jpg

ສະຖານທູດ ສະຫະຣັຖ ປະຈໍາ ນະຄອນຫຼວງ ວຽງຈັນ ຮ່ວມກັບ ສູນປ້ອງ ກັນເຊື້ອ HIV/AIDS ແລະ ກາມມະໂຣຄ ຫລື ຊື່ຫຍໍ້ວ່າ CHAS ກະຊວງ ສາທາຣະນະສຸຂ ແລະ ຜແນກ ສາທາຣະນະສຸຂ ຂອງກອງທັບ ປະຊາຊົນ ລາວ ໄດ້ຈັດການ ຝຶກອົບຮົມ ກ່ຽວກັບ ການທົດລອງ ກວດຫາ ເຊື້ອ HIV/AIDS ໃນຫ້ອງທົດລອງ ໃຫ້ແກ່ ກອງທັບ ປະຊາຊົນລາວ ລະຫວ່າງ ວັນທີ 9 ຫາ 11 ເມສາ 2012 ຢູ່ໃນຫ້ອງການ ສາທາຣະນະສຸຂ ແຂວງ ສວັນນະເຂດ. ການຝຶກ ອົບຮົມ ຂອງອົງການ CHAS ເທື່ອນີ້ໄດ້ມີ ນາຍທະຫານ ຫລາຍກວ່າ 20 ຄົນ ເຂົ້າຮ່ວມຈາກ ນະຄອນຫລວງ ວຽງຈັນ ຈໍາປາສັກ ອັດຕະປື ສວັນນະເຂດ ແລະ ບໍຣິຄໍາໄຊ.

ການຝຶກ ອົບຮົມ ໄດ້ຖືກ ອອກແບບ ຂຶ້ນມາ ເພື່ອ ສົ່ງເສີມໃຫ້ ນາຍທະຫານ ຈາກ ກອງທັບ ປະຊາຊົນ ລາວ ມີຄວາມສາມາດ ຄວາມຮູ້ ຫລາຍຂຶ້ນ ກ່ຽວກັບ ການໃຊ້ເຄື່ອງ ມື ໃນການ ກວດຫາ ເຊື້ອ HIV/AIDS. ຜູ້ເຂົ້າມາ ຝຶກອົບຮົມ ໄດ້ຮຽນ ວິທີໃຊ້ ເຄື່ອງມືໃໝ່ ທີ່ຈະສາມາດ ກວດພົບ ກໍຣະນີ ຜູ້ຕິດເຊື້ອ HIV ໄດ້.

ຫລັງຈາກການ ຝຶກອົບຮົມ ຜູ້ທີ່ມາຮ່ວມ ກໍຈະກັບໄປ ເຮັດໜ້າທີ່ ໃນກົມກອງ ຂອງພວກ ຂະເຈົ້າເອງ ແຕ່ຈະມີ ວິຊາຄວາມຮູ້ ໃນການ ກວດກາ ຊອກຫາ ເຊື້ອໂຣຄເອດສ໌ ຈາກທະຫານ ເຂົ້າໃໝ່ໄດ້. ໂຄງການ ຕໍ່ຕ້ານ ເຊື້ອວາຍຣັສ HIV/AIDS ຂອງ ສູນປ້ອງກັນ ເຊື້ອ HIV/AIDS ແລະ ກາມມະໂຣຄ ຫລື CHAS ແລະ ກອງທັບ ປະຊາຊົນລາວ ເປັນພາກສ່ວນ ຂອງໂຄງການ ທີ່ຕໍ່ເນື່ອງຂອງ ສະຖານທູຕ ສະຫະຣັຖ ແລະ ກອງບັນຊາການ ກອງທັບ ສະຫະຣັຖ ປະຈໍາ ເຂດ ປາຊີຝິກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard