ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຍິງ​ປືນ​ຖືກ​ສາຍ​ໄຟຟ້າ​ຂາດເສ​ຍຊີວິດ​ 9 ຄົນ​
Anonymous

Date:
ຍິງ​ປືນ​ຖືກ​ສາຍ​ໄຟຟ້າ​ຂາດເສ​ຍຊີວິດ​ 9 ຄົນ​
Permalink   
 


ຍິງ​ປືນ​ຖືກ​ສາຍ​ໄຟຟ້າ​ຂາດເສ​ຍຊີວິດ​ 9 ຄົນ​

*( ຂປລ ) ເຫດ​ເກີດ​ເມື່ອ​ຕອນ​ແລງ​ວັນ​ທີ 12 ພຶດສະພາ 2012 ນີ້ , ທີ່​ຄຸ້ມ​ຍຸນ​ທອງ ບ້ານ​ນາ​ຕ້າງ ​ເມືອງ​ຊຳ​ເໜືອ ​ແຂວງ​ຫົວພັນ. ຫຼັງຈາກ​ທີ່​ປະຊາຊົນ​ໄດ້​ປະ ກອບ​ພິທີ​ທາງ​ສາສະໜາ ( ຍ້າຍ​ຜີ​ເຊີນ ) ຈາກ​ບ້ານ​ເກົ່າ​ມາ​ຮັກສາ​ໄວ້​ຢູ່​ບ້ານ​​ໃໝ່. ​ເມືອ​ສຳ​ເລັດ​ພິທີ​ແລ້ວ​ໄດ້​ພ້ອມ​ກັນ​ຍ່າງ​ກັບ​ຄືນ​ເມືອ​ບ້ານ ພໍ​ຮອດ​ກາງ​ພູ​ ໃກ້​ຈະ​ຮອດ​ບ້ານ ​ທ . ອຳພອນ ​ໄດ້​ພະລາດ​ລົ້ມ​ກິ​້ງ ລົງ​ພູປະມານ 6 ​ແມັດ ​ແລະ ​ເສຍ​ຊີວິດ​ຄາ​ທີ່ .

ຈາກ​ນັ້ນທ . ສິງ​ພອນ ​ຊຶ່ງເປັນ ​ປກສ ບ້ານ​ໄດ້​ເອົາ​ປືນ​ອາວຸດ​ເສິກ ( ຍີ້ຫໍ້​ມະ​ດົກ​ມ້າ ) ຢູ່​ເຮືອນ​ຂອງ​ຜູ້ກ່ຽວມາ​ຍິງ​ຂຶ້ນ​ຟ້າ​ຈຳນວນ 1 ນັດ ​ເພື່ອ​ເຕືອນ​ໃຫ້​ຊາວ ບ້ານ​ຮັບ​ຮູ້​ວ່າ​ມີ​ເຫດ​ເກີດ​ຂຶ້ນ ​ແຕ່​ບັງ​ເອີນ​ລູກປືນ​ໄດ້​ຖືກ​ສາຍ​ໄຟຟ້າ​ແຮງ​ກາງ 22 kv. ​ເຮັດ​ໃຫ້​ສາຍ​ໄຟຟ້າ​ຂາດ​ໜຶ່ງ​ເສັ້ນ ​ແລ້ວ​ຕົກລົງ​ມາສູ່​ພື້ນ​ດິນ​ບໍລິ​ເວນ​ນັ້ນ ​ພໍດີ . ຈິງ​ເຮັດ​ໃຫ້​​ໄຟ​ຊ໋ອດ ​ແລະ ມີ​ຄົນ​ເສຍ ຊີວິດຈຳນວນ 9 ຄົນ​ . ປະກອບ​ມີ : ທ . ສິງ​ພອນ ອາຍຸ 42 ປີ ( ຜູ້ຍິງ​ປືນ ), ທ . ບຸນ ອາຍຸ 16 ປີ ( ລູກ​ຂອງ​ ທ . ສິງ​ພອນ ), ນ . ​ເພັງ ອາຍຸ 14 ປີ , ນ. ຈັນ ອາຍຸ 7 ປີ , ທ . ໝັ້ນ ອາຍຸ 9 ປີ , ນາງບົງ ອາຍຸ 13 ປີ , ນ. ວັນ ອາຍຸ 9 ປີ​ , ທ້າວ ຈັນ ອາຍຸ 17 ປີ​ ​ແລະ ນາງວອນ ອາຍຸ 15 ປີ​ . ທັງ​ໝົດ​ເປັນ ປະຊາຊົນ​ຄຸ້ມ​ຍຸນ​ທອງ ບ້ານ​ນາ​ຕ້າງ​ ​ເມືອງ​ຊຳ​ເໜືອ ​ແຂວງ​ຫົວພັນ . ກໍລະນີ​ດັ່ງກ່າວ​ເຈົ້າ​ໜ້າ​ທີ່​ໄດ້​ສະຫຼຸບ​ເບື້ອງ​ຕົ້ນ​ວ່າ​ເປັນ​ອຸບັດ​ຕິ​ ເຫ​ດ​ໂດຍ​ບັງ​ເອີນ​ບໍ່​ໄດ້​ກ່ຽວຂ້ອງ​ກັບ​ເຕັກນິກ​ຂອງ​ການກໍ່ສ້າງ​ໄຟຟ້າ . ດັ່ງ​ນັ້ນ​ຈິ່ງ​ບໍ່​ແມ່ນ​ຄວາມ​ຜິດພາດ​ຂອງ​ບໍລິສັດ ​ເພັດ​ໄລ​ວັນ ຜູ້​ຮັບ​ເໝົາກໍ່ສ້າງ ​ແລະ ຕິດ​ຕັ້ງ​ໄຟຟ້າ​ແຕ່​ຢ່າງ​ໃດ ​ເຖິງ​ແມ່ນ​ວ່າ​ຕາ​ຂ່າຍ​ດັ່ງກ່າວ​ແມ່ນ​ພວມ​ຢູ່​ໃນ​ໄລຍະ​ການ ກໍ່ສ້າງ ​ແລະ ຕິດ​ຕັ້ງ​ . ​ ຢ່າງໃດກໍຕາມທາງ​ບໍລິສັດ​ຜູ້​ຮັບ​ເໝົາກໍ່ ສ້າງ​ໄດ້​ມອບ​ເງິນ​ຊ່ວຍ​ເຫຼືອປົງ​ສົບ​ຈຳນວນ 5 ລ້ານ​ກີບ , ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ສາຂາ​ແຂວງ​ຫົວພັນ​ຊ່ວຍ​ເຫຼືອ 2 ລ້ານ​ກີບ . ພ້ອມ​ທັງ​ສົ່ງ​ບົດ​ລາຍ​ງານ ​ແລະ ບົດ​ສະ​ເໜີມາ​ຍັງ​ພະ​ແນ​ກສະຫວັດດີ​ການ ​ແລະ ສັງຄົມ​ແຂວງ​ເພື່ອ​ຫາ​ທາງ​ຊ່ວຍ​ເຫຼືອຄອບຄົວ​ຜູ້​ເສຍ​ຊີວິດ​ຕໍ່​ໄປ .



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard