ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຍີ່ປຸ່ນຊ່ວຍເຫລືອປັບປຸງ-ກໍ່ສ້າງໂຮງຮຽນຢູ່ 2 ແຂວງ
Anonymous

Date:
ຍີ່ປຸ່ນຊ່ວຍເຫລືອປັບປຸງ-ກໍ່ສ້າງໂຮງຮຽນຢູ່ 2 ແຂວງ
Permalink   
 


ຍີ່ປຸ່ນຊ່ວຍເຫລືອປັບປຸງ-ກໍ່ສ້າງໂຮງຮຽນຢູ່ 2 ແຂວງ

*(ຂປລ): ລັດຖະບານຍີ່ປຸ່ນ ໄດ້ສະໜັບສະໜູນທຶນຊ່ວຍເຫລືອ ເພື່ອປັບປຸງ-ກໍ່ສ້າງໂຮງ ຮຽນປະຖົມ ແລະ ມັດທະຍົມຕົ້ນ ຈຳນວນ 95 ແຫ່ງ ຢູ່ 2 ແຂວງ ຄື: ສະຫວັນນະເຂດ ແລະ ຈຳປາສັກ ຊຶ່ງພິທີມອບ-ຮັບຜົນສຳເລັດໂຄງການກໍ່ສ້າງດັ່ງກ່າວ ໄດ້​ຈັດ​ຂຶ້ນວັນ​ທີ 25 ພຶດສະພາ 2012 ນີ້ ໂດຍມີທ່ານ ດຣ. ພັນ​ຄຳ ວິພາ​ວັນ, ລັດ​ຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິກ​ານ ແລະ ກິລາ, ມີ​ທ່ານນາງ ​ຈຸນ​ໂກະ ​ໂຢ​ໂກ​ຕະ, ​ເອກ​ອັກຄະ​ຣາ​ຊະທູດ​ ວິສາມັນ​ຜູ້​ມີ​ອຳນາດ​ເຕັ​ມ ​ແຫ່ງ​ປະ​ ເທດ​ຍີ່ປຸ່ນປະຈຳ​ລາວ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ ເຂົ້າ​ຮ່ວມ.​

ທ່ານນາງ ຈຸນ​ໂກະ ​ໂຢໂກະ​ຕະ ກ່າວ​ວ່າ: ​ປັດຈຸບັນ​ ລັດຖະບານ​ຍີ່ປຸ່ນ​ ໄດ້​ກໍ່ສ້າໂຮງຮຽນ​​ແກ່​ລາວຈຳນວນ 433 ​ແຫ່ງ​ ໃນ​ທົ່ວ​ປະ​ເທດ​, ໃນ​ນັ້ນມີ ​ໂຮງຮຽນ​ປະຖົມ 375 ​ແຫ່ງ ​ແລະ ໂຮງ ຮຽນມັດທະຍົມ 58 ​ແຫ່ງ ພ້ອມ​ກັນ​ນັ້ນ ກໍຍັງ​ໃຫ້ການ​ຊ່ວຍ​ເຫຼືອດ້ານ​ເຕັກນິກ​ ສຳ​ລັບ​ຝຶກອົບຮົມ​ຄູ​ສອນ​ວິທະຍາສາດ, ຄູ​ສອນ​ເລກ ​ແລະ ​ໄດ້​ຊຸກຍູ້​ປະຊາຊົນ​ທ້ອງ​ຖິ່ນ​ ປະກອບສ່ວນ​ເຂົ້າ​ໃນ​ການ​ຄຸ້ມ​ຄອງໂຮງ​ຮຽນພາຍ​ໃຕ້​​ໂຄງການ CIED ລວມທັງ​ໂຮງຮຽນອີກ 95 ແຫ່ງຢູ່ 2 ແຂວງດັ່ງກ່າວ ຊຶ່ງຈະເປັນ ທ່າແຮງອັນສຳຄັນ ຕໍ່ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທາງດ້ານການສຶກສາຂ​ອງ​ລາວ ​ເຊັ່ນ​ດຽວກັນກັບ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ຍີ່ປຸ່ນ-ລາວ​ໃນ​ ອະນາ​ຄົດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard