ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຫລາຍເຫດຜົນທີ່ຄົນບໍ່ໃຊ້ບໍລິການລົດເມໃນນະຄອນຫລວງ


Guru

Status: Offline
Posts: 622
Date:
ຫລາຍເຫດຜົນທີ່ຄົນບໍ່ໃຊ້ບໍລິການລົດເມໃນນະຄອນຫລວງ
Permalink   
 


ຫລາຍເຫດຜົນທີ່ຄົນບໍ່ໃຊ້ບໍລິການລົດເມໃນນະຄອນຫລວງ

29.5.201212104729.25thyrhl,tqgretgrg[b,nbfhgmbhfd,bf.JPG

ທີ​ ມຂ່າວ​ເສດຖະກິດ-​ການ​ຄ້າ​ໄດ້​ສອບ​ຖາມ​ຊາວ​ນະຄອນຫລວງ​ວຽງຈັນ​ຕັ້ງ​ແຕ່​ໄວ​ ຫນຸ່ມ​ຈົນ​ເຖິງ​ເຮັດ​ວຽກ ພົບ​ວ່າ: ​ເປັນຄວາມ​ເຄີຍ​ຊິນ​ຂອງ​ຄົນ​ລາວ​ທີ່​ມັກ​ໃຊ້​ລົດ​ສ່ວນ​ຕົວ​ເພື່ອ​ຄວາມ​ສະດວກ ​ໃນ​ການ​ໄປ-ມາ, ​ເຖິງ​ວ່າ​ນ້ຳມັນ​ຈະ​ແພງ​ກໍ​ຈຳ​ເປັນ​ຕ້ອງ​ໄດ້​ໃຊ້​ລົດ​ສ່ວນ​ຕົວ ເພາະວ່າ​ຢາກ​ໄປ​ໃສ​ກໍ​ໄດ້​ຕາມ​​ໃຈ, ຢາກ​ກັບ​​ເມື່ອໃດ​ກໍ​ໄດ້.

ສ່ວນ​ ບາງ​ກຸ່ມ​ຄົນ​ໃນ​ໄວກຳລັງ​ເຮັດ​ວຽກບອກ​ວ່າ: ຫາກ​ໃຊ້​ບໍລິການ​ລົດ​ເມ​ເພື່ອ​ທຽວການຈະ​​ບໍ່​ທັນ​​ເວລາ​ເຮັດ​ວຽກ ​ເພາະວ່າ​ຊັກ​ຊ້າ ​ແລ່ນ​ບໍ່​ກົງ​ຕາມ​ເວລາ, ຫາກ​ຖ້ຽວ​ໃດ​ມີ​ຄົນ​ຂຶ້ນ​-ລົງ​ຫລາຍ​ຍິ່ງ​ຊ້າ ​ເຊິ່ງຮັບ​ຂຶ້ນ​ລົງ​ຈະ​ບໍ່​ເປັນ​ລະບຽບ ​ແລ້ວ​ແຕ່​ຜູ້​ໂດຍສານ​ຈະ​ໂບກ​ລັດ​ຢູ່​ໃສ​ກໍ​ແມ່ນ​ຈອດ​ຮັບ​ເລີຍ ​ແລະ ຢາກ​ລົງ​ໃສ​ກໍ​ຈອດ​ໃຫ້​ລົງ​​ເຊິ່ງ​ເປັນ​ການ​ຈອດ​ຫລາຍ​ຄັ້ງ, ​ເຮັດ​ໃຫ້​ຊັກ​ຊ້າ​ເສຍ​ເວລາ ​ແທນ​ທີ່​ຈະ​ຈອດ​ຂຶ້ນ-​ລົງ​ຕາມ​ປ້າຍ​ລົດ​ເມ, ຫາກ​ຈະ​ໃຊ້​ບໍລິການ​ຕ້ອງ​ໄດ້​ຕື່ນ​ເດິກ​ລຸກ​ເຊົ້າອອກ​ຈາກ​ເຮືອນ​ປະມານ 7 ​ໂມງຈຶ່ງ​ຈະ​ທັນ​ເວລາ​ເຮັດ​ວຽກ, ນອກຈາກ​ນີ້​ຫາກ​ບ່ອນ​ເຮັດ​ວຽກຢູ່ຫ່າງ​ໄກ​ຈາກ​ທາງ​ລົດ​ເມ​ແລ່ນ​ຜ່ານກໍ​ບໍ່​ມີ ​ລົດ​ຕໍ່, ຫາກ​ໃຊ້​ບໍລິການ​ລົດຕຸກໆຊ້ຳພັດ​ແພງ​ລື່ນ​ໃຊ້​ລົດ​ສ່ວນ​ຕົວ​ຫລາຍ​ເທົ່າ.

ອີກ​ ຢ່າງ​ຫນຶ່ງ​ເຫັນ​ສະພາບ​ລົດ​ເມ​ທີ່​ແລ່ນ​ຕາມ​ສາຍ​ທາງ​ຕ່າງໆ​ໃນ​ນະຄອນຫລວງ​ ວຽງຈັນ​ແລ້ວ​ບໍ່​ຢາກ​ໃຊ້​ບໍລິການ ​ເພາະ​ຊຸດ​ໂຊມ​ເກີນ​ໄປ​ເນື່ອງ​ຈາກ​ໃຊ້​ງານ​ມາ​ຫລາຍ​ປີ ​ແຕ່​ບໍ່​ມີ​ການ​ບຳລຸງ​ຮັກສາ​ ​ເຊິ່ງອາກາດ​ຮ້ອນ​ຄື​ທຸກ​ມື້​ນີ້​ຫາກ​ລົດ​ບໍ່​ມີ​ເຄື່ອງ​ປັບ​ອາກາດ​ກໍ​ບໍ່​ ມີ​ໃຜ​ຢາກ​ໃຊ້​ບໍລິການ.

ແນວໃດກໍຕາມທີມຂ່າວພວກເຮົາໄດ້ທົດລອງ​​ໃຊ້ບໍລິການລົດເມສາຍດົງໂດກພົບວ່າ: ຕ້ອງໄດ້ນັ່ງລໍຖ້າລົດນານເຖິງ 30 ກວ່ານາທີຈຶ່ງເຫັນລົດມາແລະໃຊ້ເວລາແລ່ນຈາກດົງໂດກເຖິງຄິວລົດ (ຕະຫລາດເຊົ້າ) ​ເກືອບ 30 ນາທີ, ດີແຕ່ບໍ່ມີຜູ້ໂດຍສານຫລາຍ, ຫາກຜູ້ໂດຍສານເຕັມລົດອາດຈະຊ້າກວ່ານີ້.

ສ່ວນສາຍໂພນຕ້ອງ, ​ເວລານັ່ງລໍຖ້າໃກ້ຄຽງກັບສາຍດົງໂດກແລະແລ່ນເຂົ້າຕົວເມືອງຕ້ອງໃຊ້ເວລາ​​ເຖິງ 35 ນາທີກວ່າຈະເຖິງຄິວ​ ​ເຊິ່ງ​​ຖ້ຽວທີ່ຜູ້ສື່ຂ່າວໃຊ້



__________________
Anonymous

Date:
RE: ຫລາຍເຫດຜົນທີ່ຄົນບໍ່ໃຊ້ບໍລິການລົດເມໃນນະຄອນຫລວງ
Permalink   
 


ບັກຫ້າ ຈູມມະລີ/ທອງສີງ ພວກສູໄດ້ຍິນບໍ່ ປະຊາຊົນເຂົາລຳຄານ

ການບໍຣິຫານປະເທດຂອງພວກສູ ຣົດເມແລ່ນຢູ່ນະຄອນຫລວງແທ້ໆ,

ບໍ່ມີແອເຢັນ ນີ້ປີ 2012 ແລ້ວ ຊັັນໃນດີນຂອງລາວໝົດໄປເຄີ່ງປະເທດແລ້ວ

ຍອ້ນການ ໂກງກິນຂອງພວກສູ,,,,,,,,



__________________
Anonymous

Date:
Permalink   
 

ຄົງໄດ້ແຕ່ເຫົ່ານີ້ລະນໍ້...ໄປເຮັດຫຍັງຢູ່ໃສດຽວນີ້ລົດເມໃໝ່ຫລາຍສິບຄັນມາຮອດນະຄອນຫລວງວຽງຈັນແລ້ວ ແລະ ສະຖານີລົດເມໃໝ່ກໍກຳລັງຈະສ້າງ....ເກາະຂີ້ຫູຂີ້ປາ ແລະ ມືນຕາໃຫ້ກ້ວາງກ່ວານີ້ແດ່ເປັນຫຍັງພໍ່ຕູ້...



__________________
Anonymous

Date:
Permalink   
 

Anonymous wrote:

ຄົງໄດ້ແຕ່ເຫົ່ານີ້ລະນໍ້...ໄປເຮັດຫຍັງຢູ່ໃສດຽວນີ້ລົດເມໃໝ່ຫລາຍສິບຄັນມາຮອດນະຄອນຫລວງວຽງຈັນແລ້ວ ແລະ ສະຖານີລົດເມໃໝ່ກໍກຳລັງຈະສ້າງ....ເກາະຂີ້ຫູຂີ້ປາ ແລະ ມືນຕາໃຫ້ກ້ວາງກ່ວານີ້ແດ່ເປັນຫຍັງພໍ່ຕູ້...


 ນັ້ນມັນແມ່ນລັດຖະບານຍິປຸ່ນບໍລິຈາກໃຫ້ ພັກລັດມີປັນຍາບໍ່ລະ



__________________


Guru

Status: Offline
Posts: 622
Date:
Permalink   
 

Anonymous wrote:
Anonymous wrote:

ຄົງໄດ້ແຕ່ເຫົ່ານີ້ລະນໍ້...ໄປເຮັດຫຍັງຢູ່ໃສດຽວນີ້ລົດເມໃໝ່ຫລາຍສິບຄັນມາຮອດນະຄອນຫລວງວຽງຈັນແລ້ວ ແລະ ສະຖານີລົດເມໃໝ່ກໍກຳລັງຈະສ້າງ....ເກາະຂີ້ຫູຂີ້ປາ ແລະ ມືນຕາໃຫ້ກ້ວາງກ່ວານີ້ແດ່ເປັນຫຍັງພໍ່ຕູ້...


 ນັ້ນມັນແມ່ນລັດຖະບານຍິປຸ່ນບໍລິຈາກໃຫ້ ພັກລັດມີປັນຍາບໍ່ລະ


 ລັດຖະບານລາວ ຄືບໍ່ຊື້ລຸ້ນນີ້ ພີ່ນ້ອງຊາວລາວຈື່ງນິຍົມຂີ້ກັນຫລາຍ

charter-bus-fleet.jpg



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard