ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອາເມຣິກັນຊ່ອຍສ້າງໂຮງໝໍຢູ່ເມືອງຜາໄຊ
Anonymous

Date:
ອາເມຣິກັນຊ່ອຍສ້າງໂຮງໝໍຢູ່ເມືອງຜາໄຊ
Permalink   
 


ອາເມຣິກັນຊ່ອຍສ້າງໂຮງໝໍຢູ່ເມືອງຜາໄຊ
ວາງສີລາເລີກສອງໂຄງການຊ່ວຍເຫຼືອດ້ານມະນຸດສະທຳ

 

ພິ­ທີ​ວາງ​ສີ​ລາ​ເລີກ ສຳ­ລັບ​ສອງ​ໂຄງ­ການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ ທີ່​ແຂວງ​ຊຽງ​ຂວາງ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 25ພຶດ­ສະ­ພາ ຜ່ານ​ມາ​ນີ້​ຢູ່​ທີ່​ເມືອງ​ຜາ​ໄຊ ແລະ ເມືອງ​ພູ​ກູດ ເຊິ່ງ​ສອງ​ໂຄງ­ການ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ​ນີ້ ແມ່ນ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ດ້ານ​ທຶນ­ຮອນ​ຈາກ​ລັດ­ຖະ­ບານ​ສະ­ຫະ­ລັດ​ ອາ­ເມ­ລິ­ກາ ແລະ ສູນ​ບັນ­ຊາ​ການ​ກອງ­ທັບ​ສະ­ຫະ­ລັດ​ປະ­ຈຳ​ພາກ​ພື້ນ​ປາ​ຊີ​ຟິກ (USPACOM) ເຊິ່ງ​ເປັນ​ພາກ­ສ່ວນ​ໜຶ່ງ​ຂອງ​ໂຄງ­ການ​ໃຫ້­ການ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ ທຳ​ຢ່າງ​ຕໍ່​ເນື່ອງ.

ໂຄງ­ການ​ດັ່ງ­ກ່າວ​ຈະ​ສະ­ໜອງ​ອາ­ຄານ​ໂຮງ­ໝໍ​ຫຼັງ​ໃໝ່ ຢູ່​ເມືອງ​ຜາ​ໄຊ ແລະ ເມືອງ​ພູ​ກູດ ແຂວງ​ຊຽງ​ຂວາງ ໂຮງ­ໝໍ​ຫຼັງ​ໃໝ່​ສອງ​ແຫ່ງ​ນີ້ ຈະ​ເຮັດ​ໃຫ້­ການ​ບໍ­ລິ­ການ​ທາງ​ດ້ານ​ການ​ຮັກ­ສາ​ສຸ­ຂະ­ພາບ​ຂອງ​ປະ­ຊາ­ຊົນ ແຂວງ​ຊຽງ​ຂວາງ ດີ​ຂຶ້ນ ການ​ກໍ່­ສ້າງ​ທັງ​ສອງ​ໂຄງ­ການ​ຄາດ​ວ່າ​ຈະ​ສຳ­ເລັດ​ໃນ​ເດືອນ​ທັນ­ວາ ປີ 2012.

ການ​ຊ່ວຍ­ເຫຼືອ​ປຸກ​ສ້າງ​ອາ­ຄານ​ໂຮງ­ໝໍ​ຫຼັງ​ໃໝ່​ນີ້ ແມ່ນ​ການ​ຊ່ວຍ­ເຫຼືອ​ໃນ​ນາມ​ປະ­ຊາ­ຊົນ​ອາ­ເມ­ລິ­ກາ ເພື່ອ​ເປັນ​ການ­ສະ­ແດງ​ຄວາມ​ຮູ້​ບຸນ­ຄຸນ​ອັນ​ເລິກ­ເຊິ່ງ​ຕໍ່​ລັດ­ຖະ­ບານ ກໍ​ຄື​ປະ­ຊາ­ຊົນ​ແຂວງ​ຊຽງ​ຂວາງ ທີ່​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ ແລະ ການ​ຮ່ວມ​ມື​ໃນ​ການ​ຂຸດ​ຄົ້ນ​ຫາ​ກະ­ດູກ ແລະ ສິ່ງ​ເສດ​ເຫຼືອ​ຂອງ​ທະ­ຫານ​ອາ­ເມ­ລິ­ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົມ­ຄາມ​ອິນ​ໂດ​ຈີນ.

ສະ­ຖານ­ທູດ​ສະ­ຫະ­ລັດ​ອາ­ເມ­ລິ­ກາ ຮ່ວມ​ກັບ​ສູນ​ບັນ­ຊາ​ການ​ກອງ­ທັບ​ສະ­ຫະ­ລັດ​ປະ­ຈຳ​ພາກ​ພື້ນ​ປາ​ຊີ​ຟິກ (USPACOM) ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ໂຄງ­ການ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ ຢູ່​ໃນ​ເຂດ​ຊົນ­ນະ­ບົດ​ຂອງ​ປະ­ເທດ​ລາວ​ມາ​ແລ້ວ​ຫຼາຍ​ກ່ວ​າ 15ປີ ເຊິ່ງ​ລວມ​ມີ​ການ​ປຸກ​ສ້າງ​ໂຮງ­ຮຽນ ໂຮງ­ໝໍ ລະ­ບົບ​ຊົນ­ລະ­ປະ­ທານ ແລະ ລະ­ບົບ​ນ້ຳ​ສະ­ອາດ ອື່ນໆ ໂຄງ­ການ​ກໍ່­ສ້າງ​ດັ່ງ­ກ່າວ​ນີ້ ແມ່ນ​ໜຶ່ງ​ໃນ 8ໂຄງ­ການ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ​ຂອງ USPACOM ທີ່​ໄດ້​ຕົກ­ລົງ​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ປີ​ນີ້ ເຊິ່ງ​ມີ​ມູນ​ຄ່າ​ການ​ຊ່ວຍ­ເຫຼືອ​ຫຼາຍ​ກ່ວ​າ 3,5ລ້ານ​ໂດ​ລາ​ສະ­ຫະ­ລັດ.

ເຂົ້າ​ຮ່ວມ​ໃນ​ພິ­ທີ​ມີ​ທ່ານ ດວງ​ຈິດ ຈາງ​ໄຊ​ວາງ ຮອງ​ເຈົ້າ­ແຂວງ​ຊຽງ​ຂວາງ ມີ​ຫົວ­ໜ້າ​ພະ​ແນກ​ສາ­ທາ­ລະ­ນະ​ສຸກ​ແຂວງ​ຊຽວ​ຂວາງ ຮອງ​ເຈົ້າ­ເມືອງ​ຜາ​ໄຊ ເຈົ້າ­ເມືອງ​ພູ​ກູດ ນອກ​ນັ້ນ ຍັງ​ມີ​ທ່ານ ພັນ​ໂທ ເຈມ​ສ ແມັກ​ກາ​ເດິນ ທູດ​ທະ­ຫານ​ສະ­ຫະ­ລັດ​ອາ­ເມ­ລິ­ກາ ປະ­ຈຳ​ລາວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ຕ່າງໆ​ເຂົ້າ​ຮ່ວມ​ໃນ​ພິ­ທີ​ດັ່ງ­ກ່າວ.



__________________
Anonymous

Date:
Permalink   
 

 

ການສ້າງໂຮງຫມໍແມ່ນແຜນການທີ່ດີຈະ​ເຮັດ​ໃຫ້­ການ​ບໍ­ຣິການ​ທາງ​ດ້ານການ​ຮັກ­ສາ​ສຸ­ຂະ­ພາບ​ຂອງ​ປະ­ຊາ­ຊົນໃຫ້ດີຂຶ້້ນ, ແຕ່ກົງກັນຂ້າມບໍຣິສັດຈີນມີແຕ່ສ້າງເສຖກິດ

ພິເສດ,casinoຊຶ່ງເຮັດໃຫ້ສັງຄົມລາວເປື່ອຍເຍື່ອຍ,ມີແມ່ຈ້າງນາງເລງ,ຄ້າຢາເສບ

ຕິດ.ຜົນປະໂຫຍດທີ່ໃຫ້ປະຊາຊົນມີວຽກເຮັດງານທໍາແມ່ນບໍ່ມີ.ຜົນໄດ້ແມ່ນນາຍ

ທຶນແລະອີກສ່ວນນຶ່ງເງິນເຂົ້າຖົງສ່ວນຕົວພັກລັດຜູ້ມີອໍານາດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard